ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ລັດຖະບານໄທ ຈະພັດທະນາພື້ນທີ່ ຫຼາຍແຫ່ງ ເພື່ອເຊື່ອມຕໍ່ ກັບ ເຂດເສດຖະກິດພິເສດໃນລາວ


ແຜນທີ່ ເຂດພັດທະນາ ເສດຖະກິດພິເສດ ຂອງລັດຖະບານໄທ
ແຜນທີ່ ເຂດພັດທະນາ ເສດຖະກິດພິເສດ ຂອງລັດຖະບານໄທ

ລັດຖະບານໄທ ໄດ້ວາງແຜນການພັດທະນາພື້ນທີ່ ໃນເຂດ
ຈັງຫວັດໜອງຄາຍ ໃຫ້ເປັນເຂດເສດຖະກິດພິເສດ ເພື່ອເຊື່ອມ
ຕໍ່ກັບເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ
ໃນນະຄອນວຽງຈັນຂອງລາວ.

ພົນເອກປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີໄທ ຖະແຫລງຢືນຢັນວ່າ ລັດຖະບານໄທ
ໄດ້ຮັບຮອງແຜນການສ້າງຕັ້ງເຂດເສດຖະກິດພິເສດ ໃນເຂດຈັງຫວັດໜອງຄາຍ ຢ່າງເປັນ
ທາງການແລ້ວ ໃນເວລານີ້ ໂດຍມີເປົ້າໝາຍ ທີ່ຈະພັດທະນາໃຫ້ເປັນເຂດເຊື່ອມຕໍ່ ກັບ
ເຂດເສດຖະກິດພິເສດ ແລະເຂດເສດຖະກິດສະເພາະ ໃນເຂດນະຄອນວຽງຈັນຂອງລາວ.

ໂດຍພ້ອມກັນນີ້ ການທີ່ລັດຖະບານໄທຍັງໄດ້ອະນຸມັດໃຫ້ສ້າງຕັ້ງເຂດ ເສດຖະກິດພິເສດ
ໃນເຂດຈັງຫວັດມຸກດາຫານ ດ້ວຍເປົ້າໝາຍ ທີ່ຈະພັດທະນາ ໃຫ້ເປັນເຂດທີ່ເຊື່ອມຕໍ່ ກັບ
ເຂດເສດຖະກິດພິເສດ ສະຫວັນ-ເຊໂນ ໃນແຂວງສະຫວັນນະເຂດ ຂອງລາວ ໃຫ້ໄດ້ຢ່າງ
ເປັນຮູບປະທຳ ໃຫ້ໄວທີ່ສຸດດ້ວຍນັ້ນ ລັດຖະບານໄທ ຍັງແນໃສ່ການທີ່ຈະເຊື່ອມໂຍງການ ພັດທະນາເຂດເສດຖະກິດ ທີ່ຕັ້ງຢູ່ຊາຍແດນ ລະຫວ່າງ ລາວ-ໄທ ໃຫ້ກາຍເປັນເຂດຮ່ວມ
ພັດທະນາ ທາງເສດຖະກິດ ທີ່ເຊື່ອມຕໍ່ໄປເຖິງຫວຽດນາມ ແລະ ມຽນມາອີກດ້ວຍ.

ພົນເອກປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີໄທ
ພົນເອກປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີໄທ

ຊຶ່ງພາຍໃຕ້ເປົ້າໝາຍດັ່ງກ່າວນີ້ ລັດຖະບານໄທ ກໍໄດ້ອະນຸມັດໃຫ້
ມີການກໍ່ສ້າງ ຖະໜົນເພື່ອໃຫ້ເຊື່ອມຕໍ່ ລະຫວ່າງເຂດເສດຖະກິດ
ພິເສດໜອງຄາຍ ກັບເຂດເສດຖະກິດພິເສດມຸກດາຫານ ລວມໄປ
ເຖິງການເຊື່ອມຕໍ່ ກັບເຂດເສດຖະກິດພິເສດ ທີ່ເມືອງແມ່ສອດ ໃນ
ຈັງຫວັດຕາກ ອັນເປັນເຂດເຊື່ອມຕໍ່ກັບມຽນມາດ້ວຍ ດັ່ງທີ່ພົນເອກ
ປຣະຍຸດ ໄດ້ຖະແຫລງຢືນຢັນວ່າ:

