ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ໄທກໍາລັງຊຸກຍູ້ ໃຫ້ມີວິຊາດຽວ ຮ່ວມກັບລາວ ແລະກໍາປູເຈຍ


ກອງປະຊຸມກ່ຽວກັບການທ່ອງທ່ຽວຂອງກຸ່ມອາຊ່ຽນຄັ້ງທີ 32 ທີ່ຈັດຂຶ້ນໃນວັນທີ່ 20-21 ມັງກອນ 2013 ຢູ່ນະຄອນວຽງຈັນ
ກອງປະຊຸມກ່ຽວກັບການທ່ອງທ່ຽວຂອງກຸ່ມອາຊ່ຽນຄັ້ງທີ 32 ທີ່ຈັດຂຶ້ນໃນວັນທີ່ 20-21 ມັງກອນ 2013 ຢູ່ນະຄອນວຽງຈັນ
ນາຍົກລັດຖະມົນຕີໄທຢືນຢັນວ່າຈະເລັ່ງຊຸກຍູ້ລະບົບວິຊາດຽວ
ຮ່ວມກັບລາວ ແລະກໍາປູເຈຍ ເພື່ອດຶງດູດນັກທ່ອງທ່ຽວຊາວຕ່າງ ຊາດໃຫ້ເດີນທາງເຂົ້າມາໃນທັງສາມປະເທດຫຼາຍຂຶ້ນຢ່າງຕໍ່
ເນື່ອງ.

ທ່ານນາງຢິ່ງລັກ ຊິນນະວັດ ນາຍົກລັດຖະມົນຕີໄທ ໄດ້ຖະແຫຼງ
ຢືນຢັນເມື່ອບໍ່ດົນມານີ້ວ່າ ລັດຖະບານໄທມີແຜນການທີ່ຈະຊຸກ
ຍູ້ການນໍາໃຊ້ວິຊາດຽວຫຼື Single Visa ຮ່ວມກັບລັດຖະບານ
ລາວ ແລະລັດຖະບານກໍາປູເຈຍ ເພື່ອໃຫ້ມີຜົນໃນການປະຕິບັດ
ຕົວຈິງໃຫ້ໄດ້ໃນໝໍ່ໆນີ້ ໂດຍມີເປົ້າໝາຍເພື່ອເປັນການສົ່ງເສີມ
ການທ່ອງທ່ຽວໃນສາມປະເທດໃຫ້ເປັນຈຸດໝາຍປາຍທາງອັນ
ດຽວກັນສໍາລັບນັກທ່ອງທ່ຽວ ຊຶ່ງກໍຈະເຮັດໃຫ້ມີນັກທ່ອງທ່ຽວ
ຊາວຕ່າງຊາດເດີນທາງມາໃນທັງສາມປະເທດຫຼາຍຂຶ້ນຢ່າງຕໍ່ ເນື່ອງ ດັ່ງທີ່ທ່ານນາງຍິ່ງລັກ ໄດ້ຖະແຫຼງຢືນຢັນໃນຕອນນຶ່ງວ່າ:
ທ່ານນາງ ຍິ່ງລັກ ຊິນນະວັດ ນາຍົກລັດຖະມົນຕີໄທ
ທ່ານນາງ ຍິ່ງລັກ ຊິນນະວັດ ນາຍົກລັດຖະມົນຕີໄທ

ໃນຂອບເຂດຄວາມຮ່ວມມືໃນເລື່ອງຂອງ Single Visa ເພື່ອສົ່ງເສີມຄວາມສະດວກ ກໍຄືຈະເປັນ Joint ຫຼືຮ່ວມ
ກັນໃນເລຶ່ອງຂອງວິຊານັ້ນ ສໍາລັບປະເທດລາວ ກໍາປູເຈຍ
ແລະກໍໄທ ເພື່ອໃຫ້ເກີດຄວາມສະດວກກັບນັກທ່ອງທ່ຽວ
ແລະການເດີນທາງ.”


ທັງນີ້ ລະບົບວິຊາດຽວຖືເປັນສ່ວນນຶ່ງໃນແຜນການພັດທະນາ
ການທ່ອງທ່ຽວ ຂອງກຸ່ມອາຊ່ຽນ ທີ່ມີເປົ້າໝາຍຈະເຮັດໃຫ້ທັງ
10 ປະເທດສະມາຊິກຂອງອາຊ່ຽນນັ້ນ ໃຫ້ເປັນເຂດທ່ອງທ່ຽວ
ອັນນຶ່ງອັນດຽວກັນໃຫ້ໄດ້ຢ່າງເປັນຮູບປະທໍາພາຍໃນປີ 2015 ໂດຍໄດ້ວາງຄາດໝາຍໄວ້ ຮ່ວມກັນວ່າຈະດຶງດູດເອົານັກທ່ອງທ່ຽວຊາວຕ່າງ ຊາດເຂົ້າມາໃນອາຊ່ຽນໃຫ້ໄດ້ເຖິງ 120 ລ້ານຄົນ ຊຶ່ງໃນນີ້ກໍຄາດວ່າ ຈະມີ ຈໍານວນບໍ່ໜ້ອຍກວ່າ 4 ລ້ານຄົນທີ່ຈະເດີນທາງ ເຂົ້າໄປທ່ອງທ່ຽວໃນລາວໃນປີ 2015 ດັ່ງກ່າວ.

