ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ໄທ ໃຫ້ການຊ່ວຍເຫຼືອ ແກ່ລາວ ສ້າງຕັ້ງ ສູນພັດທະນາ ທາງສັງຄົມ


ພະນັກງານຕັດຫຍິບລາວ ຢູ່ທີ່ໂຮງງານຕັດຫຍິບ ແຫ່ງນຶ່ງ ໃນລາວ.
ພະນັກງານຕັດຫຍິບລາວ ຢູ່ທີ່ໂຮງງານຕັດຫຍິບ ແຫ່ງນຶ່ງ ໃນລາວ.

ທາງການໄທໃຫ້ການຊ່ວຍເຫຼືອແກ່ລາວ ໃນການສ້າງຕັ້ງສູນ
ພັດທະນາທາງສັງຄົມ ເພື່ອໃຫ້ການຄຸ້ມຄອງໃນດ້ານສະຫວັດ
ດີການ ແກ່ບັນດາແຮງງານລາວ ທີ່ຕົກເປັນເຍື່ອຂະບວນການ
ຄ້າແຮງງານໃນໄທ.

ທ່ານດອນ ປຣະມັດວິໄນ ລັດຖະມົນຕີວ່າການຕ່າງປະເທດຂອງໄທ ໃຫ້ການຢືນຢັນວ່າ
ລັດຖະບານໄທໄດ້ຕົກລົງໃຫ້ການຊ່ວຍເຫຼືອ ແກ່ລັດຖະບານລາວ ໃນການສ້າງຕັ້ງສູນ
ພັດທະນາທາງສັງຄົມ ເພື່ອໃຫ້ການຄຸ້ມຄອງໃນດ້ານສະຫວັດດີການ ແກ່ບັນດາແຮງງານ
ລາວ ທີ່ຕົກເປັນເຍື່ອຂະບວນການຄ້າແຮງງານໃນໄທ ທີ່ໄດ້ຮັບການຊ່ວຍເຫຼືອ ແລະເດີນ
ທາງກັບຄືນມາລາວແລ້ວນັ້ນ ໃນໂອກາດກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍ
ການຮ່ວມມື ລາວ-ໄທ ຄັ້ງທີ 20 ຢູ່ທີ່ຈັງຫວັດຊຽງຣາຍ ເມື່ອບໍ່ດົນມານີ້.

ໂດຍສູນພັດທະນາທາງສັງຄົມດັ່ງກ່າວນີ້ ຈະສ້າງຕັ້ງຂຶ້ນທີ່ເມືອງໂພນໂຮງ ແຂວງວຽງຈັນ
ດ້ວຍທຶນຊ່ວຍເຫຼືອທັງໝົດ ຈາກລັດຖະບານໄທ ຊຶ່ງຈະມີບົດບາດຢ່າງສຳຄັນທັງໃນດ້ານ
ການໃຫ້ການຊ່ວຍເຫຼືອ ເພື່ອຟື້ນຟູສະພາບຈິດໃຈ ຂອງແຮງງານລາວທີ່ຕົກເປັນເຍື່ອຂະ
ບວນການຄ້າແຮງງານໃນໄທ ແລະ ການຍົກລະດັບຄຸນນະພາບຊີວິດການເປັນຢູ່ ຂອງ
ແຮງງານລາວດັ່ງກ່າວ ໃຫ້ດີຂຶ້ນ ດ້ວຍການເຝິກອົບຮົມ ໃນດ້ານວິຊາຊີບຕ່າງໆ ໃຫ້ແກ່
ບັນດາແຮງງານລາວ ເຫຼົ່ານີ້.

ທ່ານຄຳຫລ້າ ລໍລອນສີ ປະທານສະຫະພັນກຳມະບານລາວ ໃຫ້ການຍອມ ຮັບວ່າ ບັນຫາທີ່ໜ້າເປັນຫ່ວງ ແລະເປັນອຸປສັກຕໍ່ການພັດທະນາ ກໍແມ່ນ ບັນຫາກ່ຽວກັບ ການເອົາລັດເອົາປຽບແຮງງານລາວ ໂດຍບັນດານາຍຈ້າງ ທັງໃນລາວ ແລະຕ່າງປະເທດ.
ທ່ານຄຳຫລ້າ ລໍລອນສີ ປະທານສະຫະພັນກຳມະບານລາວ ໃຫ້ການຍອມ ຮັບວ່າ ບັນຫາທີ່ໜ້າເປັນຫ່ວງ ແລະເປັນອຸປສັກຕໍ່ການພັດທະນາ ກໍແມ່ນ ບັນຫາກ່ຽວກັບ ການເອົາລັດເອົາປຽບແຮງງານລາວ ໂດຍບັນດານາຍຈ້າງ ທັງໃນລາວ ແລະຕ່າງປະເທດ.

