ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ໄທ ຕຽມພ້ອມ ສ້າງລະບົບ ຄວາມປອດໄພ ທາງ ອິນເຕີເນັດ ຄືກັບ ຈີນ


Thailand Set to Build China-like Internet Firewall
please wait

No media source currently available

0:00 0:01:45 0:00

ຊົມວິດີໂອ ກ່ຽວກັບ ຂ່າວນີ້

ອຳນາດ​ການ​ປົກຄອງ ​ໄທ ກຳລັງ​ວາງ​ແຜນ​ຮັດກຸມ​ເພື່ອ​ຄວບ​ຄຸມ​ ​ການ​ໃຊ້ອິນ​ເຕີ​ເນັດ, ​ໂດຍ​ສ້າງ​ຈຸດ​ເ​ຂົ້າ​ເຖິງ​ຂໍ້​ມູນ​ສາກົນ​ພຽງ​ຊ່ອງ​ທາງ​ດຽວ ດັ່ງ​ນັ້ນ​ພວກ​ເຂົາ​ເຈົ້າ​ຈຶ່ງ​ສາມາດ​ຕິດ​ຕາມຫົວ​ຂໍ້​ການ​ຄົ້ນ​ຫາ​ຕ່າ​ງໆ. ນັກ​ຂ່າວ ວີ​ໂອ​ເອ Steve Herman ມີ​ລາຍ​ງານ​ຈາກ ບາງກອກ ກ່ຽວ​ກັບ​ສິ່ງ​ທີ່​ໄດ້​ຖືກ​ເອີ້ນ​ວ່າ ລະບົບຄວາມປອດໄພ ທີ່ດີເລີດຂອງ ໄທ ເອງ ເຊິ່ງວ່າຈະເປັນແນວໃດນັ້ນ ພຸດທະສອນ ຈະນຳເອົາລາຍລະອຽດ ມາສະເໜີທ່ານ.

ໜຶ່ງໃນການຕັດສິນໃຈຂອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ເທັກໂນໂລຈີການ ຄົມມະນາຄົມຄົນໃໝ່ຂອງ ໄທ ແມ່ນການຈ້າງໝໍຜີເພື່ອໄລ່ຜີອອກຈາກຫ້ອງການ.

ຜູ້ໃຊ້ອິນເຕີເນັດຂອງ ໄທ, ຈັ່ງໃດກໍຕາມ, ໄດ້ມີຄວາມຕື່ນຕົກໃຈຍິ່ງຂຶ້ນ ໂດຍສິ່ງອື່ນໆທີ່ ອອກມາຈາກກະຊວງ ເຊິ່ງເປັນແຜນການທີ່ຈະກັບຄືນ ສູ່ການໃຊ້ອີນເຕີເນັດປະຕູດຽວ.

ກະຊວງກ່າວວ່າ ບໍ່ມີຫຍັງທີ່ຈະໄປຢ້ານກົວມັນ, ໂດຍຢືນຢັນເຖິງການເປັນປະຕູໃຫຍ່ພຽງ ຜູ້ດຽວສຳລັບການສື່ສານທາງອອນໄລນ໌ ຈະເຮັດໃຫ້ມີລາຄາຖືກລົງ ແລະ ຜັກດັນໃຫ້ ໄທ ເປັນສູນກາງລະບົບ ດິຈິຕອລ ຢູ່ໃນພາກພື້ນ.

ນັກວິຈານໄດ້ເຕືອນວ່າ ພວກເຂົາເຈົ້າອາດເຮັດໃນສິ່ງກົງກັນຂ້າມກໍໄດ້ ໂດຍຈະເຮັດໃຫ້ ບັນດາບໍລິສັດ ແລະ ນັກລົງທຶນຫລົບໜີ ຈາກລະບົບ ຮັກສາຄວາມປອດໄພ ທີ່ລອກຮຽນ ແບບ ຈີນ ແລະ ປະເທດອື່ນໆທີ່ ທຳການກົດຂີ່ປາບປາມ.

