ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພະຍຸເຂດຮ້ອນ Erika ເຮັດໃຫ້ ມີຜູ້ເສຍຊີວິດ 20 ຄົນ ທີ່ ເກາະ Dominica


ລົມແຮງ ແລະຟອງທະເລ ຖະຫລົ່ມແຄມຝັ່ງເມືອງ Santo Domingo ໃນສາທາລະນະລັດ Dominican.
ລົມແຮງ ແລະຟອງທະເລ ຖະຫລົ່ມແຄມຝັ່ງເມືອງ Santo Domingo ໃນສາທາລະນະລັດ Dominican.

ພາຍຸ​ເຂດ​ຮ້ອນ Erika ​ໄດ້ພາໃຫ້ເກີດ​ຝົນຕົກ​ໜັກ ທີ່ເກາະ
Dominica ໃນທະເລ Carribean ເຮັດ​ໃຫ້ 20 ຄົນ​ເສ​ຍຊີວິດ.

ນາຍົກລັດຖະມົນຕີ Dominica ທ່ານ Roosevelt Skerrit
ກ່າວ​ໃນ​ວັນ​ສຸກ​ວານ​ນີ້​ວ່າ ພາຍຸ Erika ​ໄດ້​ນຳ​ເອົາ “ຄວາມ​ພິ
ນາດ​ຄັ້ງໃຫຍ່" ມາ​ສູ່​ເກາະ​ນ້ອຍໆ ທີ່ມີພື້ນທີ່ພຽງແຕ່ 751
ຕາລາງ​ກິ​ໂລ​ແມັດ ແລະ​ມີ​ປະຊາກອນ​ເກືອບ 75,000 ຄົນ.

ທ່ານ Skerrit ​ກ່າວ​ຫລັງ​ຈາກໄດ້ສຳ​ຫລວດເບິ່ງຄວາມເສຍ
ຫາຍຢູ່​ເກາະດັ່ງກ່າວວ່າ“ພາບຄວາມເສຍ​ຫາຍ ​ທີ່​ຂ້າພະ​ເຈົ້າ
ເຫັນໃນມື້​ນີ້ ຂ້າພະ​ເຈົ້າຢ້ານ​ກົວ ອາດ​ຈະ​ເຮັດ​ໃຫ້ຂັ້ນຕອນ
ການ​ພັດທະນາ ຖອຍກັບ​ຄືນ​ຫລັງໄປອີກ 20 ປີ”.

ນາຍົກລັດຖະມົນຕີ Skerrit ກ່າວຕື່ມວ່າ ​“ຫລາຍ​ຮ້ອຍ​ຫລັງຄາ​ເຮືອນ ຂົວແລະ ​ຖະໜົນ​ຫົນທາງ​ຈຳນວນນຶ່ງໄດ້​ຖືກ​ທຳລາຍ. ພວກ​ເຮົາຕ້ອງ ​ໂດຍພື້ນຖານແລ້ວ ຕ້ອງໄດ້ບູລະນະ
ສ້າງສາ Dominica ຄືນ​ໃໝ່.”

ພາຍຸ Erika ຍັງ​ໄດ້​ເຮັດ​ໃຫ້​ຝົນຕົກ​ໜັກ ທີ່ສາທາລະນະລັດ Dominica ​ໃນ​ວັນ​ສຸກວານນີ້
​ແລະ​ເລີ້ມເຄື່ອນເຂົ້າສູ່​ເກາະ Haiti ​ໃນ​ຂະນະ​ທີ່​ພາຍຸ​ອ່ອນ​ກຳລັງ​ລົງ. Haiti ​ໄດ້​ເປີດທີ່​ພັກ
​ພາ​ອາ​ໄສ​ສຸກ​ເສີນ ຢູ່ໃນ​ທົ່ວ​ປະ​ເທ​ດ.

ມີການພະຍາກອນວ່າ ພາຍຸ Erika ​ຈະ​ພັດຜ່ານຄິວບາ ໃນ​ວັນ​ເສົາ​ມື້​ນີ້ ​ແລະ​ອາດ​ຈະ​ໄປ
​ເຖິງລັດ Florida ໃນພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ ສະຫະລັດ ​ໃນ​ວັນ​ຈັນ​ຈະ​ມາ​ເຖິງນີ້.

ຜູ້​ປົກຄອງ​ລັດ Florida ທ່ານ Rick Scott ​ໄດ້​ປະກາດ ພາວະ​ສຸກ​ເສີນ ​ໃນ​ວັນ​ສຸກ​ວານ​ນີ້.
ປະຊາຊົນ​ໃນ​ທົ່ວ​ລັດ Florida ພາກັນ​ກວດ​ຊື້ເອົາອາຫານ​ ​ແລະ​ເຄື່ອງ​ໃຊ້​ສອຍຕ່າງໆ
ຈາກຮ້ານ​ຄ້າ ທີ່​ເປັນເຄື່ອງໃຊ້​ສຸກ​ເສີນ ​ແລະ​ນຳ້ດື່ມ.

​ໃນ​ຂະນະ​ດຽວກັນ ຢູ່​ທີ່ມະຫາສະມຸດປາຊິ​ຟິກ ເຮີຣິເຄນ Ignacio ກໍຄາດ​ວ່າ​ຈະ​ເພີ້​ມກຳ
ລັງຂຶ້ນ​ກ່ອນຈະພັດເຂົ້າຖະຫລົ່ມ ບັນດາ​ເກາະຕ່າງໆໃນລັດ​ຮາ​ວາຍ ​ໃນ​ວັນ​ຈັນຈະ​ມາ​ເຖິງ​ນີ້.

Storms
please wait
Embed

No media source currently available

0:00 0:01:26 0:00

XS
SM
MD
LG