ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

12 ປະເທດ ລົງນາມແລກປ່ຽນການຄ້າ ຂົງເຂດປາຊິຟິກ ແຕ່ຍັງມີສິ່ງກີດຂວາງຢູ່ຂ້າງໜ້າ


12 Pacific Rim Countries Sign TPP Trade Deal, But Roadblocks Remain
please wait

No media source currently available

0:00 0:02:22 0:00

ບັນດາ​ 12 ປະ​ເທດຈາກ​ຂົງ​ເຂດ​ແຄມ​ຝັ່ງ​ມະຫາ​ສະມຸດ​ປາຊິ​ຟິກ
​ໄດ້​ຈັດ​ຕັ້ງໃນ​ອັນ​ທີ່​ອາດ​ຈະ​ກາຍ​ມາ​ເປັນກຸ່ມ​ການ​ຄ້າ​ໃຫຍ່​ທີ່​ສຸດ
​ໃນ​ໂລກ. ຫຼັງ​ຈາກ​ໄດ້​ມີ​ການ​ເຈລະຈາ​ກັນ​ມາ​ເປັນ​ເວລາດົນກວ່າ
​ຫ້າ​ປີ​ແລ້ວ ​ບັນດາ​ລັດຖະມົນຕີ ຈາກ ອອສ​ເຕຣ​ເລຍ ບຣູ​ນາຍ
ກາ​ນາ​ດາ ຊີ​ເລ ຍີ່ປຸ່ນ ມາ​ເລ​ເຊຍ ເມັກຊິ​ໂກ ນິວຊີ​ແລນ​ ​ເປຣູ
ສິງ​ກະໂປ ຫວຽດນາມ ​ແລະ ສະຫະລັດ ກໍ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່
ນະຄອນ Auckland ປະ​ເທດ New Zealand ​ໃນ​ວັນ​ພະຫັດ
ແລ້ວນີ້ ​ເພື່ອ​ເຊັນຂໍ້ຕົກລົງ​ການ​ຄ້າ​ພາຄີ​ຂ້າມ​ມະຫາ​ສະມຸດ​ປາຊີ​
ຟິກ​ ຫຼື TPP. ​ແຕ່ ​ດັ່ງ​ທີ່ Mil Arcega ລາຍ​ງານມາ ຂໍ້​ຕົກລົງ
ການ​ຄ້າ​ເສລີ​ດັ່ງກ່າວ ຍັງ​ຈະປະ​ເຊີນ​ໜ້າ ​ກັບ​ອຸບປະສັກ ​ຫລາຍ
​ຢ່າງ ກ່ອນ​ທີ່ຈະ​ກາຍເປັນຂໍ້​ຕົກລົງ​ທີ່​ສົມບູນ​ແບບ. ກິ່ງ​ສະ​ຫວັນ
ມີ​ລາຍ​ລະອຽດ ​ມາສະ​ເໜີ​ທ່ານ.

ດ້ວຍ​ການຄ້າທີ່​ມີ​ມູນ​ຄ່າຮວມ​ຫລາຍ​ກວ່າເຄິ່ງພັນ​ຕື້​ໂດ​ລາ 12 ປະ​ເທດ​ ທີ່​ປະກອບ​ເປັນ
TPP ຈຶ່ງມີ​ຄວາມ​ຮັບຜິດຊອບ 40 ​ເປີ​ເຊັນ​ຂອງ​ເສດ​ຖະກິດ​ໂລກ. ສຳລັບ​ບັນດາບໍລິສັດ​
ຕ່າງໆ ​ຂອງສະຫະລັດ ມັນ​ເປັນ​ໂອກາດ​ທີ່​ຈະ​ໄດ້​ຂາຍ​ຜະລິດ​ຕະພັນຕື່ມ​ຂຶ້ນ ​ແລະ​ສຳລັບ
ປະທານາທິບໍດີ​ທີ່ຢູ່​ໃນ​ຕຳ​ແໜ່​ງ ​ເປັນປີ​ສຸດ​ທ້າຍ​ ມັນແມ່ນໂອກາດ ​ທີ່​ຈະໄດ້ຂະຫຍາຍ​ຊື່​
ສຽງ​ຂອງ​ທ່ານ ​ແລະ​ຕ້ານ​ຢັນອິດທິພົນທີ່​ເພີ້ມຂຶ້ນຂອງ​ຈີນ​ ຢູ່ໃນເຂດ​ມະຫາ​ສະມຸດ
ປາຊີ​ຟິກ.

