ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄທ​ຢືນຢັນ ທີ່​ຈະ​ຮັບ​ຊື້ ພະລັງງານ​ໄຟຟ້າ ຈາກ​ລາວ​ ແລະ ໃຫ້ລາວສົ່ງໄຟຟ້າ ໄປຍັງອາຊ່ຽນ ໂດຍຜ່ານໄທ


ພິທີລົງນາມ ຂໍ້ຕົກລົງ ລະຫວ່າງລັດຖະມົນຕີຕ່າງປະເທດ ຂອງຝ່າຍລາວແລະໄທ ໃນກອງ​ປະຊຸມ​ຄະນະ​ກຳມາ​ທິການ​ຮ່ວມ​ວ່າ​ດ້ວຍ​ການ​ຮ່ວມ​ມື​ລາວ​ກັບ​ໄທ​ຄັ້ງທີ 19 ຢູ່​ນະຄອນ​ວຽງ​ຈັນ​ ໃນ​ວັນທີ 22-24 ​ເດືອນ​ມັງກອນ​ທີ່​ຜ່ານ​ມາ.
ພິທີລົງນາມ ຂໍ້ຕົກລົງ ລະຫວ່າງລັດຖະມົນຕີຕ່າງປະເທດ ຂອງຝ່າຍລາວແລະໄທ ໃນກອງ​ປະຊຸມ​ຄະນະ​ກຳມາ​ທິການ​ຮ່ວມ​ວ່າ​ດ້ວຍ​ການ​ຮ່ວມ​ມື​ລາວ​ກັບ​ໄທ​ຄັ້ງທີ 19 ຢູ່​ນະຄອນ​ວຽງ​ຈັນ​ ໃນ​ວັນທີ 22-24 ​ເດືອນ​ມັງກອນ​ທີ່​ຜ່ານ​ມາ.

ທາງ​ການໄທ​ຢືນຢັນ ທີ່​ຈະ​ຮັບ​ຊື້​ພະລັງງານ​ໄຟຟ້າ ຈາກ​ລາວ​
ຕາມ​ສັນຍາ ທີ່​ໄດ້​ຕົກລົງ​ໄວ້​ຮ່ວມ​ກັນ ທັງ​ຍັງ​ຈະ​ນຳ​ໃຊ້​ສາຍ​ສົ່ງ
​ໃນ​ໄທ​ເພື່ອ​ເຊື່ອມຕໍ່​ກະ​ແສ​ໄຟຟ້າ​ຈາກ​ລາວ​ ໄປ​ຍັງ​ມາ​ເລ​ເຊຍ
​ແລະ​ສິງກກະ​ໂປ​ອີກ​ດ້ວຍ.

ກະຊວງ​ການ​ຕ່າງປະ​ເທດ​ຂອງ​ໄທ ​ໄດ້​ສະ​ເໜີ​ລາຍ​ງານ​ວ່າ ປະ​ເດັນ​ທີ່​ສຳຄັນ​ປະການ​ໜຶ່ງ
ທີ່​ໄດ້​ມີ​ການ​ຢືນ​ຢັນ​ຈາກ​ທາງ​ການ​ໄທ ​ໃນ​ກອງ​ປະຊຸມ​ຄະນະ​ກຳມາ​ທິການ​ຮ່ວມ​ວ່າ​ດ້ວຍ​
ການ​ຮ່ວມ​ມື​ລາວ​ກັບ​ໄທ​ຄັ້ງທີ 19 ຢູ່​ນະຄອນ​ວຽງ​ຈັນ​ ໃນ​ທ້າຍ​ເດືອນ​ມັງກອນ​ທີ່​ຜ່ານ​ມາ
​ໂດຍ​ມີ​ລັດຖະມົນຕີ​ວ່າການ​ຕ່າງປະ​ເທດ​ທັງ​ສອງ​ຝ່າຍ ​ເປັນ​ປະທານ​ຮ່ວມ​ກັນນັ້ນ ກໍ​ຄື
​ການ​ທີ່​ທາງ​ການ​ໄທ​ໄດ້​ໃຫ້ການ​ຢືນຢັນ​ຢ່າງ​ໜັກ​ແໜ້ນ​ວ່າ ຈະ​ຍັງຄົງ​ຮັບ​ຊື້​ພະລັງງານ​
ໄຟຟ້າ​ຕາມ​ສັນຍາ ທີ່​ໄດ້​ຕົກລົງ​ໄວ້​ກັບ​ທາງ​ການ​ລາວ ​ໃນ​ປະລິມານ 7,000 MW ​ເປັນ​
ເວລາ 25 ປີ ​ໂດຍ​ນັບ​ແຕ່​ປີ 2016 ​ເປັນຕົ້ນ​ໄປ.

