ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ໄທຖືກກ່າວຫາວ່າ ບໍ່ດໍາເນີນການ ເພື່ອສະກັດກັ້ນ ການຄ້າງາຊ້າງ (ວີດິໂອລາວ/ອັງກິດ)


ຜະລິດຕະພັນທີ່ເຮັດດ້ວຍງາຊ້າງ ທີ່ມີວາງຂາຍໃນໄທ
ຜະລິດຕະພັນທີ່ເຮັດດ້ວຍງາຊ້າງ ທີ່ມີວາງຂາຍໃນໄທ
ໃນຂະນະທີ່ບັນດານັກເຄື່ອນໄຫວອະນຸລັກສັດ ພົບປະກັນທີ່ບາງ
ກອກ​ໃນ ກອງປະຊຸມໃຫຍ່ຂອງອົງການສົນທິສັນຍາ ການຄ້າສັດ
ຊະນິດໃກ້ຈະສູນພັນ ລະຫວ່າງ​ປະ​ເທດ ຫຼື CITES ​ໃນ​ໄລຍະ​
ສອງ​ອາທິດ​ຜ່ານ​ມາ​ນີ້ ຫຼາຍໆຄົນ ໄດ້ກ່າວຫາໄທ ປະເທດເຈົ້າ
ພາບ ວ່າບໍ່​ດໍາ​ເນີນ​ການເພື່ອສະກັດກັ້ນການ ຄ້າງາຊ້າງຜິດກົດ
ໝາຍ. ຜູ້ສື່ຂ່າວວີໂອເອ Steve Sandford ມີລາຍງານຈາກ
ບາງກອກ ຊຶ່ງທອງປານ ຈະມາສະເໜີທ່ານ.

ເບິ່ງວີດິໂອລາຍງານນີ້ ເປັນພາສາລາວ:


ໃນປະເທດໄທນັ້ນ ຊ້າງຖືວ່າເປັນສັນຍາລັກແຫ່ງຊາດອັນນຶ່ງ ​ ພ້ອມທັງເປັນ​ສັດ​ທີ່​ດຶງ
ດູດ​ລາຍ​ໄດ້​ມາສູ່ວົງການອຸດສາຫະກໍາການທ່ອງທ່ຽວຂອງ​ໄທທີ່ມີນັກທ່ອງທ່ຽວເຂົ້າ
ປະເທດຫຼາຍເປັນປະວັດການ ເມື່ອປີຜ່ານມາ ຄື 22 ລ້ານຄົນ.

ແຕ່ກໍມີດ້ານມືດຂອງອຸດສາກະກໍານີ້​ຄື​ກັນ. ເມື່ອບໍ່ດົນມານີ້ ໄທໄດ້ຖືກຈັດໃຫ້ຢູ່ໃນບັນຊີ ແປດປະ​ເທດ​ທີ່ຖືກສິ້ງຊອມ​ເບິ່ງ ຊຶ່ງໂຮມທັງຈີນນໍາ ຍ້ອນ​ມີ​ການພົວພັນ​ນໍາການຄ້າຂາຍ ງາຊ້າງ ຜິດກົດໝາຍ.

ງາຊ້າງໂດຍສ່ວນໃຫຍ່ແມ່ນຖືກລັກລອບມາຈາກອາຟຣິກາ ບ່ອນທີ່ພວກນັກສະຫງວນສັດ
ປ່າເວົ້າວ່າ ນັບຕັ້ງແຕ່ປີ 2012 ເປັນຕົ້ນມາ ມີຊ້າງຫຼາຍກວ່າ 32,000 ໂຕ ຖືກຂ້າເອົາງາ.

ທ່ານ Edwin Wiek ຊ່ຽວຊານດ້ານສັດປ່າ ແລະເປັນຜູ້ອໍານວຍການມູນນິທີເພື່ອນມິດ
ສັດປ່າປະຈໍາປະເທດໄທ ເວົ້າວ່າ ການບັງຄັບກົດໝາຍກ່ຽວ​ກັບ​ເລື້ອງ​ນີ້ ໃນລາດຊະອາ ນາຈັກໄທແມ່ນລໍາບາກຫຼາຍ.

ທ່ານ Wiek ເວົ້າວ່າ: “ການຄ້າງາຂອງຊ້າງທີ່ຖືກຂັງໄວ້ແມ່ນເປັນໄພຂົ່ມຂູ່ໃຫຍ່
ຢ່າງນຶ່ງ
ຕໍ່ປະຊາກອນຊ້າງໃນໄທ ພ້ອມທັງໃນຂົງເຂດອາຟຣິການັ້ນນໍາ ຍ້ອນວ່າ
ບໍ່ໄດ້
ມີ​ການອອກກົດລະບຽບ ຄວບ​ຄຸມ​ການ​ຄ້າໄວ້ຢ່າງເໝາະສົມ ບໍ່​ມີ​ການ​ຈົດ​
ທະບຽນ​ຊ້າງຂອງ​ປະຊາຊົນ.
ງາຊ້າງ​ແລະ​ຜະລິດ​ຕະພັນ​ງາ​ຊ້າງ ແມ່ນຖືກວາງ
ຂາຍຢູ່ທົ່ວປະເທດ
ແລະກໍບໍ່ໄດ້ມີ​ການຕິດຕາມຄວບຄຸມກັນແຕ່ຢ່າງໃດເລີຍ.”

ໄທມີກົດໝາຍຄວບ​ຄຸມການເອົາແລະຂາຍງາຊ້າງ ຈາກຊ້າງພາຍໃນປະເທດທີ່​ຖືກຕ້ອງ ຕາມກົດໝາຍ ​ແຕ່​ວ່າ​ກົດ​ລະບຽບຢູ່ໃນເຈ້ຍນັ້ນ ຟັງເບິ່ງກໍດີຢູ່.

