ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

3 ເມືອງນ້ອຍໆໃນລັດ New Hampshire ເປີດສາກ ​ການ​ເລືອກ​ຕັ້ງຂັ້ນຕົ້ນ ປ. ສະຫະລັດ


New Hampshire Voting
please wait
Embed

No media source currently available

0:00 0:01:34 0:00

ການ​ເລືອກ​ຕັ້ງຂັ້ນຕົ້ນ ​ໃນລັດ New Hampshire

ພວກຜູ້ມີສິດປ່ອນບັດໃນ 3 ເມືອງນ້ອຍໆ ໄດ້ລົງຄະແນນສຽງ
ໃນນາທີທຳອິດ ໃນວັນອັງຄານມື້ນີ້ ທີ່ເປັນການເປີດສາກ ​
ເລີ້ມການ​ເລືອກ​ຕັ້ງຂັ້ນຕົ້ນຂອງປະທານາທີີບໍດີສະຫະລັດ
ໃນລັດ New Hampshire ທາງພາກຕາເວັນອອກສຽງເໜືອ
ຂອງສະຫະລັດ.

ມະຫາເສດຖີພັນລ້ານ ທ່ານ Donald Trump ສັງກັດ​ພັກ Republican, ສະ​ແດງ​ທ່າ​ທີ​ຕໍ່​ພວກ​ທີ່​ສະໜັບສະໜຸນ​ທ່ານ ຂໍ​ລາຍ​ເຊັນ​ໃນມະ​ຫາ​ວິທະຍາ​ໄລ Plymouth ​ໃນ Plymouth, New Hampshire, 7 ກຸມພາ, 2016.
ມະຫາເສດຖີພັນລ້ານ ທ່ານ Donald Trump ສັງກັດ​ພັກ Republican, ສະ​ແດງ​ທ່າ​ທີ​ຕໍ່​ພວກ​ທີ່​ສະໜັບສະໜຸນ​ທ່ານ ຂໍ​ລາຍ​ເຊັນ​ໃນມະ​ຫາ​ວິທະຍາ​ໄລ Plymouth ​ໃນ Plymouth, New Hampshire, 7 ກຸມພາ, 2016.

ໃນເມືອງ Dixville Notch ຜູ້ປົກຄອງລັດ Ohio ທ່ານ John
Kasich
ໄດ້ຮັບ 3 ຄະແນນ ພຽງພໍທີ່ຈະຊະນະ 2 ຄະແນນຂອງ
ມະຫາເສດຖີພັນລ້ານ ທ່ານ Donald Trumpໃນການເລືອກຕັ້ງ
ຂອງພັກ Republican. ທ່ານ Bernie Sanders ສະມາຊິກ
ສະພາສູງຈາກລັດ Vermont ໄດ້ຮັບ 4 ຄະແນນ ຈາກພັກ
Democrats.

ສະມາຊິກສະພາສູງຈາກລັດ Vermont ທ່ານ Bernie Sanders ສັງກັດ​ພັກ Democrats ຂຶ້ນ​ກ່າວ ​ໃນ​ວິທະຍາ​ໄລ Great Bay ​ໃນ​ເມືອງ Portsmouth, New Hampshire, 7 ກຸມພາ, 2016.
ສະມາຊິກສະພາສູງຈາກລັດ Vermont ທ່ານ Bernie Sanders ສັງກັດ​ພັກ Democrats ຂຶ້ນ​ກ່າວ ​ໃນ​ວິທະຍາ​ໄລ Great Bay ​ໃນ​ເມືອງ Portsmouth, New Hampshire, 7 ກຸມພາ, 2016.

ທ່ານ Kasich ແລະທ່ານ Sanders ກໍເປັນຜູ້ຊະນະ ຢູ່ທີ່ເມືອງ Hart.

ອະດີດລັດຖະມົນຕີການຕ່າງປະເທດ ທ່ານນາງ Hillary Clinton
ໄດ້ຮັບຄວາມນິຍົມທີ່​ດີ​ຂຶ້ນໃນເມືອງ Millsfield ຊຶ່ງຊະນະທ່ານ
Sanders 2 ຕໍ່ 1 ໃນຂະນະທີ່ສະມາຊິກສະພາສູງຈາກລັດ
Texasທ່ານ Ted Cruz ໄດ້ຮັບຄະແນນ 9 ຊະນະທ່ານ Trump
ທີ່​ໄດ້​ຮັບ 3 ຄະ​ແນນ.

ສະມາຊິກສະພາສູງຈາກລັດ Texas Ted Cruz ສັງກັດ​ພັກ Republican ຢືນຫົວຈາກ​ຄຳ​ຖາມ​ຂອງ​ເດັກ​ຊາຍ​ອາຍຸ 9 ຂວບ ​ໃນ​ການຫາ​ສຽງ​ສົນທະນາ ​ແບບຖາມ​ຕອບ ​ໃນ​ເມືອງ Peterborough, New Hampshire, 7 ກຸມພາ, 2016.
ສະມາຊິກສະພາສູງຈາກລັດ Texas Ted Cruz ສັງກັດ​ພັກ Republican ຢືນຫົວຈາກ​ຄຳ​ຖາມ​ຂອງ​ເດັກ​ຊາຍ​ອາຍຸ 9 ຂວບ ​ໃນ​ການຫາ​ສຽງ​ສົນທະນາ ​ແບບຖາມ​ຕອບ ​ໃນ​ເມືອງ Peterborough, New Hampshire, 7 ກຸມພາ, 2016.

ການລົງບ່ອນບັດ​ໃນວັນອັງຄານມື້ນີ້ ການ​ຢັ່ງ​ຫາງ​ສຽງສະແດງໃຫ້
ເຫັນວ່າທ່ານ Sanders ແມ່ນມີຄະແນນສອງເທົ່າ ນຳໜ້າທ່ານ
ນາງ Clinton ໃນລັດ New Hampshire.

ໃນການແຂ່ງຂັນຂອງພັກ Republican ນັ້ນ ທ່ານ Trump
ແມ່ນມີ​ຄະ​ແນນ​ນຳ​ໜ້າທີ່ສະບາຍໆ ​ໂດຍ​ທີ່ທ່ານ Kasich,
ທ່ານ Cruz ສະມາຊິກສະພາສູງຈາກລັດ Florida ທ່ານ
Marco Rubio ແລະອະດີດຜູ້ປົກຄອງລັດ Florida ທ່ານ Jeb
Bush
​ແມ່ນ​ມີຄະ​ແນນໃກ້​ຄຽງ​ກັນ ​ເພື່ອຍາດ​ເອົາອັນດັບສອງ.

ອະດີດລັດຖະມົນຕີການຕ່າງປະເທດ ທ່ານນາງ Hillary Clinton ສັງກັດ​ພັກ Democrats ​ໃນ​ຂະນະ​ທີ່​ຂຶ້ນ​ກ່າວ ​ໃນເມືອງ Manchester, New Hampshire, 8 ກຸມພາ, 2016.
ອະດີດລັດຖະມົນຕີການຕ່າງປະເທດ ທ່ານນາງ Hillary Clinton ສັງກັດ​ພັກ Democrats ​ໃນ​ຂະນະ​ທີ່​ຂຶ້ນ​ກ່າວ ​ໃນເມືອງ Manchester, New Hampshire, 8 ກຸມພາ, 2016.

XS
SM
MD
LG