ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຢູເຄຣນ ພ້ອມແລ້ວ ຈະຮັບມື ກັບການໂຈມຕີ ທີ່ອາດມີຂຶ້ນ ຂອງພວກກະບົດ


Ukraine Readies for Possible Russian-backed Attack
please wait

No media source currently available

0:00 0:02:00 0:00

​ກອງທັບຢູເຄຣນພວມກະກຽມເພື່ອຈະຂັບໄລ່ການໂຈມຕີທີ່ອາດ
ມີຂຶ້ນ ໂດຍພວກກະບົດ ທີ່ໄດ້ຮັບການໜຸນຫຼັງຈາກຣັດເຊຍ ຢູ່ໃນ
ພາກຕາເວັນອອກຂອງປະເທດ ຫຼັງຈາກມີລາຍງານວ່າ ກອງໜຸນ
ຂອງຣັດເຊຍ ໄດ້ຂ້າມຊາຍແດນ ເຂົ້າໄປໃນເຂດດັ່ງກ່າວ. ປະທາ
ນາທິບໍດີຢູເຄຣນ ທ່ານ Petro Poroshenko ກ່າວວ່າ ພວກຕົນ
ພ້ອມແລ້ວ ທີ່ຈະເຮັດສົງຄາມ ຢ່າງເຕັມອັດຕາ. ຜູ້ສື່ຂ່າວວີໂອເອ
Daniel Schearf ມີລາຍງານມາຈາກເຂດ Donetsk ແລະ Lu-
hansk ຊຶ່ງເປັນເຂດແນວໜ້າ ໃນພາກຕາເວັນອອກຢູເຄຣນ ດັ່ງ
ໄພສານຈະນຳເອົາລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.

ກອງທັບຢູເຄຣນພວມເສີມແນວປ້ອງກັນຂອງຕົນ ບໍ່ເທົ່າໃດກິໂລແມັດ ຫ່າງຈາກບໍລິເວນ ທີ່ພວກກະບົດຄວບຄຸມ ໃນເຂດເມືອງ Luhansk ໃນກໍລະນີທີ່ ການບຸກໂຈມຕີຢ່າງເຕັມ ອັດຕາລະເບີດຂຶ້ນ.

ພົນທະຫານເຊີເກ ອີວາຊຶ່ງສັງກັດຢູ່ໃນກອງພັນທີ 39 ກ່າວວ່າ ເຂົາເຈົ້າຕ້ອງໄດ້ກຽມພ້ອມ ຢ່າງເຕັມທີ່.

“ພວກເຮົາໄດ້ຮັບຂໍ້ມູນມາວ່າ ທະຫານຂອງພວກເຮົາ ໄດ້ຖືກຍິງໂຈມຕີ ໃນມື້ວານ ນີ້ດ້ວຍ ປືນໃຫຍ່ແລະຈະຫຼວດ."

ຮ້ອຍເອກແລະຜູ້ບັນຊາການດ່ານກວດແຫ່ງນີ້ ທີ່ໃຫ້ຮ້ອງຊື່ຂອງລາວແຕ່ພຽງ Andriy ນັ້ນ ກ່າວວ່າ ເຂົາເຈົ້າມີລູກກະສຸນພຽງພໍ ແຕ່ກໍຕ້ອງການທະຫານຕື່ມອີກ.

“ພວກເຮົາມານີ້ເມື່ອສອງມື້ກ່ອນ. ພວກເຮົາຍັງບໍ່ທັນມີການສູ້ລົບໃດໆກັບຝ່າຍກົງ ກັນຂ້າມເທື່ອ. ແຕ່ເຂົາເຈົ້າເວົ້າວ່າມີກຸ່ມນ້ອຍໆປະຕິບັດງານຢູ່ໜີ້ປະມານ 10 ຄົນ ໃນກຸ່ມດັ່ງກ່າວ ພວກເຮົາໄດ້ຮັບຂໍ້ມູນຂ່າວກອງນີ້.”

“ນັ້ນຄືການຍິງເຕືອນ” ທະຫານຢູເຄຣນຄົນນຶ່ງ ເວົ້າຂຶ້ນ ຫລັງຈາກໄດ້ຍິງປືນກົນຂອງລາວ ໄປໃສ່ທີ່ໝັ້ນຂອງພວກກະບົດ ຢູ່ຕໍ່ໜ້າພວກນັກຂ່າວ.