“ຄະນະກຳມະການສົ່ງເສີມ ການລົງທຶນ ທັງຄະນະກຳມະ
ການພັດທະນາການເສດຖະກິດ ແລະ ສັງຄົມແຫ່ງຊາດ
ສະພາອຸດສາຫະກຳແຫ່ງປະເທດໄທ ສະພາຫໍການຄ້າໄທ ໄດ້ຮ່ວມກັນພິຈາລະນາ
ການພັດທະນາລະບົບໂຄງສ້າງພື້ນຖານ ໃນແຕ່ລະເຂດພັດທະນາ ເຂດເສດຖະກິດ
ພິເສດ ໄດ້ແກ່ ທີ່ດ່ານແມ່ສອດ ຈັງຫວັດຕາກ ເຂດພັດທະນາເຂດເສດຖະກິດ
ພິເສດ ດ່ານມຸກດາຫານ ຈັງຫວັດມຸກດາຫານ ໄດ້ແກ່ ການກໍ່ສ້າງທາງຫລວງ ໝາຍ
ເລກ 12 ກາລະສິນ-ບ້ານນາໄຄຣ້ ແລະ ທາງ ຫລວງຊົນນະບົດສາຍ 22, 23 ນັ້ນ
ເຂດພັດທະນາເຂດເສດຖະກິດພິເສດ ດ່ານໜອງຄາຍ ຈັງຫວັດໜອງຄາຍ ກໍໄດ້
ແກ່ການສ້າງທາງຫລວງໝາຍເລກ 212 ໜອງຄາຍ-ໂພນພິໄສ ທາງຫລວງໝາຍ
ເລກ 212 ໂພນພິໄສ-ບຶງການ ທັງໝົດນີ້ ບາງສ່ວນກໍດຳເນີນການໄປແລ້ວນັ້ນ
ບາງສ່ວນກໍກຳລັງດຳເນີນການ ບາງສ່ວນ ກໍຈັດຫາງົບປະມານຢູ່ ແຕ່ແຜນມັນໄດ້ ອອກມາໝົດແລ້ວ.”

ສ່ວນການຈັດຕັ້ງປະຕິບັດ ທີ່ລັດຖະບານໄທ ໄດ້ສັ່ງການໃຫ້ພາກສ່ວນ ທີ່ຮັບຜິດຊອບ ຈະ
ຕ້ອງດຳເນີນການໃນໄລຍະຕໍ່ໄປນີ້ ກໍຄືການຈັດຫາພື້ນທີ່ ຢູ່ໃນເຂດຊາຍແດນ ທີ່ຕິດກັບ
ນະຄອນຫຼວງວຽງຈັນ ແລະ ແຂວງສະຫວັນນະເຂດ ເພື່ອຮອງຮັບການລົງທຶນ ຂອງພາກ
ເອກະຊົນໄທ ແລະ ຕ່າງຊາດໃຫ້ໄດ້ຢ່າງແທ້ຈິງພາຍໃນປີ 2015 ນີ້ ໂດຍສະເພາະແມ່ນ
ພາກອຸດສາຫະກຳ ການຜະລິດ ແລະ ການແປຮູບສິນຄ້າກະເສດນັ້ນ.

