ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຢູເຄຣນ ແລະ ພວກແບ່ງແຍກ ດິນແດນ ຕົກລົງ ຢຸດຍິງ ອີກຄັ້ງໜຶ່ງ


ນັກການທູດ ຊາວອອສເຕຣຍ ແລະ ເອກອັກຄະລັດຖະທູດ ຂອງອົງການ​ວ່າດ້ວຍຄວາມ​ໝັ້ນຄົງ ​ແລະ ການ​ຮ່ວມ​ມື​ໃນ​ຢູ​ໂຣບ OSCE ທ່ານ Martin Sajdik ກ່າວຖະແຫລງ ຕໍ່ສື່ມວນຊົນ ຫຼັງຈາກທີ່ໄດ້ພົບປະກັບ ກຸ່ມທີ່ເອີ້ນວ່າ Contact Group ໃນນະຄອນ Minsk, ປະເທດ Belarus, ວັນທີ 26 ສິງຫາ 2015.
ນັກການທູດ ຊາວອອສເຕຣຍ ແລະ ເອກອັກຄະລັດຖະທູດ ຂອງອົງການ​ວ່າດ້ວຍຄວາມ​ໝັ້ນຄົງ ​ແລະ ການ​ຮ່ວມ​ມື​ໃນ​ຢູ​ໂຣບ OSCE ທ່ານ Martin Sajdik ກ່າວຖະແຫລງ ຕໍ່ສື່ມວນຊົນ ຫຼັງຈາກທີ່ໄດ້ພົບປະກັບ ກຸ່ມທີ່ເອີ້ນວ່າ Contact Group ໃນນະຄອນ Minsk, ປະເທດ Belarus, ວັນທີ 26 ສິງຫາ 2015.

ຢູ​ເຄຣນ ​ແລະ ພວກ​ແບ່ງ​ແຍກ​ດິນ​ແດນ ນິຍົມ​ຣັດ​ເ​ຊຍ ​ໄດ້​ຕົກລົງ​
ຢຸດ​ຍິງ ໂດຍເລີ້ມ​ຕົ້ນແຕ່ ​ວັນ​ທີ 1 ກັນຍາ ຈະ​ມາ​ເຖິງນີ້ ເປັນຕົ້ນໄປ
ອັນ​ເປັນ​ມື້​ທີ່ ໂຮງຮຽນ​ເລີ້ມ​ສົກສຶກສາໃໝ່.

ກຸ່ມ​ປະສານງານສາມ​ຝ່າຍ ທີ່ຊອກຫາຊ່ອງທາງ ເພື່ອເຮັດໃຫ້
ບັນຫາຂັດແຍ້ງ ທີ່​ໄດ້​ສັງຫານຫຼາຍກວ່າ 6,400 ຄົນ​ແລ້ວນັ້ນ
ສິ້ນສຸດລົງ ລວມມີ ບັນດາຜູ້ຕາງໜ້າຈາກ​ຢູເຄຣນ ຣັດ​ເຊຍ ​ແລະ
ພວກແບ່ງ​ແຍກ​ດິນ​ແດນ ​ໃນພາກ​ຕາ​ເວັນ​ອອກ​ ຂອງ​ຢູ​ເຄຣນທີ່​
ໜູນຫຼັງ​ໂດຍຣັດ​ເຊຍ. ກຸ່ມ​ດັ່ງກ່າວ ​ໄດ້ພົບ​ປະກັນ ຢູ່​ໃນ​ນະຄອນ
ມິ​ງສ໌ ປະ​ເທດ ​ເບ​ລາຣຸສ ພາຍ​ໃຕ້​ການ​ອຸປະຖຳ​ໂດຍ ຂອງອົງການ
​ວ່າດ້ວຍຄວາມ​ໝັ້ນຄົງ ​ແລະ ການ​ຮ່ວມ​ມື​ໃນ​ຢູ​ໂຣບ.

ທັງ​ສອງ​ຝ່າຍ ​ໄດ້​ຕົກລົງ​ຢຸດ​ຍິງ ລະຫວ່າງ​ກອງ​ກຳລັງ​ຂອງ​ພວກ​ເຂົາ​ເຈົ້າ​ ຢູ່​ໃນ ​ເຂດ​ຕາ​ເວັນ​ອອກ​
ຂອງ​ຢູ​ເຄຣນ ເມື່ອ​ເດືອນກຸມພາ ຜ່ານ​ມາ ​ແຕ່ ການ​ປະ​ທະ​ກັນ ​ຢ່າງກະຈັດກະຈາຍຍັງດຳເນີນ ຢູ່ຕໍ່ມາ.

ຣັດ​ເຊຍ​ໄດ້​ຢຶດ​ເອົາ​ແຫຼມຄຣາຍ​ເມຍ ຂອງ​ຢູເຄຣນ ​ເມື່ອ​ປີ​ກາຍ​ນີ້ ຫຼັງຈາກ​ທີ່​ມີ​ການ​ປະ​ທ້ວງ
​ຂອງ​ມວນ​ຊົນ ​ເຊິ່ງ​ນຳ​ໄປ​ສູ່​ການ​ໂຄ່ນລົ້ມ ປະທານາທິບໍດີ Viktor Yanukovych ຜູ້​ທີ່​ໄດ້​
ຮັບ​ການ​ສະໜັບສະໜູນ​ໂດຍ Kremlin ແລະ ພາໃຫ້ມີການເລືອກເອົາພວກຜູ້ນຳທີ່ນິຍົມ
ຕາເວັນຕົກຂຶ້ນແທນ. ທ່ານ Yanukovych ​ໄດ້​ຫລົບໜີ ​ໄປ​ຍັງຣັດ​ເຊຍ ​ແລະ Kremlin ​
ໄດ້​ເລີ້ມ​ຕົ້ນ ​ໃຫ້ການສະໜັບສະໜູນ ພວກ​ກະບົດ ຢູ່​ໃນພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ
ແຕ່ຣັດເຊຍໄດ້​ປະຕິ​ເສດ ທັງໆທີ່ມີຫຼັກຖານ​ເພີ້​ມຂຶ້ນ​ເລື້ອຍໆ ໃນການ​ສະໜັບ​ສະ​ໜູນ​
ທາງ​ດ້ານ​ທະຫານ​ຂອງ​ຕົນ​ນັ້ນ.

ບັນດາລັດຖະບານ ປະ​ເທດ​ຕາ​ເວັນ​ຕົກ ​ໄດ້​ວາງ​ມາດຕາ​ການ​ລົງ​ໂທດ​ທາງ​ດ້ານ​ເສດຖະກິດ
​ແລະ ດ້ານ​ການ​ທູດ ຕໍ່ຣັດ​ເຊຍ ຫຼັງຈາກ ຣັດ​ເຊຍ​ໄດ້ປະກາດຮວມ​ເອົາ​ແຫຼມຄຣາຍ​ເມຍ ​ເຂົ້າ​ເປັນ ດິນແດນ​ຂອງ​ຕົນ.

Ukraine
please wait
Embed

No media source currently available

0:00 0:00:35 0:00

XS
SM
MD
LG