ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ພິພາກສາ ທີ່ ລັດເທັກຊັສ ຕັດສິນ ບໍ່ເຫັນພ້ອມ ກັບ ກ.ໝ. ຕ້ານການຮີດລູກ


ພວກຕໍ່ຕ້ານການເຮັດແທ້ງຫຼືຮີດລູກ ພາກັນຖືປ້າຍປະທ້ວງ ຢູ່ ຕຶກໂຮງການປົກຄອງ ລັດເທັກຊັສ.
ພວກຕໍ່ຕ້ານການເຮັດແທ້ງຫຼືຮີດລູກ ພາກັນຖືປ້າຍປະທ້ວງ ຢູ່ ຕຶກໂຮງການປົກຄອງ ລັດເທັກຊັສ.

ຜູ້​ພິພາກສາທ່ານນຶ່ງ ຂອງລັດຖະບານກາງ ສະຫະລັດ ​ໄດ້​ຂັດ
ຂວາງ​ຕໍ່ການຈຳກັດຮັດແຄບ​ທີ່​ຈະ​ນຳໄປສູ່​ການ​ຫ້າມບໍ່ໃຫ້ເຮັດ​
ແທ້ງຫຼືຮີດລູກຢູ່​ຕາມສະຖານທີ່ຮີດລູກແລະຄລີນິກສ່ວນໃຫຍ່
ໃນລັດ​ເທັກ​ຊັສ ທາງພາກຕາເວັນຕົກສຽງໃຕ້ຂອງສະຫະລັດ.

ຜູ້​ພິພາກສາ​ປະຈຳ​ເຂດ ຂອງສະຫະລັດ ທ່ານ Lee Yeakel ​
ໄດ້ຕັດສິນບໍ່ເຫັນພ້ອມກົດໝາຍດັ່ງກ່າວໃນ​ວັນ​ສຸກ​ວານ​ນີ້ ທີ່​ຈະ​ບັງຄັບໃຫ້ສະຖານທີ່ຮີດ​
ລູກແຫ່ງຕ່າງໆ​ໃນ​ລັດ​ເທັກ​ຊັສ ໄດ້ມາດຕະຖານການການປະຕິບັດງານ​ຂອງໂຮງໝໍນັ້ນ.

ບັນດາ​ຜູ້​ສະໜັບສະ​ໜູນກົດໝາຍ​ໄດ້​ປະຕິຍານວ່າ ​ຈະ​ຂໍອຸທອນ​ຕໍ່ການ​ຕັດສິນນີ້ ໂດຍ
ເວົ້າ​ວ່າ ມາດ​ຕະການ​ດັ່ງກ່າວຈະ​ປ້ອງ​ກັນ​ສຸຂະພາບຂອງພວກ​ຜູ້ຍິງ.

ພວກຕິຕຽນກ່າວ​ວ່າ ກົດໝາຍ​ດັ່ງ​ກ່າວ​ບໍ່​ມີ​ຄວາມ​ຈໍາ​ ເປັນ ​ແລະຈະ​ເປັນ​ຜົນເຮັດໃຫ້ຜູ້ຍິງ
​ໃນລັດ​ເທັກ​ຊັສ ​ເກືອບ 1 ລ້ານ​ຄົນ ​ຕ້ອງ​ໄດ້​ຂັບ​ລົດ​ຫລາຍ​ກວ່າ​ສາມ​ຊົ່ວ​ໂມງ ​ເພື່ອ​ໄປ
ເຮັດແທ້ງ ຫຼືຮີດລູກອອກ.

ກົດໝາຍນີ້ເປັນ​ພາກ​ສ່ວນນຶ່ງຂອງກົດໝາຍ​ຕໍ່ຕ້ານການຮີດລູກ ທີ່​ເຊັນ​ໂດຍຜູ້​ປົກຄອງ​
ລັດ​ເທັກ​ຊັສ ທີ່ສັງກັດພັກ​ຣີພັບ​ບລິກກັນ ທ່ານ Rick Perry ​ໃນ​ປີ​ກາຍ​ນີ້ ທີ່​ໄດ້​ເປັນ​ຜົນ​
ໃຫ້ຄລິ​ນິກ​ຮີດ​ລູກເກືອບ​ທັງ​ໝົດ​ຢູ່​ໃນ​ລັດ​ເທັກ​ຊັສ ປິດໄປແລ້ວນັ້ນ.

ການຮີບ​ລູກຍັງ​ສືບຕໍ່​ເປັນບັນຫາ​ໂຕ້​ຖຽງ​ກັນໃຫຍ່​ທີ່​ສຸດບັນຫານຶ່ງ ຢູ່​ໃນສະຫະລັດ ຫລັງ
​ຈາກ​ສິດທິ​ຂອງ​ພວກຜູ້ຍິງ ​ກ່ຽວກັບຂັ້ນຕອນດັ່ງກ່າວ ຊຶ່ງໄດ້ຮັບການຄ້ຳປະກັນໂດຍ
ລັດຖະທຳມະນູນນັ້ນ ໄດ້ມີການເຫັນພ້ອມ ໃນການຕັດສິນທີ່ມີຄວາມສຳຄັນຄັ້ງປະຫວັດ
ສາດ ຂອງສານສູງສຸດເມື່ອ 40 ກວ່າ​ປີ​ກ່ອນ.

A U.S. federal judge has blocked restrictions that would have banned abortions at most facilities in the southwestern state of Texas.

U.S. District Court Judge Lee Yeakel ruled against a law Friday that would have required abortion facilities in Texas to meet hospital operating standards.

Supporters of the law vowed to appeal the decision, saying the measure would protect women's health.

Critics said the law was unnecessary and would have resulted in nearly a million Texas women having to drive more than three hours to get an abortion.

The law was part of a sweeping anti-abortion bill signed by Texas Republican Governor Rick Perry last year that has already shuttered most of the abortion clinics in the state.

Abortion remains a highly charged issue in the U.S. after a woman's constitutional right to the procedure was upheld in a landmark ruling by the U.S. Supreme Court more than 40 years ago.

XS
SM
MD
LG