ທາງດ້ານກະຊວງແຮງງານໄທ ລາຍງານວ່າ ໃນປັດຈຸບັນ ມີ
ແຮງງານລາວທີ່ໄດ້ແຈ້ງຂຶ້ນທະບຽນ ເພື່ອຂໍອະນຸຍາດທຳງານ
ຢູ່ໃນໄທຢ່າງຖືກຕ້ອງຕາມກົດໝາຍຫຼາຍກວ່າ 150,000 ຄົນ
ໂດຍໃນນີ້ ກໍມີຈຳນວນຫຼາຍກວ່າ 35,000 ຄົນ ບໍ່ເຄີຍຜ່ານ
ການພິສູດສັນຊາດມາກ່ອນເລີຍ ຈຶ່ງເຮັດໃຫ້ທາງການລາວ
ແລະໄທ ຕ້ອງດຳເນີນການພິສູດສັນຊາດແຮງງານລາວເຫຼົ່ານີ້
ໃຫ້ແລ້ວສຳເລັດໄວທີ່ສຸດ ເພື່ອທີ່ວ່າ ຈະໄດ້ໃຫ້ການຄຸ້ມຄອງ
ສະຫວັດດີການ ຕາມກົດໝາຍໃນໄທ ຢ່າງຄົບຖ້ວນ ເນື່ອງ
ຈາກວ່າ ໃນລະຍະທີ່ຜ່ານມານັ້ນບັນດາແຮງງານລາວ ທີ່ບໍ່
ໄດ້ຮັບການຄຸ້ມຄອງຕາມກົດໝາຍ ທັງຍັງຖືກນາຍຈ້າງ ໃນ
ໄທ ເອົາລັດເອົາປຽບອີກດ້ວຍ.

ສະນັ້ນ ທາງການລາວ ແລະ ໄທ ຈຶ່ງໄດ້ຕົກລົງຮ່ວມກັນ ຢ່າງຄັກແນ່ແລ້ວ ວ່າຈະຮ່ວມກັນ
ດຳເນີນການພິສູດສັນຊາດແຮງງານລາວ ທີ່ທຳງານຢູ່ໃນໄທ ໃຫ້ແລ້ວສຳເລັດທັງໝົດ ໂດຍ
ທີ່ທາງການລາວ ຈະສົ່ງຄະນະເຈົ້າໜ້າທີ່ລາວໃຫ້ເຂົ້າມາປະຕິບັດການດັ່ງກ່າວ ກັບທາງ
ການໄທໃຫ້ໄວທີ່ສຸດ.

ທ່າງດ້ານທ່ານຄຳຫລ້າ ລໍລອນສີ ປະທານສະຫະພັນກຳມະບານລາວ ໃຫ້ການຍອມຮັບ
ວ່າ ບັນຫາທີ່ໜ້າເປັນຫ່ວງ ແລະເປັນອຸປສັກຕໍ່ການພັດທະນາ ເພື່ອຍົກລະດັບຄຸນນະພາບ
ຊີວິດ ແລະການເປັນຢູ່ຂອງບັນດາແຮງງານລາວໃຫ້ດີຂຶ້ນ ໃນປັດຈຸບັນນີ້ ກໍແມ່ນບັນຫາ
ກ່ຽວກັບການເອົາລັດເອົາປຽບແຮງງານ ໂດຍບັນດານາຍຈ້າງ ທັງໃນລາວ ແລະຕ່າງປະເທດ
ເຖິງແມ່ນວ່າ ສະຫະພັນກຳມະບານລາວ ຈະໄດ້ດຳເນີນມາດຕະການກວດກາຢ່າງຕໍ່ເນື່ອງ
ກໍຕາມ ແຕ່ກໍບໍ່ສາມາດຮັບປະກັນໄດ້ ຢ່າງທົ່ວເຖິງ ເຊິ່ງລວມທັງໃນປະເທດລາວດ້ວຍ ດັ່ງທີ່ ທ່ານຄຳຫລ້າ ໄດ້ຢືນຢັນວ່າ:

“ພວກເຮົາກະໄດ້ກວດຮອດບ່ອນວ່າ ການໃຫ້ຄ່າແຮງງານ ກະມີການຫລຸດໂຕນ
ກັນລະຫວ່າງແຮງງານລາວ ກັບແຮງງານຕ່າງປະເທດ ກໍລະນີມັກເກີດຂຶ້ນນີ້ ກະ
ມີຊ່ອງຫວ່າງ ບ່ອນວ່າຫົວໜ່ວຍແຮງງານນີ້ ບໍ່ມີຂໍ້ຜູກພັນສັນຍາແຮງງານ ສະນັ້ນ
ຈຶ່ງເຮັດໃຫ້ຜູ້ໃຊ້ແຮງງານນີ້ ມັກຈະໃຊ້ແຮງງານລາວ ພວກເຮົາເຮັດຊົ່ວໂມງເພີ້ມ
ກະຢາກເອົາລັດເອົາປຽບໜ້ອຍໜຶ່ງ.”

ລັດຖະບານລາວ ໄດ້ອະນຸມັດໃຫ້ປັບຂຶ້ນອັນຕາຄ່າຈ້າງຂັ້ນຕ່ຳ ສຳລັບ ຜູ້ອອກແຮງງານໃນ
ລາວ ແລະໃຫ້ມີຜົນບັງຄັບຢ່າງເປັນທາງການນັບແຕ່ວັນທີ 1 ເມສາ 2015 ເປັນຕົ້ນມາ ເຊິ່ງ
ເຮັດໃຫ້ອັດຕາຄ່າຈ້າງຂັ້ນຕ່ຳ ປັບຂຶ້ນຈາກ 626,000 ກີບ ເປັນ 900,000 ກີບ ຕໍ່ເດືອນ
ຫາກແຕ່ອັດຕາຄ່າຈ້າງຂັ້ນຕ່ຳດັ່ງກ່າວນີ້ ກໍບໍ່ມີຜົນບັງຄັບໃຊ້ກັບລູກຈ້າງ ຂອງພາກສ່ວນ
ທີ່ເປັນຄູ່ສັນຍາ ກັບລັດຖະບານລາວແຕ່ຢ່າງໃດ.

XS
SM
MD
LG