ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະຊາຊົນລາວ ຕິດເຊື້ອໂຣກ HIV-AIDS ເພີ້ມຂຶ້ນ ຫຼາຍກວ່າ 10,000 ຄົນແລ້ວ


ຄະນະກຳມະການ ຕ້ານເອດສ໌ແຫ່ງຊາດ ຢືນຢັນວ່າ ເປົ້າໝາຍສຳຄັນທີ່ສຸດ ຂອງການຕ້ານເຊື້ອ HIV-AIDS ໃນລາວ ກໍຄືການທີ່ຈະຕ້ອງດຳເນີນ ມາດຕະການປ້ອງກັນ ການແຜ່ລະບາດ ຂອງເຊື້ອໂຣກເອດສ໌ໃນລາວ ໃຫ້ໄດ້.
ຄະນະກຳມະການ ຕ້ານເອດສ໌ແຫ່ງຊາດ ຢືນຢັນວ່າ ເປົ້າໝາຍສຳຄັນທີ່ສຸດ ຂອງການຕ້ານເຊື້ອ HIV-AIDS ໃນລາວ ກໍຄືການທີ່ຈະຕ້ອງດຳເນີນ ມາດຕະການປ້ອງກັນ ການແຜ່ລະບາດ ຂອງເຊື້ອໂຣກເອດສ໌ໃນລາວ ໃຫ້ໄດ້.

ປະຊາຊົນລາວຕິດເຊື້ອໂຣກ HIV-AIDS ເພີ້ມຂຶ້ນເປັນຫຼາຍກວ່າ
10,000 ຄົນ ໂດຍເຂດທີ່ມີຄົນຕິດເຊື້ອດັ່ງກ່າວນີ້ຫຼາຍທີ່ສຸດ ກໍຄື
ນະຄອນຫລວງວຽງຈັນ ສະຫວັນນະເຂດ ຈຳປາສັກ ແລະ
ຫລວງພະບາງ.

ທ່ານບຸນເພັງ ພິລາວົງ ຫົວໜ້າສູນຕ້ານ AIDS ແລະພະຍາດ
ຕິດຕໍ່ທາງເພດສຳພັນຖະແຫລງວ່າ ມີຄົນລາວທີ່ຕິດເຊື້ອໂຣກ HIV-AIDS ເພີ້ມຂຶ້ນທຸກປີ
ໂດຍນັບຕັ້ງແຕ່ປີ1990 ເຖິງທ້າຍປີ 2014 ໄດ້ກວດພົບຄົນລາວ ທີ່ຕິດເຊື້ອໂຣກດັ່ງກ່າວ
ນີ້ແລ້ວ ຫຼາຍກວ່າ10,000 ຄົນ ທີ່ຍັງມີຊີວິດຢູ່ ຊຶ່ງໃນນີ້ກໍແບ່ງເປັນເກີນກວ່າ 6,000 ຄົນ
ທີ່ໄດ້ເຂົ້າເຖິງການໃຫ້ຄຳປຶກສາ ແລະກວດເລືອດເປັນປະຈຳ ສ່ວນອີກ 3,000 ກວ່າຄົນ
ກໍກຳລັງກິນຢາຕ້ານເຊື້ອ HIV ແລະສ່ວນໃຫຍ່ ກໍເປັນຜູ້ປ່ວຍ ທີ່ອາຍຸລະຫວ່າງ 15-45 ປີ.

ໂດຍເຖິງແມ່ນວ່າ ການຕິດເຊື້ອດັ່ງກ່າວນີ້ ໃນລາວຈະຍັງຄົງຖືວ່າເປັນການຕິດເຊື້ອ
HIV-AIDS ໃນລະດັບທີ່ຕ່ຳ ເມື່ອທຽບກັບປະເທດສະມາຊິກ ໃນກຸ່ມອາຊ່ຽນດ້ວຍກັນ
ກໍຕາມ ຫາກແຕ່ກໍຖືເປັນສະພາບການທີ່ເຮັດໃຫ້ຄົນລາວມີຄວາມສ່ຽງທີ່ຈະຕິດເຊື້ອ HIV-AIDS ຫຼາຍຂຶ້ນໄດ້ຕະຫລອດເວລາ ເນື່ອງຈາກການສຳຫລວດພົບວ່າ ກຸ່ມຄົນ
ລາວທີ່ຕິດເຊື້ອ HIV-AIDS ຫຼາຍທີ່ສຸດກໍຄືສາຍບໍລິການກຳມະກອນ ແລະກຸ່ມທີ່ສັກຢາ
ເສບຕິດເຂົ້າເສັ້ນເລືອດ ທີ່ເຊື່ອວ່າຍັງມີອີກຈຳນວນບໍ່ນ້ອຍ ທີ່ບໍ່ໄດ້ພົວພັນກັບສູນຕ້ານ
AIDS ທັງກໍຍັງເປັນກຸ່ມແຮງງານທີ່ເຄື່ອນຍ້າຍຕະຫລອດອີກດ້ວຍ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງ
ໃນສູນຕ້ານ AIDS ໄດ້ຢືນຢັນວ່າ:

“ທີ່ໜ້າເປັນຫ່ວງອີກອັນໜຶ່ງເນາະໃນການຕິດເຊື້ອໂຣກ AIDS ຢູ່ປະເທດລາວ
ຂອງເຮົານີ້ ສ່ວນຫຼາຍກໍແມ່ນເກີດກັບ ຜູ້ທີ່ມີການເຄື່ອນຍ້າຍ ໂດຍສະເພາະ
ແມ່ນການເຄື່ອນຍ້າຍ ເພື່ອການຫາວຽກເຮັດງານທຳ ແຕ່ວ່າແນວໃດກໍຕາມ
ສຳຫລັບນະໂຍບາຍທາງດ້ານແຮງງານນັ້ນ ຍັງບໍ່ທັນໄດ້ມີການກຳນົດ ລະອຽດ ແລະກະຊັດເຈນ ກ່ຽວກັບການປ້ອງກັນ ການແຜ່ລະບາດຂອງເຊື້ອໂຣກ AIDS
ຢູ່ໃນສະຖານທີ່ເຮັດວຽກ.”

ພວກຜູ້ຍິງລາວ ທີ່ເດີນທາງໄປເຮັດວຽກ ຢູ່ຕາມສະຖານບັນເທີງຕ່າງ ຢູ່ປະເທດໄທ.
ພວກຜູ້ຍິງລາວ ທີ່ເດີນທາງໄປເຮັດວຽກ ຢູ່ຕາມສະຖານບັນເທີງຕ່າງ ຢູ່ປະເທດໄທ.

ປັດຈຸບັນ ໃນທົ່ວປະເທດລາວມີສະຖານທີ່ໃຫ້ຄຳປຶກສາ ແລະ
ກວດເລືອດ 165 ແຫ່ງ ແລະມີສູນປິ່ນປົວດ້ວຍຢາ 9 ແຫ່ງເທົ່ານັ້ນ
ຈຶ່ງຖືວ່າຍັງຄົງບໍ່ສາມາດ ໃຫ້ການຊ່ວຍເຫຼືອ ແກ່ຜູ້ຕິດເຊື້ອໄດ້ຢ່າງ
ທົ່ວເຖິງ ທັງນີ້ໂດຍເຂດທີ່ມີຈຳນວຄົນຕິດເຊື້ອຫຼາຍທີ່ສຸດ ກໍແມ່ນ
ນະຄອນຫລວງວຽງຈັນ ແຂວງສະຫວັນນະເຂດ ຈຳປາສັກ
ຫລວງພະບາງ ແລະບໍ່ແກ້ວ ຕາມລຳດັບ.

ແຕ່ຢ່າງໃດກໍຕາມ ທາງການສະຫະລັດອາເມຣິກາ ໂດຍທ່ານ
Daniel Clune ເອກອັກຄະລາດຖະທູດຂອງສະຫະລັດ ປະຈຳ
ນະຄອນຫລວງວຽງຈັນ ແລະ ດຣ. Juliet Fleisch ຜູ້ຕ່າງໜ້າ ຂອງອົງການອະນາໄມໂລກ ຫຼື WHO ປະຈຳລາວ ກໍໄດ້ຮ່ວມກັນ
ເປີດນຳໃຊ້ລະບົບ ໂທລະສັບສາຍດ່ວນ ຫຼືສູນ Hotline 166
ເພື່ອການຄວບຄຸມພະຍາດຕິດຕໍ່ໃນລາວ ເມື່ອບໍ່ນານມານີ້ ຢູ່ນະຄອນຫລວງວຽງຈັນ.

ໂດຍເປົ້າໝາຍສຳຄັນຂອງການສ້າງຕັ້ງສູນ Hotline ດັ່ງກ່າວນີ້ກໍເພື່ອໃຫ້ການຊ່ວຍເຫຼືອ
ສະເພາະໜ້າແກ່ປະຊາຊົນລາວ ທີ່ສົງໄສວ່າ ພວກຕົນ ໄດ້ຕິດເຊື້ອໂຣກຊະນິດໃດ ຫຼືບໍ່
ໂດຍບັນດາພະນັກງານທີ່ປະຈຳຢູ່ສູນ Hotline ຈະໃຫ້ຄຳປຶກສາ ແລະແນະນຳວິທີການ
ປະຕິບັດໃນເບື້ອງຕົ້ນ ເມື່ອໄດ້ຮັບຂໍ້ມູນ ຈາກປະຊາຊົນລາວທີ່ໂທລະສັບ ເຂົ້າມາທີ່ສູນ
Hotline ດັ່ງກ່າວຢ່າງຄົບຖ້ວນແລ້ວນັ້ນ.