ໂດຍ​ເຖິງ​ແມ່ນ​ວ່າ ການ​ຕົກລົງ​ດັ່ງກ່າວ​ນີ້ ຈະ​ຖືກ​ຄັດຄ້ານ​ຈາກ​ບັນດາ​ອົງການ​ອະນຸລັກ​ສິ່ງ​
ແວດ​ລ້ອມ ​ແລະ​ຊັບພະຍາກອນ​ທຳ​ມະ​ຊາດ​ໃນ​ໄທ ຊຶ່ງ​ໄດ້​ພາກັນ​ຟ້ອງ​ຮ້ອງ​ຕໍ່​ສານ​ປົກຄອງ
​ສູງ​ສຸດ​ຂອງໄທ ​ເພື່ອ​ຂໍ​ໃຫ້​ຍົກ​ເລີກ​ສັນຍາ​ຮັບ​ຊື້​ກະ​ແສ​ໄຟຟ້າ ຈາກ​ເຂື່ອນ​ໄຊ​ຍະ​ບູລີ​ເທິງ​
ແລວ​ແມ່ນ້ຳຂອງ​ໃນ​ລາວ ​ໂດຍ​ການ​ໃຫ້​ເຫດຜົນ​ວ່າ ສັນຍາ​ດັ່ງກ່າວ​ບໍ່​ຖືກຕ້ອງ​ຕາມ​ກົດ
ໝາຍ​ໃນ​ໄທ​ກໍ​ຕາມ ຫາກ​ແຕ່​ທາງ​ການ​ໄທ​ກໍ​ໝັ້ນ​ໃຈ​ວ່າ ຄຳ​ຕັດສິນ​ຂອງ​ສານ​ປົກຄອງ​
ສູງ​ສຸດ​ ຂອງ​ໄທຈະ​ບໍ່​ສົ່ງ​ຜົນ​ກະທົບ​ຕໍ່​ສັນຍາ ທີ່​ທາງ​ການ​ໄທ​ຈະ​ຮັບ​ຊື້​ພະລັງງານ​ໄຟຟ້າ​
ໃນ​ປະລິມານ 7,000 MW ຈາກ​ລາວ​ຢ່າງ​ແນ່ນອນ ​ເນື່ອງ​ຈາກ​ເປັນ​ຄົນລະກໍລະນີ​ກັບ
​ໂຄງການ​ເຂື່ອນ​ໄຊ​ຍະ​ບູລີ​ນັ້ນ​ເອງ.

ພິທີອວ່າຍນ້ຳ ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳອູ 5 ແລະ 6 ແມ່ນໜຶ່ງໂຄງການ ທີ່​ກຳລັງ​ຢູ່​ໃນ​ລະ​ຫວ່າງ​ດຳ​ເນີນ​ການກໍ່ສ້າງ​ນັ້ນ.
ພິທີອວ່າຍນ້ຳ ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳອູ 5 ແລະ 6 ແມ່ນໜຶ່ງໂຄງການ ທີ່​ກຳລັງ​ຢູ່​ໃນ​ລະ​ຫວ່າງ​ດຳ​ເນີນ​ການກໍ່ສ້າງ​ນັ້ນ.

