ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພະ​ພຸດ​ທະຮູບເກົ່າ​ແກ່​ ຫຼາຍຮ້ອຍ​ອົງ ​ໄດ້​ຖືກ​ລັກຂະ​ໂມ​ຍ​ໄປ ​ຈາກ​ວັດ​ຕ່າງໆ ​ໃນ​ທົ່ວ​ປະ​ເທດລາວ


ພະພຸດທະຮູບເກົ່າແກ່ ທີ່ປະດິດສະຖານ ຢູ່ທີ່ວັດແຫ່ງນຶ່ງ ໃນແຂວງຫລວງພະບາງ.
ພະພຸດທະຮູບເກົ່າແກ່ ທີ່ປະດິດສະຖານ ຢູ່ທີ່ວັດແຫ່ງນຶ່ງ ໃນແຂວງຫລວງພະບາງ.

ພະ​ພຸດທະ​ຮູບ​ເກົ່າ​ແກ່ຫຼາຍຮ້ອຍ​ອົງ ທີ່​ຖືກ​ລັກ​ຈາກ​ວັດ​ຕ່າງໆ
​ໃນ​ລາວ​ຍັງ​ບໍ່​ສາມາດ ​ຕິດຕາມ​ນຳ​ກັບ​ຄືນ​ມາ​ໄດ້ ​ໂດຍ​ເຊື່ອ​ວ່າ
ພະພຸດທະ​ຮູບ​ສ່ວນ​ໃຫຍ່​ຂອງ​ລາວ ຖືກ​ນຳ​ໄປ​ຂາຍ​ໃນ​
ປະ​ເທດ​ໄທ.

​ເຈົ້າໜ້າ​ທີ່​ຂັ້ນສູງ​ໃນ​ກະຊວງ​ຖະ​ແຫລງຂ່າວ ວັດທະນະທຳ ​ແລະ​ທ່ອງ​ທ່ຽວ ​ໄດ້​ໃຫ້ການ​
ຍອມຮັບ​ວ່າ ການ​ລັກຂະ​ໂມ​ຍພະ​ພຸດທະ​ຮູບ​ເກົ່າ​ແກ່​ໃນ​ລາວ ​ໄດ້​ກາຍ​ເປັນ​ບັນຫາ ທີ່​ຮຸນ​
ແຮງຫຼາຍຂຶ້ນນັບ​ມື້ ​ໂດຍ​ສະ​ເພາະ​ແມ່ນ​ໃນ​ລະຍະ 1​0 ປີ​ມາ​ນີ້ ກໍ​ປາກົດ​ວ່າ​ ມີ​ພະ​ພຸດ​ທະຮູບ
​ເກົ່າ​ແກ່​ຈຳນວນຫຼາຍຮ້ອຍ​ອົງ ​ໄດ້​ຖືກ​ລັກຂະ​ໂມ​ຍ​ໄປ​ຈາກ​ວັດ​ຕ່າງໆ ​ໃນ​ທົ່ວ​ປະ​ເທດ ​ແລະ
ຍັງ​ບໍ່​ສາມາດ​ຕິດຕາມ ​ເພື່ອ​ນຳ​ກັບ​ຄືນ​ມາ​ໄດ້​ເລີຍ​ ຈົນ​ເຖິງ​ທຸກ​ມື້​ນີ້.