ກ່ອນໜ້ານີ້ ທ່ານບໍ່ແສງຄໍາ ວົງດາລາ ລັດຖະມົນຕີຖະແຫຼງຂ່າວ ວັດທະນະທໍາ ແລະທ່ອງ ທ່ຽວກໍໄດ້ຖະແຫຼງຢືນຢັນໃນໂອກາດທີ່ລັດຖະບານລາວເປັນເຈົ້າພາບຈັດກອງປະຊຸມລະ ດັບລັດຖະມົນຕີໃນດ້ານການທ່ອງທ່ຽວຂອງອາຊ່ຽນຄັ້ງທີ 32 ທີ່ຈັດຂຶ້ນໃນວັນທີ່ 20-21 ມັງກອນທີ່ຜ່ານມາຢູ່ນະຄອນວຽງຈັນວ່າ ການເປັນເຈົ້າ ພາບຈັດກອງປະຊຸມດັ່ງກ່າວ ຈະ ມີສ່ວນຢ່າງສໍາຄັນທີ່ຈະເຮັດໃຫ້ນັກທ່ອງທ່ຽວຊາວຕ່າງຊາດເດີນທາງເຂົ້າໄປທ່ອງທ່ຽວ ໃນລາວ ເພີ່ມຂຶ້ນຢ່າງຕໍ່ເນື່ອງເຊັ່ນກັນ ດັ່ງທີ່ ທ່ານບໍ່ແສງຄໍາໄດ້ກ່າວວ່າ:

ຜົນປະໂຫຍດທີ່ໄທເຮົາຈະໄດ້ຮັບຈາກກອງປະຊຸມໃນເທື່ອນີ້ ກ່ອນໝົດກໍແມ່ນ ພວກເຮົາກໍຈະໄດ້ໂຄສະນາຄວາມເຕີບໂຕຂອງວຽກງານການທ່ອງທ່ຽວຂອງ
ພວກເຮົາ ແລ້ວອັນທີ່ສອງກະຈະເຮັດໃຫ້ພວກເຮົາມີໂອກາດໄດ້ຮ່ວມກັບບັນ
ດາປະເທດອາຊ່ຽນ ການຮ່ວມມືອັນນັ້ນ ກໍຈະເປັນການກະຕຸກຊຸກຍູ້ວຽກງານ
ທ່ອງທ່ຽວພາຍໃນປະເທດຂອງພວກເຮົານີ້ ຈະມີເງື່ອນໄຂຂະຫຍາຍຕົວຫຼາຍ ຂຶ້ນຕື່ມອີກ.”


ສໍາລັບໃນປີ 2012 ທີ່ຜ່ານມາ ກໍປາກົດວ່າມີນັກທ່ອງທ່ຽວຊາວຕ່າງຊາດຫຼາຍກວ່າ 3.1 ລ້ານຄົນ ທີ່ໄດ້ພາກັນເດີນທາງເຂົ້າໄປທ່ອງທ່ຽວໃນລາວ ຊຶ່ງບໍ່ພຽງແຕ່ຈະຖືເປັນຈໍາ
ນວນ ທີ່ເກີນລະດັບຄາດໝາຍທີ່ວາງໄວ້ທີ່ 2.9 ລ້ານຄົນເທົ່ານັ້ນ ຫາກແຕ່ກໍຍັງຄິດເປັນ ອັດຕາການເພີ່ມຂຶ້ນເຖິງ 14% ເມື່ອທຽບໃສ່ປີ 2011 ກັບທັງຍັງເຊື່ອວ່ານັກທ່ອງທ່ຽວ ຊາວຕ່າງຊາດຈະເດີນທາງເຂົ້າໄປໃນລາວເພີ່ມຂຶ້ນຢ່າງຕໍ່ເນື່ອງໃນຕະຫຼອດປີ 2013 ນີ້ ອີກດ້ວຍ.

ທັງນີ້ ເຂດທີ່ມີການຂະຫຍາຍຕົວເພີ່ມຂຶ້ນຫຼາຍທີ່ສຸດນັ້ນກໍແມ່ນນະຄອນວຽງຈັນ ຊຶ່ງໃນ ແຜນການປີ 2011-2012 ທີ່ຜ່ານມາກໍປາກົດວ່າມີນັກທ່ອງທ່ຽວຊາວຕ່າງຊາດຫຼາຍ
ກວ່າ 1.7 ລ້ານຄົນ ທີ່ໄດ້ພາກັນເດີນທາງເຂົ້າມາທ່ອງທ່ຽວໃນເຂດນະຄອນວຽງຈັນແລະ ຖ້າຫາກວ່າທຽບໃສ່ແຜນການປີ 2010-2011 ທີ່ຜ່ານມາ ກໍຈະໄດ້ວ່າພາກການທ່ອງທ່ຽວ ໃນເຂດນະຄອນວຽງຈັນໄດ້ຂະຫຍາຍຕົວເພີ່ມຂຶ້ນໃນອັດຕາສະເລ່ຍເຖິງ 30%.

ສ່ວນໃນແຜນການປີ 2012-2013 ນີ້ກໍຄາດວ່າ ຈະມີນັກທ່ອງທ່ຽວຊາວຕ່າງຊາດເດີນ ທາງເຂົ້າມາທ່ອງທ່ຽວໃນເຂດນະຄອນວຽງຈັນຫຼາຍກວ່າ 2 ລ້ານຄົນ ຊຶ່ງຈະເຮັດໃຫ້ທຸ ລະກິດພາກບໍລິການ ແລະທ່ອງທ່ຽວໃນເຂດນະຄອນວຽງຈັນມີລາຍຮັບລວມເຖິງ 200 ລ້ານໂດລາ ແລະກໍຍັງຈະເຮັດໃຫ້ມີນັກທ່ອງທ່ຽວຊາວຕ່າງຊາດເດີນທາງເຂົ້າໄປທ່ອງ ທ່ຽວໃນທົ່ວປະເທດລາວຫຼາຍກວ່າ 3.3 ລ້ານຄົນ ໃນຕະຫຼອດປີ 2013 ອີກດ້ວຍ.
XS
SM
MD
LG