ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສານ​​ໄທ ​​ຕັດສິນ​ລົງ​ໂທດ ຈຳຄຸກ ພໍ່ຄ້າ​ຂາຍ​ເຄື່ອງຄົນນຶ່ງ ຖານໝິ່ນປະໝາດກະສັດ


ກະສັດພູມີ​ພົນ ອະດຸນຍະ​ເດດ ຂອງໄທ ຊຶ່ງ​ມີ​ພະຊົນມາ​ຍຸໄດ້ 87 ພັນ​ສາ ​ແມ່ນ​ເປັນທີ່​​​ເຄົາລົບ​ນັບຖື ​ຢ່າງ​ກວ້າງຂວາງ ​ໂດຍປະຊາຊົນ ຊາວ​ໄທ.
ກະສັດພູມີ​ພົນ ອະດຸນຍະ​ເດດ ຂອງໄທ ຊຶ່ງ​ມີ​ພະຊົນມາ​ຍຸໄດ້ 87 ພັນ​ສາ ​ແມ່ນ​ເປັນທີ່​​​ເຄົາລົບ​ນັບຖື ​ຢ່າງ​ກວ້າງຂວາງ ​ໂດຍປະຊາຊົນ ຊາວ​ໄທ.

ສານ​ແຫ່ງ​ນຶ່ງ​ຂອງ​ໄທ ​ໄດ້​ຕັດສິນ​ລົງ​ໂທດ ຊາຍ​ອາ​ຍຸ 67 ປີ ຄົນນຶ່ງ
​ໃຫ້​ຈຳ​ຄຸກ​ນຶ່ງ​ປີ​ເຄິ່ງ ຍ້ອນການ​ຂີດ​ຂຽນຂໍ້ຄວາມ ທີ່​ຕຳ​ນິຕິ​ຕຽນ
ກະ​ສັດ​ຂອງ​ປະ​ເທດ ​ແລະ ບັນດາ​ຜູ້ນຳທະຫານ ຢູ່​ຝາ​ຫ້ອງ​ນ້ຳ
ທີ່​ສູນ​ການ​ຄ້າ​ໃນ​ບາງກອກ.

​ໃນ​ວັນ​ສຸກ​ມື້​ນີ້ສານ​ທະຫານ ​ໄດ້​ພົບເຫັນວ່າ ພໍ່ຄ້າ​ຂາຍ​ເຄື່ອງ​
ຜົມຫງອກ ຊື່ວ່າ ​ໂອພາດ ຈັນ​ສຸກ​ໄຊ ມີ​ຄວາມ​ຜິດ​ຖານໝິ່ນປະໝາດກະສັດ ດ້ວຍ​ການ​
ຂຽນຂໍ້ຄວາມ ​ໃສ່ຝາ​ຫ້ອງ​ນ້ຳ​ເມື່ອ​ເດືອນ​ຕຸລາ​ປີ​ກາຍ​ນີ້.

ທ້າວໂອພາດ ທີ່​ໄດ້​ຖືກ​ກັກ​ຕົວ​ມາຕັ້ງ​ແຕ່​ເດືອນ​ຕຸລາປີ​ກາຍ​ນີ້ ​ໃນ​ເບື້ອງ ​ຕົ້ນ​ໄດ້​ຖືກ​ຕັດສິນ​
ລົງ​ໂທດ​ຈຳ​ຄຸກ 3 ປີ ​ແຕ່​ການ​ລົງ​ໂທດ​ໄດ້​ຖືກ​ລົດ​ລົງ​ເພາະວ່າ​ຜູ້ກ່ຽວ​ຍອມຮັບ​ຜິດ​ຕໍ່​ການ​
ກະທຳດັ່ງ​ກ່າວ.

ກົດໝາຍ ​ວ່າ​ດ້ວຍການ​ໝິ່ນປະໝາດ​ກະສັດຂອງ​ໄທ ​ແມ່ນນຶ່ງ​ໃນກົດ ໝາຍ​ທີ່​ເຄັ່ງຄັດ​ທີ່​ສຸດ
ໃນ​ໂລກ. ບັນດາ​ເຈົ້າໜ້າ​ທີ່ ​ໄດ້​ເພີ້​ມການ​ນຳ​ໃຊ້ ການຟ້ອງຮ້ອງ​ດ້ວຍ​ກົດໝາຍ​ດັ່ງກ່າວ ເພື່ອ ປິດ​ປາກ​ປິດ​ສຽງ​ພວກ​ຕຳນິຕິຕຽນ​ລັດຖະບານ ນັບ​ຕັ້ງ​ແຕ່​ທະຫານ​ໄດ້​ເຂົ້າຍຶດ​ອຳນາດ​ດ້ວຍ​ການ​ກໍ່​ລັດຖະປະຫານ​ເມື່ອເດືອນ​ພຶດສະພາ​ປີ​ກາຍ​ນີ້.

ກະສັດພູມີ​ພົນ ອະດຸນຍະ​ເດດ ຂອງໄທ ຊຶ່ງ​ມີ​ພະຊົນມາ​ຍຸໄດ້ 87 ພັນ​ສາ ​ແມ່ນ​ເປັນທີ່​ເຄົາລົບ​ນັບຖື​ຢ່າງ​ກວ້າງຂວາງ ​ໂດຍ​ປະຊາຊົນຊາວ​ໄທ ທີ່​ເປັນ​ຕົວ​ແທນ​ດຶງ​ດູດ​ໃຫ້ປວງ​ຊົນ​ເຕົ້າ​ໂຮມ
ກັນ ຢູ່ໃນປະເທດທີ່ມີຄວາມຄິດຄວາມເຫັນ​ທາງການ​ເມືອງແຕກຕ່າງກັນ ​ແລະ ການ​ທີ່​ມີປາກ ​ມີ​ສຽງ​ວ່າ ຈະ​ນຳ​ເອົາ​ກົດໝາຍ​ດັ່ງກ່າວ​ອອກ​ນັ້ນ ​ພິສູດ​ໃຫ້​ເຫັນ​ວ່າ ​ມີ​ການ​ໂຕ້​ຖຽງ​ກັນ​ສະ​ເໝີ.

A Thai court has sentenced a 67-year-old man to a year and a half in prison for scribbling graffiti critical of the country's king and military leaders on the bathroom wall of a Bangkok shopping mall.

The military court on Friday found the gray-haired market vendor, Opas Charnsooksai, guilty of lese majeste, or offending Thailand's monarchy, by writing the graffiti on the bathroom wall last October.

Opas, who has been detained since October, had originally been sentenced to three years in jail, but the sentence was reduced because of his guilty plea.

Thailand's lese majeste laws are among the strictest in the world. Authorities have increasingly used the charge to silence government critics since the military took over in a coup in May.

Thailand's 87-year-old King Bhumibol Adulyadej is widely revered by Thais as a unifying figure in the politically polarized nation, and talk of removing the laws have proven contentious.

XS
SM
MD
LG