ປະທານ​າທິບໍດີ ສະຫະລັດ ທ່ານ Barack Obama ກ່າວ​ວ່າ “ຍ້ອນ ຂໍ້​ຕົກລົງ ​TPP ນີ້
ຈີນ ບໍ່​ໄດ້ເປັນ​ຜູ້ຕັ້ງ​ກົດ​ລະບຽບ​ຢູ່​ໃນ​ຂົງ​ເຂດ​ດັ່ງກ່າວ ​ແມ່ນ​ພວກ​ເຮົາ​ເປັນ​ຜູ້ຕັ້ງ ທ່ານ​
ຕ້ອງການ​ຢາກ​ສະ​ແດງ​ໃຫ້​ເຫັນ​ ຄວາມ​ແຂງ​ແຮງ​ຂ​ອງພວກ​ເຮົາ ​ຢູ່​ໃນສັດ​ຕະຫວັດ
ໃໝ່ນີ້ບໍ? ຈົ່ງຮັບຮອງ​ເອົາຂໍ້​ຕົກລົງ​ດັ່ງກ່າວ​ນີ້. ​ເອົາ​ເຄື່ອງມື​ໃຫ້​ພວກ​ເຮົາ​ເພື່ອໃຊ້ບັງຄັບ.”

ຂໍ້​ຕົກລົງ TPP ອາດຈະ​ຍົກ​ເລີກການ​ເກັບ​ພາສີ​ສຳລັບຜະລິດ​ຕະພັນ​ສະຫະລັດຫລາຍ
ພັນ​ຢ່າງແລະ​ສ້າງມາດຕະຖານ​ຮ່ວມ​ທາງ​ດ້ານ​ການ ຄ້າ. ​ແຕ່​ບໍ່​ແມ່ນ​ວ່າ​ ​ໂດຍ​ທີ່ພວກ​
ປະ​ທ້ວງ ​ຢູ່​ໃນ​ທົ່ວ​ໂລກ ​ໄດ້​ສະ​ແດງ ຄວາມ​ເຫັນຂອງ​ເຂົາ​ເຈົ້າ.

​ໃນ​ນະຄອນ Santiago ປະເທດ Chile ພວກ​ຊາວນາ​ພາກັນ​ເປັນ​ຫ່ວງ​ ກ່ຽວກັບ​ຜົນ​
ກະທົບ ຕໍ່​ມາດຕະຖານ​ໃໝ່​ໃນ​ດ້ານ​ເທັກ​ໂນ​ໂລ​ຈີຊີວະ​ພາບຫລື biotech.

​ໃນ​ນະຄອນ Kuala Lumpur ພວກ​ປະ​ທ້ວງກ່າວ​ອ້າງ​ວ່າ ສະຫະລັດ ຕ້ອງການ​ຄວບ
ຄຸມທຸລະ​ກິດ ຢູ່​ໃ​ນມາ​ເລເຊຍ. ​ແລະ ທີ່ວໍຊິງ​ຕັນ ບ່ອນ​ທີ່​ບັນດາ​ນັກ​ເຄື່ອນ​ໄຫວ ​ໄດ້​ເຕົ້າ
​ໂຮມ​ກັນທ່າມກາງ​ສາຍ​ຝົນທີ່​ຕົກລົງ​ມາ ຢ່າງ​ໜັກ ກ່າວ​ວ່າ TPP ​ເປັນໂຕ​ຢ່າງນຶ່ງໃນ​
ຄວາມ​ໂລບ​ຂອງບໍລິສັດ​ທີ່​ເຫັນ​ແກ່​ໂຕຢ່າງ​ບ້າ​ຄັ່ງທີ່​ສຸດ.