ທ່ານນາງ Sarinee Achavanuntakul ຈາກມູນນິທິເພື່ອອິນເຕີເນັດ ແລະ ວັດທະນະທຳ ທາງການເມືອງ ກ່າວວ່າ “ມັນບໍ່ພຽງແຕ່ມີລາຄາສູງຫຼາຍເທົ່ານັ້ນ ແຕ່ກໍຍັງມີຜົນສະ ທ້ອນ ອັນແທ້ຈິງໃນກໍລະນີຂອງເຄືອຂ່າຍຄວາມປອດໄພ, ຄວາມໝັ້ນຄົງ, ຄວາມ ມີປະສິດທິພາບ, ຄວາມເປັນສ່ວນຕົວ ແລະ ໝົດທຸກຢ່າງ.”

ປະເທດ ໄທ, ຕັ້ງແຕ່ປີທີ່ຜ່ານມາ, ໄດ້ຖືກ ຄວບຄຸມໂດຍລັດຖະບານທະຫານເຊິ່ງໄດ້ຍຶດ ອຳນາດໂດຍການກໍ່ລັດຖະປະຫານ ແລະກໍໄດ້ຫລຸດຜ່ອນສິດເສລີພາບໃນການສະແດງ ອອກຊຶ່ງຄວາມຄິດຄວາມເຫັນຢ່າງຮຸນແຮງ, ໄດ້ເພີ່ມການກວດສອບລະບົບດິຈິຕອລ ແລະ ປິດ ກັ້ນເວັບໄຊທ໌ຂອງຕ່າງປະເທດ ຫຼາຍຂຶ້ນ.

ທ່ານນາງ Sarinee ໄດ້ກ່າວວ່າ “ບັນຫາໜຶ່ງທີ່ພວກເຮົາໄດ້ພົບເຫັນກໍແມ່ນ ລັດຖະ ບານທະຫານໃນປະຈຸບັນນີ້ ທຸກໆຂັ້ນຕອນການຕັດສິນ ໃຈສຳລັບຫຼາຍໆໂຄງ ການ ທີ່ໄດ້ສົ່ງຜົນກະທົບຕໍ່ສາທາລະນະຢ່າງກວ້າງຂວາງ ເກືອບຈະບໍ່ຮັບຮູ້ສຽງ ໃດໆຂອງສາທາລະນາເລີຍ.”

ຕອນນີ້ມີຮ່ອງຮອຍສະແດງໃຫ້ເຫັນວ່າ ອຳນາດການປົກຄອງໄທ ທີ່ກຳ ລັງປະເຊີນໜ້າ ກັບປະຕິກິລິຍາ ທີ່ຮຸນແຮງທາງສື່ສັງຄົມ ແມ່ນກຳລັງມີ ການພິຈາລະນາທົບທວນຕື່ມອີກ.

ແຕ່ມີຫຼາຍຄົນຍັງສົງໄສວ່າ ພວກນາຍພົນທະຫານ ຈະຖອຍຫຼັງຈາກ ການພະຍາຍາມທີ່ ຈະກວດກາກິດຈະກຳຂອງປະຊາຊົນ ໄທ ໃນການ ໃຊ້ອິນເຕີເນັດ.

Thai authorities are planning to tighten control over the internet, creating a single international access point so they can better monitor content. VOA Correspondent Steve Herman reports from Bangkok on what is being called Thailand's own Great Firewall.

One of the first decisions of Thailand's new minister of information and communication technology was to hire a mystic to chase the ghosts out of his office.

Thailand's neitzens, however, are more frightened by something else coming out of the ministry — a plan to revert to a single internet gateway.
The ministry says this is nothing to be afraid of, asserting the sole portal for online traffic would lower prices and boost Thailand as a regional digital hub.

Critics warn it would do the opposite—sending companies and investors fleeing a firewall that emulates China's and other repressive states

SARINEE ACHAVANUNTAKUL, FOUNDATION FOR INTERNET & CIVIC CULTURE
"It not only is very costly but also has real repercussions in terms of network security, stability, efficiency, privacy and all that."

Thailand, since last year, has been run by a military junta which took power in a coup. It has severely curtailed freedom of expression, stepped up digital surveillance and blocked more overseas web sites.

SARINEE ACHAVANUNTAKUL, CHAIR, FOUNDATION FOR INTERNET & CIVIC CULTURE
"One problem we see is that in this current junta government all the decision-making process for many of the projects that affect the public very broadly hardly have any kind of public hearing."

There are now indications Thai authorities — facing a backlash on social media — are having second thoughts.

But many here doubt that the army generals will retreat from trying to more effectively patrol Thai citizen's activities in cyberspace.

XS
SM
MD
LG