ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄທ ຈະດຳເນີນຄະດີ ຜູ້ຕ້ອງສົງໄສ ຄ້າມະນຸດ


ນັກສືບສວນສອບສວນ ຂອງພະແນກສືນສວນສອບສວນພິເສດ ແຫ່ງປະເທດ ໄທ ສອບປາກຄຳຜູ້ຕ້ອງສົງໄສທີ່ສຳຄັນ ໃນກຸ່ມນັກຄ້າມະນຸດ ທ້າວ ສຳຣວຍ ຈັດໂຄຣດ (ຊ້າຍ) ໃນນະຄອນຫຼວງ ບາງກອກ, ປະເທດ ໄທ. 1 ກໍລະກົດ 2015.
ນັກສືບສວນສອບສວນ ຂອງພະແນກສືນສວນສອບສວນພິເສດ ແຫ່ງປະເທດ ໄທ ສອບປາກຄຳຜູ້ຕ້ອງສົງໄສທີ່ສຳຄັນ ໃນກຸ່ມນັກຄ້າມະນຸດ ທ້າວ ສຳຣວຍ ຈັດໂຄຣດ (ຊ້າຍ) ໃນນະຄອນຫຼວງ ບາງກອກ, ປະເທດ ໄທ. 1 ກໍລະກົດ 2015.

ພຽງ​ແຕ່​ບໍ່​ເທົ່າໃດ​ມື້​ ກ່ອນ​ສະຫະລັດຈະ​ເຜີຍ​ແພ່​ລາຍ​ງານປະຈຳ​ປີຂອງ​ຕົນ ​ກ່ຽວ​ກັບ​ການ​ຄ້າ​ມະນຸດ​ໃນ​ທົ່​ວໂລກ​, ທາງ​ການ ​ໄທ ກໍ​ໄດ້​ປະກາດ ກ່ຽວ​ກັບຜູ້ຕ້ອງ​ຫາໃນ​ທີ່​ພົວພັນ​ກັບ​ການຄ້າ​ມະນຸດ 72 ຄົນ​ເຊິ່ງປະຈຸ​ບັນ​ຖືກ​ຄວບ​ຄຸມຢູ່ນັ້ນ ​ເພື່ອ​ຈະ​ຖືກ​ຮ້ອງ​ຟ້ອງ ​ໃນ​ຂະ​ນະ​ດຽວ​ກັນ​ກໍ​ໄດ້​ອອກໝາຍ​ຈັບ​ອີກ 45 ຄົນ​ເພີ່ມເຕີ​ມ.

ນັກ​ຂ່າວ ວີໂອ​ເອ Steve Herman ມີ​ລາຍ​ງານ​ຈາກ ບາງກອກ ​ເຊິ່ງ ພຸດທະສອນ ຈະ​ນຳ​ລາຍ​ລະອຽດມາສະ​ເໜີທ່ານ.

ປະ​ເທດ​ ​ໄທ ​ເອີ້ນເຫດການ​ຄັ້ງ​ນີ້​ວ່າ ການ​ປາບ​ປາມ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ລາຊະ​ອານາຈັກ. ຕັ້ງ​ແຕ່​ເດືອນ ພຶດສະພາ​ເປັນ​ຕົ້ນ​ມາ, ມີ​ການ​ຖື​ວ່າ ​ເຈົ້າ​ໜ້າ​ທີ່ 15 ຄົນໄດ້ເຂົ້າໄປພົວພັນໃນຂະບວນ ການຄ້າມະນຸດ, ລວມທັງ ພົນ​ໂທ​ທະຫານ​ບົກຄົນ​ນ່ຶງ.

ຜູ້ອຳນວຍການບໍລິຫານຂອງ ອົງການສິິດທິມະນຸດ Fortify Rights ທ່ານ Matthew Smith ກ່າວ​ວ່າ ການປະກາດນີ້ ແມ່ນ ເປັນຂ່າວ​ດີ.

ທ່ານMatthew Smith ກ່າວວ່າ “ສິ່ງທີ່ພວກເຮົາ​ໄດ້​ເຫັນຜ່ານມາ ແມ່ນຈຳນວນຄົນທີ່ ຖືກ ກ່າວໂທດ ກ່ຽວກັບການລະເມີດທີ່ພົວພັນກັບການຄ້າມະນຸດ ແຕ່ບໍ່ເຄີຍຖືກຕັດ ສິນລົງໂທດ ຈັກ​ເທື່ອ. ແລະ ດັ່ງນັ້ນ, ຂ້າພະເຈົ້າຈຶ່ງຄິດວ່າຄັ້ງ​ນີ້ ມັນຈະມີຄວາມເອົາ ໃຈໃສ່ຕໍ່​ການດຳ​ເນີນ​ຄະດີ​ດັ່ງກ່າວ ໃນປະເທດ ໄທ ດ້ວຍສາຍຕາ​ທີ່​ວ່າຈະ​ມີ​ການ​ຕັດສິນ​ລົງ​ໂທດ ຫຼື ບໍ່.”

