ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

7 ຄົນ ເສຍຊີວິດ ຍ້ອນລົດໄຟ ຕຳລົດນ້ອຍ ນອກນະຄອນ ນີວຢອກ


ພະນັກງານຊ່ອຍກູ້ໄພສຸກເສີນ ດຳເນີນງານ ຢູ່ໃນເຂດເກີດອຸບັດເຫດ ລົດໄຟຕຳລົດນ້ອຍ ໃນເຂດ Valhalla ລັດນີວຢອກ, ວັນທີ 3 ກຸມພາ 2015
ພະນັກງານຊ່ອຍກູ້ໄພສຸກເສີນ ດຳເນີນງານ ຢູ່ໃນເຂດເກີດອຸບັດເຫດ ລົດໄຟຕຳລົດນ້ອຍ ໃນເຂດ Valhalla ລັດນີວຢອກ, ວັນທີ 3 ກຸມພາ 2015

ປະຊາຊົນ 7 ຄົນ​ເສຍ​ຊີວິດ ຫຼັງ​ຈາກ​ລົດ​ໄຟ​ຂົນ​ສົ່ງ​ມວ​ນຊົນ​ທີ່ແອ
ອັດໄປດ້ວຍຜູ້ຄົນຂະ​ບວນນຶ່ງ ທີ່​ແລ່ນ​ຈາກ​ນະຄອນ​ນີວຢອກ
​ໄດ້​ແລ່ນ​ຕຳ​ລົດ​ນ້ອຍ​ຄັນ​ນຶ່ງ ທີ່​ກຳລັງ​ຕິດ​ຄາ​ຢູ່​ໃນ​ລາງ​ລົດ​ໄຟ​ນັ້ນ.

ອຸບັດ​ເຫດດັ່ງກ່າວ​ໄດ້​ເກີດ​ຂຶ້ນ​ໃນ​ແລງ​ວັນ​ອັງຄານ​ວານ​ນີ້ ຢູ່​ຫ່າງ​
ຈາກ​ນະຄອນ​ນີວຢອກ ​ໄປ​ທາງ​ທິດ​ເໜືອ​ປະມານ 20 ຫຼັກ​ກິ​ໂລ​
ແມັດ ​ໃນ​ຂະນະ​ທີ່​ລົດ​ໄຟ​ສາຍ​ເໜືອ ​ໃນ​ເຂດ​ເທດສະບານ​ຫຼື
Metro-North Railroad ​ແລ່ນ​ມຸ້ງ​ໜ້າ​ໄປ​ຍັງ​ເມືອງ​ນ້ອຍ Was
saic ​ນັ້ນ.​

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ລົດ SUV ຄັນ​ນີ້ ​ໄດ້​ຕິດ​ຄາ​ຢູ່​ໃນ​ລາງ​ລົດ​ໄຟ ຫຼັງ​ຈາກ​ແລ່ນຂ້າມ
ທາງລົດ​ໄຟ . ຂະ​ບວນລົດ​ໄຟ​ດັ່ງກ່າວ​ໄດ້ແລ່ນ​ຕຳ​ລົດ​ ແລະ​ໄດ້ຍູ້​ລົດ​ຄັນ​ນີ້ ​ໄປໄກປະມານ​
10 ຕູ້ລົດໄຟກ່ອນ​ລົດ​ທັງ​ສອງ​ຄັນ​ເກີດ​ໄຟ​ໄໝ້​ຂຶ້ນ.

ທ່ານ Andrew Cuomo ຜູ້​ປົກຄອງ​ລັດ​ນີວຢອກ ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ ຄົນ​ຂັບ​ລົດ SUV ພ້ອມ​ດ້ວຍ​ຄົນນັ່ງ​ຢູ່​ໃນ​ລົດ 6 ຄົນ​ເສຍ​ຊີວິດ​ໃນ​ອຸ​ບັດເຫດ​ຄັ້ງນີ້. ຢ່າງ​ນ້ອຍ​ພວກ​ຄົນ​ໂດຍສານ​ຈຳນວນ 10 ກວ່າຄົນ​ໃນ​ລົດ​ໄຟ​ໄດ້​ຮັບ​ບາດ​ເຈັບ.

ສາຍ​ລົດ​ໄຟ Metro-North Railroad ​ໄດ້​ປະ​ສົບກັບ​ອຸ​ບັດ​ເຫດ​ຕຳ​ກັນ​ມາ​ຫຼາຍ​ຄັ້ງ​ໃນ​ຫວ່າງ​ບໍ່​ເທົ່າ​ໃດ​ປີຜ່ານມາ ຮວມທັງ​ແລ່ນ​ຕົກ​ລາງ​ໃນ​ປີ 2013 ທີ່​ເຮັດ​ໃຫ້​ພວກ​ຄົນ​ໂດຍ
ສານ 4 ຄົນ​ເສຍ​ຊີວິດ. ລາຍ​ງານ​ສະບັບ​ນຶ່ງ​ໂດຍ​ອົງການ​ວ່າ​ດ້ວຍ​ຄວາມ​ປອດ​ໄພ​ໃນ​ການ​ຂົນ​ສົ່ງ​ແຫ່ງ​ຊາດ​ໃນ​ປີ​ແລ້ວ​ນີ້ ​ໄດ້​ຕຳ​ໜິຕິຕຽນ​ຢ່າງ​ໜັກສາຍ​ລົດ​ໄຟດັ່ງກ່າວ ຊຶ່ງ​ໄດ້​ບັນທຸກ​ຄົນ​ໂດຍສານ​ຫຼາຍ​ແສນ​ຄົນ​ໃນ​ແຕ່​ລະ​ມື້ ລະຫວ່າງ​ນະຄອນ​ນີວຢອກ​ໄປ​ຫາ​ລັດ Con-
necticut ນັ້ນ.

nyccommutercrash4february15
please wait

No media source currently available

0:00 0:00:55 0:00

XS
SM
MD
LG