ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫຼາຍພັນຄົນ ໂຮມຊຸມນຸມ ທີ່ເຢຍຣະມັນ ຄັດຄ້ານຕໍ່ ຂໍ້ຕົກລົງການຄ້າເສລີ ລະຫວ່າງສະຫະລັດ ກັບຢູໂຣບ


ປ. Francois Hollande , ປ. ບາຣັກ ໂອບາມາ, ນ.ຍ. David Cameron ແລະ ນ.ຍ Angela Merkel ທີ່ກອງປະຊຸມສຸດຍອດ ກຸ່ມ G20 ທີ່ເມືອງ Brisbane ອອສເຕຣເລຍ. ວັນທີ 16 ພະຈິກ 2014.
ປ. Francois Hollande , ປ. ບາຣັກ ໂອບາມາ, ນ.ຍ. David Cameron ແລະ ນ.ຍ Angela Merkel ທີ່ກອງປະຊຸມສຸດຍອດ ກຸ່ມ G20 ທີ່ເມືອງ Brisbane ອອສເຕຣເລຍ. ວັນທີ 16 ພະຈິກ 2014.

ປະຊາຊົນ​ຫຼາຍ​ພັນ​ຄົນ​ພາກັນ​ເດີນ​ຂະ​ບວນ​ໃນ​ທົ່ວ​ເຢຍຣະມັນ
ໃນ​ວັນ​ເສົາ​ວານ​ນີ້ ​ເພື່ອ​ທຳ​ການ​ປະ​ທ້ວງ​ຕໍ່​ຂໍ້​ຕົກລົງ​ວ່າ​ດ້ວຍ​
ການ​ຄ້າ​ເສລີ ​ທີ່​ໄດ້​ມີ​ການວາງ​ແຜນ​ໄວ້ ລະຫວ່າງ​ຢູ​ໂຣບ​ກັບ
​ສະຫະລັດ​ນັ້ນ.

ການ​ປະ​ທ້ວງ ທີ່​ຖືກ​ຕັ້ງ​ຊື່​ວ່າ “​ວັນ​ປະຕິບັດ​ການ​ໂລກ” ໄດ້
ມີ​ຂຶ້ນ ​ກ່ອນ​ການ​ໂອ້​ລົມ​ສົນທະນາ​ກັນ​ຮອບ​ໃໝ່​ອວ່າ​ດ້ວຍ​ພາ
ຄີການ​ຄ້າ​ ແລະ​ການ​ ​ລົງທຶນ ຂ້າມ​ມະຫາ​ສະມຸດ​ແ​ອັດແລນ
ຕິກ ​ ຫຼື TTIP ​ເລີ້​ມຂຶ້ນ​ທີ່ ນະຄອນ​ນີວຢອກ​ໃນ​ວັນ​ຈັນ​ມື້​ອື່ນ​ນີ້.

ການ​ຄັດຄ້ານ​ຕໍ່​ຂໍ້​ຕົກລົງ​ດັ່ງກ່າວ ​ແມ່ນ​ຮວມຈຸດ​ໃສ່​ຄວາມ​ເປັນ​
ຫ່ວງ​ທີ່​ວ່າ ມັນ​ຈະ​ເຮັດ​ໃຫ້​ຄຸນ​ນະພາ​ບຂອງ​ອາຫານ​ ​ແລະມາດຕະຖານຄວາມ​ປອດ​ໄພ​ອື່ນໆ​ ຕໍ່າ ລົງ.

ທີ່​ເຢຍຣະມັນ ມັນ​ຍັງສະທ້ອນ​ເຖິງ​ການ​ຕໍ່ຕ້ານ​ອະ​ເມຣິກາ ​ຫຼາຍ​ຂຶ້ນ​ເຊັ່ນ​ກັນ ຊຶ່ງຄວາມ​
ຮູ້ສຶກ​ຕ່າງໆ​ເຫຼົ່າ​ນີ້ ​ໄດ້​ເພີ້​ມທະວີ​ຂຶ້ນ​ ສ່ວນໜຶ່ງ​ກໍ​ຍ້ອນ​ຂ່າວ​ທີ່​ເປີດ​ເຜີຍ​ອອກ​ມາ ກ່ຽວ​ກັບ​ການ​ສອດ​ແນມ​ຂອງ​ສະຫະລັດ ຮວມທັງ​ການ​ດັກ​ຟັງ​ໂທລະ​ສັບ​ມື​ຖື​ຂອງ​ນາຍົກລັດຖະມົນ
ຕີ Angela Markel ​ແຫ່ງ​ເຢຍຣະມັນ​ນັ້ນ.

ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ​ແຫ່ງ​ສະຫະລັດ ​ໄດ້​ກ່າວ​ວ່າ ຂໍ້​ຕົກລົງ ​ດັ່ງກ່າວ​ຈະ​ຊ່ອຍເຮັດ​ໃຫ້ ເສດຖະກິດຂອງ​ສະຫະລັດ ​ແລະ​ສະຫະພາບ​ ຢູ​ໂຣບ​ເຕີບ​ໂຕ​ຂຶ້ນ ພ້ອມ​ທັງສົ່ງ​ເສີມ​ການສ້າງ​ໜ້າ​ວຽກ​ຂຶ້ນ​ຫຼາຍຮ້ອຍ​ພັນ​ໜ​້າວຽກ ​ເພີ້​ມການ​ສົ່ງ​ອອກ​ແລະ​ລົດ​ຜ່ອນ​ສິ່ງ​ກີດ​ກັນ​ຕ່າງໆ​ຕໍ່​ການ​ຄ້າ ​ແລະ​ການ​ລົງທຶນ.

XS
SM
MD
LG