ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫຼາຍພັນຄົນ ໂຮມຊຸມນຸມກັນ ຂະນະທີ່ ຊາວເທີກີ ໄວ້ອາໄລ ເຖິງພວກທີ່ເສຍຊີວິດ


ຍາດຂອງຜູ້ເສຍຊີວິດ ຮ້ອງໄຫ້ ເທິງຫີບສົບຂອງ Korkmaz Tedik ອາຍຸ 25 ຜູ້ຖືກຂ້າຕາຍ ໃນການໂຈມຕີດ້ວຍລະເບີດ ເມື່ອວັນເສົາຜ່ານມາ ໃນລະຫວ່າງ ພິທີສົ່ງສະການ ຂອງຜູ້ກ່ຽວ ຢູ່ທີ່ Pir Sultan Abdal Cemevi ທີ່ເປັນບ່ອນກາບໄຫວ້ ຂອງຊຸມຊົນ Alevi ຂອງເທີກີ ຢູ່ນອກຊານ ນະຄອນ Ankara ຂອງເທີກີ, ວັນອາທິດ ທີ 11 ຕຸລາ 2015.
ຍາດຂອງຜູ້ເສຍຊີວິດ ຮ້ອງໄຫ້ ເທິງຫີບສົບຂອງ Korkmaz Tedik ອາຍຸ 25 ຜູ້ຖືກຂ້າຕາຍ ໃນການໂຈມຕີດ້ວຍລະເບີດ ເມື່ອວັນເສົາຜ່ານມາ ໃນລະຫວ່າງ ພິທີສົ່ງສະການ ຂອງຜູ້ກ່ຽວ ຢູ່ທີ່ Pir Sultan Abdal Cemevi ທີ່ເປັນບ່ອນກາບໄຫວ້ ຂອງຊຸມຊົນ Alevi ຂອງເທີກີ ຢູ່ນອກຊານ ນະຄອນ Ankara ຂອງເທີກີ, ວັນອາທິດ ທີ 11 ຕຸລາ 2015.

ຫຼາຍພັນ​ຄົນ ​ໄດ້​ພາກັນ​ລົງ​ສູ່​ຖະໜົນ ສາຍ​ຕ່າງໆ ​ໃນ​ນະຄອນ
ຫຼວງ Ankara ຂອງ​ເທີ​ກີ ​ໃນ​ວັນ​ອາທິດ​ວານ​ນີ້ ຫຼາຍໆ​ຄົນ
​ພາກັນ​ຮ້ອງ​ໂຮ ຄຳຂວັນ ຕໍ່ຕ້ານ​ລັດຖະບານ​ເທີ​ກີ​ຕ່າງໆນາໆ
​ໃນ​ຂະນະ​ທີ່​ປະ​ເທດ ​ກຳລັງ​ໄວ້ອາ​ໄລແກ່​ຜູ້​ເຄາະ​ຮ້າຍ ຈາກ​
ເຫດ​ລະເ​ບີ​ດ​ແຕກສອງ​ຄັ້ງ ຢູ່​ທີ່ ການໂຮມຊຸມນຸມຢ່າງສັນຕິ
ທີ່ໄດ້​ສັງຫານ​ຢ່າງ​ນ້ອຍ 95 ຄົນນັ້ນ. ອີກຫຼາຍພັນ​ຄົນ ​ໄດ້​
ເດີນ​ຂະ​ບວນ ຢູູ່​ໃນ​ເມືອງ Diyarbakir ທາງ​ພາກ​ຕາ​ເວນ​ອອກ
ສຽງ​ໃຕ້ ຂອງ​ປະ​ເທດ ທີ່​ມີ​ຊາວ​ເຄີ​ດອາ​ໄສຢູ່​ເປັນ​ສ່ວນ​ໃຫຍ່.

ລັດຖະບານ ​ໄດ້ລາຍ​ງານ​ວ່າ 160 ຄົນ ທີ່​ໄດ້​ຮັບ​ບາດ​ເຈັບ ​
ໃນ​ການ​ວາງ​ລະ​ເບີດ​ສອງ​ຄັ້ງເມື່ອ​ວັນ​ເສົາ​ຜ່ານ​ມານັ້ນ ​ແມ່ນ
​ຍັງ​ຮັກສາຕົວ​ ​ໃນ​ໂຮງໝໍຢູ່ ​ໂດຍ​ມີ 65 ຄົນ​ ​ໄດ້​ຮັບ​ການ​ຮັກສາ​ໃນ​ຂັ້ນມໍ​ລະ​ສຸມ ຢູ່​ທີ່ໂຮງໝໍ
ຕ່າງໆ 19 ​ແຫ່ງ.