ແຕ່ໃນຄວາມເປັນຈິງແລ້ວ ​ແມ່ນ​ມີຊ່ອງຫວ່າງທາງກົດໝາຍ ທີ່ເປີດໂອກາດໃຫ້ພວກພໍ່ຄ້າ
ທີ່ຫວັງ​ຢາກ​ໄດ້​ແຕ່​ເງິ​ນທັງຫຼາຍ ສາມາດຕີກາງາຊ້າງທີ່ຖືກລັກລອບມາຈາກອາຟຣິກາ ໃຫ້ເປັນງາຊ້າງ ຈາກພາຍໃນປະເທດ.

ດ້ວຍເຫດນີ້ ກຸ່ມພັນທະມິດນັກເຄຶ່ອນໄຫວ​ເພື່ອສັດປະຈໍາໄທ ຈຶ່ງກໍາລັງຮຽກຮ້ອງໃຫ້ມີ
ການປ່ຽນແປງຢ່າງ​ໃຫຍ່ ຕໍ່ລະບົບຕິດຕາມ​ເບິ່ງຕະຫຼາດງາ​ຊ້າງພາຍໃນປະເທດຂອງ
ໄທນັ້ນ. ນາງອ່ອນສິຣິງ ເຊີງສະອາດ ໂຄສົກຂອງກຸ່ມ ຊີ້ແຈງວ່າ:

“ສິ່ງທໍາອິດນັ້ນ ພວກເຮົາຢາກໃຫ້ລັດຖະບານປັບປຸງ ລະບົບການຈົດທະບຽນ
ຕົວຊ້າງ ເພື່ອປ້ອງກັນບໍ່ໃຫ້ຮູບພັນສັນຖານຂອງຊ້າງ ຖືກປ່ຽນ
ຈາກຈໍາພວກ
ສັດປ່າ
ມາເປັນສັດພາຍໃນປະເທດໄດ້.”

ໃນຮ່ອງຮອຍທາງບວກອັນ​ນຶ່ງ ​ເມື່ອອາທິດຜ່ານມານີ້ ທ່ານນາງຢິ່ງລັກ ຊິນນະ​ວັດ ນາຍົກ
ລັດຖະມົນຕີໄທ ໄດ້ປະກາດແຜນການທີ່​ຈະດັດແກ້ກົດໝາຍ ທີ່ມີເປົ້າໝາຍເພື່ອຍຸດຕິການ
ຄ້າງາຊ້າງ.

ແຕ່ຢູ່ໃນປະເທດນຶ່ງ ທີ່ມີພວກພໍ່ຄ້າແມ່ຂາຍຍ່ອຍລາຍນ້ອຍໆ ທີ່ບໍ່ມີໃບອະນຸຍາດຈໍາ
ນວນ​ຫລາຍ​ຮ້ອຍ​ຄົນ ແລະມີງາຊ້າງ​ລົ້ນ​ຕະຫລາດ ​ເກີນ​ຄວາມຕ້ອງການ​ຢູ່​ພາຍ​ໃນ​ປະ​
ເທດຢ່າງ​ຫລວງຫລາຍ​ນັ້ນ ງານນີ້ອາດພິສູດໄດ້ວ່າເປັນ​ວຽກ​ທີ່ຍາກ​ລໍາບາກຫຼາຍ. ທ່ານ
Adam Roberts ຈາກກຸ່ມສະໜັບ ສະໜຸນສັດ ທີ່ມີຊື່ວ່າ “Born Free USA” ຫຼື “ເກີດມາມີເສລີພາບ ສະຫະລັດອາ​ເຣິກາ” ເວົ້າວ່າ ການບັງຄັບກົດໝາຍ ຄືຫຼັກສໍາຄັນ.

“ພວກເຮົາບໍ່ພຽງແຕ່ຢາກມີກົດໝາຍທີ່ເຂັ້ມແຂງ ກວ່າ​ເກົ່າເທົ່ານັ້ນ ແຕ່ພວກ
ເຮົາຍັງຕ້ອງການຢາກຮູ້ວ່າ
ກົດໝາຍເຫຼົ່ານັ້ນ ຖືກນໍາ​ມາບັງຄັບ​ໃຊ້ຢ່າງເຂັ້ມ
ແຂງ
ຫລື​ບໍ່ ນໍາອີກ ແລະຢາກ​ເຫັນວ່າ ພວກທີ່ຝ່າຝືນກົດໝາຍຖືກນໍາ​ມາລົງ
ໂທດ
​ເພື່ອ​ວ່າ​ເຂົາ​ເຈົ້າຈະຫຼາບຈໍາ ​ແລະຈະບໍ່ເຮັດແນວ ນັ້ນອີກຕໍ່ໄປ.”

ໃນຂະນະທີ່ບັນດານັກການເມືອງ ແລະນັກອະນຸລັກສັດ ອະພິປາຍກັນເຖິງອະນາຄົດ
ຂອງຊ້າງໃນທົ່ວໂລກນັ້ນ ຫຼາຍໆຄົນກໍຢ້ານວ່າ ຈໍານວນສັດໜັງໜາທີ່​ວ່າ​ນີ້ ​ຈະ​ສືບ​ຕໍ່​ລຸດ
ນ້ອຍ​ຖອຍ​ລົງ ແລະ ສັດທີ່ມີຂະໜາດໃຫຍ່ທີ່ສຸດຂອງໂລກ ຈະຄ່ອຍໆດັບສູນໄປ.

ເບິ່ງວີດິໂອ ພາສາອັງກິດ:

Thailand Urged To Curb Illegal Ivory Trade
please wait

No media source currently available

0:00 0:02:42 0:00
ລິງໂດຍກົງ
XS
SM
MD
LG