ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

10 ໂຄງການກໍ່ສ້າງ ເຂື່ອນໄຟຟ້າ ໃນລາວ ຈະແລ້ວສຳເລັດ ພາຍໃນທ້າຍປີ 2015


ສະຖານທີ່ ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກ ໄຊຍະບູລີ ຢູ່ແຂວງໄຊຍະບູລີ.
ສະຖານທີ່ ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກ ໄຊຍະບູລີ ຢູ່ແຂວງໄຊຍະບູລີ.

ການກໍ່ສ້າງເຂື່ອນໄຟຟ້າໃນລາວ ຈະແລ້ວສຳເລັດອີກ ເຖິງ
10 ໂຄງການພາຍໃນທ້າຍປີ 2015 ນີ້ ຊຶ່ງຈະເຮັດໃຫ້ລາວ
ມີຄວາມສາມາດໃນການຜະລິດພະລັງງານໄຟຟ້າເພີ້ມຂຶ້ນ
ຈາກ 3,200 ເປັນ 5,000 ເມກາວັດ.

ທ່ານຄຳມະນີ ອິນທິລາດ ລັດຖະມົນຕີຊ່ວຍວ່າການ ກະຊວງ
ພະລັງງານ ແລະບໍ່ແຮ່ຖະແຫລງຢືນຢັນວ່າ ພາຍໃນປີ 2015 ນີ້ ການກໍ່ສ້າງເຂື່ອນ
ໄຟຟ້າໃນລາວ ຈະແລ້ວສຳເລັດອີກ 10 ໂຄງການ ແລະ ກໍຈະເປັນຜົນເຮັດໃຫ້
ຄວາມສາມາດ ໃນການຜະລິດພະລັງງານໄຟຟ້າໃນລາວ ເພີ້ມຂຶ້ນຈາກ 3,200
ເມກາວັດ ໃນປັດຈຸບັນ ເປັນ 5,000 ເມກາວັດ ໃນທ້າຍປີ 2015 ທີ່ຈະເຖິງນີ້.

ໃນປັດຈຸບັນນີ້ ມີເຂື່ອນທີ່ຜະລິດກະແສໄຟຟ້າໃນລາວແລ້ວ ຈຳນວນ 29 ໂຄງການ
ຊຶ່ງໝາຍຄວາມວ່າ ໃນທ້າຍປີ 2015 ນີ້ ໃນລາວຈະມີເຂື່ອນ ທີ່ຜະລິດກະແສໄຟຟ້າ
ໄດ້ແລ້ວ ເພີ້ມຂຶ້ນເປັນ 39 ໂຄງການນັ້ນເອງ ໂດຍເຂື່ອນທີ່ຢູ່ໃນລະຫວ່າງ ດຳເນີນ
ການກໍ່ສ້າງ ໃນເວລານີ້ ກໍມີຢູ່ເຖິງ 38 ໂຄງການ ແລະ ອີກ 100 ກວ່າໂຄງການ ຢູ່ໃນ
ຂັ້ນຂອງການສຶກສາ ສຳຫລວດອອກແບບ ຫຼື ສະແຫວງຫາແຫລ່ງເງິນທຶນ ສຳຫລັບ
ຈະນຳໃຊ້ໃນການກໍ່ສ້າງຕໍ່ໄປ.

ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກ ນ້ຳທາ 1 ທີ່ລົງທຶນ ໂດຍບໍລິສັດຈີນ.
ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກ ນ້ຳທາ 1 ທີ່ລົງທຶນ ໂດຍບໍລິສັດຈີນ.

ທັງນີ້ ໂດຍຈາກການສຶກສາ ໃນໄລຍະທີ່ຜ່ານມາ ພົບວ່າ ການ
ກໍ່ສ້າງເຂື່ອນໃນລາວ ຢ່າງເຕັມກຳລັງນັ້ນ ຈະເຮັດໃຫ້ສາມາດ
ຜະລິດພະລັງງານໄຟຟ້າໄດ້ລວມກັນລະຫວ່າງ 28,000 ເຖິງ
30,000 ເມກາວັດ ທັງກໍຍັງຈະສົ່ງຜົນດີ ຕໍ່ການພັດທະນາ
ເພື່ອລົບລ້າງບັນຫາຄວາມຍາກຈົນ ຂອງປະຊາຊົນລາວ
ບັນດາເຜົ່າ ທີ່ຢູ່ເຂດຊົນນະບົດອີກດ້ວຍ ດັ່ງທີ່ ທ່ານດາວວົງ
ພອນແກ້ວ ຫົວໜ້າກົມນະໂຍບາຍ ແລະແຜນການພະລັງງານ
ກະຊວງພະລັງງານ ແລະບໍ່ແຮ່ໄດ້ໃຫ້ການຊີ້ແຈງວ່າ:

“ເວລາເຮົາພັດທະນາເຂື່ອນໄຟຟ້ານ້ຳຕົກ ມັນຊ່ວຍໃນການພັດທະນາ ເຂດ
ຊົນນະບົດ ເພາະວ່າ ໂຄງການໄຟຟ້ານ້ຳຕົກນີ້ ຊິໄປຕັ້ງຢູ່ຊົນນະບົດ ຫ່າງໄກ
ສອກຫລີກ ສະນັ້ນ ຄັນມີໂຄງການຢູ່ຈຸດໃດ ຜົນພອຍໄດ້ກໍຕາມມາ ເພາະວ່າ
ເຮົາບໍ່ໄດ້ແຕ່ໄຟຟ້າ ເຮົາຊິໄດ້ອັນອື່ນ ໄປນຳເຊັ່ນວ່າ ຖະໜົນຫົນທາງ ຮັກສາ
ແຫລ່ງນ້ຳໄວ້ໃຊ້ໃນລະດູແລ້ງ ສາມາດລ້ຽງປາໄວ້ເປັນແຫລ່ງອາຫານ ຫຼືວ່າ
ເປັນເຂດທ່ອງທ່ຽວ.”

ໂຮງງານໄຟຟ້າຫົງສາລິກໄນຕ໌ ຢູ່ແຂວງໄຊຍະບູລີ ກໍໄດ້ເລີ້ມການຜະລິດ ແລະ ສົ່ງກະແສ ໄຟຟ້າເຂົ້າສູ່ລະບົບສາຍສົ່ງ ຂອງໄທແລ້ວນັບແຕ່ວັນທີ 2 ມິຖຸນາ 2015 ເປັນຕົ້ນມາ.
ໂຮງງານໄຟຟ້າຫົງສາລິກໄນຕ໌ ຢູ່ແຂວງໄຊຍະບູລີ ກໍໄດ້ເລີ້ມການຜະລິດ ແລະ ສົ່ງກະແສ ໄຟຟ້າເຂົ້າສູ່ລະບົບສາຍສົ່ງ ຂອງໄທແລ້ວນັບແຕ່ວັນທີ 2 ມິຖຸນາ 2015 ເປັນຕົ້ນມາ.

ທັງນີ້ ໂດຍກະຊວງພະລັງງານ ແລະບໍ່ແຮ່ ໄດ້ວາງແຜນການ
ທີ່ຈະເພີ້ມລະດັບຄວາມອາດສາມາດ ໃນການຜະລິດ ພະລັງ
ງານໄຟຟ້າ ໃຫ້ເພີ້ມຂຶ້ນຈາກ 3,200 ເມກາວັດ ໃນປັດຈຸບັນ
ເປັນບໍ່ຕ່ຳກວ່າ 12,500 ເມກາວັດ ໃນປີ 2020 ຊຶ່ງການທີ່ຈະ
ສາມາດບັນລຸ ເປົ້າໝາຍ ດັ່ງກ່າວໄດ້ ຢ່າງແທ້ຈິງນັ້ນ ກໍຈະຕ້ອງ
ດຳເນີນການກໍ່ສ້າງເຂື່ອນໃຫ້ໄດ້ເຖິງ 38 ໂຄງການ ກັບອີກ 1
ໂຮງງານທີ່ຜະລິດກະແສໄຟຟ້າ ຈາກຖ່ານລິກໄນຕ໌ ໂດຍຫຼ້າສຸດ
ໂຮງງານໄຟຟ້າຫົງສາລິກໄນຕ໌ ຢູ່ແຂວງໄຊຍະບູລີ ກໍໄດ້ເລີ້ມ
ການຜະລິດ ແລະ ສົ່ງກະແສ ໄຟຟ້າເຂົ້າສູ່ລະບົບສາຍສົ່ງ ຂອງ
ໄທແລ້ວນັບແຕ່ວັນທີ 2 ມິຖຸນາ 2015 ເປັນຕົ້ນມາ ແລະ ກໍຈະສົ່ງກະແສໄຟຟ້າຂາຍໃຫ້ໄທ ເປັນເວລາ 25 ປີ ຕິດຕໍ່ກັນ.

