ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຄະນະກຳມະການ ເລືອກຕັ້ງໄທ ກ່າວວ່າ ຈະບໍ່ມີ ການເລືອກຕັ້ງໃໝ່ ຈົນກວ່າ ການປະທ້ວງ ຈະຍຸດຕິລົງ (ວີດີໂອ/ສະໄລດ໌)


ພວກ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານໃນ​ໄທ ບໍ່​ຮັບ​ຮູ້​ການ​ເລືອກ​ຕັ້ງ​
ກ່ອນ​ກຳນົດ​ທີ່​ມີ​ຂຶ້ນ​ໃນ​ວັນ​ອາທິດວານ​ນີ້​ ​ແລະ​ໃຫ້​ຄຳ​ໝັ້ນ​ສັນຍາ
​ທີ່​ຈະ​ສືບ​ຕໍ່​ທຳ​ການ​ປະ​ທ້ວງ​ຕາມ​ຖະໜົນ​ຫົນທາງ ເພື່ອໂຄ່ນ​ລົ້ມ
​ລັດຖະບານ​ຮັກສາ​ການ​ຊົ່ວຄາວຂອງ​ນາຍົກລັດຖະມົນຕີ ຍິ່ງ​ລັກ
ຊິນນະ​ວັດນັ້ນ.

ພັກ​ປະຊາທິປັດ ຊຶ່ງ​ເປັນ​ພັກຝ່າຍ​ຄ້ານ​ໃຫຍ່​ ບໍ່​ຍອມ​ເຂົ້າ​ຮ່ວມ​
ໃນ​ການ​ເລືອກ​ຕັ້ງ ​ແລະ​ພວກ​ປະ​ທ້ວງໄດ້ພາກັນ​ຂັດຂວາງ​ ການ
​ປ່ອນ​ບັດ ​ໂດຍ​ກີດ​ກັນ​ການ​ແຈກ​ຢາຍໃບປ່ອນ​ບັດ​ແລະ​ຂັດຂວາງ
ບໍ່​ໃຫ້​ພວກ​ມີ​ສິດ​ປ່ອນ​ບັດ ​ເຂົ້າ​ໄປ​ຍັງ​ໜ່ວຍ​ປ່ອນ​ບັດ​ ໃນ​ເຂດ​ເລືອກຕັ້ງຫລາຍສິບ​ແຫ່ງ​.

ລັດຖະບານ​ຮັກສາ​ການ ກ່າວ​ວ່າ ຕົນ​ຈະ​ຈັດການ​ເລືອກ​ຕັ້ງ​ຮອບ​ສອງ​ຂຶ້ນ ສຳລັບ​ປະມານ
10% ຂອງພວກ​ປະຊາຊົນ​ທີ່ບໍ່ສາມາດປ່ອນ​ບັດ​ ໃນ​ວັນ​ອາທິດ​ວານ​ນີ້.

ແຕ່​ວ່າ ຄະນະ​ກໍາມະການ​ເລືອກ​ຕັ້ງໄດ້​ກ່າວ​ໃນ​ວັນ​ຈັນ​ນີ້​ວ່າ ຕົນ​ບໍ່​ສາມາດ​ທີ່​ຈະ​ຈັດການ
​ເລືອກ​ຕັ້ງ​ທົດ​ແທນ ຂຶ້ນ​ມາ​ໄດ້ ຈົນ​ກ່ວາ​ວ່າການ​ປະ​ທ້ວງ​ຈະ​ຍຸດຕິ​ລົງ.

Thai elections
please wait
Embed

No media source currently available

0:00 0:02:03 0:00

ພວກ​ປະ​ທ້ວງ​ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ພວກ​ເຂົາ​ເຈົ້າ​ບໍ່​ມີ​ເຈດ​ຕະນາ​ໃດໆ ທີ່​ຈະ​ໜີ​ອອກ​
ຈາກ​ຖະນົນ​ຫົນທາງ ​ແລະຈະຕໍ່ສູ້​ເພື່ອ​ລົບ​ລ້າງ​ການ​ເລືອກ​ຕັ້ງ​ ໃນທຸກ​ລະດັບ ຮວມທັງ​
ນຳໃຊ້ ກົດໝາຍ​ຂໍ້​ນຶ່ງ ​ທີ່​ກຳນົດວ່າ ການ​ເລືອກ​ຕັ້ງ​ຕ້ອງມີ​ຂຶ້ນໃນ​ມື້​ດຽວ​ເທົ່າ​ນັ້ນ.

​ໃນ​ຂະນະ​ດຽວ​ກັນ ພວກ​ປະ​ທ້ວງ ໄດ້ພາກັນມ້າງ​ຄ້າຍຂອງ​ເຂົາ​ເຈົ້າ​ບາງ​ແຫ່ງລົງ ​ເພື່ອ​ເສີມກຳລັງ​ຢູ່ໃນ​ແຫ່ງ​ອື່ນໆໃຫ້​ແຂງ​ແຮງ​ຂຶ້ນ.

ຄາດ​ກັນ​ວ່າ​ ​ຜົນ​ຂອງ​ການ​ເລືອກ​ຕັ້ງ​ຈະ​ບໍ່​ຮູ້ຈັກ​ໄດ້ ຈົນ​ກ່ວາ​ອີກ​ຫຼາຍ​ສັບປະດາ ​ແລະ
​ພັກ​ໃດທີ່​ໄດ້​ຮັບ​ໄຊຊະນະ​ ກໍຈະ​ບໍ່​ສາມາດ​ປະກອບ​ລັດຖະບານ​ໃໝ່​ຂຶ້ນ​ໄດ້ ຈົນ​ກວ່າ​
ຈະ​ມີ​ການເລືອກ​ຕັ້ງ​ໃໝ່ ​ໃນ​ບັນດາ​ເຂດ ທີ່​ຖືກຂັດຂວາງ​ນັ້ນ​ເສຍ​ກ່ອນ.

ເບິ່ງວີດີໂອ ກ່ຽວຂ້ອງກັບ ການເລືອກຕັ້ງຢູ່ໄທ:

Protesters Dismiss Thai Elections
please wait

No media source currently available

0:00 0:02:03 0:00
ລິງໂດຍກົງ
XS
SM
MD
LG