ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ການເດີນຂະບວນ ສະຫຼອງ ໄຊຊະນະ ມີຂຶ້ນ ຢ່າງໃຫຍ່ ທີ່ເມືອງ Baltimore


ປະຊາຊົນ​ຫຼາຍ​ພັນ​ຄົນພາກັນເດີນ​ຂະ​ບວນຢູ່ໃນ​ນະຄອນ
Baltimore ທ່າມກາງການມີ​ໜ້າຢ່າງ​ໜາ​ແໜ້ນຂອງຕຳຫຼວດ
ກ່ອນ​ການ​ຫ້າມ​ຄົນ​ສັນຈອນ​ໄປມາ​ໃນ​ຍາມ​ກາງຄືນ​ໝົດ​ກຳນົດ
ຫຼັງ​ຈາກ​ທຳ​ການ​ໂຮມ​ຊຸມນຸມ​ກັນ​ ທີ່​ຕຶກ​ໂຮງການ​ເມືອງໃນ​ວັນ
​ເສົາ​ວານ​ນີ້​ແລ້ວ. ບັນຍາກາດ​ໃນ​ການໂຮມຊຸມ ສ່ວນ​ຫລາຍ​ແລ້ວ​ແມ່ນຢູ່ໃນລັກສະນະສະເຫຼີມສະຫຼອງ ​ໃນ​ຂະນະ​ທີ່​ພວກ​ປະ​ທ້ວງ​
ຮ້ອງ​ໂຮ​ຄຳ​ຂັວນທີ່​ວ່າ “ບໍ່​ມີ​ຄວາມ​ຍຸຕິ​ທຳ ບໍ່​ມີ​ສັນຕິພາບ” ຫຼັງ​
ຈາກມີ​ການ​ປະກາດ​ຂໍ້​ກ່າວ​ຫາ​ຕ່າງໆ​ຕໍ່​ພວກ​ເຈົ້າ​ໜ້າ​ທີ່​ຕຳຫຼວດ
6 ຄົນ ​ໃຫ້​ຊາບ ກ່ຽວ​ກັບ​ການ​ເສຍ​ຊີວິດ​ຂອງ​ທ້າວ Freddie Gray
ນັ້ນ.

Celebration Erupts in Baltimore After Police Officers Charged in Freddie Gray's Death
please wait

No media source currently available

0:00 0:02:51 0:00

ທ້າວ Freddie Gray ​ໄວ 25 ປີ ​ເປັນ​ຄົນ​ອະ​ເມຣິກັນ​ເຊື້ອສາຍ​ອາ​ຟຣິກາ ​ໄດ້​ເສຍ​ຊີວິດ​ຍ້ອນ​ບາດ​ແຜ​ໃນ​ກະດູກ​ສັນຫຼັງ ທີ່​ໄດ້​ຮັບ​ໃນ​ຂະນະ ທີ່ຢູ່​ພາຍ​ໃຕ້​ການ​ຈັບ​ກຸມ​ຂອງ​ຕຳຫຼວດ​ໃນ​ວັນ​ທີ 12 ​ເມສາ​ຜ່ານ​ມາ.ການເສຍ​ຊີວິດ​ຂອງ​ຜູ້ກ່ຽວ​ໄດ້​ພາ​ໃຫ້​ເກີດ​ການ​ປະ​ທ້ວງ​ມາ​ເປັນ
​ເວລາ​ຫຼາຍ​ມື້ ຊຶ່ງ​ໄດ້​ກາຍ​ເປັນຄວາມ​ຮຸນ​ແຮງ​ໃນ​ວັນ​ຈັນ​ຜ່ານ​ມາ ຫຼັງ​ຈາ​ກເສັດພິທີ​ສົ່ງສະ
ານ​ຜູ້ກ່ຽວ​ແລ້ວ. ການ​ປະ​ທະ​ກັນ​ຫຼາຍ​ບັ້ນ​ໄດ້​ເກີດ​ຂຶ້ນ​ໃນ​ຍາມ​ກາງ​ເວັນ​ແລະ​ມື້​ຄືນ​ລະຫວ່າງ​ຕຳຫຼວດ ​ແລະ​ພວກ​ປະ​ທ້ວງ ຊຶ່ງ​ໄດ້​ພາ​ໃຫ້​ມີ ການ​ຈັບ​ກຸມ​ຜູ້​ຄົນ​ ຈຳນວນ​ຫຼາຍ​ກວ່າ 200 ຄົນ ​ແລະ​ພວກ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຢ່າງ​ໜ້ອຍ 20 ຄົນ​ໄດ້​ຮັບ​ບາດ​ເຈັບ.