ເຈົ້າໜ້າ​ທີ່​ຂັ້ນສູງ​ຂອງ​ລາວ ບອກ​ດ້ວຍ​ວ່າ ບັນດາ​ວັດວາອາ​ຮາມ ທີ່​ຕົກ​ເປັນ​ເປົ້າໝາຍ​ຂອງ
​ການ​ລັກຂະ​ໂມ​ຍ ພະພຸດທະ​ຮູບຫຼາຍທີ່​ສຸດ ກໍ​ຄື​ວັດ​ທີ່​ຕັ້ງຢູ່​ໃນ​ເຂດ​ ແຂວງ​ຫລວງ​ພະ​ບາງ
ສະຫວັນ​ນະ​ເຂດ ຈຳປາ​ສັກ ບໍ່​ແກ້ວ ນະຄອນຫລວງ​ວຽງ​ຈັນ ຊຽງ​ຂວາງ ຄຳ​ມ່ວນ ​ແລະ
​ແຂວງ​ວຽງ​ຈັນ ​ເນື່ອງ​ຈາກ​ວ່າ ​ເປັນ​ເຂດ​ທີ່​ມີ​ວັດ​ວາ​ອາ​ຮາມ ​ແລະ ພະ​ພຸ​ດທະ​ຮູບ​ເກົ່າ​ແກ່
ຫຼາຍກວ່າ​ເຂດ​ອື່ນໆ.

ພະ​ພຸດທະ​ຮູບ​ເກົ່າ​ແກ່ຫຼາຍຮ້ອຍ​ອົງ ທີ່​ຖືກ​ລັກ​ຈາກ​ວັດ​ຕ່າງໆ ​ໃນ​ລາວ​ຍັງ​ບໍ່​ສາມາດ ​ຕິດຕາມ​ນຳ​ກັບ​ຄືນ​ມາ​ໄດ້.
ພະ​ພຸດທະ​ຮູບ​ເກົ່າ​ແກ່ຫຼາຍຮ້ອຍ​ອົງ ທີ່​ຖືກ​ລັກ​ຈາກ​ວັດ​ຕ່າງໆ ​ໃນ​ລາວ​ຍັງ​ບໍ່​ສາມາດ ​ຕິດຕາມ​ນຳ​ກັບ​ຄືນ​ມາ​ໄດ້.

​ໂດຍ​ຈາ​ກການກວດກາ​ສະ​ເພາະ​ຢູ່​ໃນ​ແຂວງ​ຫລວງ​ພະ​ບາງ ​
ໃນ​ຊ່ວງ​ປີ 2012-2014 ທີ່​ຜ່ານ​ມາ​ນີ້ ພົບ​ວ່າ ມີ​ພະພຸດທະ​ຮູບ
ຈຳນວນຫຼາຍກວ່າ 1,300 ອົງ​ ທີ່​ປະດິດສະຖານ​ຢູ່​ໃນວັດ 35
​ແຫ່ງ​ ແລະ​ ໃນ​ນີ້​ຍັງ​ລວມ​ເຖິງ​ ພະ​ພຸດທະ​ຮູບ ຈຳນວນຫຼາຍ
ກວ່າ 100 ອົງ​ ທີ່​ຖືກ​ລັກຂະ​ໂມ​ຍ​ໄປ ​ແລະ ຍັງ​ບໍ່​ສາມາດ​ຕິດ
ຕາມ ​ເພື່ອ​ນຳ​ກັບ​ຄືນ​ມາ​ໄດ້​ ຈົນ​ເຖິງ​ປັດຈຸບັນ​ນີ້.

ຊຶ່ງ​ກໍ​ເຊັ່ນ​ດຽວ​ກັນ​ກັບ ​ໃນ​ແຂວງ​ສະຫວັນ​ນະ​ເຂດ ​ແລະ ​ແຂວງ
​ຈຳປາ​ສັກ ທີ່​ພະ​ພຸດທະ​ຮູບ​ ຈຳນວນ​ລວມກັນຫຼາຍກວ່າ 300
ອົງ​ ຖືກລັກຂະ​ໂມ​ຍ​ໄປ ​ແລະ​ ຍັງ​ບໍ່​ສາມາດ​ຕິດຕາມ​ນຳ​ກັບ​ຄືນ​
ມາ​ໄດ້​ເລີຍ ​ໂດຍ​ເຈົ້າໜ້າ​ທີ່ ຂັ້ນສູງ​ຂອງ​ລາວ ​ເຊື່ອ​ວ່າ ​ພະ​ພຸດທະ​ຮູບ​ຂອງ​ລາວ ທີ່​ຖືກ​ລັກຂະ​ໂມ​ຍ​ໄປ​ນັ້ນ ສ່ວນ​ໃຫຍ່​ຖືກ​ລັກລອບ ​ຂົນ​ສົ່ງ​ໄປ​ຂາຍ​ໃຫ້​ກັບ​ບັນດາ​ນັກ​ຄ້າ​ວັດ​ຖຸ​ໂບຮານ​ໃນ​ໄທ ທີ່​ມີ​ສູນ​ກາງ​ການ​ຄ້າ ​ຢູ່​ໃນ​ບາງກອກ ​ແລະ​ ຈັ​ງຫວັດ​ນົນ​ທະ​ບູລີ ​ໃນ​ພາກ​ກາງຂອງ​ໄທ.

