ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເທີກີ ກ່າວວ່າ ຣັດເຊຍ ລ່ວງລ້ຳ ເຂົ້າໃນ ໜ່ານຟ້າ ຂອງຕົນ


ເຮືອບິນຮົບ Su-34 ຂອງ ຣັດເຊຍຖິ້ມລະເບີດລູກໜຶ່ງ
ລົງໃສ່ພວກນັກຮົບໃນ ຊີເຣຍ. 9 ຕຸລາ, 2015.
ເຮືອບິນຮົບ Su-34 ຂອງ ຣັດເຊຍຖິ້ມລະເບີດລູກໜຶ່ງ ລົງໃສ່ພວກນັກຮົບໃນ ຊີເຣຍ. 9 ຕຸລາ, 2015.

ຄວາມເຄັ່ງຕຶງໄດ້ເພີ່ມທະວີຂຶ້ນ ລະຫວ່າງ ເທີກີ ແລະ ຣັດເຊຍ ໃນ ວັນເສົາວານນີ້ເມື່ອ ເທີກີ ແລະ ອົງການ NATO ໄດ້ກ່າວວ່າ ເຮືອ ບິນຮົບຂອງ ຣັດເຊຍ ໄດ້ບິນລ່ວງລ້ຳເຂົ້າໄປໃນໜ່ານຟ້າຂອງ ເທີກີ. ຣັດເຊຍ ໄດ້ປະຕິເສດຂໍ້ກ່າວຫາຂອງ ເທີກີ ວ່າເປັນ“ການໂຄ ສະນາຊວນເຊື່ອທີ່ບໍ່ມີຫຼັກຖານ.”

ລັດຖະມົນຕີການຕ່າງປະເທດຂອງ ເທີກີ ກ່າວວ່າ ເຮືອບິນຮົບ Su- 34 ຂອງ ຣັດເຊຍ ໄດ້ບິນເຂົ້າໄປໃນໜ່ານຟ້າຂອງ ເທີກີ ໃນຕອນ ເຊົ້າ 9 ໂມງ 45 ຕາມເວລາສາກົນຂອງວັນສຸກທີ່ຜ່ານມາ ແລະ ບັນ ດາເຈົ້າໜ້າທີ່ຂອງ NATO ໄດ້ກ່າວຄຳເຕືອນຢ່າງຊ້ຳ ແລ້ວຊ້ຳອີກ.

ປະທານາທິບໍດີຂອງ ເທີກີ ໄດ້ເຕືອນ ຣັດເຊຍ ວ່າພວກເຂົາເຈົ້າຈະໄດ້ຮັບ “ຜົນທີ່ຈະຕາມມາ” ຖ້າວ່າພວກເຂົາເຈົ້າສືບຕໍ່ທຳການລ່ວງລ້ຳດັ່ງກ່າວອີກ, ແລະ ໄດ້ເອີ້ນການກະທຳຂອງ ຣັດ ເຊຍ ວ່າ “ບໍ່ມີຄວາມຮັບຜິດຊອບ.”

ລັດຖະບານຂອງ ເທີກີ ໄດ້ກ່າວວ່າ ຕົນໄດ້ຮຽກປະຊຸມກັບເອກອັກຄະລັດຖະທູດຂອງ ຣັດເຊຍ ໃນນະຄອນຫຼວງ Ankara ເພື່ອປະທ້ວງຕໍ່ເຫດການດັ່ງກ່າວ.

ໃນນະຄອນຫຼວງ ມົດສກູ, ໂຄສົກກະຊວງປ້ອງກັນປະເທດ ຣັດເຊຍ ໄດ້ກ່າວວ່າ “ມັນບໍ່ໄດ້ມີ ການບິນລ່ວງລ້ຳໜ່ານຟ້າຂອງ ເທີກີ ໂດຍ ເຮືອບິນທະຫານອາກາດຂອງ ຣັດເຊຍ ແມ່ນ ແຕ່ຄັ້ງດຽວ.”

XS
SM
MD
LG