ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ໄຕ້ຝຸ່ນ Matmo ຖະຫລົ່ມ ເກາະໄຕ້ຫວັນ ແລະມຸ້ງໜ້າ ສູ່ພາກໃຕ້ ຈີນ (ວີດີໂອ/ສະໄລດ໌)


ຜູ້ຍິງຄົນນຶ່ງກຳລັງຢ່າງຜ່ານຄວາມແຮງຂອງພາຍຸ Matmo ທີ່ເກາະໄຕ້ຫວັນ.
ຜູ້ຍິງຄົນນຶ່ງກຳລັງຢ່າງຜ່ານຄວາມແຮງຂອງພາຍຸ Matmo ທີ່ເກາະໄຕ້ຫວັນ.

ໄຕ້​ຝຸ່ນ Matmo ​ໄດ້​ພັດຖະຫລົ່ມ​ເກາະ​ໄຕ້​ຫວັນ​ ​ໃນ​ວັນ​ພຸດ​ມື້​ນີ້
ຊຶ່ງພາໃຫ້ເກີດ ​ຝົນຕົກໜັກ ​ແລະ​ລົ​ມ​ແຮງ ກ່ອນ​ມຸ້ງໜ້າໄປສູ່
ປະ​ເທດຈີນ.

ບໍ່​ມີ​ລາຍ​ງານວ່າ ໄດ້​ເກີດຄວາມ​ເສຍ​ຫາຍ​ ທີ່​ຮ້າຍ​ແຮງໃດໆ
​ແຕ່​ມີ​ຊາວນາ​ຜູ້​ນຶ່ງ​ໄດ້​ເສຍ​ຊີວິດ ​ແລະ​ນັກ​ທອງ​ທ່ຽວອີກ​ຄົນ​ນຶ່ງ
ມີລາຍ​ງານ​ວ່າ ​ໄດ້​ຫາຍ​ສາບ​ສູນ ຫລັງ​ຈາກ​ນໍ້າ​ໄດ້ພັດ​ອອກ​ໄປ​
ສູ່​ທະ​ເລ.

ການ​ເຕືອນ​ກ່ຽວກັບນຳ້ຖ້ວມ ​ແລະ​ດິນ​ເຈື່ອນ ​ໄດ້​ບັງຄັບ​ໃຫ້​ປິດຕະຫລາດ​ການ​ເງິນ ​ແລະ​ໂຮງຮຽນເກືອບ​ທັງ​ໝົດ ພ້ອມ​ດ້ວຍ​ຫ້ອງການ​ຂອງລັດຖະບານ ​ທີ່ ເກາະໄຕ້​ຫວັນ.

ເປັນທີ່ຄາດກັນວ່າ ຈະມີຝົນຕົກ​ຫຼາຍເຖິງ 20 ຊັງ​ຕີ​ແມັດ ​ໃນ​ຂະນະ​ທີ່ລົມ​ພາຍຸ ດັ່ງກ່າວພັດ​ຜ່ານ​ເກາະໄຕ້ຫວັນໃນ​ວັນ​ພຸດ​ມື້​ນີ້.

​Matmo ຊຶ່ງເປັນໄຕ້​ຝຸ່ນ​ປະເພດທີ​ສອງໄດ້ພາໃຫ້ມີ​ລົມແຮງ​ເຖິງ 155 ກິ​ໂລ​ແມດ​ຕໍ່​ຊົ່ວໂມງ ​
ແຕ່​ໄດ້​ອ່ອນ​ກຳລັງ​ລົງ​ແດ່ແລ້ວ ​ໃນ​ຂະນະ​ທີ່​ລົມພາຍຸຫົວນີ້ພັດ ມຸ້ງໜ້າ​ໄປສູ່ພາກ​ໃຕ້​ຂອງ​ຈີນ.

ໄຕ້ຝຸ່ນ Matmo ພັດຖະຫຼົ່ມນຶ່ງ​ອາທິດ​ຫລັງ​ຈາກໄຕ້​ຝຸ່ນ Rammasun ເຮັດໃຫ້ ມີຜູ້ເສຍຊີວິດ ເກືອບ 100 ຄົນ ຢູ່ຟີລິບປິນ ຈຳນວນນຶ່ງຢູ່ຈີນ ແລະ ຢ່າງໜ້ອຍ 11 ຄົນ ຢູ່ຫວຽດນາມ.

ພວກເຈົ້າໜ້າທີ່ ຄາດວ່າ ຈຳນວນຜູ້ເສຍຊີວິດ ຍ້ອນໄຕ້ຝຸ່ນ Rammasun ຊຶ່ງ​ເປັນພາຍຸ​ຮ້າຍ​ແຮງ​ສຸດ ທີ່​ໄດ້ພັດເຂົ້າ​ຖະຫລົ່ມ​ພາກ​ໃຕ້​ຂອງ​ປະ​ເທດ​ຈີນໃນຮອບ 40 ປີນັ້ນ ອາດ​ຈະ​ເພີ້​ມຂື້ນ​ໃນ​ຂະນະ​ທີ່ຫລາຍ​ສິບ​ຄົນ​ຍັງ​ຫາຍ​ສາບ​ສູນຢູ່.

ASIA TYPHOON VO
please wait
Embed

No media source currently available

0:00 0:00:39 0:00

XS
SM
MD
LG