ກຳລັງພິທັກຊາດຫຼື National Guard ໄດ້ເລີ້ມຖອນອອກ
ຈາກ ເມືອງ Ferguson ຢູ່ເຂດຊານເມືອງຂອງນະຄອນ
St Loui ລັດ Missouri ໃນວັນສຸກວານນີ້ ຫລັງຈາກປາກົດ
ວ່າ ຄວາມເຄັ່ງຕຶງໄດ້ຫລຸດຜ່ອນລົງ ລຸນຫລັງ ທີ່ມີການຍິງ
ໜຸ່ມນ້ອຍຜິວດຳທີ່ບໍ່ມີອາວຸດຕາຍ ໂດຍເຈົ້າໜ້າທີ່ຕໍາ ຫລວດ
ທີ່ເປັນຄົນຜິວຂາວ.
ຫລັງຈາກໄດ້ເກີດຄວາມບໍ່ສະຫງົບເປັນເວລາເກືອບສອງອາ
ທິດ ນັບເປັນຄໍ່າ ຄືນທີສອງຕິດຕໍ່ກັນ ທີ່ບໍ່ມີການປະທະກັນທີ່
ສຳຄັນເກີດຂື້ນລະຫວ່າງຕຳຫລວດແລະ ພວກປະທ້ວງໃນ
ຕອນແລງວັນພະຫັດ ເຖິງແມ່ນວ່າ ຕຳຫລວດບໍ່ໄດ້ລາຍງານ
ກ່ຽວກັບເຈັດຄົນທີ່ຖືກຈັບ.
ຕໍາ ຫລວດທາງຫຼວງປະຈຳລັດ ຮ້ອຍເອກ Ron Johnson ເວົ້າວ່າ “ເປັນຄ່ຳ ຄືນທີ່ດີອີກ
ຄືນນຶ່ງ” ແລະກ່າວວ່າ ປະຊາຄົມດັ່ງກ່າວພວມ “ກັບຄືນໄປສູ່ຄວາມ ສະຫງົບ.”
ຜູ້ປົກຄອງລັດ Missouri ທ່ານ Jay Nixon ໄດ້ອອກຄຳສັ່ງໃຫ້ຖອນກຳລັງ ພິທັກຊາດ
ໃນວັນພະຫັດຜ່ານມານີ້ ໂດຍກ່າວວ່າ ສະຖານະການໄດ້ “ດີຂື້ນຢ່າງຫລວງຫລາຍໂດຍ
ມີເຫດການຕ່າງໆຫລຸດໜ້ອຍລົງ ຈາກຍຸຍົງພາຍນອກ ເຂົ້າແຊກແຊງລົບກວນຕໍ່ພວກ
ປະທ້ວງແບບສະຫງົບ ແລະມີການກໍ່ຄວາມຮຸນແຮງຫລຸດລົງ.”
ການປະທ້ວງແມ່ນມີຈຸດສູນກາງ ຢູ່ອ້ອມແອ້ມຖະໜົນ ບ່ອນທີ່ທ້າວ Michael Brown
ອາຍຸ 18 ປີໄດ້ເສຍຊີວິດໃນວັນທີ 9 ເດືອນສິງຫາ. ຕຳຫລວດກ່າວວ່າ ທ້າວ Brown
ແລະເຈົ້າໜ້າທີ່ຕໍາ ຫລວດ Darren Wilson ໄດ້ພົວພັນກັບການຕໍ່ສູ້ກັນ ແຕ່ບັນດາຜູ້
ເຫັນເຫດການສ່ວນໃຫຍ່ ກ່າວວ່າ ການຍິງທ້າວ Brown ບໍ່ໄດ້ເກີດຈາກຍົວະໃຫ້
ຕຳຫຼວດໃຈຮ້າຍແຕ່ຢ່າງໃດ.
ຫລາຍຄົນໄດ້ຕິຕຽນວ່າ ການຮັບມືກັບການປະທ້ວງຂອງຕຳຫລວດ ແມ່ນໜັກມືເກີນໄປ.
ຜູ້ແທນສະພາຕ່ຳຈາກລັດ Missori ທ່ານ Lacy Clay ແລະທ່ານ Emanuel Cleaver
ໄດ້ພົບປະກັນໃນວັນພະຫັດວານນີ້ ກັບ ລັດຖະມົນຕີປ້ອງກັນປະເທດ ທ່ານ Chuck
Hagel ເພື່ອສະແດງຄວາມເປັນຫ່ວງ ກ່ຽວກັບອັນທີ່ເຂົາເຈົ້າເວົ້າ ວ່າການເຮັດໃຫ້ພວກ
ຕຳຫຼວດໃນເຂດທ້ອງຖິ່ນຕ່າງໆກາຍເປັນແບບທະຫານ.