ດ່ານກວດແຫ່ງນີ້ ໄດ້ຖືກພວກກະບົດຍິງໂຈມຕີເລື້ອຍໆແລະໄດ້ຖືກລູກຈະຫຼວດ ເມື່ອນຶ່ງ ມື້ກ່ອນນັ້ນ ແຕ່ບໍ່ມີຜູ້ໃດໄດ້ຮັບບາດເຈັບ.

ຜູ້ຄວບຄຸມປືນຄົກ ວາເຊສລາບ ເວົ້າວ່າ ເຂົາເຈົ້າພ້ອມແລ້ວທີ່ຈະສູ້ລົບຮັບມືກັບການໂຈມ ຕີໃດໆກໍຕາມທີ່ຈະມີຂຶ້ນ.

“ແນ່ນອນ ພວກເຂົາໄດ້ເຮັດໃຫ້ເຮົາ ມີຄວາມເຂັ້ມແຂງ ແລະເຂັ້ມແຂງ ຂ້ອນຂ້າງ ດີ. ພວກເຂົາເຮັດໃຫ້ເຮົາເຂັ້ມແຂງຂຶ້ນ ໃນທຸກໆດ້ານ ດັ່ງນັ້ນຖ້າຫາກມີການໂຈມ ຕີເກີດຂຶ້ນ ພວກເຮົາພ້ອມແລ້ວ ທີ່ຈະຕອບໂຕ້ຄືນ.”

ຮ້ອຍເອກ Andriy Slota ກ່າວວ່າ ເຂົາເຈົ້າໄດ້ຮັບລູກກະສຸນໃໝ່ ແຕ່ພວກທະຫານແມ່ນ ຍັງເມື່ອຍຢູ່.

“ມັນເຖິງເວລາແລ້ວ ທີ່ຈະຢຸດເຊົາການຮ້ອງເພງ ແລະຟ້ອນລຳນີ້ ແລະຕັດສິນໃຈ ວ່າ ຈະບຸກໄປຂ້າງໜ້າ ຫຼືບໍ່ ຫລືຈະແກ້ໄຂບັນຫານີ້ ໃນລະດັບ ທາງດ້ານກົດໝາຍ ເພື່ອໃຫ້ມີການຍຸບກຳລັງທະຫານນີ້ ຫລືສົ່ງຄືນປະເທດຂອງເຮົາ ໃຫ້ແກ່ພວກເຮົາ ແລະຍຸບກຳລັງທະຫານນີ້. ພວກເຮົາຮັບເອົາຕໍ່ໄປບໍ່ໄດ້ອີກແລ້ວເວລາດັ່ງກ່າວໄດ້ ມາເຖິງແລ້ວ.”

ວັງເຄຣັມລິນ ໄດ້ປະຕິເສດວ່າ ຕົນບໍ່ໄດ້ສົ່ງອາວຸດໃຫ້ແກ່ພວກກະບົດ ຊຶ່ງມີການກ່າວອ້າງ ເມື່ອໄວໆມານີ້ວ່າ ການທີ່ໄດ້ເຫັນ ຂະບວນລົດທະຫານມຸ່ງໜ້າສູ່ທິດຕາເວັນຕົກນັ້ນ ແມ່ນ ພາກສ່ວນນຶ່ງຂອງການສັບປ່ຽນກຳລັງທະຫານທີ່ມີຂຶ້ນຕາມປົກກະຕິ. ພວກກະບົດທີ່ພວມ ທຳການຕໍ່ສູ້ຕ້ານລັດຖະບານນິຍົມຝ່າຍຕາເວັນຕົກ ຢູ່ທີ່ນະຄອນ Kyiv ນັ້ນ ມີຄວາມຢ້ານ ກົວວ່າມັນແມ່ນກຳລັງທະຫານຢູເຄຣນທີ່ພວມວາງແຜນເປີດສາກບຸກໂຈມຕີຝ່າຍຕົນນັ້ນ.

XS
SM
MD
LG