TPP ​ແມ່ນ​ບາດກ້າວ​ໜຶ່ງ​ໄປ​ສູ່​ທິດ​ທາງ ​ຂອງການ​ຜະ​ເດັດ​ການ​ໂດຍ​ບໍລິສັດ​ ການ​ຜະ
​ເດັດ​ການ​ຂອງ​ບໍລິສັດ​ໂລກ ແລະ​ຂ້າພະ​ເຈົ້າຮູ້ສຶກ​ວ່າ​ເປັນຄື​ກັບ​ການ​ສິ້ນ​ສຸດລົງ​ຂອງ
ປະຊາທິປະ​ໄຕ ​ຢູ່ໃນ​ປະ​ເທດຕ່າງໆ.”

ສ່ວນ​ກຸ່ມ​ແຮງ​ງານຕ່າງໆ ກ່າວອ້າ​ງວ່າ ຂໍ້​ຕົກລົງ TPP ຫັກຫລັງ​ບັນ ດາ​ພວກ​ແຮງ​ງານ
ອາ​ເມຣິກັນ​ແລະ​ທຸລະ​ກິດ​ຕ່າງໆ​ທີ່ຈະ​ບໍ່ສາມາດ​ແຂ່ງ ຂັນ​ກັບບັນ​ດາ​ປະ​ເທດ ທີ່ຈ່າຍຄາ
​ແຮງ​ງານ​ຕໍ່າ. ​ຜູ້ຕາງ​ໜ້າ​ທາງ​ດ້ານ ການ​ຄ້າສະຫະລັດ ທ່ານ Michael Froman ກ່າວ​
ວ່າ ນັ້ນ​ບໍ່​ເປັນ ຄວາມຈິງ ຂໍ້​ຕົກລົງ TPP ຈະເສີມ​ຂະຫຍາຍ​ ການ​ສົ່ງ​ອອກສິນຄ້າ ​ແລະ​
ເພີ້ມ 100 ພັນ​ລ້ານ​ໂດ​ລາ ເຂົ້າ​ໃສ່ເສດຖະກິດສະຫະລັດ ໃນ ແຕ່ລະ​ປີ.

ທ່ານ Froman ຜູ້​ຕາງໜ້າດ້ານ​ການ​ຄ້າ ສະຫະລັດ ກ່າວ​ວ່າ “​ໂດຍ ​ຜ່ານ​ຂໍ້​ຕົກລົງ​ການ​
ຄ້າ​ດັ່ງກ່າວ​ນີ້ ພວກ​ເຮົາ​ສາມາດ​ຫລຸດ​ຜ່ອນສິ່ງກີດ​ກັ້ນ​ແກ່ຕະຫລາດ​ອື່ນໆ ຫລຸ​ດຜ່ອນພາ
ສີ​ທີ່​ສູງ​ກວ່າຫຼາຍ​ຢູ່​ຍີ່ປຸ່ນ ຫວຽດນາມ ມາ​ເລ​ເຊຍ ​ແລະ​ອື່ນໆ ​ເພື່ອ​ໃຫ້​ພວກ​ເຮົາ​ສາມາດ
​ເຂົ້າ​ໄປ​ຫາ​ບັນດາ​ຕະ ຫລາດ​ເຫລົ່ານັ້ນ​ໄດ້ ຍົກລະດັບ​ມາດຕະຖານຢູ່​ໃນ​ບັນດາ​ປະ​ເທດ
​ເຫລົ່າ ​ນັ້ນ ​ເພື່ອ​ວ່າພວກ​ເຮົາຈະ​ມີ​ໂອກາດ​ແຂ່ງຂັນ ​ໃນລະດັບທີ່​ເທົ່າ​ທຽມ​ກັນ ຫຼາຍຂຶ້ນ​ທີ່ພວກ​ເຮົາ​ສາມາດ​ແຂ່ງຂັນ​ໄດ້ ພວກ​ເຮົາ​ຈະ​ເພີ້​ມການ​ສົ່ງ​ອອກຂອງ​ພວກ​ເຮົາ.
'

