ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອະດີດ ນາຍົກລັດຖະມົນຕີໄທ ທ່ານນາງ ຍິ່ງລັກ ຊິນນະວັດ ປະເຊີນໜ້າກັບ ການຟ້ອງຮ້ອງກະທຳຄວາມຜິດ


ອະດີດ ນາຍົກລັດຖມົນຕີໄທ ທ່ານນາງ ຍິ່ງລັກ ຊິນນະວັດ (ກາງ) ຍ່າງຜ່ານບັນດາຜູ້ສະໜັບສະໜູນ ຢູ່ນອກສານ.
ອະດີດ ນາຍົກລັດຖມົນຕີໄທ ທ່ານນາງ ຍິ່ງລັກ ຊິນນະວັດ (ກາງ) ຍ່າງຜ່ານບັນດາຜູ້ສະໜັບສະໜູນ ຢູ່ນອກສານ.

ອະດີດ​ນາຍົກລັດຖະມົນຕີ ​ໄທ ທ່ານ​ນາງ ຍິ່ງ​ລັກ ຊິນນະ​ວັດ
​ໄດ້ໄປ​ປາກົດ​ໂຕ​ຢູ່​ສານ ​ເພື່ອ​ປະ​ເຊີ​ນໜ້າ​ກັບຂໍ້ກ່າວ​ຫາ​ທາງ
ອາຍາ ໃນການບໍລິຫານງານ ທີ່​ຜິດພາດ ກ່ຽວກັບໂຄງການ
ຈຳນຳເຂົ້າ ທີ່​ເຮັດ​ໃຫ້​ປະ​ເທດຕ້ອງສູນເສຍເງິນໄປ​ຫຼາຍ​ພັນ
​ລ້ານ​ໂດ​ລາ.

ທ່ານ​ນາງ​ຍິ່ງ​ລັກ ​ທີ່​ໄດ້​ຖືກ​ຂັບ​ໄລ່​ອອກ​ຈາກ​ຕຳແໜ່ງນາຍົກ
ລັດຖະມົນຕີ ໃນປີ​ກາຍ​ນີ້ ​ໄດ້​ຖືກ​ຕ້ອນຮັບ​ໂດຍ​ບັນດາ​ຜູ້​ສະ
ໜັບສະໜູນ​ຫລາຍ​ສິບ​ຄົນ ທີ່​ພາກັນ​ຮ້ອງ​ຊື່ທ່ານ​ນາງ​ ​ໃນ​ຂະ
ນະ​ທີ່​ທ່ານ​ນາງ​ໄປເຖິງ ສານ​ສູງ​ສຸດ​ທີ່​ບາງກອກ​ ​ໃນ​ວັນ​ອັງ
ຄານ​ມື້​ນີ້.

ອະດີ​ດນາຍົກລັດຖະມົນຕີ ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ ທ່ານນາງ​ມີ​ຄວາມ​ໝັ້ນ​ໃຈ​ວ່າ ທ່ານ​
ນາງ​ຈະຖືກ​ບໍ່​ພົບ​ເຫັນວ່າ ​ມີ​ຄວາມ​ຜິດກ່ຽວກັບການ​ກ່າວ​ຫາທີ່​ອາດ​ຈະ​ມີໂທດຖືກ​ຕັດສິນ
​ຕິດ​ຄຸກ 10 ປີນັ້ນ.

ທ່ານ​ນາງ​ຍິ່ງ​ລັກໄດ້​ກ່າວໃນ​ຂະນະ​ທີ່​ທ່ານນາງໄປ​ເຖິງ​ສານ​ສູງ​ສຸດ ​ທີ່ບາງກອກ ວ່າ “ຂ້າ
ພະ​ເຈົ້າ ຕ້ອງການ​ຢາກ​ກ່າວ​ວ່າ ພວກ​ເຮົາ​ມີ​ຄວາມ​ໝັ້ນ​ໃຈ​ທີ່​ສຸດ ​ໃນ​ຄວາມ​ໄຮ້​ດຽງສາ
ຂອງຂ້າພະເຈົ້າ ​ແລະ​ໝັ້ນໃຈ​ທີ່​ຈະສະ​ເໜີ​ຕໍ່​ສານ ​ກ່ຽວກັບຫລັກ​ຖານ​ແລະພິຍານ”

​ໃນ​ການ​ຮັບ​ຟັງ​ຄຳໃຫ້ການ ໃນ​ວັນ​ອັງຄານ​ມື້​ນີ້ ທ່ານນາງ​ຍິ່ງ​ລັກ ກ່າວຕໍ່ສານວ່າ ທ່ານນາງ​
ບໍ່​ມີ​ຄວາມ​ຜິດ ​ແລະ​ໄດ້​ຖືກ​ປ່ອຍດ້ວຍ​ການ​ປະກັນ​ໂຕ. ການ​ຮັບ​ຟັງຄຳ ໃຫ້ການເທື່ອຕໍ່​ໄປ
​ແມ່ນກຳນົດໃສ່ວັນ​ທີ 21 ​ເດືອນ​ກໍລະກົດ.

ທ່ານ​ນາງຍິ່ງລັກ ​ໄດ້​ຖືກ​ກ່າວ​ຫາວ່າ​ ປ່ອຍປະ​ລະ​ເລີຍຕໍ່ໜ້າ​ທີ່ເຮັດ​ໃຫ້ບໍ່ສາມາດ ຢຸດ​ຢັ້ງ
​ການ​ສໍ້​ລາດ​ບັງຫລວງ ພາຍ​ໃນ​ໂຄ​ງການຈຳນຳເຂົ້າ ທີ່ໄດ້​ຈ່າຍເງິນ​ໃຫ້​ພວກ​ພໍ່​ນາ​ປະມານ
ສອງ​ເທົ່າ​ຂອງ​ລາຄາ​ເຂົ້າໂຕຈິງ​ໃນທ້ອງ​ຕະຫລາດ.

ທ່ານ​ນາງ​ກ່າວອ້າງ​ວ່າ ການດຳເນີນຄະດີ​ຕໍ່ທ່ານ​ນາງ ​ແມ່ນມີຈຸດປະສົງທາ​ການ​ເມືອງ
​ແລະ​ຢືນຢັດ​ວ່າ ໂຄງການດັ່ງກ່າວໄດ້ຊ່ອຍ​ປັບປຸງ​ຄຸນ​ນະພາ​ບຊີວິດ​ຂອງ​ພວກ​ຊາວນາ. ພວກຄັດຄ້ານ​ຕໍ່​ທ່ານ​ນາງກ່າວ​ວ່າ ​ໂຄ​ງການ​ດັ່ງກ່າວ ​ແມ່ນເປັນ​ຄວາມ​ພະຍາຍາມ​ເອົາ|
ໃຈພວກພໍ່ນາເພື່ອໃຫ້ໄດ້ຮັບການສະໜັບສະໜຸນ​ທາງ​ດ້ານ ການ​ເມືອງຈາກເຂົາເຈົ້າ.

Thailand Politics
please wait
Embed

No media source currently available

0:00 0:01:17 0:00

XS
SM
MD
LG