​ໃນ​ແລງ​ວັນ​ເສົາ​ວານ​ນີ້ ບັນດາ​ເຈົ້າ​ໜ້າ​ທີ່​ຕຳຫຼວດ ​ໄດ້​ຮຽກຮ້ອງ​ອີກ​ຄັ້ງ​ໃໝ່​ໃຫ້ທຸກຄົນ​ພາ
ກັນຢູ່ໃນຄວາມ​ສະຫງົບ​ງຽບ ​ແຕ່​ກ່າວ​ວ່າ ການ​ຫ້າມ​ຄົນ​ສັນຈອນ​ໄປມາ​ໃນ​ຍາມ​ກາງຄືນ​ຕັ້ງ​ແຕ່ 10:00 ​ໂມງ​ມື້​ຄືນ​ເປັນ​ຕົ້ນ​ໄປ​ນັ້ນ ຍັງ​ມີ​ຜົນ​ບັງຄັບ​ໃຊ້​ຢູ່​ຕໍ່​ໄປ ຊຶ່ງ​ເຈົ້າ​ໜ້າ​ທີ່​ປະຕິບັດ​ກົດໝາຍ​ວ່າ​ດ້ວຍ​ການ​ຫ້າມຄົນ​ສັນຈອນ​ໄປມາ​ໃນ​ຍາມ​ມື້ຄືນ ກ່າວ​ວ່າ “ບັດ​ນີ້ ມັນ ເປັນ 10:00 ​ໂມງແລ້ວ ການ​ຫ້າມ​ຄົນ​ສັນຈອນ​ໄປມາ​ໃນ​ຍາມ​ມື້​ຄືນ​ຈະ​ມີ​ຜົນ​ບັງຄັບ​ໃຊ້​ໄປ​ຮອດ 5:00 ​ເຊົ້າ. ພວກ​ເຈົ້າ​ຕ້ອງ​ເດີນທາງ​ກັບ​ບ້ານ. ພວກ​ເຈົ້າ​ບໍ່​ສາມາດ​ຈະ​ຢູ່​ໃນ​ທີ່​ສາທາລະນະ​ຕໍ່​ໄປ​ໄດ້. ພວກ​ເຈົ້າ​ຈະ​ຖືກ​ຈັບ​ກຸມ.”

ພວກ​ປະ​ທ້ວງ​ບາງ​ຄົນ​ພາກັນ​ທ້າ​ທາຍ​ຕໍ່​ຂໍ້​ຫາມ​ໄປມາ​ໃນ​ຍາມ​ມື້​ຄືນ​ ​ໃນ​ເວລາ​ບໍ່​ດົນຫຼັງ​ຈາກ
ຂໍ້​ຫ້າມ​ດັ່ງກ່າວ​ມີ​ຜົນ​ບັງຄັບ​ໃຊ້ ​ແລະ​ຕຳຫຼວດ​ໄດ້​ທຳ​ການ​ຈັບ​ກຸມຫຼາຍໆ​ຄົນ.

US Baltimore Rally
please wait
Embed

No media source currently available

0:00 0:01:37 0:00

XS
SM
MD
LG