ນາຍົກລັດຖະມົນຕີ New Zealand ທ່ານ John Key,ຂວາ, ກ່າວຕໍ່ບັນດາຜູ້ຕາງໜ້າ ທີ່ມາຈາກປະເທດ TPP.
ນາຍົກລັດຖະມົນຕີ New Zealand ທ່ານ John Key,ຂວາ, ກ່າວຕໍ່ບັນດາຜູ້ຕາງໜ້າ ທີ່ມາຈາກປະເທດ TPP.

ແຕ່​ວ່າ​ຫລາ​ຍໆຄົນ​ຈະ​ບໍ່​ພາກັນ​ຊື້. ​ພວກ​ປະ​ທ້ວງ​ເວົ້າວ່າ “​ເຂົາ​ເຈົ້າເວົ້າ ​ຂີ້​ຕົວະແບບ​ເກົ່າ
ຊໍ້າ​ແລ້ວ​ຊໍ້າອີກ.”

​ແມ່ນ​ແຕ່ ​ໃນ​ຂະນະ​ທີ່ບັນດາ​ລັດຖະມົນຕີ​ການ​ເງິນຈາກບັນດາ​ປະ​ເທດ ທີ່​ເຂົ້າ​ຮ່ວມ​ຂໍ້​ຕົກ
ລົງ TPP ​ເຊັນຂໍ້​ຕົກລົງດັ່ງກ່າວ​ຢູ່ New Zealand ກໍ​ຕາມ ​ໃນການ​ຄາດຄະ​ເນຢ່າງ​ລະ
​ມັດ​ລະວັງແລ້ວ ​ແນະ​ໃຫ້​ເຫັນ​ວ່າ​ຂໍ້ ຕົກລົງທີ່​ສົມບູນ​ແບບ ຍັງ​ຈະ​ຕ້ອງໃຊ້​ເວລາ​ອີກ​ຢ່າງ​
ນ້ອຍ​ 2 ປີ. ບັນດາ​ນັກ​ກົດໝາຍຢູ່​ໃນປະ​ເທດທີ່​ເປັນ​ພາຄີ​ຂອງ TPP ຍັງ​ຕ້ອງ​ໄດ້​ຫົບ
ທວນ​ເບິ່ງ ກົດ​ລະບຽບ​ໃໝ່ຫລາຍ​ພັນ​ໜ້າ ​ແລະ​ເຖິງ​ແມ່ນ​ວ່າ ​ໄດ້​ຮັບ​ແຮງກະ​ຕຸ້ນ​ໂດຍ
ປະທານາທິບໍດີສະຫະລັດ ບັນດາ​ນັກວິ​ເຄາະ​ກ່າວ​ວ່າ ການ​ຮັບ ຮອງ​ເອົາ​ໂດຍ​ລັດຖະ​
ສະພາຢູ່​ໃນ​ປີ​ການ​ເລືອກ​ຕັ້ງ​ນີ້​ແມ່ນ​ຍັງ​ມີ​ຄວາມ​ສົງ​ ໄສເປັນ​ຢ່າງ​ສູງ. ​

ບັນດາພວກປະທ້ວງ ຕ້ານການເຊັນຂໍ້ຕົກລົງ​ການ​ຄ້າ​ພາຄີ​ຂ້າມ​ມະຫາ​ສະມຸດ​ປາຊີ​ຟິກ​ ຫຼື TPP ທີ ເມືອງ Auckland, New Zealand, ທີ່ 4, 2016.
ບັນດາພວກປະທ້ວງ ຕ້ານການເຊັນຂໍ້ຕົກລົງ​ການ​ຄ້າ​ພາຄີ​ຂ້າມ​ມະຫາ​ສະມຸດ​ປາຊີ​ຟິກ​ ຫຼື TPP ທີ ເມືອງ Auckland, New Zealand, ທີ່ 4, 2016.
XS
SM
MD
LG