ທາງ​ດ້ານ​ທ່ານ​ຣາມ ວັດຊະຣະປຣະດິດ ນັກວິຊາ​ການ​ດ້ານ​ໂບຮານ​ນະ​ຄະດີ​ຂອງ​ໄທ ກໍ​ໄດ້​
ໃຫ້ການ​ຢືນຢັນ​ວ່າ ປະ​ເທດ​ໄທ​ໄດ້​ຖືກ​ຂະ​ບວນການ​ຄ້າ​ ວັດຖຸ​ໂບຮານ ​ໃຊ້​ເປັນ​ສູນ​ກາງ​ການ​
ຊື້ຂາຍ ພະ​ພຸດທະ​ຮູບ​ເກົ່າ​ແກ່ ທີ່​ຖືກ​ລັກຂະ​ໂມ​ຍຈາກ​ວັດວາອາ​ຮາມ​ຕ່າງໆ ທັງ​ທີ່ຢູ່​ໃນ​ໄທ
​ແລະ ຈາກ​ປະ​ເທດ​ເພື່ອນ​ບ້ານ​ ໂດ​ຍສະ​ເພາະ ​ແມ່ນ​ພະ​ພຸດທະ​ຮູບ​ເກົ່າ​ແກ່​ ທັງ​ຈາກ​ລາວ
ກຳປູ​ເຈຍ ​ແ​ລະ​ ມຽນມານັ້ນ ຖື​ເປັນ​ວັດ​ຖຸ​ໂບຮານ ທີ່​ເປັນ​ທີ່ຕ້ອງການ​ຂອງ​ບັນດາ​ນັກ​ສະ​ສົມ
ຫຼາຍທີ່​ສຸດ ດັ່ງ​ທີ່​ທ່ານ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

ພະພຸດທະຮູບເກົ່າແກ່ ທີ່ປະດິດສະຖານ ຢູ່ທີ່ວັດຫໍພະແກ້ວ ຢູ່ໃນນະຄອນ ຫລວງວຽງຈັນ.
ພະພຸດທະຮູບເກົ່າແກ່ ທີ່ປະດິດສະຖານ ຢູ່ທີ່ວັດຫໍພະແກ້ວ ຢູ່ໃນນະຄອນ ຫລວງວຽງຈັນ.

“ພຸດທະສິນລະປະແຕ່ລະສະໄໝຫັ້ນ ຝີມືຊ່າງນັ້ນ
ໂດດເດັ່ນ ແລ້ວກໍແຕ່ລະຍຸກ ແຕ່ລະສະໄໝຫັ້ນ ເປັນ
ທີ່ຕ້ອງການ ຂອງນັກສະສົມ ເປັນພວກ Collector
ຕ່າງໆນັ້ນ ກໍຈະສະສົມທັງໃນຕ່າງປະເທດ ແລະ ທັງ
ໃນໄທ ເພາະສະນັ້ນ ກໍຈະມີການສະສົມໃນແງ່ຂອງ
ວັດຖຸໂບຮານ.”

