ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ມີ 234 ບໍລິສັດຈາກ ຈີນ ລົງທຶນ ໃນເຂດ ເສດຖະກິດ ພິເສດໃນ ລາວ


ຮູບພາບຕົວຢ່າງຂອງເຂດເສດຖະກິດພິເສດ ບໍ່ເຕັນ.
ຮູບພາບຕົວຢ່າງຂອງເຂດເສດຖະກິດພິເສດ ບໍ່ເຕັນ.

ບັນດາບໍລິສັດຈາກ ຈີນ 234 ລາຍໄດ້ພາກັນລົງທຶນຢູ່ໃນເຂດເສດ ຖະກິດພິເສດ ແລະ ເຂດເສດຖະກິດສະເພາະທັງ 11 ແຫ່ງໃນ ລາວ ໂດຍຖືເປັນກຸ່ມທຸລະກິດ ຕ່າງຊາດທີ່ລົງທຶນໃນ ລາວ ຫຼາຍທີ່ ສຸດ.

ທ່ານ ເຂິງຄຳ ແກ້ວໜູຈັນ ຮອງຫົວໜ້າກອງເລຂາໃນຄະນະກຳມະການແຫ່ງຊາດ ເພື່ອຄຸ້ມ ຄອງເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະຖະແຫຼງວ່າ ໃນປະຈຸບັນມີການ ລົງທຶນຂອງກຸ່ມທຸລະກິດຈາກຕ່າງປະເທດຢູ່ໃນເຂດເສດຖະ ກິດພິເສດ ແລະ ເຂດເສດຖະກິດ ສະເພາະທັງໝົດ 11 ແຫ່ງຂອງ ລາວ ໃນມູນຄ່າ ລວມຫຼາຍກວ່າ 4,000 ລ້ານໂດລາ ແລະ ໃນ ນີ້ກໍໄດ້ມີການນຳເງິນທຶນເຂົ້າມາໃນ ລາວ ແລ້ວ 1,200 ລ້ານກວ່າໂດລາທີ່ເປັນການລົງທຶນ ຂອງ 420 ກວ່າບໍລິສັດ ໂດຍໃນນີ້ກໍເປັນການລົງ ທຶນຂອງບັນດາກຸ່ມທຸລະກິດຈາກ ຈີນ ເຖິງ 234 ບໍລິສັດ ທັງຍັງຖືເປັນກຸ່ມທຸລະກິດຕ່າງຊາດທີ່ລົງທຶນໃນ ລາວ ຫຼາຍທີ່ສຸດອີກດ້ວຍ.

ທາງດ້ານທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳຂົງ ເຂດເສດຖະ ກິດການຜະລິດ ແລະ ຈະລາຈອນຢືນຢັນວ່າ ລັດຖະບານ ລາວ ໄດ້ປັບປຸງທັງນະໂຍບາຍ ແລະ ນິຕິກຳຕ່າງໆເພື່ອອຳນວຍຄວາມສະດວກ ແລະ ສົ່ງເສີມບັນດາບໍລິສັດເອກະຊົນຈາກ ຈີນ ໃຫ້ ເຂົ້າມາລົງທຶນໃນ ລາວ ໃຫ້ຫຼາຍຂຶ້ນນັບມື້.

ໂດຍສະເພາະແມ່ນການກຳນົດກົດລະບຽບຢ່າງລະອຽດທີ່ກ່ຽວກັບ ການສ້າງຕັ້ງ ເຂດເສດຖະ ກິດພິເສດ ແລະ ເຂດເສດຖະກິດສະເພາະທີ່ລັດຖະບານ ລາວ ໄດ້ວາງເປົ້າໝາຍຈະສ້າງຕັ້ງ ໃຫ້ໄດ້ 58 ແຫ່ງໃນທົ່ວປະເທດພາຍໃນປີ 2020 ເຊິ່ງໃນປະຈຸບັນນີ້ລັດຖະບານ ລາວ ກໍໄດ້ ສ້າງຕັ້ງເຂດເສດຖະກິດສະເພາະໄດ້ ແລ້ວ 9 ແຫ່ງ ແລະ ສ້າງຕັ້ງເຂດເສດຖະກິດພິເສດໄດ້ 2 ແຫ່ງຈຶ່ງຍັງຄົງເຫຼືອອີກ ເຖິງ 47 ແຫ່ງທີ່ຈະຕ້ອງສ້າງຕັ້ງຂຶ້ນຕໍ່ໄປໃນໄລຍະ 5 ປີຕໍ່ໜ້າ ຫຼື ພາຍ ໃນປີ 2020 ດັ່ງກ່າວ.