ກ່ອນໜ້ານີ້ຄະນະກຳມະທິການຮ່ວມວ່າດ້ວຍຄວາມຮ່ວມມື ລະຫວ່າງລາວ-ໄທ ໂດຍມີ
ທ່ານທອງລຸນ ສີສຸລິດ ກັບພົນເອກທະນະສັກ ປະຖິມາປຣະກອນ ຮອງນາຍົກລັດຖະມົນຕີ
ແລະ ລັດຖະມົນຕີວ່າການຕ່າງປະເທດຂອງທັງ 2 ປະເທດ ເປັນປະທານຮ່ວມກັນນັ້ນ ກໍໄດ້
ຕົງລົງເສີມຂະຫຍາຍການຮ່ວມມືກັນໃນ 4 ໂຄງການດ້ວຍກັນ ກໍຄືການພັດທະນາເຂດ
ເສດຖະກິພິເສດ ຢູ່ທີ່ຊາຍແດນລະຫວ່າງ ສອງປະເທດ ການພັດຖະນາໂຄງຂ່າຍ ການ ຄົມມາມະນາຄົມ-ຂົນສົ່ງ ທີ່ເຊື່ອມໂຍງໃນພູມິພາກ ທີ່ລວມເຖິງເສັ້ນທາງລົດໄຟ ທີ່ເຊື່ອມຕໍ່
ຈີນມາລາວ ແລະ ໄທ ການຮ່ວມມືດ້ານແຮງງານ ທີ່ຈະມີການຈັດທຳບັດ Smart Card
ໃຫ້ກັບແຮງງານລາວທຸກຄົນ ທີ່ຜ່ານການພິສູດສັນຊາດໃນໄທແລ້ວນັ້ນ ແລະ ການພັດທະນາ ຕະຫລາດຫລັກຊັບໃນລາວ.

ທັງນີ້ ໂດຍກະຊວງການເງິນຂອງລາວ ກໍໄດ້ອະນຸມັດແຜນການລະດົມເງິນທຶນ ຂອງບໍລິສັດ ກະແສໄຟຟ້າລາວ (ມະຫາຊົນ) ຫຼື EDL-GEN ຢ່າງເປັນທາງການ ແລະ ກໍເຮັດໃຫ້ EDL-GEN ສາມາດອອກພັນທະບັດເພື່ອລະດົມທຶນ ຈາກຕະຫລາດທຶນໃນໄທ ແລະ ອາຊ່ຽນໄດ້ນັບແຕ່ທ້າຍປີ 2014 ເປັນຕົ້ນມາ.

ໂດຍພາຍໃຕ້ແຜນການດັ່ງກ່າວນີ້ EDL-GEN ໄດ້ວາງເປົ້າໝາຍ ທີ່ຈະລະດົມເງິນທຶນ
ໃຫ້ໄດ້ ໃນມູນຄ່າລວມ ບໍ່ນ້ອຍກວ່າ 1,000 ລ້ານດອນລາ ເພື່ອຈະໄດ້ນຳມາໃຊ້ ໃນ
ໂຄງການພັດທະນາ ແຫລ່ງພະລັງງານໄຟຟ້າໃນລາວ ທີ່ຢູ່ໃນການຄຸ້ມຄອງຂອງ EDL-GEN ໃຫ້ເພີ່ມຂຶ້ນຈາກ 881 ເມກາວັດ ໃນປັດຈຸບັນ ເປັນບໍ່ນ້ອຍກວ່າ 2,272 ເມກາວັດ ພາຍໃນປີ 2020.

ໂດຍສາເຫດສຳຄັນທີ່ຈະເຮັດໃຫ້ EDL-GEN ໄດ້ຮັບການອະນຸມັດ ດັ່ງກ່າວ ກໍເພາະວ່າ
ເປັນບໍລິສັດໃນຕະຫລາດຫລັກຊັບແຫ່ງຊາດລາວ ທີ່ມີຜົນປະກອບການເປັນ ທີ່ໜ້າເຊື່ອຖື
ໃນສາຍຕາຂອງນັກທຸລະກິດຕ່າງຊາດ ກໍຄືມີທຶນຈົດທະບຽນ ກວ່າ 612 ລ້ານດອນລາ ແລະ
ມີລັດວິສາຫະກິດໄຟຟ້າລາວ (EDL) ຖືຮຸ້ນເຖິງ 75 ເປີເຊັນ.

XS
SM
MD
LG