ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ໄທ ວາງແຜນຈັດຕັ້ງ ເຂດເສດຖະກິດພິເສດ ໃນຈັງຫວັດມຸກດາຫານ ເພື່ອເຊື່ອມຕໍ່ກັບ ແຂວງສະຫວັນນະເຂດ


ແຜນທີ່ ລະບຸເຂດເສດຖະກິດພິເສດຕ່າງໆ ຢູ່ໃນປະເທດລາວ
ແຜນທີ່ ລະບຸເຂດເສດຖະກິດພິເສດຕ່າງໆ ຢູ່ໃນປະເທດລາວ

ລັດຖະບານໄທ ໄດ້ວາງແຜນການພັດທະນາພື້ນທີ່ ໃນເຂດ
ຈັງຫວັດມຸກດາຫານ ໃຫ້ເປັນເຂດເສດຖະກິດພິເສດ ເພື່ອ
ເຊື່ອມຕໍ່ກັບເຂດເສດຖະກິດພິເສດ ສະຫວັນ-ເຊໂນ ໃນ
ແຂວງສະຫວັນນະເຂດຂອງລາວ.

ພົນເອກປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີໄທ ຖະແຫລງ
ຢືນຢັນວ່າ ລັດຖະບານໄທໄດ້ອະນຸມັດ ໃຫ້ຈັດຕັ້ງເຂດເສດຖະ
ກິດພິເສດ ໃນເຂດຈັງຫວັດມຸກດາຫານ ຢ່າງເປັນທາງການເມື່ອບໍ່ນານມານີ້ ດ້ວຍເປົ້າໝາຍ
ທີ່ຈະພັດທະນາໃຫ້ເປັນເຂດ ທີ່ເຊື່ອມຕໍ່ກັບເຂດເສດຖະກິດພິເສດ ສະຫວັນ-ເຊໂນ ໃນ
ແຂວງສະຫວັນນະເຂດຂອງລາວ ໃຫ້ໄດ້ຢ່າງເປັນຮູບປະທຳ ໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້.

ໂດຍການຈັດຕັ້ງປະຕິບັດ ທີ່ລັດຖະບານໄທໄດ້ສັ່ງການໃຫ້ພາກສ່ວນ ທີ່ຮັບຜິດຊອບຈະ
ຕ້ອງດຳເນີນການ ໃນໄລຍະຕໍ່ໄປນີ້ ກໍຄືການຈັດຫາພື້ນທີ່ ຢູ່ໃນເຂດຊາຍແດນ ທີ່ຕິດຕໍ່
ກັບແຂວງສະຫວັນນະເຂດຂອງລາວ ເພື່ອຮອງຮັບການລົງທຶນຂອງພາກເອກະຊົນໄທ
ແລະ ຕ່າງຊາດໃຫ້ໄດ້ພາຍໃນປີ 2015 ນີ້ ສ່ວນພາກທຸລະກິດ ທີ່ຈະໄດ້ຮັບການສົ່ງເສີມ
ເປັນພິເສດນັ້ນ ກໍຄືອຸດສາຫະກຳການຜະລິດ ແລະ ການແປຮູບສິນຄ້າກະເສດ ດັ່ງທີ່
ພົນເອກປຣະຍຸດ ໄດ້ໃຫ້ການຢືນຢັນວ່າ:

ພົນເອກປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີໄທ ຢ້ຽມຢາມ ປະເທດລາວ ເມື່ອບໍ່ດົນມານີ້.
ພົນເອກປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີໄທ ຢ້ຽມຢາມ ປະເທດລາວ ເມື່ອບໍ່ດົນມານີ້.

“ບໍ່ມີບັນຫາເລື້ອງທີ່ດິນ ເປັນດິນ ກະຊັດແນ່ ເປັນດິນ
ລັດຖະການແນ່ ແລະ ດິນທີ່ສາມາດຕັ້ງໂຮງງານ
ຂະໜາດນ້ອຍໄດ້ໂດຍໄວ ແລະ ກໍຊັກຊວນຜູ້ລົງທຶນ
ຜູ້ປະກອບການ ຟ້າວເຂົ້າມາເຮັດ ໂດຍສະເພາະ
ຢ່າງຍິ່ງ ກ່ຽວກັບການແປຮູບການກະເສດ ໂຮງງານ
ເຮັດອາຫານ ໂຮງງານເຮັດອາຫານສັດ ແມ່ນຫຍັງ
ທຳນອງນີ້ແຫລະ.”

