ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກຸ່ມກໍ່​ການ​ຮ້າຍ​ໂຊມາ​ເລຍ al-Shabab ມີແຜນຈະຂົ່ມຂູ່​ໂຈມ​ຕີ ຈຸດສຳຄັນຕ່າງໆ ໃນຢູການດາ (ວີດີໂອ)


ກອງກຳລັງທະຫານ ແລະຕຳຫລວດ ຢູການດາ ລາດຕະເວນ ຕາມຖະໜົນຕ່າງໆ ໃນນະຄອນຫລວງ Kampala ຫຼັງຈາກ ສະຖານທູດ​ສະຫະລັດປະຈຳຢູການ​ດາ ​ໄດ້​ເຕືອນ ກ່ຽວກັບ "ການຂົ່ມຂູ່ທີ່ເຈາະຈົງ" ໂດຍກຸ່ມໃດກຸ່ມນຶ່ງ ທີ່ຈະໂຈມຕີ ເດີ່ນບິນສາກົນ Entebbe ເມື່ອວັນທີ 3 ກໍລະກົດ 2014.
ກອງກຳລັງທະຫານ ແລະຕຳຫລວດ ຢູການດາ ລາດຕະເວນ ຕາມຖະໜົນຕ່າງໆ ໃນນະຄອນຫລວງ Kampala ຫຼັງຈາກ ສະຖານທູດ​ສະຫະລັດປະຈຳຢູການ​ດາ ​ໄດ້​ເຕືອນ ກ່ຽວກັບ "ການຂົ່ມຂູ່ທີ່ເຈາະຈົງ" ໂດຍກຸ່ມໃດກຸ່ມນຶ່ງ ທີ່ຈະໂຈມຕີ ເດີ່ນບິນສາກົນ Entebbe ເມື່ອວັນທີ 3 ກໍລະກົດ 2014.

ສະຖານທູດ​ສະຫະລັດປະຈຳຢູການ​ດາ ​ໄດ້​ເຕືອນພົນ​ລະ​ເມືອງ​
ອາ​ເມຣິກັນ ​ໃນ​ປະ​ເທດ​ດັ່ງກ່າວ ​ໃຫ້​ຢູ່ໃນເຮືອນ ຫຼື ຢູ່​ໃນ​ສະຖານ
​ທີ່​ປອດ​ໄພ ​ໃນ​ຂະນະ​ທີ່ເຈົ້າໜ້າ​ທີ່​ ທຳ​ການສືບສວນ​ສອບ​ສວນ
ກ່ຽວ​ກັບການຂົ່ມຂູ່​ໂຈມ​ຕີຂອງ​ພວກ​ກໍ່​ການ​ຮ້າຍ ​ທີ່ອາດຈະ​ເກີດ​ຂຶ້ນ.

ສະຖານທູດ​ສະຫະລັດ​ກ່າວໃນ​ວັນເສົາ​ວານ​ນີ້ວ່າ ​ໄດ້​ມີ​ການ​ພົວ
ພັນ​ຢ່າງໃກ້ຊິດ​ກັບ​ເຈົ້າໜ້າ​ທີ່ຢູການ​ດາ ​ທີ່​ກຳລັງ​ສືບສວນ​ສອບ
​ສວນ ອັນ​ທີ່ປາກົດວ່າ​ ​ເປັນແຜນການ​ໂຈມ​ຕີ​ໃນ​ມໍ່ໆ​ນີ້ໂດຍ
“ໜ່ວຍ​ກໍ່​ການ​ຮ້າຍ” ທີ່​ດຳ​ເນີນ​ການ​ໂດຍ​ພວກ​ກໍ່​ການ​ຮ້າຍ​
ໂຊມາ​ເລຍ ກຸ່ມ al-Shabab ນັ້ນ.

UGANDA AL SHABAB VO
please wait
Embed

No media source currently available

0:00 0:00:31 0:00

ສະຖານທູດ​ສະຫະລັດ​ໃນ​ນະຄອນຫລວງ Kampala ກ່າວ​ວ່າ ຕົນ​ບໍ່​ຮູ້​ ​ເປົ້າໝາຍ​ທີ່​
ເຈາະ​ຈົງ​ໃດໆ ​ແຕ່ໃຫ້​ຂໍ້​ສັງ​ເກດ​ວ່າ​ ​ໄດ້ມີ​ການ​ເພີ້​ມການຮັກສາຄວາມ​ປອດ​ໄພ​ຂຶ້ນ ຢູ່
​ຕາມ​ຈຸດຕ່າງໆ​ທີ່​ສຳຄັນ ລວມທັງເດີ່ນ​ບິນ​ສາກົນ Entebbe.

​ກຸ່ມຫົວຮຸນ​ແຮງ al-Shabab ​ທີ່​ເປັນ​ເຄືອ​ຂ່າຍ​ຂອງ​ກຸ່ມ​ກໍ່​ການ​ຮ້າຍ al-Qaida ​ໄດ້​
ປະຕິຍານ​ຈະ​ລ້າງ​ແ​ຄ້ນ ສຳ​ຫລັບ​ການ​ສັງຫານ​ຜູ້ນຳ​ຄົນ​ນຶ່ງ ຂອງ​ພວກ​ຕົນ​ ໂດຍ​ການ
​ໂຈມ​ຕີ​ທາງ​ອາກາດ​ຂອງ​ສະຫະລັດ ຢູ່​ໂຊ​ມາ​ເລຍ​ ເມື່ອ​ຕົ້ນ​ເດືອນ​ນີ້.

ວີດີໂອ: ສະຫະລັດຢືນຢັນວ່າ ການໂຈມຕີທາງອາກາດຂອງຕົນ ໄດ້ສັງຫານຜູ້ນຳ ຄົນນຶ່ງຂອງກຸ່ມ al-Shabab :

XS
SM
MD
LG