ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພະສັນຕະປາປາ Francis ປະພາດເທີກີ ເພື່ອເສີມສ້າງ ສາ​ຍສຳ​ພັນ ກັບຜູ້ນຳ​ອິສລາມ


Vatican ກ່າວ​ວ່າ ພະ​ສັນຕະປາປາ Francis ມີ​ເປົ້າໝາຍ ທີ່​
ຈະເສີມສ້າງສາ​ຍສຳ​ພັນ ກັບບັນດາຜູ້ນຳ​ສາ​ສະໜາ​ອິສລາມ
​ໃຫ້​ແໜ້ນ​ແຟ້ນຂຶ້ນຕື່ມໃນ​ລະຫວ່າງການ​ເດີນທາງ​ໄປ​ຢ້ຽມຢາມ
ປະ​ເທດ​ເທີ​ກີ​ ເປັນເວລາ 3 ມື້ ທີ່​ຈະ​ເລີ້ມ​ຕົ້ນຂຶ້ນ ​ໃນ​ວັນ​ສຸກ​ມື້​ນີ້.

ບັນດາ​ເຈົ້າໜ້າ​ທີ່ ກ່າວ​ວ່າ ການໂຍະຍານຜ່ອນຜັນທາງ​ສາສະ
ໜາແລະການ​ຕໍ່ສູ້​ກັບ​ພວກ​ຫົວຮຸນ​ແຮງຈັດຈະ​ເປັນ​ເລື້ອງ​ທີ່​ສຳ
ຄັນ ​ໃນ​ເວ​ລາພະ​ອົງ ພົບ​ປະ​ກັບ​ປະທານາທິບໍດີ Recep Tay-
yip Erdogan ​ແລະຜູ້ນຳສູງສຸດ ທາງສາສະໜາຂອງເທີກີ
ທ່ານ Mehmet Gormez ໃນປະເທດທີ່ຜູ້ຄົນສ່ວນໃຫຍ່ ນັບ
ຖືສາສະໜາອິສລາມ ແຕ່​ເປັນ​ປະ​ເທດ​ທີ່​ປົກຄອງ​ດ້ວຍລັດຖະທຳມະນູນທີ່ບໍ່ໃຫ້ສາສະໜາ
ເຂົ້າມາກ່ຽວຂ້ອງ ໃນ​ມື້​ທຳ​ອິດ ຂອງ​ພະ​ອົງຢູ່​ທີ່​ນັ້ນ.

ການ​ຢ້ຽມຢາມ​ໃນ​ຄັ້ງນີ້ ມີ​ຂຶ້ນທ່າມກາງ ຄວາມ​ເຄັ່ງ​ຕຶງ​ຄັ້ງໃໝ່​ລະຫວ່າງ ຊາວມຸສລິ​ມ ​ແລະ ຄຣິສຕຽນ ​ແລະ ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ ເຂົ້າ​ຍຶດ​ເອົາ​ຫລາຍໆເຂດ ໃນ​ອີຣັກ ​ແລະ ຊີ​ເຣຍ ​ຊຶ່ງພັກ​ດັນ​ໃຫ້ພວກອົບພະຍົບ ​ປະມານ 1 ລ້ານ 6 ​ແສນ ຄົນ ຂ້າມ​ຊາຍ​ແດນເຂົ້າ​ໄປ​ໃນ​ປະ​ເທດ​ເທີ​ກີ.

​ບັນດາເຈົ້າໜ້າ​ທີ່ Vatican ກ່າວ​ວ່າ ພະ​ສັນຕະປາປາ Francis ຈະ​ບໍ່​ຖື​ເບົາ​ ໃນ​ການ​ປະນາມ​ຕໍ່ການກໍ່ຄວາມ​ຮຸນ​ແຮງ ​ໃນ​ນາມ​ ພະຜູ້​ເປັນ​ເຈົ້າ ຫຼື ສະແດງຄວາມ​ເປັນ​ຫ່ວງ​ເປັນ​ໃຍ ສຳ​ຫລັບ ຊາວ​ຄຣິສຕຽນ ທີ່​ຕົກ​ເປັນເປົ້າໝາຍ ຂອງ​ພວກ​ຫົວ​ຮຸນ​ແຮງ​ຈັດ.

Vatican ຍັງກ່າວອີກ​ວ່າ ພະ​ສັນຕະປາປາ Francis ຈະ​ບໍ່ພົບ​ປະ​ກັບ ບັນດາ​ກຸ່ມ​ອົບ​ພະຍົບ​ໃດໆ ​ດັ່ງທີ່ພະ​ອົງ​ໄດ້​ກະທຳ​ໄປ​ ໃນ​ການ​ເດີນທາງ ​ໄປຍັງ​ຂົງ​ເຂດ​ດັ່ງກ່າວ​ຄັ້ງກ່ອນ.

​ໃນ​ດ້ານເທັກນິກ​ແລ້ວ ​ເຫດຜົນ​ອັນ​ແທ້​ຈິງ ສຳ​ຫລັບ​ການ​ເດີນທາງໄປ​ຢ້ຽມ​ຢາມ ໃນ​ຄັ້ງນີ້ ​ແມ່ນເພື່ອ​ໃຫ້ ພະ​ສັນຕະປາປາ Francis ​ໄດ້ມີ ໂອກາດ​ພົບພໍ້ກັບຜູ້ນຳສາສະໜາ​ຄຣິສຕຽນ ນິກາຍ Orthodox ຂອງໂລກ ຄືພະ​ສັງຄະ​ລາດ Bartholomew ນັ້ນ​ເອງ.

POPE FRANCIS TURKEY VO
please wait

No media source currently available

0:00 0:00:44 0:00

XS
SM
MD
LG