ນອກຈາກນັ້ນ ສູນ Hotline ດັ່ງກ່າວ ຍັງຈະມີບົດບາດ ຢ່າງສຳຄັນໃນການໃຫ້ຂໍ້ມູນ-
ຂ່າວສານໃນດ້ານສຸຂະພາບອະນາໄມ ແກ່ປະຊາຊົນລາວ ທັງຍັງຈະເປັນຕົວກາງໃນ
ການ ຕິດຕໍ່ ແລະ ປະສານຂໍ້ມູນ ທີ່ໄດ້ຮັບຈາກປະຊາຊົນລາວ ໄປຍັງໜ່ວຍງານຂອງລັດ
ຖະບານລາວ ທີ່ກ່ຽວຂ້ອງກັບບັນຫາໂດຍກົງອີກດ້ວຍ.

ໂດຍປະຊາຊົນລາວສາມາດຈະໂທລະສັບຕິດຕໍ່ກັບສູນ Hotline ໄດ້ທີ່ໝາຍເລກ 166
ລະຫວ່າງເວລາ 8 ໂມງ ຫາ 16 ໂມງຂອງວັນຈັນ ຫາ ວັນສຸກ ສ່ວນນອກເວລາທຳການ
ລວມເຖິງວັນເສົາ-ອາທິດ ດ້ວຍນັ້ນກໍຈະເປັນລະບົບຕອບ-ຮັບ ແລະບັນທຶກສຽງ ໂດຍ
ອັດຕະໂນມັດ ທີ່ປະຊາຊົນລາວສາມາດຕິດຕໍ່ກັບສູນ Hotline ໄດ້ຕະຫລອດ 24 ຊົ່ວໂມງ
ໂດຍບໍ່ເສຍຄ່າທຳນຽມແຕ່ຢ່າງໃດ.

ແຕ່ຢ່າງໃດກໍຕາມ ສຳຫລັບການດຳເນີນງານໃນລະຍະເບື້ອງຕົ້ນນີ້ສູນ Hotline ຈະໃຫ້
ຄວາມສຳຄັນ ເປັນພິເສດກັບການຄວບຄຸມພະຍາດຕິດຕໍ່ ທີ່ເຄຍເກີດການແຜ່ລະບາດ
ຢູ່ໃນລາວ ກໍຄືເຊື້ອໂຣກໄຂ້ຫວັດສັດ ປີກ H5N1 ແລະ H7N9 ເຊື້ອໂຮກໃຂ້ເລືອດອອກ
ແລະພະຍາດອະຫິວາ ສ່ວນໃນລະຍະຕໍ່ໄປ ກໍຍັງຈະຂະຫຍາຍໄປເຖິງ ພະຍາດຕິດຕໍ່
ຊະນິດອື່ນໆ ເຊັ່ນໂຣກ HIV-AIDS ທີ່ມີທ່າອຽງຈະແຜ່ລະບາດ ໃນລາວທີ່ມີລະດັບ
ຮຸນແຮງຫຼາຍຂຶ້ນນັບມື້.

ທັງນີ້ໂດຍ ທ່ານເອກສະຫວ່າງ ວົງວິຈິດ ລັດຖະມົນຕີວ່າການກະຊວງສາທາລະນະສຸກ
ໃນຖານະປະທານຄະນະກຳມະການ ຕ້ານເອດສ໌ແຫ່ງຊາດ ຢືນຢັນວ່າເປົ້າໝາຍສຳຄັນ
ທີ່ສຸດ ຂອງການຕ້ານເຊື້ອ HIV-AIDS ໃນລາວກໍຄືການທີ່ຈະຕ້ອງດຳເນີນມາດຕະການ
ປ້ອງກັນການແຜ່ລະບາດ ຂອງເຊື້ອໂຣກເອດສ໌ໃນລາວ ໃຫ້ໄດ້ຕາມເປົ້າໝາຍສະຫັດ
ສະວັດ ການພັດທະນາໃນປີ 2015 ດ້ວຍການຄວບຄຸມການຕິດເຊື້ອໂຣກເອດສ໌ ໃນໝູ່
ປະຊາຊົນລາວ ໃຫ້ມີອັດຕາສະເລ່ຍທີ່ຕ່ຳກວ່າ 1 ເປີເຊັນຂອງຈຳນວນປະຊາກອນທັງໝົດ ໃນປະເທດ.

XS
SM
MD
LG