ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລມຕ ຕ່າງປະເທດ ສຫລ ພົບປະກັບ ພວກຜູ້ນໍາ ຝ່າຍຄ້ານ ຢູເຄຣນ (ວີດີໂອ/ສະໄລດ໌)


A Khmer Rouge soldier waves his pistol and orders store owners to abandon their shops in Phnom Penh, Cambodia, on April 17, 1975 as the capital fell to the communist forces. A large portion of the city's population was reportedly forced to evacuate. Photo from West German television film. (AP Photo/Christoph Froehder) 
A Khmer Rouge soldier waves his pistol and orders store owners to abandon their shops in Phnom Penh, Cambodia, on April 17, 1975 as the capital fell to the communist forces. A large portion of the city's population was reportedly forced to evacuate. Photo from West German television film. (AP Photo/Christoph Froehder) 
ທ່ານ​ຈອນ ​ແຄ​ຣີ ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ​ໄດ້​ພົບ​ປະ​
ກັບສາມ​ຜູ້​ນໍາ​ຝ່າຍ​ຄ້ານ​ຂອງ​ຢູ​ເຄຣນ ​ເມື່ອ​ວັນ​ເສົາ​ວານ​ນີ້ ທີ່​ປະ
​ເທດ​ເຢຍຣະມັນ ຫຼັງຈາ​ກ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ກັນຢ່າງ​ເຜັດ
​ຮ້ອນ ​ກັບຣັດ​ເຊຍ ກ່ຽວ​ກັບ​ອະນາຄົດ​ຂອງ​ອ​ະດີດສາທາລະນະ​
ລັດ​ໂຊ​ຫວຽດ​ແຫ່ງ​ນັ້ນ.

ທ່ານ​ແຄ​ຣີ ​ໄດ້​ພົບ​ປະ​ກັບ​ພວກ​ຜູ້​ນໍາຝ່າຍ​ຄ້ານ ​ອັນ​ມີ ທ່ານ
Arseniy Yatsenyuk, Vitali Klitschko ​ແລະ ​Petro
Poroshenko ຢູ່​ນອກ​ ກອງ​ປະຊຸມ​ຄວາມ​ໝັ້ນຄົງ Munich.


​ເຈົ້າໜ້າ​ທີ່​ອາວຸ​ໂສ​ກະຊວງ​ຕ່າງປະ​ເທດ​ສະຫະລັດ​ທ່ານ​ນຶ່ງ​ເວົ້າ​ວ່າ ທ່ານ ​ແຄ​ຣີ ​ໄດ້​ກ່າວເນັ້ນ
​ຢໍ້າ​ເຖິງ​ການ​ສະໜັບສະໜຸນ​ຂອງ​ສະຫະລັດ ​ຕໍ່​ຄວາມ​ພະຍາ​ຍາມ​ຂອງ​ພວກ​ຝ່າຍ​ຄ້ານ ​ທີ່ຈະ
​ປາກ​ເວົ້າ​ອອກ​ມາ ​ເພື່ອ​ປ້ອງກັນ ປະຊາທິປະ​ໄຕ​ແລະ​ທາງ​ເລືອກສໍາລັບປະຊາຊົນ​ຢູ​ເຄຣນ
​ແຕ່​ທ່ານ ​ແຄຣີ ກໍ​ໄດ້​ຮຽກຮ້ອງໃຫ້​ພວກ​ເຂົາ​ເຈົ້າ ຈົ່ງ​ດໍາ​ເນີນ​ການ​ຢ່າງ​ສັນຕິ ​ແລະໃຫ້ສືບຕໍ່
ປຶກສາ​ຫາລື​ກັນ ກັບ​ລັດຖະບານ.

ກ່ອນ​ໜ້າ​ນີ້ ທ່ານ​ແຄຣີ ​ໄດ້​ບອກ​ກອງ​ປະຊຸມ​ວ່າ ບໍ່​ມີ​ບ່ອນ​ໃດ ທີ່​ວ່າການ​ຕໍ່ສູ້​ເພື່ອອະນາຄົດ​
ທີ່​ມີປະຊາທິປະ​ໄຕແລະ​ໄດ້​ເປັນ​ພາກສ່ວນ​ນຶ່ງ​ຂອງຢູ​ໂຣບນັ້ນ ​ຈະ​ມີ​ຄວາມ​ສໍາຄັນ​ໄປ​ກວ່າ
ຢູ່​ໃນຢູ​ເຄຣນ. ທ່ານ​ແຄຣີ ​ເວົ້າ​ວ່າ ສະຫະລັດ​ແລະ​ສະຫະພາບ​ຢູ​ໂຣບ ​ແມ່ນ​ຢືນ​ຢູ່​ຄຽງ​ຂ້າງ​
ປະຊາຊົນ​ຢູ​ເຄຣນ ​ໃນ​ການ​ຕໍ່ສູ້​ດັ່ງກ່າວ​ນັ້ນ.

ວີດີໂອ: ສະຫະລັດ ກັບອີຢູ ຢືນຢັດໃຫ້ການສະໜັບສະໜຸນ ແກ່ພວກປະທ້ວງ
ໃນຢູເຄຣນ:


US, EU Stand With Ukrainian Protesters
please wait

No media source currently available

0:00 0:03:04 0:00
ລິງໂດຍກົງ

​ແຕ່​ຢູ່​ໃນ​ຄໍາ​ປາ​ໄສ​ຂອງ​ລັດຖະມົນຕີ​ຕ່າງປະ​ເທດຣັດ​ເຊຍ ທ່ານ Sergei Lavrov ໃນ​ກອງ​ປະຊຸມດຽວ​ກັນ​ນັ້ນ ທ່ານ Lavrov ​ໄດ້​ກ່າວ​ຫາພວກນັກ​ການ​ເມືອງ​ຢູ​ໂຣບວ່າ ຍຸຍົງ​ໃຫ້​ມີ​ການ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ ຢູ່​ໃນ​ຢູ​ເຄຣນ.

ການ​ປະ​ທ້ວງ​ ​ໄດ້​ລະ​ເບີດ​ຂຶ້ນ​ໃ​ນ​ເດືອນ​ພະຈິກ​ປີຜ່ານມາ ຫຼັງຈາກ​ປະທານາທິບໍດີ Viktor Yanukovych ​ໄດ້​ຖອນ​ອອກ​ຈາກຂໍ້​ຕົກລົງ​ດ້ານ​ການ​ຄ້າ​ກັບສະ​ຫະພາບ​ຢູ​ໂຣບ ​ແລະຫັນ​ໄປ​ເລືອກ​ເອົາ​ການ​ມີ​ຄວາມ​ສໍາພັນ​ທີ່​ໃກ້ຊິດ​ຂຶ້ນກັບຣັດ​ເຊຍ.

ເບິ່ງລາຍງານວີດີໂອ ກ່ຽວກັບຢູເຄຣນ:

Ukraine Faces Debt Downgrade as Russia Puts Loan Payments on Hold
please wait

No media source currently available

0:00 0:03:19 0:00
ລິງໂດຍກົງ
XS
SM
MD
LG