ຍິ່ງໄປກວ່ານັ້ນ ການທີ່ພະພຸດທະຮູບເກົ່າແກ່ ໄດ້ຖືກສ້າງຂຶ້ນ
ດ້ວຍໂລຫະມີຄ່າ ເຊັ່ນຄຳ ແລະ ທອງ ດ້ວຍແລ້ວ ກໍຍັງເປັນ
ອີກສາເຫດໜຶ່ງ ທີ່ເຮັດໃຫ້ບັນດາອາຊະຍາກອນທັງຫຼາຍ ໄດ້ພາກັນລັກຂະໂມຍຕັດເອົາສຽນພະພຸດທະຮູບອີກດ້ວຍ ດັ່ງທີ່ ທ່ານຣາມ ໄດ້ໃຫ້ການ
ອະທິບາຍວ່າ:

“ເນື່ອງຈາກຕອນເທ ເຂົາເທຫລອມນັ້ນ ເຂົາເອົາສຽນພະປີ້ນຫົວລົງ ແລ້ວກໍຖອກ
ນ້ຳທອງ ທີນີ້ທອງຫັ້ນເປັນໂລຫະທີ່ໜັກທີ່ສຸດ ພໍປະສົມລວມກັບມວດສານອື່ນໆ
ຫັ້ນ ກໍຈະໄຫລໄປລວມກັນ ທີ່ພະສຽນ ເພາະສະນັ້ນ ພະສຽນນັ້ນ ຈະມີທອງຄຳ
ລວມຢູ່ຫຼາຍທີ່ສຸດ ຂະໂມຍມັນເລີຍຈະຕັດ ແຕ່ຫົວພະໄປ ແລ້ວກໍໄປຫລອມ ກໍຈະ
ໄດ້ທອງຄຳແທ້ໆຫັ້ນ ຈຳນວນໜຶ່ງ ກໍຈະເອົາໄປຂາຍໄດ້.”

ສຳຫລັບພະພຸດທະຮູບເກົ່າແກ່ທີ່ສຸດ ທີ່ຖືກລັກຂະໂມຍໄປ ຈາກລາວນັ້ນ ກໍປະກອບດ້ວຍ
ພະພຸດທະຮູບ ທີ່ສ້າງດ້ວຍຄຳ ແລະ ທອງຈຳນວນ 16 ອົງ ທີ່ຖືກລັກໄປຈາກວັດຊຽງທອງ
ສ່ວນອີກຫຼາຍກວ່າ 100 ອົງ ກໍຖືກລັກຂະໂມຍໄປ ຈາກວັດທາດຫລວງ ແລະ ວັດ
ສີພຸດທະບາດ ໃນແຂວງຫລວງພະບາງ.

ແຕ່ຢ່າງໃດກໍຕາມ ເຈົ້າໜ້າທີ່ຂັ້ນສູງ ໃນແຂວງຫລວງພະບາງ ກໍເຊື່ອວ່າ ໃນຄວາມເປັນ
ຈິງນັ້ນ ມີພະພຸດທະຮູບເກົ່າແກ່ ຈຳນວນຫຼາຍກວ່ານີ້ ທີ່ຖືກລັກຂະໂມຍໄປ ຈາກແຂວງ
ຫລວງພະບາງ ເພາະການສຳຫລວດ ເພື່ອຂຶ້ນທະບຽນພະພຸດທະຮູບ ແລະ ວັດຖຸໂບຮານ
ໃນແຂວງຫລວງພະບາງນີ້ ໄດ້ເລີ້ມລົງມືນັບແຕ່ປີ 2001 ເປັນຕົ້ນມາ ຈຶ່ງເຊື່ອວ່າ ໄດ້ມີການ
ລັກຂະໂມຍ ພະພຸດທະຮູບເກົ່າແກ່ ຈຳນວນບໍ່ນ້ອຍໄປຈາກ ແຂວງຫລວງພະບາງ ກ່ອນ
ໜ້າ ທີ່ຈະມີການສຳຫລວດດັ່ງກ່າວ ແລ້ວນັ້ນເອງ.

XS
SM
MD
LG