ຍິ່ງ​ໄປ​ກ່ວານັ້ນ ທາງ​ການ​ໄທຍັງ​ໄດ້​ຕົກລົງ​ທີ່​ຈະ​ນຳ​ໃຊ້​ແລວ​ສາຍ
​ສົ່ງ​ໄຟຟ້າ​ໃນ​ໄທ​ເພື່ອ​ເຊື່ອມ​ຕໍ່ ​ແລະ​ສົ່ງ​ກະ​ແສ​ໄຟຟ້າ​ຈາກ​ລາວ​
ຜ່ານ​ໄທ​ໄປ​ຍັງ​ມາ​ເລ​ເຊຍ ​ແລະ​ສິງກະ​ໂປ ​ໃຫ້​ໄດ້ ຢ່າງ​ເປັນ​ຮູບ​
ປະ​ທຳ ​ຕາມ​ຂໍ້​ຕົກລົງ​ວ່າ​ດ້ວຍ​ການ​ເຊື່ອມ​ຕໍ່​ ທາງ​ດ້ານ​ພະລັງງານ
​ລະຫວ່າງ ​ປະ​ເທດ​ສະມາຊິກ ​ໃນ​ອາ​ຊ່ຽນ​ດ້ວຍ​ກັນ (ASEAN
Power Grid) ​ໃຫ້​ໄດ້​ພາຍ​ໃນ​ປີ 2020 ຊຶ່ງ​ກໍ​ຈະ​ສົ່ງ​ຜົນ​ດີ​ຕໍ່​ແຜນ
ການ-​ເປົ້າໝາຍ​ຂອງ​ລັດຖະບານ​ລາວ ທີ່​ຈະ​ດຳ​ເນີນ​ການ​ໃນ​ທຸກ​
ວິທີ​ທາງ ​ເພື່ອ​ພັດທະນາ​ລາວ​ໃຫ້​ເປັນ​ປະເທດ​ຜູ້​ສົ່ງ​ອອກ​ ພະລັງ
ງານ​ລາຍ​ໃຫຍ່​ໃນ​ເອ​ເຊຍ ຫຼື​ເປັນ​ໝໍ້​ໄຟ​ຂອງ​ເອ​ເຊຍ (Battery of Asia) ​ໃຫ້​ໄດ້​ໃນ​ອະນາ​ຄົດ​ດ້ວຍ​ການ​ສົ່ງ​ເສີມ​ໃຫ້​ມີ​ການ​ລົງທຶນ​ສ້າງ​ເຂື່ອນ ​ຜະລິດ​ພະລັງ​ງານ​ໄຟຟ້າ​ໃນ​ລາວ ​ຢ່າງ​ບໍ່​ຢຸດ​ຢັ້ງນັ້ນ​ເອງ.

ທາງ​ດ້ານ​ທ່ານ​ດາ​ວົງ ພອນ​ແກ້ວ ຫົວໜ້າ​ກົມ​ນະ​ໂຍບາຍ ​ແລະ​ແຜນການ​ໃນ​ດ້ານ​ພະລັງງານ ​ກະຊວງ​ພະລັງງານ​ແລະ​ບໍ່​ແຮ່ ​ໄດ້​ຖະ​ແຫລ​ງລາຍ​ງານ​ວ່າ ​ໃນ​ປັດຈຸບັນ​ນີ້ ມີ​ເຂື່ອນ​ໄຟຟ້າ​ ທີ່​ກໍ່ສ້າງ​ສຳ​ເລັດແລ້ວ ​ແລະ​ໄດ້​ມີ​ການ​ຜະລິດ​ກະ​ແສ​ໄຟຟ້າ​ແລ້ວຈຳນວນ 24 ​ໂຄງການ ສ່ວນ​ທີ່​ກຳລັງ​ຢູ່​ໃນ​ລະ​ຫວ່າງ​ດຳ​ເນີນ​ການກໍ່ສ້າງ​ນັ້ນ ມີ​ຢູ່ 38 ​ໂຄງການ ​ແລະ​ອີກ 100 ​ໂຄງການ ​ຢູ່​
ໃນ​ຂັ້ນຕອນ​ຂອງ​ການ​ສຶກສາ​ສຳ​ຫລວດ​ອອກ​ແບບ ຫຼືສະ​ແຫວ​ງຫາ​ເງິນ​ທຶນ​ທີ່ຈະ​ນຳ​ໃຊ້​
ໃນ​ການ​ກໍ່ສ້າງ​ຕໍ່​ໄປ.

ທັງ​ນີ້​ໂດຍ​ຈາກ​ການ​ສຶກສາ​ໃນ​ລະຍະ ທີ່​ຜ່ານ​ມາ​ພົບ​ວ່າ ການກໍ່ສ້າງ​ເຂື່ອນ​ໃນ​ລາວ​ຢ່າງ​
ເຕັມ​ກຳລັງ​ນັ້ນ ຈະ​ເຮັດ​ໃຫ້​ສາມາດ​ຜະລິດ​ພະລັງງານ​ໄຟຟ້າ​ໄດ້​ລວມກັນ​ລະຫວ່າງ 28,000
​ເຖິງ 30,000 ​ເມ​ກາ​ວັດ ທັງ​ກໍ​ຍັງ​ຈະ​ສົ່ງ​ຜົນ​ດີ​ຕໍ່​ການ​ພັດທະນາ​ ເພື່ອ​ລົບ​ລ້າງ​ບັນຫາ​ ຄວາມ
​ຍາກຈົນ ຂອງ​ປະຊາຊົນ​ລາວ​ບັນດາ​ເຜົ່າ ທີ່ຢູ່​ເຂດ​ຊົນນະບົດ​ອີກ​ດ້ວຍ​ ດັ່ງ​ທີ່​ທ່ານ​ດາ​ວົງ
ໄດ້​ໃຫ້ການ​ຊີ້​ແຈງ​ວ່າ:

“​ເວລາ​ເຮົາ​ພັດທະນາ​ເຂື່ອນ​ໄຟຟ້າ​ນ້ຳຕົກ ມັນ​ຊ່ວຍ​ໃນ​ການ​ພັດທະນາ​ຊົນນະບົດ ​ເພາະວ່າ​ໂຄງການ​ໄຟຟ້າ​ນ້ຳຕົກ​ນີ້ ສິ​ໄປ​ຕັ້ງຢູ່​ຊົນນະບົດ​ຫ່າງ​ໄກ​ສອກຫລີກ ສະ​ນັ້ນ ຄັນ​ມີ​ໂຄງການ​ຢູ່​ຈຸດ​ໃດ ຜົນ​ພອຍ​ໄດ້​ກໍ​ຕາມ​ມາ​ ​ເພາະວ່າ​ເຮົາ​ບໍ່​ໄດ້​ແຕ່​ໄຟຟ້າ ​ເຮົາ​ສິ​ໄດ້​ອັນ​ອື່ນ​ໄປ​ນຳ​ເຊັ່ນ​ວ່າ ຖະໜົນຫົນທາງ ຮັກສາ​ແຫ​ລ່ງນ້ຳ​ໄວ້​ໃຊ້​ໃນ​ລະດູ​ແລ້ງ ສາມາດ​ເພາະ​ລ້ຽງ​ປາ​ໄວ້​ເປັນ​ແຫ​ລ່ງອາຫານ ຫຼືວ່າ​ເປັນ​ເຂດ​ທ່ອງ​ທ່ຽວ.”

ກ່ອນ​ໜ້າ​ນີ້ ກະຊວງ​ພະລັງ​ງານ ​ແລະ​ບໍ່​ແຮ່ ລາຍ​ງານ​ວ່າ​ບັນດາ​ໂຄງການ​ທີ່​ຈະ​ກໍ່ສ້າງ​ແລ້ວ​ເສັດ​ພາຍ​ໃນ​ປີ 2015-2016 ມີ​ຢູ່ 20 ​ໂຄງການ​ດ້ວຍ​ກັນ ​ໂດຍ​ໃນ​ນີ້​ກໍ​ເປັນ​ການ​ກໍ່ສ້າງ​ເຂື່ອນ 19 ​ໂຄງການ ​ແລະ​ໂຮງງານ​ຜະລິດ​ກະ​ແສ​ໄຟຟ້າ​ຈາກ​ຖ່ານ​ລິກ​ໄນ​ຕ໌ 1 ​ໂຄງການ ຊຶ່ງ​ຈະ​ເຮັດ​ໃຫ້​ຄວາມ​ອາດ​ສາມາດ​ໃນ​ການ​ຜະລິດ​ພະລັງງານ​ໄຟຟ້າ​ໃນ​ລາວ ​ເພີ້​ມຂຶ້ນ​ຈາກ 3,200 MW ​ໃນ​ປັດ​ຈຸ​ບັນ​ເປັນຫຼາຍກວ່າ 7,000 MW.

ທັງ​ນີ້​ໂດຍ​ກະຊວງ​ພະລັງງານ ​ແລະ​ບໍ່​ແຮ່​ໄດ້​ວາງ​ແຜນການ​ທີ່​ຈະ​ເພີ້​ມລະດັບ​ຄວາມ​ອາດ​ສາມາດ​ ​ໃນ​ການ​ຜະລິດ​ພະລັງງານ​ໄຟຟ້າ​ຈາກ 3,200 MW ​ໃນ​ປັດ​ຈຸບັນ ​ເປັນ​ບໍ່​ນ້ອຍກວ່າ 12,500 MW ​ໃນ​ປີ 2020 ຊຶ່ງ​ການ​ທີ່​ຈະ​ສາມາດ​ບັນລຸ​ເປົ້າໝາຍ​ດັ່ງກ່າວ​ໄດ້​ຢ່າງ​ແທ້​ຈິງ​ນັ້ນ
ກໍ​ຈະ​ຕ້ອງ​ດຳ​ເນີນ​ການ​ກໍ່ສ້າງ​ເຂື່ອນ​ໃຫ້​ໄດ້​ເຖິງ 38 ​ໂຄງການ​ ກັບ​ອີກ 1 ​ໂຮງງານ ​ທີ່​ຜະລິດ ​ກະ​ແສ​ໄຟຟ້າ​ຈາກ​ຖ່ານ​ລິກ​ໄນ​ຕ໌.

XS
SM
MD
LG