ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນາຍົກ ໄທ ປະກາດວ່າ ​ຜູ້​ຕ້ອງ​ສົງ​ໄສ ໃນການວາງລະເບີດ ຖືກຈັບກຸມແລ້ວ


Thailand Bombing Suspect
please wait

No media source currently available

0:00 0:01:51 0:00

ທ່ານ​ປຣະຍຸດ ຈັນ-​ໂອຊາ ນາຍົກລັດຖະມົນຕີຂອງ​ໄທ ​ໄດ້​ກ່າວ​
ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ຜູ້​ຕ້ອງ​ສົງ​ໄສ​ ທີ່​ຖືກຕ້ອງ​ກັບການ​ບັນລະ
ຍາຍຖານ​ຂອງ​ເຈົ້າໜ້າທີ່ທີ່​ສານເຈົ້າ​ເອຣະ​ວັນ​ໃນບາງກອກ​ໄດ້
​ຖືກຈັບ​ກຸມ​ແລ້ວ.

ຜູ້​ນຳລັດຖະບານ​ທະຫານ ​ໄດ້​ກ່າວ​ວ່າ ​ຜູ້​ຕ້ອງ​ສົງ​ໄສ​ທີ່​ບໍ່​ແມ່ນ​ຄົນ​ໄທ ​ໄດ້ຖືກຈັບທີ່​ຈັງຫວັດ​ສະ​ແກ້ວ ທີ່​ມີ​ຊາຍ​ແດນ​ຕິດ​ກັບ​ກຳປູ​ເຈຍ.

ການວາງລະເບີດເມື່ອ​ວັນ​ທີ 17 ສິງຫາ​ຜ່ານ ທີ່​ສານເຈົ້າ​ເອຣະ​ວັນ ໃນ​ບາງກອກ ​ໄດ້​ສັງຫານ​ຢ່າງ​ນ້ອຍ 20 ຄົນ ​ແລະ​ບາດ​ເຈັບອີກ​ຫລາຍກວ່າ​ຮ້ອຍຄົນ.

ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ກ່ອນ​ການ​ປະກາດ​ໃນການ​ຖືກ​ຈັບ​ກຸມ​ຂອງ​ຜູ້​ຕ້ອງ​ສົງ​ໄສໃນ​ການ​ວາງ​ລະ​ເບີດ​ນີ້ ລັດຖະບານ​ທະຫານ​ໄດ້​ຮຽກຮ້ອງ​ໃຫ້​ເຈົ້າ​ຂອງເຮືອນ ໂຮງແຮມແລະບ້ານພັກຕ່າງໆ ຈົ່ງ​ໃຫ້​ຄວາມ​ຊ່ອຍ​ເຫຼືອແກ່ເຈົ້າໜ້າທີ່ ​ໃນ​ການ​ຕາມລ່າ​ຫາ​ພວກ​ທີ່​ກ່ຽວ​ຂ້ອງ​ ໃນ​ເຫດ​ລະ​ເບີດ​ຮ້າຍ​ແຮງ​ຄັ້ງ​ນີ້.

ຮ້ອຍຕີ ປາຣີຢາ ເນຕວິຊຽນ ປະກາດໃນໂທລະພາບ ໃນທົ່ວປະເທດໄທ 01 ກັນຍາ 2015. (Steve Herman/VOA News)
ຮ້ອຍຕີ ປາຣີຢາ ເນຕວິຊຽນ ປະກາດໃນໂທລະພາບ ໃນທົ່ວປະເທດໄທ 01 ກັນຍາ 2015. (Steve Herman/VOA News)

ການ​ຮຽກຮ້ອງ​ທີ່​ວ່າ​ນີ້ ​ໄດ້​ປະກາດ​ຕາມ​ສະຖາ​ນີ​ໂທລະພາບ​ທົ່ວ​ປະ​ເທດ ທຸກ​ຊ່ອງ ໃນຕອນ ທ່ຽງມື້ນີ້ ເພື່ອແຈ້ງໃຫ້ຊາບກ່ຽວກັບການສືບສວນໃນການໂຈມຕີ ຊຶ່ງເຈົ້າໜ້າທີ່ໄດ້ໃຫ້ການ ອະທິບາຍຢ່າງຍືດຍາວໂດຍບໍ່ໄດ້ລົງຄວາມເຫັນວ່າເປັນການກະທຳຂອງພວກກໍ່ການຮ້າຍ.

ການປະກາດໃນວັນອັງຄານມື້ນີ້ ຊຶ່ງມີການອ່ານເປັນພາສາໄທ ອັງກິດ ແລະຈີນກາງ ເລີ້ມ​ດ້ວຍ​ການ​ໃຫ້​ການຄ້ຳປະກັນວ່າ “ການ​ຈອງ​ປີ້​ເຮືອບິນ​ເຂົ້າ​ອອກ​ໃນ​ປະ​ເທດ​ນັ້ນ​ແມ່ນ​ຍັງ​ດຳ​ເນີນ​ໄປໃນລະດັບເປັນ​ປົກກະຕິ.”

ການປະກາດທາງ​ໂທລະພາບ​ຂອງລັດຖະບານ​ທະຫານ ຍັງ​ຮຽກຮ້ອງ​ເຈົ້າ​ຂອງ​ເຮືອນຊານ ບ້ານ​ພັກ ແລະຫໍພັກທັງຫຼາຍນັ້ນ “​ໃຫ້​ໄປ​ລາຍ​ງານ​ພວກທະຫານ ຫຼື​ຕຳຫຼວດທີ່ຢູ່ໃກ້ຄຽງ ຫຼື​ບໍ່​ ກໍ​ໂທລະສັບ​ຫາ 1515” ເພື່ອແຈ້ງໃຫ້ພວກທະຫານຫລືຕຳຫຼວດຊາບ ກ່ຽວ​ກັບ​ຜູ້​ຕ້ອງ​ສົງ​ ໄສທີ່ຢູ່ໃນ​ສະຖານທີ່ຂອງພວກເຂົາເຈົ້ານັ້ນ​.

XS
SM
MD
LG