ທາງດ້ານກະຊວງແຜນການ ແລະ ການລົງທຶນ ລາຍງານວ່າເຂດທີ່ມີມູນຄ່າລົງ ທຶນຫຼາຍທີ່ສຸດ ກໍຄືເຂດເສດຖະກິດພິເສດສາມຫຼ່ຽມຄຳຢູ່ເມືອງຕົ້ນເຜິ້ງ ໃນແຂວງ ບໍ່ແກ້ວ ເຊິ່ງໃນປະຈຸບັນ ໄດ້ລົງທຶນໄປແລ້ວ 500 ກວ່າລ້ານໂດລາຈາກແຜນ ການລົງທຶນທັງໝົດ 2,250 ລ້ານໂດລາ ທີ່ເປັນການລົງທຶນທັງ 100 ເປີເຊັນ ຂອງບໍລິສັດເອກະຊົນ ຈີນ.

ໂດຍການສ້າງຕັ້ງເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະຂຶ້ນໃນ ລາວ ນັ້ນ ກໍມີເປົ້າໝາຍເພື່ອໃຫ້ເປັນພາກສ່ວນສຳຄັນໃນການະພັດທະນາ ເສດຖະ ກິດຂອງ ລາວ ໃຫ້ ຈະເລີນກ້າວໜ້າທັງສ້າງວຽກເຮັດງານທຳໃຫ້ແກ່ຄົນ ລາວ ອີກດ້ວຍ ດັ່ງທີ່ທ່າງນາງ ບົດທາ ຂັດຕິຍະ ຮອງປະທານຄະນະກຳມະການ ແຫ່ງຊາດ ລາວ ເພື່ອຄຸ້ມຄອງເຂດເສດຖະກິດພິ ເສດ ແລະ ເຂດເສດຖະກິດ ສະເພາະໄດ້ຖະແຫຼງຢືນຢັນວ່າ

“ວຽກງານການພັດທະນາເສດຖະກິດພິເສດເປັນວຽກງານໃໝ່ ທີ່ຕັ້ງຂຶ້ນຕັ້ງ ແຕ່ປີ 2000 ທີ່ ລັດຖະບານ ສປປ ລາວ ມີຈຸດເປົ້າໝາຍເຮັດໃຫ້ວຽກງານດັ່ງ ກ່າວເປັນຫົວຈັກໃຫ້ແກ່ການ ພັດທະນາ ແລະ ກໍ່ສ້າງປະກອບສ່ວນ ວຽກເຮັດ ງານທຳໃຫ້ແກ່ປະເທດຊາດ ປະກອບສ່ວນ ໃຫ້ແກ່ການພັດທະນາເສດຖະກິດ ແລະ ສັງຄົມແຫ່ງຊາດໃນແຕ່ລະໄລຍະ ການພັດທະນາ ນີ້ຈະແຈ້ງຂຶ້ນກໍຍ້ອນ ການຈັດຕັ້ງພາກລັດຖະບານ ໄດ້ເອົາໃຈໃສ່ຄົ້ນຄວາມຫາວິທີແກ້ໄຂ ບັນຫາ.”

ໂດຍຫຼ້າສຸດຄະນະກຳມະການຄຸ້ມຄອງເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ ໄດ້ອະນຸມັດໃຫ້ສ້າງຕັ້ງເຂດເສດຖະກິດສະເພາະ ທີ່ໃຊ້ຊື່ວ່າ ເຂດນິຄົມອຸດສາຫະກຳ ປາກເຊ- ຍີ່ປຸ່ນ SME ໂດຍມີເນື້ອທີ່ສຳປະທານ 195 ເຮັກຕາຢູ່ໃນເຂດເມືອງອຸທຸມພອນ ແລະ ເມືອງບາ ຈຽງຈະເລີນສຸກ ຢູ່ທີ່ແຂວງ ຈຳປາສັກ ທີ່ລົງທຶນໂດຍບໍລິສັດເອກະຊົນ ຍີ່ປຸ່ນໃນມູນຄ່າ 62 ລ້ານໂດລາ ແລະ ມີອາຍຸສຳປະທານ 520 ປີ.

ສ່ວນນະຄອນຫຼວງວຽງຈັນ ກໍມີຢູ່ເຖິງ 5 ເຂດຄື ນິຄົມອຸດສາຫະກຳ ແລະ ການຄ້າ ວຽງຈັນ- ໂນນທອງ, ເຂດເສດຖະກິດສະ ເພາະດົງໂພສີ, ເຂດເສດຖະກິດສະເພາະ ລ່ອງແກ່ງ-ວຽງຈັນ, ເຂດພັດທະນາກວມລວມຢູ່ທີ່ເມືອງໄຊເສດຖາ, ເຂດເສດຖະ ກິດສະເພາະບຶງທາດຫຼວງ, ນອກນັ້ນກໍມີເຂດເສດຖະກິດພິເສດ ສະຫວັນ-ເຊໂນ, ເຂດເສດຖະກິດສະເພາະ ທ່າແຂກ ແລະ ເຂດເສດຖະກິດສະເພາະພູຂຽວໃນ ແຂວງຄຳມ່ວນ.

XS
SM
MD
LG