ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປະຊາຊົນ​ໄທ ​ຍື່ນ​ຄຳ​ຮ້ອງ ​ຕໍ່​ສານ ເພື່ອຂໍໃຫ້ສັ່ງໂຈະ ສັນຍາຮັບຊື້ໄຟຟ້າ ຈາກເຂື່ອນ​ໄຊ​ຍະ​ບູລີ


ແຜນຜັງ ໂຄງການກໍ່ສ້າງ ເຂື່ອນໄຊຍະບູລີ ຂອງລາວ.
ແຜນຜັງ ໂຄງການກໍ່ສ້າງ ເຂື່ອນໄຊຍະບູລີ ຂອງລາວ.

​ເຄືອຂ່າຍ​ປະຊາຊົນ​ໄທ ​ຍື່ນ​ຄຳ​ຮ້ອງ​ຕໍ່​ສານ​ປົກຄອງ​ໃນ​ໄທ ​ເພື່ອ​
ຂໍ​ໃຫ້​ມີ​ຄຳ​ສັ່ງ​ ໂຈະ​ສັນຍາ ຮັບ​ຊື້​ໄຟຟ້າ​ ຈາກ​ເຂື່ອນ​ໄຊ​ຍະ​ບູລີ​
ໃນ​ລາວ ​ໂດຍ​ໃຫ້​ເຫດຜົນ​ວ່າ ​ເປັນ​ສັນຍາ ​ທີ່​ຂັດ​ຕໍ່​ກົດໝາຍ​ໄທ.

ເຄືອຂ່າຍປະຊາຊົນໄທໃນ 8 ຈັງຫວັດທີ່ຕັ້ງຢູ່ໃນແນວແມ່ນ້ຳຂອງ
ໄດ້ຍື່ນຄຳຮ້ອງຕໍ່ຄະນະຕຸລາການສານປົກຄອງສູງສຸດຂອງໄທຢູ່
ບາງກອກ ເມື່ອບໍ່ນານມານີ້ ໂດຍມີເປົ້າໝາຍ ເພື່ອຂໍໃຫ້ຄະນະຕຸ
ລາການ ສານປົກຄອງສູງສຸດ ມີຄຳສັ່ງໃຫ້ໂຈະສັນຍາຮັບຊື້ກະແສໄຟຟ້າ ຈາກໂຄງການ ເຂື່ອນໄຊຍະບູລີ ເທິງແນວແມ່ນ້ຳຂອງ ໃນລາວ ໃຫ້ໄວທີ່ສຸດ ເທົ່າທີ່ຈະໄວໄດ້.

ໂດຍການຍື່ນຄຳຮ້ອງດັ່ງກ່າວນີ້ ຖືເປັນການດຳເນີນການ ທີ່ຕໍ່ເນື່ອງ ຈາກການທີ່ຄະນະ
ຕຸລາການ ສານປົກຄອງສູງສຸດຂອງໄທ ໄດ້ລົງມະຕິ ເມື່ອເດືອນມິຖຸນາປີນີ້ ໃນການຮັບ
ຮອງສິດ ຂອງປະຊາຊົນໄທ ໃນການຟ້ອງຮ້ອງຕໍ່ສານ ເພື່ອຂໍໃຫ້ພິຈາລະນາຕັດສິນ ກ່ຽວ
ກັບ ຄວາມສົມບູນ ຂອງສັນຍາດັ່ງກ່າວ ທີ່ເປັນການລົງນາມຮ່ວມກັນ ລະຫວ່າງ ການໄຟຟ້າ
ຝ່າຍຜະລິດແຫ່ງປະເທດໄທ (EGAT) ກັບ ທາງການລັດຖະບານລາວ ແລະ ກຸ່ມບໍລິສັດ
ຜູ້ລົງທຶນໃນໂຄງການ ນັບແຕ່ປີ 2011 ເປັນຕົ້ນມາ.

ເຄືອຂ່າຍ​ປະຊາຊົນ​ໄທ ແລະ ອົງການອະນຸລັກ ສິ່ງແວດລ້ອມສາກົນ ໄດ້ປະທ້ວງ ຄັດຄ້ານ ໂຄງການກໍ່ສ້າງເຂື່ອນໄຊຍະບູລີ ຂອງລາວ ຢ່າງຕໍ່ເນື່ອງ.
ເຄືອຂ່າຍ​ປະຊາຊົນ​ໄທ ແລະ ອົງການອະນຸລັກ ສິ່ງແວດລ້ອມສາກົນ ໄດ້ປະທ້ວງ ຄັດຄ້ານ ໂຄງການກໍ່ສ້າງເຂື່ອນໄຊຍະບູລີ ຂອງລາວ ຢ່າງຕໍ່ເນື່ອງ.

ໂດຍມະຕິຮັບຮອງດັ່ງກ່າວນີ້ ຈະເປັນຜົນເຮັດໃຫ້ຄະນະຕຸລາການ
ສານປົກຄອງສູງສຸດຂອງໄທ ຕ້ອງດຳເນີນການໄຕ່ສວນເພື່ອພິຈາ
ລະນາຕັດສິນວ່າ ສັນຍາຮັບຊື້ກະແສໄຟຟ້າ ຈາກໂຄງການເຂື່ອນ
ໄຊຍະບູລີ ທີ່ EGAT ໄດ້ຕົກລົງໄວ້ ກັບລັດຖະບານລາວ ແລະກຸ່ມ
ຜູ້ລົງທຶນໃນໂຄງການ ເຂື່ອນໄຊຍະບູລີນັ້ນ ເປັນການກະທຳ ທີ່ຂັດ
ຕໍ່ກົດໝາຍລັດຖະທຳມະນູນຂອງໄທ ຫຼືບໍ່.