ພົນ​ໂທ​ທະຫານ​ບົກ ໄທ ທ່ານ ມານັດ ກອງພັນ (ກາງ) ອ້ອມຮອບໂດຍຕຳຫຼວດຫຼາຍຄົນ ເຊິ່ງລ່າວໄດ້ເຂົ້າມອບໂຕຢູ່ສຳນັກງານໃຫຍ່ ຕຳຫຼວດໃນ ນະຄອນຫຼວງ ບາງກອກ. 3 ກໍລະກົດ 2015.
ພົນ​ໂທ​ທະຫານ​ບົກ ໄທ ທ່ານ ມານັດ ກອງພັນ (ກາງ) ອ້ອມຮອບໂດຍຕຳຫຼວດຫຼາຍຄົນ ເຊິ່ງລ່າວໄດ້ເຂົ້າມອບໂຕຢູ່ສຳນັກງານໃຫຍ່ ຕຳຫຼວດໃນ ນະຄອນຫຼວງ ບາງກອກ. 3 ກໍລະກົດ 2015.

ການ​ເຄື່ອນ​ໄຫວຂອງ ໄທ ຕ້ານເຄືອຄ່າຍການລັກລອບນີ້ ເກີດຂຶ້ນ ຫຼັງຈາກການຄົ້ນພົບ ສົບຄົນ​ເປັນ​ໝູ່ ຢູ່ໃນຫຼຸມຝັງສົບໃນປ່າ ໃກ້ກັບສູນທີ່ສົງໃສວ່າເປັນຂອງພວກຄ້າມະນຸດຢູ່ ຕາມເຂດຊາຍແດນ ໄທ ແລະ ມາເລເຊຍ.

ການປິດສູນ ​ຊົ່ວຄາວ​ລົງ ຊ່ຶງສ່ວນໃຫຍ່​ເຄີຍ​ເປັນ​ບ່ອນນຳເອົາຊາວ ມຸສລິມ ໂຣຮິງຢາ ຈາກ ມຽນມາ ແລະ ບັງກະລາແດັສ ​ໄປສູ່ ມາເລເຊຍນັ້ນ, ໄດ້ບັງຄັບໃຫ້ພວກລັກລອບທີ່ຄ້າຂອງ ຜິດກົດໝາຍ ປະຖິ້ມເຮືອທີ່ອັດ​ແອ ເຕັມໄປດ້ວຍຜູ້ຍົກຍ້າຍຖິ່ນຖານຫຼາຍພັນຄົນ​ໄວ້ຢູ່ກາງ ທະເລ ແທນທີ່ຈະສ່ຽງ ເຂົ້າມາໃນຝັ່ງ.

ໃນການປະກາດການຮ້ອງ​ຟ້ອງ​ດັ່ງກ່າວ ​ແມ່ນໂຄສົກຂອງ ໄອຍະການສູງສຸດໄດ້ປະຕິຍານ ວ່າຕົນ “ຈະບໍ່ປ່ອຍໃຫ້ຜູ້ມີອິດທິພົນຢູ່ເໜືອກົດໝາຍ​ໄດ້.”

ແຕ່ວ່ານັກເຄື່ອນໄຫວດ້ານສິດທິມະນຸດ, ເຊັ່ນທ່ານ Matthew Smith ກໍຍັງຄົງມີຄວາມ ສົງໄສຢູ່ ​ຈ່ຶງ​ກ່າວ​ວ່າ: “ພວກເຮົາຍັງມີຄວາມເປັນຫ່ວງບາງຢ່າງຢູ່ວ່າ ຜູ້ນຳອາວຸໂສ ບາງຄົນ ຂອງ ເຄືອຂ່າຍຂ້າມຊາດພວກນີ້ ຍັງປະຕິບັດການຢູ່ຢ່າງມີອິດສະຫຼະ. ແລະ ເພື່ອຈະຖອນ ຮາກພວກເຂົາອອກ​ໃຫ້ໝົດ ມັນຕ້ອງ​ໄດ້ມີການຮ່ວມມືກັບ ສາກົນ.”

​ເມື່ອໜຶ່ງປີທີ່ກ່ອນ ສະຫະລັດ​ໄດ້ຫຼຸດລະດັບສະຖານະພາບຂອງປະເທດ ໄທ ລົງສູ່ລະດັບ 3 ໃນບົດລາຍງານ ການຄ້າມະນຸດ Trafficking in Persons ຫຼື TIP ແຕ່ປີ​ນີ້ ຈະ​ບໍ່​ເປັນ​ໄປ ດັ່ງ ທີ່​ເຄີຍ​ເປັນ​ມາສຳລັບລາຊະອານາຈັກດັ່ງກ່າວ ຍ້ອນ​ວ່າ​ສະຖານະ​ການ​ແມ່ນ​ຕົກ​ຢູ່ພາຍໃຕ້ ການຄວບຄຸມຂອງ ລັດຖະບານທະຫານມາ ຕັ້ງແຕ່ການກໍ່ ລັດຖະປະຫານ ​ເມື່ອ 26 ເດືອນ ກ່ອນ.

ບົດລາຍງານ TIP ຂອງກະຊວງການຕ່າງປະເທດ ແມ່ນມີ​ກຳນົດອອກເຜີຍແຜ່ໃນວັນຈັນ ວານນີ້.

XS
SM
MD
LG