ບໍ່​ມີ​ຜູ້​ໃດ​ອອກ​ມາ​ອ້າງ​ເອົາ​ຄວາມ​ຮັບຜິດ​ຊອບ ສຳ​ຫລັບ ການ​ໂຈມ​ຕີ​ດັ່ງກ່າວ ​ແຕ່​ບັນດາ​
ນັກວິ​ເຄາະ ກ່າວ​ວ່າ ການວາງ​ລະ​ເບີດ​ນັ້ນ ມີ​ຮ່ອງຮອຍຕ່າງໆ ​ຄ້າຍຄື​ກັນ ກັນ​ກັບການວາງ​
ລະ​ເບີດ​ສະຫລະ​ຊີບ ​ສອງ​ບັ້ນ ເມື່ອ​ເດືອນ​ກໍລະກົດ​ຜ່ານ​ມາ ຢູ່​ໃກ້ໆ ​ເຂດ​ຊາຍ​ແດນ​ຕິດ​ກັບ
​ຊີ​ເຣຍ ທີ່​ໄດ້​ສັງຫານ​ ​33 ຄົນ. ພວກກຸ່ມ​ຫົວ​ຮຸນ​ແຮງ​ຈັດ​ ລັດ​ອິສລາມ ​ໄດ້​ອ້າງ​ເອົາ​ຄວາມ​
ຮັບຜິດຊອບ ຕໍ່​ມາ ສຳ​ຫລັບ​ການ​ໂຈມ​ຕີຄັ້ງນັ້ນ.

Anger Simmers as Turks Begin to Bury Blast Victims
please wait

No media source currently available

0:00 0:01:35 0:00

​ປະທານາທິບໍດີ​ເທີ​ກີ ທ່ານ Recep Tayyip Erdogan ​ໄດ້​ປະນາມ​ການ​ວາງ​ລະ​ເບີດເຫຼົ່ານັ້ນ
ຊຶ່ງ​ເປັນຄວາມ​ຮຸຸນ​ແຮງ ທີ່​ຮ້າຍ​ແຮງ​ທີ່​ສຸດ ໃນ​ປະຫວັດ​ສາດ ​ຂອງ​ເທີ​ກີ ​ໂດຍ​ກ່າວວ່າ “​ເປັນ​
ການ​ໂຈມ​ຕີ​ທີ່​ໂຫດ​ຫ້ຽມ ຕໍ່ຄວາມ​ສາມັກຄີ​ຂອງ​ພວກ​ເຮົາ ​ແລະສັນຕິພາບ ຂອງ​ປະເທດ
ຊາດ​ພວກ​ເຮົາ.”
ທ່ານ ​ຍັງໄດ້​ຍົກ​ເລີກ ການ​ນັດ​ໝາຍ​ຕ່າງໆ ໃນ​ລະຍະ​ສາມ​ມື້​ ​ໃນ​ຂະນະ​
ທີ່ ປະ​ເທດ​ຂອງ​ທ່ານ​ ພວມໂສກ​ເສົ້າ​ເສຍ​ໃຈຢູ່​ນັ້ນ ​ແຕ່ຈົນມາເຖິງ​ທ້າຍ​ວັນ​ອາທິດ​ຕໍ່​ມາ ທ່ານ ກໍຍັງ​ບໍ່​ໄດ້​ກ່າວ​ຖະ​ແຫລ​ງ ຕໍ່​ມວນ​ຊົນ​ເລີຍ.

ພວກ ​ວິພາ​ວິຈານ ລວມທັງ ທ່ານ Selahattin Demirtas ຄູ່​ປະທານ ຂອງ​ພັກ​ນິຍົມ​ຊາວ​ເຄີ​ດ
ຂອງ​ເທີ​ກີ ​ໄດ້​ຖິ້ມ​ໂທດ​ໃສ່ ລັດຖະບານ ສຳ​ຫລັບ ​ເຫດ​ລະ​ເບີດ​ແຕກ​ເຫຼົ່ານັ້ນ ​ໂດຍ​ກ່າວ​ຫາ​
ກອງ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ ​ທີ່​ລົ້ມ​ແຫລວ ​ໃນ​ການ​ປົກ​ປ້ອງ​ ການ​ໂຮມ​ຊຸມນຸມ​ເພື່ອ
ສັນຕິ​ພາບ. ​ໃນ​ການ​ກ່າວ​ຖະ​ແຫລ​ງຕໍ່​ບັນດາ​ຜູ້​ທີ່​ໄວ້ອາ​ໄລ ທ່ານໄດ້ກ່າວ​ວ່າ “ລັດ ທີ່​ໄດ້ຮັບ ​
ຂໍ້​ມູນ ກ່ຽ​ວກັບ ນົກ​ທີ່​ບິນຢູ່​ນັ້ນ ​ແລະ ທຸກໆ​ການພືພັບ​ປີກ​ຂອງ​ມັນ​ ​ແມ່ນ​ບໍ່​ສາມາດ​
ຫລີກ​ລ້ຽງ​ໂສກ​ນາດຕະກຳ ​ໃນ​ໃຈກາງ​ນະຄອນຫຼວງອັງກາຣາ​ໄດ້.”

Bombings a Sign of Turkey’s Deep Troubles
please wait

No media source currently available

0:00 0:02:32 0:00

XS
SM
MD
LG