ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ພວກແກັ່ງລົດຈັກ ຍິງກັນຕາຍ 9 ຄົນ ຢູ່ເມືອງ Waco ລັດ ເທັກຊັສ


Des danseuses participent à la cérémonie d'ouverture de la Coupe d'Afrique des Nations au Stade de l'Amitie, Libreville, le 14 janvier 2017.
Des danseuses participent à la cérémonie d'ouverture de la Coupe d'Afrique des Nations au Stade de l'Amitie, Libreville, le 14 janvier 2017.

ເກົ້າ​ຄົນ​ໄດ້ເສຍ​ຊີວິດ ​ແລະ​ເກືອບ 20 ຄົນ​ໄດ້​ຮັບ​ບາດ​ເຈັບ ໃນ
ການຍິງຕໍ່ສູ້ກັນ​ລະຫວ່າງ​ແກັ່ງລົດຈັກທີ່ເປັນຄູ່ແຂ່ງ​ຢູ່​ເມືອງ
Waco ລັດ Texas ​ໃນ​ວັນ​ອາທິດ​ທີ່​ຜ່ານ​ມາ ​ຊຶ່ງເປັນ​ການຍິງ
ກັນ​ທີ່​ຮ້າຍ​ແຮງ​ສຸດ​ໃນ​ປະຫວັດ​ສາດສະຫະລັດ​ຫວ່າງ ​ມໍ່ໆ​ມາ​ນີ້.
ເຫດຮ້າຍໃນຄັ້ງນີ້ ໄດ້ພາໃຫ້ມີການ​ເພັ່ງເລັງຄວາມສົນໃຈໃສ່
ໃນ​ອັນ​ທີ່​ຮ້ອງ​ວ່າ ​ແກັ່ງ​ລົດຈັກ ທີ່​ບັນດາ​ເຈົ້າ​ໜ້າ​ທີ່ປະຕິບັດກົດ
ໝາຍກ່າວ​ວ່າ ​ເປັນ​ອັນ​ຕະ ລາຍ​ຂົ່ມຂູ່ຕໍ່​ຄວາມ​ປອດ​ໄພຢ່າງ​ໃຫຍ່ຫລວງຂອງສາທາລະນະຊົນ.

ການ​ຍິງ​ກັນ​ຢູ່​ເມືອງ Waco ​ແມ່ນ​ລະຫວ່າງ​ບັນດາ​ສະມາຊິກ
ແກັ່ງລົດຈັກ​ໃຫຍ່​ທີ່​ຕັ້ງຢູ່ລັດTexas ທີ່ຮ້ອງວ່າ the Bandidos
ແລະ​ບັນດາສະມາຊິກ​ແກັ່ງ​ນ້ອຍ​ກວ່າ ທີ່​ຮ້ອງ​ວ່າ Cossacks. ບັນດາ​ຜູ້​ສືບສວນ​ ​ໄດ້ພົບ​ເຫັນ​ປືນ​ຫລາຍ​ກວ່າ 100 ກະບອກ​ຢູ່​ບ່ອນ​ເກີດ​ເຫດ ​ແລະ​ໄດ້​ຈັບ​ກຸມ​ປະມານ 170 ຄົນ ​
ອີງ​ຕາມ ​ໂຄສົກ​ຕຳ​ຫລວດ​ເມືອງ Waco ສິບ​ເອກ Patrick Swanton.

ທ່ານເວົ້າວ່າ “ຂ້າພະ​ເຈົ້າ​ຈະ​ບອກ​ທ່ານ​ວ່າ ​ໃນ 34 ປີ​ຂອງການເປັນຜູ້​ພິທັກ​ສັນ ຕິ​ລາດ ນີ້
​ເປັນ​ບ່ອນ​ທີ່ກໍ່ຄວາມ​ຜິດ​ທີ່ຂີ້​ຮ້າຍສຸດ ບ່ອນ​ກະທຳ​ຄວາມ​ຜິດ​ທີ່​ຮ້າຍ​ແຮງສຸດ ທີ່​ຂ້າພະ​ເຂົ້າ​ໄດ້​ພົວພັນ​ມາ.”

ທ່ານ Swanton ກ່າວ​ວ່າ ພວກ​ເຈົ້າ​ໜ້າ​ທີ່ ​ໄດ້​ຮູ້​ແລ້ວວ່າ ພວກ​ແກັ່ງ​ໄດ້​ພາກັນ​ໄປເຕົ້າ​ໂຮມ
​ກັນ​ຢູ່​ເມືອງ Waco ​ແລະ​ໄດ້​ຕິດຕາມ​ການ​ເຄຶ່ອນ​ໄຫວ​ຂອງ​ເຂົາ​ເຈົ້າ​ຢ່າງ​ໃກ້ຊິດ ມີ​ໜ່ວຍ
​ຮັກສາ​ການ​ຕຽມ​ພ້ອມ​ຢູ່​ຮ້ານ​ອາຫານ ​ເພື່ອ​ເອົາ​ບົດບາດ ​ໃນ​ກໍລະນີ​ມີການຕໍ່ສູ້ກັນເກີດຂຶ້ນ.

“ພວກ​ເຮົາ​ໂຊກ​ດີ​ທີ່​ສຸດ ທີ່​ມີ​ບັນດາເຈົ້າ​ໜ້າ​ທີ່ ທີ່​ດີ​ເລີດ ​ແລະ​ໄດ້​ຮັບ​ການ​ເຝິກ​ແອບ​ເປັນ​ຢ່າງ​ດີຢູ່​ທີ່​ນີ້. ນັ້ນ​ແມ່ນໜ່ວຍ​ຍຸດ​ທະ​ສາດ​ຂອງ​ພວກ​ເຮົາ ​ເຂົາ​ເຈົ້າ​ມາ​ຢູ່​ທີ່​ນີ້ ດ້ວຍເຫດຜົນ​ທີ່​ເຈາະ
​ຈົງ ທີ່​ພວກ​ເຮົາ​ຮູ້​ວ່າ​ຈະ​ມີ​ບັນ​ຫາ​ເກີດຂຶ້ນຢູ່ໃນການ ເຕົ້າໂຮມກັນຂອງ​ພວກ​ຂີ່​ລົດຈັກ.”

ທ່ານ Swanton ກ່າວ​ວ່າ ບັນດາ​ສະມາຊິກ​ແກັ່ງ ຍັງ​ໄດ້​ຍິງ​ໃສ່​ຕຳຫລວດ ​ແຕ່​ວ່າ ບໍ່​ມີ​ຜູ້​ໃດ
ນອກຈາ​ກສະມາ​ຊິກ​ແກັ່ງ ທີ່​ໄດ້​ຮັບ​ບາດ​ເຈັບ ຫລື​ເສຍ​ຊີວິດ.

Suspects in Texas Shooting Face Murder Charges
please wait

No media source currently available

0:00 0:01:36 0:00

XS
SM
MD
LG