ກ່ອນໜ້ານີ້ ຄະນະກຳມະທິການຮ່ວມ ວ່າດ້ວຍຄວາມຮ່ວມມື
ລະຫວ່າງລາວ-ໄທ ໂດຍມີທ່ານທອງລຸນ ສີສຸລິດ ກັບ ພົນເອກ
ທະນະສັກ ປະຕິມາປຣະກອນ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການຕ່າງ
ປະເທດ ຂອງທັງ 2 ປະເທດ ເປັນປະທານຮ່ວມກັນນັ້ນ ກໍໄດ້ຕົກລົງເສີມຂະຫຍາຍການ
ຮ່ວມມືກັນ ໃນ 4 ໂຄງການດ້ວຍກັນກໍຄື ການພັດທະນາເຂດເສດຖະກິດພິເສດ ຢູ່ທີ່ຊາຍ
ແດນລະຫວ່າງສອງປະເທດ ການພັດທະນາໂຄງຂ່າຍ ການຄົມມະນາຄົມ-ຂົນສົ່ງ ທີ່ເຊື່ອມ
ໂຍງໃນພູມີພາກ ທີ່ລວມເຖິງເສັ້ນທາງລົດໄຟ ທີ່ເຊື່ອມຕໍ່ ຈາກຈີນມາລາວ ແລະ ໄທ ການ
ຮ່ວມມືດ້ານແຮງງານ ທີ່ຈະມີການຈັດທຳບັດ Smart Card ໃຫ້ກັບແຮງງານລາວທຸກຄົນ
ທີ່ຜ່ານການພິສູດສັນຊາດ ໃນໄທແລ້ວນັ້ນ ແລະ ການພັດທະນາຕະຫລາດ ຫລັກຊັບ
ໃນລາວ.

ທັງນີ້ໂດຍກະຊວງການເງິນຂອງລາວ ກໍໄດ້ອະນຸມັດແຜນການລະດົມເງິນທຶນ ຂອງບໍລິສັດ
ຜະລິດກະແສໄຟຟ້າລາວ (ມະຫາຊົນ) ຫຼື EDL-GEN ຢ່າງເປັນທາງການ ແລະກໍເຮັດໃຫ້
EDL-GEN ສາມາດອອກພັນທະບັດເພື່ອລະດົມທຶນ ຈາກຕະຫລາດທຶນໃນໄທ ແລະ
ອາຊ່ຽນໄດ້ນັບແຕ່ທ້າຍປີ 2014 ເປັນຕົ້ນມາ.

ທາງເຂົ້າ ເຂດເສດຖະກິດພິເສດ ສະຫວັນ-ເຊໂນ
ທາງເຂົ້າ ເຂດເສດຖະກິດພິເສດ ສະຫວັນ-ເຊໂນ

ພາຍໃຕ້ແຜນການດັ່ງກ່າວນີ້ EDL-GEN ໄດ້ວາງເປົ້າໝາຍ
ທີ່ຈະລະດົມເງິນທຶນໃຫ້ໄດ້ ໃນມູນຄ່າລວມບໍ່ນ້ອຍກວ່າ 1,000
ລ້ານດອນລາ ເພື່ອຈະໄດ້ນຳມາໃຊ້ ໃນໂຄງການພັດທະນາ
ແຫລ່ງພະລັງງານໄຟຟ້າໃນລາວ ທີ່ຢູ່ໃນການຄຸ້ມຄອງຂອງ
EDL-GEN ໃຫ້ເພີ່ມຂຶ້ນຈາກ 881 ເມກາວັດ ໃນປະຈຸບັນ
ເປັນບໍ່ນ້ອຍກວ່າ 2,272 ເມກາວັດ ພາຍໃນປີ 2020.

ໂດຍສາເຫດສຳຄັນທີ່ຈະເຮັດໃຫ້ EDL-GEN ໄດ້ຮັບການ
ອະນຸມັດດັ່ງກ່າວ ກໍເພາະວ່າ ເປັນບໍລິສັດໃນຕະຫລາດຫລັກ
ຊັບແຫ່ງຊາດລາວ ທີ່ມີຜົນປະກອບການເປັນທີ່ໜ້າເຊື່ອຖື ໃນສາຍຕາຂອງນັກທຸລະກິດ
ຕ່າງຊາດ ກໍຄືມີທຶນຈົດທະບຽນກວ່າ 612 ລ້ານດອນລາ ແລະມີລັດວິສາຫະກິດໄຟຟ້າລາວ (EDL) ຖືຫຸ້ນເຖິງ 75 ເປີເຊັນ.

ໃນປະຈຸບັນນີ້ມີ 3 ບໍລິສັດທີ່ຈົດທະບຽນ ໃນຕະຫລາດຫລັກຊັບຂອງລາວ ກໍຄື EDL-GEN
ທະນາຄານການຄ້າຕ່າງປະເທດ (ມະຫາຊົນ) ຫຼື BCEL ແລະບໍລິສັດ Lao World ຈຳກັດ
(ມະຫາຊົນ) ນອກຈາກນີ້ ຕະຫລາດຫລັກຊັບແຫ່ງຊາດລາວ ຍັງມີແຜນການ ທີ່ຈະຈົດທະ
ບຽນບໍລິສັດ ເພີ່ມຂຶ້ນອີກ ໃນມໍ່ໆນີ້ ໂດຍມີເງື່ອນໄຂວ່າ ບໍລິສັດທີ່ຈະຈົດທະບຽນ ຈະຕ້ອງມີ
ລະບົບບັນຊີ ແລະ ການບໍລິຫານງານທີ່ໄດ້ມາດຕະຖານ.

ຄະນະກຳມະການຄຸ້ມຄອງຕະຫລາດຫລັກຊັບແຫ່ງຊາດລາວ ໄດ້ກວດສອບບໍລິສັດຈຳນວນ 1,087 ລາຍ ແຕ່ກໍມີພຽງ 20 ບໍລິສັດເທົ່ານັ້ນ ທີ່ສະແດງເຈດຈຳນົງ ຈະຂໍຈົດທະບຽນ ໃນຕະຫລາດຫລັກຊັບ.

XS
SM
MD
LG