ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້​ນຳພາ ຄະນະປົກຄອງທະຫານ ຂອງໄທ ຖືກເລືອກ ໃຫ້ເປັນ ນາຍົກລັດຖະມົນຕີ (ສະໄລດ໌/ວີດີໂອ)


ນາຍ​ພົນ ປຣະຍຸດ ຈັນ​ໂອຊາ ຜູ້​ບັນ​ຊາ​ການ​ທະຫານບົກ ຍໍມືໄຫວ້ ກ່ອນກອງປະຊຸມສະພາແຫ່ງຊາດ ເພື່ອພິຈາລະນາ ເລື້ອງທີ່ສຳຄັນ ແລະຮີບດ່ວນຕ່າງໆ ລວມມີ ງົບປະມານ ປະຈຳປີ 2015 ຢູ່ທີ່ສະພາ ໃນບາງກອກ, ວັນທີ 18 ສິງຫາ 2014.
ນາຍ​ພົນ ປຣະຍຸດ ຈັນ​ໂອຊາ ຜູ້​ບັນ​ຊາ​ການ​ທະຫານບົກ ຍໍມືໄຫວ້ ກ່ອນກອງປະຊຸມສະພາແຫ່ງຊາດ ເພື່ອພິຈາລະນາ ເລື້ອງທີ່ສຳຄັນ ແລະຮີບດ່ວນຕ່າງໆ ລວມມີ ງົບປະມານ ປະຈຳປີ 2015 ຢູ່ທີ່ສະພາ ໃນບາງກອກ, ວັນທີ 18 ສິງຫາ 2014.

ສະພາ​ຂອງລັດຖະບານທະຫານໄທ ​ທີ່​ປົກຄອງ​ປະເທດຢູ່ໃນ
ເວລານີ້ ໄດ້​ເລືອກ​ເອົາ ນາຍ​ພົນ ປຣະຍຸດ ຈັນ​ໂອຊາ ​ໃຫ້​ເປັນ
ນາຍົກລັດຖະມົນຕີ ຄົນ​ໃໝ່​ຂອງ​ປະ​ເທດ ເກືອບ​ 3 ​ເດືອນ ຫຼັງ
ຈາກທ່ານ​ໄດ້​ຢຶດ​ອຳນາດ​ໃນ​ການເຮັດ​ລັດຖະປະຫານ​ທີ່​ບໍ່​ມີການ
​ເສຍ​ເລືອດເນື້ອ.

​ການ​ເລືອກ​ເອົາ​ຜູ້​ບັນ​ຊາ​ການ​ທະຫານບົກ ​ໄວ 60 ປີ ຢ່າງ​ເປັນ
​ເອກະສັນ ໃນ​ວັນ​ພະຫັດ​ມື້​ນີ້ ​ແມ່ນເປັນ​ຜົນ​ທີ່​ຮູ້ຈັກ​ກັນ​ມາ​ກ່ອນ
​ແລ້ວ ​ເນື່ອງ​ຈາກ​ວ່າ​ ທ່ານ​ເອງເປັນຜູ້​ສະໝັກເອົາຕຳແໜ່ງດັ່ງກ່າວ​
ແຕ່​ພຽງ​ຄົນ​ດຽວ ເທົ່ານັ້ນ. ທ່ານປຣະຍຸດ ເປັນ​ຜູ້​ນຳພາຄະນະປົກ
ຄອງທະຫານ ນັບຕັ້ງ​ແຕ່ໄດ້ບັງຄັບ ໃຫ້ລັດຖະບານຂອງນາຍົກ
ລັດຖະມົນຕີຍິ່ງ​ລັກ ຊິນນະ​ວັດ ອອກຈາກອຳນາດ.

ທ່ານປຣະຍຸດ ຈະ​ອອກ​ຈາກ​ຕຳແໜ່ງ​ຜູ້​ບັນຊາ​ການ​ທະຫານບົກ ​ໃນ​ເດືອນ​ໜ້າ​ນີ້. ທ່ານ​ມີ​ແຜນ​ທີ່​ຈະປົກຄອງປະເທດ ຈົນ​ກວ່າ​ຈະ​ມີ​ການ​ເລືອກ​ຕັ້ງ​ໃໝ່ ທີ່​ຈະ​ມີ​ຂຶ້ນ​ໃນ​ທ້າ​ຍປີ 2015.

​ໄທ ​ໄດ້​ປະ​ສົບ​ກັບ​ບັນຫາຄວາມ​ບໍ່​ສະຫງົບ​ທາງ​ການ​ເມືອງ ນັບ​ແຕ່​ປີ 2006 ເປັນຕົ້ນມາ ເວລາ​ອະດີດນາຍົກລັດຖະມົນຕີ ທັກສິນ ຊິນ​ນະ​ວັດ ຊຶ່ງ​ເປັນ​ອ້າຍ​ຂອງ ທ່ານ​ນາງຍິ່ງ​ລັກ ຊິນນະ​ວັດ ​ໄດ້​ຖືກ​ໂຄ່ນ​ລົ້ມ ດ້ວຍ​ການກໍ່​ລັດຖະປະຫານ ຂອງພວກທະຫານ ​ໃນ​ປີ 2006. ທ່ານ ທັກສິນ ​ແລະ ນ້ອງ​ສາວ​ຂອງ​ທ່ານ ໄດ້ຮັບການຕໍ່ຕ້ານ​ຢ່າງ​ແຂງຂັນ ຈາກ​ບັນດາ​ພວກຜູ້ນຳການ​ເມືອງ ນິຍົມແນວທາງດັ້ງເດີມຂອງໄທ.

THAILAND POLITICS VO
please wait
Embed

No media source currently available

0:00 0:01:14 0:00

XS
SM
MD
LG