ນອກຈາກນີ້ ການທີ່ລັດຖະມົນຕີດ້ານພະລັງງານຈາກລາວ ໄທ ມາເລເຊຍ ແລະສິງກະໂປ
ມີກຳນົດ ການທີ່ຈະລົງນາມໃນບັນທຶກ ຄວາມເຂົ້າໃຈຮ່ວມ ວ່າດ້ວຍການເຊື່ອມຕໍ່ລະບົບ
ສາຍສົ່ງກະແສໄຟຟ້າ ລະຫວ່າງກັນ ໃນໂອກາດກອງປະຊຸມລະດັບ ລັດຖະມົນຕີດ້ານ
ພະລັງງານ ຄັ້ງທີ 33 ຂອງອາຊ່ຽນ ທີ່ກຳນົດຈະມີຂຶ້ນ ໃນເດືອນຕຸລາປີນີ້ ຢູ່ທີ່ມາເລເຊຍ
ກໍຍັງຈະສົ່ງຜົນດີ ຕໍ່ແຜນການພັດທະນາລາວ ໃຫ້ເປັນໝໍ້ໄຟຂອງເອເຊຍດ້ວຍ.

ເນື່ອງຈາກວ່າ ຂໍ້ຕົກລົງດັ່ງກ່າວ ມີເນື້ອໄນສຳຄັນ 4 ດ້ານດ້ວຍກັນ ກໍຄືດ້ານເທັກນິກ
ດ້ານພາສີອາກອນ ດ້ານລະບຽບກົດໝາຍ ແລະດ້ານການບໍລິຫານ ທີ່ຈະຖືເປັນຫລັກ
ການປະຕິບັດຮ່ວມກັນຕໍ່ໄປ ທັງຍັງຖືເປັນຕົ້ນແບບ ຂອງການປະຕິບັດແຜນການຮ່ວມມື
ໃນດ້ານພະລັງງານຂອງອາຊ່ຽນ ຫຼື ASEAN Power Grid ທີ່ຈະມີການເຊື່ອມຕໍ່ລະບົບ
ສາຍສົ່ງກະແສໄຟຟ້າຂອງທັງ 10 ປະເທດສະມາຊິກ ໃນກຸ່ມອາຊ່ຽນເຂົ້າດ້ວຍກັນ ຢ່າງ
ຄົບຖ້ວນ ພາຍໃນປີ 2020 ຊຶ່ງກໍຈະເຮັດໃຫ້ທຸກປະເທດ ສາມາດຊື້ ພະລັງງານໄຟຟ້າ
ຈາກລາວໄດ້ ຕະຫລອດເວລານັ້ນເອງ.

ກ່ອນໜ້ານີ້ ກອງປະຊຸມຄະນະກຳມະທິການຮ່ວມ ວ່າດ້ວຍການຮ່ວມມື ລາວ-ໄທ ຄັ້ງ
ທີ 19 ຢູ່ນະຄອນຫຼວງວຽງຈັນ ເມື່ອທ້າຍເດືອນມັງກອນ 2015 ທີ່ມີລັດຖະມົນຕີ ວ່າການ
ຕ່າງປະເທດ ທັງສອງຝ່າຍເປັນປະທານຮ່ວມກັນນັ້ນ ທາງການໄທ ກໍໄດ້ໃຫ້ການຢືນຢັນ
ຢ່າງໜັກແໜ້ນວ່າ ຈະຍັງຄົງຮັບຊື້ພະລັງງານໄຟຟ້າຕາມສັນຍາ ທີ່ໄດ້ຕົກລົງໄວ້ກັບທາງ ການລາວ ໃນປະລິມານລວມ 7,000 ເມກາວັດ ເປັນເວລາ 25 ປີ ນັບຈາກປີ 2016
ເປັນຕົ້ນໄປ.

XS
SM
MD
LG