ທັງນີ້ ກໍເນື່ອງຈາກວ່າ ປະຊາຊົນໄທ ທີ່ໄດ້ຮ່ວມກັນຮ້ອງຟ້ອງຕໍ່
ສານປົກຄອງສູງສຸດຂອງໄທ ໃນຄັ້ງນີ້ ໄດ້ໃຫ້ເຫດຜົນວ່າ EGAT
ໄດ້ຕົກລົງ ຮັບຊື້ກະແສໄຟຟ້າ ຈາກໂຄງການເຂື່ອນໄຊຍະບູລີ
ຂອງລາວ ໂດຍບໍ່ໄດ້ດຳເນີນ ຂະບວນການ ປຶກສາຫາລື ກັບ
ປະຊາຊົນໄທ ທີ່ຈະຕ້ອງແບກຮັບພາລະ ໃນການຊຳລະຄ່າໄຟຟ້າ
ທີ່ຮັບຊື້ຈາກ ໂຄງການເຂື່ອນໄຊຍະບູລີແຕ່ຢ່າງໃດ ໃນຂະນະທີ່ ລັດຖະທຳມະນູນໄດ້ກຳນົດ
ໃຫ້ຕ້ອງດຳເນີນ ຂະບວນການ ປຶກສາຫາລື ກ່ອນທີ່ຈະເຮັດສັນຍາດັ່ງກ່າວ.

ເພາະສະນັ້ນ ຖ້າຫາກວ່າການຈັດທຳສັນຍາຮັບຊື້ກະແສໄຟຟ້າ ຈາກໂຄງການເຂື່ອນ
ໄຊຍະບູລີຂອງລາວ ເປັນໄປຕາມການສະແດງເຫດຜົນ ຂອງປະຊາຊົນໄທດັ່ງກ່າວ ກໍຈະ
ເຮັດໃຫ້ສັນຍາ ຕ້ອງຕົກເປັນໂມຂະທັນທີ ໝາຍຄວາມວ່າ EGAT ຂອງໄທ ບໍ່ສາມາດທີ່
ຈະຮັບຊື້ກະແສໄຟຟ້າຈາກໂຄງການເຂື່ອນໄຊຍະບູລີ ຂອງລາວໄດ້ ຕາມສັນຍາດັ່ງກ່າວ
ນັ້ນເອງ.

ແຕ່ຢ່າງໃດກໍຕາມ ຄະນະຕຸລາການສານປົກຄອງສູງສຸດຂອງໄທ ກໍຍັງບໍ່ທັນໄດ້ກຳນົດການ ວ່າຈະຕ້ອງໃຊ້ລະຍະເວລາ ໃນການ ໄຕ່ສວນຄະດີ ຍາວນານເທົ່າໃດ ເພາະຂຶ້ນຢູ່ກັບຈຳນວນ ພະຍານ ບຸກຄົນ ແລະ ພະຍານຫຼັກຖານ ທີ່ປະຊາຊົນໄທໃນຖານະ ຜູ້ຟ້ອງຮ້ອງ ແລະ ທາງ EGAT ໃນຖານະຜູ້ຖືກຮ້ອງຟ້ອງນັ້ນ ຈະນຳສະເໜີເຂົ້າສູ່ ຂະບວນການໄຕ່ສວນໃນສານ
ປົກຄອງສູງສຸດເປັນສຳຄັນ ຊຶ່ງຕໍ່ບັນຫານີ້ ກໍໄດ້ຮັບການຢືນຢັນ ຈາກຜູ້ບໍລິຫານຂອງ EGAT
ວ່າ ຈະສາມາດຊີ້ແຈງຕໍ່ຄະນະຕຸລາການສານ ປົກຄອງສູງສຸດນຂອງໄທ ໃນທຸກດ້ານ
ດັ່ງທີ່ ທ່ານໄດ້ກ່າວວ່າ:

“ທາງກົມຊັບພະຍາກອນນ້ຳ ໃນຖານະຜູ້ແທນທາງຝ່າຍໄທ ກໍໄດ້ເຄີຍຈັດເວທີ
ໃຫ້ຂໍ້ມູນກັບຜູ້ມີສ່ວນໄດ້ ສ່ວນເສຍເຖິງ 3 ເທື່ອ ໃນຊ່ວງລະຫວ່າງເດືອນມັງກອນ
ເຖິງ ເດືອນກຸມພາປີ ພ.ສ. 2554 ສ່ວນເລື້ອງຂໍ້ກັງວົນ ເລື້ອງທີ່ສານຮັບຟ້ອງ
ກໍບໍ່ໄດ້ກັງວົນຫຍັງເລີຍ ເຮົາເຊື່ອວ່າ ເຮົາໃຫ້ຄຳຊີ້ແຈງໄດ້ ບໍ່ໜ້າຈະມີບັນຫາ.”

ການກໍ່ສ້າງເຂື່ອນໄຊຍະບູລີ ໄດ້ເລີ້ມລົງມືດຳເນີນການ ນັບແຕ່ທ້າຍປີ 2012 ເປັນຕົ້ນມາ
ໂດຍມາຮອດປັດຈຸບັນນີ້ ກໍປາກົດວ່າໄດ້ຄືບໜ້າໄປແລ້ວເກືອບ 40 ເປີເຊັນ ຂອງແຜນການ ຫາກແຕ່ວ່າ ໂຄງການເຂື່ອນໄຊຍະບູລີ ກໍຍັງຄົງຖືກຄັດຄ້ານ ຈາກອົງການອະນຸລັກສິ່ງ
ແວດລ້ອມສາກົນຢ່າງຕໍ່ເນື່ອງ.

XS
SM
MD
LG