ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປ. ພູຕິນ ກ່າວວ່າ ສຫລ ຮູ້ເສັ້ນທາງບິນ ຂອງ ເຮືອບິນລົບ ຣັດເຊຍ ກ່ອນຈະຖືກຍິງ


Turkey Jet
please wait
Embed

No media source currently available

0:00 0:00:30 0:00

ປະທານາທິບໍດີ​ຣັດ​ເຊຍ ທ່ານ Vladimir Putin ກ່າວ​ວ່າ ສະຫະ
ລັດ​ຮູ້​ດີ ​ກ່ຽວກັບ​ເສັ້ນທາງ​ບິນ ຂອງ​ເຮືອບິນ​ລົບ​ອາຍ​ພົ່ນຣັດ​ເຊຍ
ທີ່​ຖືກ​ຍິງ​ຕົກ​ໂດຍ​ເທີ​ກີ​ເມື່ອວັນ​ອັງຄານແລ້ວ​ ​ແລະ​ຄວນ​ແຈ້ງ​ໃຫ້
​ເທີ​ກີ ຊຶ່ງ​ເປັນ​ພັນທະ​ມິດ​ຂອງ​ຕົນ​ນັ້ນຊາບ.

ທ່ານ Putin ກ່າວ​ທີ່​ນະຄອນຫຼວງມົສກູ​ໃນ​ວັນ​ພະຫັດ​ວານ​ນີ້ວ່າ​
ຝ່າຍອາ​ເມ​ຣິກັນຊຶ່ງ​ເປັນ​ຜູ້ນຳ​ພາ​ແນວ​ໂຮມ​ທີ່ເທີ​ກີ​ເປັນ​ສະມາຊິກ​
ຮູ້ຈັກ​ກ່ຽວ​ກັບ​ທີ່​ຕັ້ງ ​ແລະ​ເວລາ​ຂອງຖ້ຽວ​ບິນຂອງ​ເຮົາ ​ແລະ​ພວກ
​ເຮົາ​ໄດ້​ຖືກ​ຍິງ​ຢູ່​ບ່ອນ​ນັ້ນແລະ​ໃນ​ເວລານັ້ນ.​ ​ເປັນ​ຫຍັງ​ພວກ​ເຮົາ
​ຈຶ່ງ​ເອົາ​ຂໍ້​ມູນ​ນີ້​ໃຫ້​ຝ່າຍ​ອາ​ເມຣິກັນ ຖ້າ​ພວກ​ເຂົາ​ ຫາກ​ບໍ່ໄດ້​ມອບ​
ຂໍ້​ມູນ​ດັ່ງກ່າວ​ໃຫ້​ແກ່​ປະ​ເທດ​ແນວ​ໂຮມ​ທັງ​ໝົດ.

ສະ​ຫະລັດ​ໄດ້​ຕົກລົງ​ກັບ​ຣັດ​ເຊຍ ​ເພື່ອ​ຫລີກ​ລ່ຽງບໍ່​ໃຫ້​ເຮື​ອບິນ​ຕຳ​ກັນ​ຢູ່​ເທິງ​ນ່ານຟ້າ​ຊີ​ເຣຍ
ບ່ອນ​ທີ່​ປະ​ເທດ​ທັງ​ສອງ​ພວມ​ທຳ​ການ​ໂຈມ​ຕີ​ທາງ​ອາກາດ​ຢູ່​ທີ່​ນັ້ນ.

​ເທີ​ກີ​ກ່າວ​ວ່າ ຕົນ​ໄດ້​ເຕືອນ​ຫຼາຍໆ​ຄັ້ງວ່າ ​ເຮືອບິນ​ຣັດ​ເຊຍ​ຢູ່​ໃນ​ເຂດ​ອາກາດ​ຂອງ​ຕົນ​ກ່ອນ​
ທີ່​ຕົນຈະຍິງ.

ຂະນະ​ດຽວ​ກັນ ສົງຄາມ​ຄຳ​ເວົ້າ ​ລະຫວ່າງ​ມົສກູ ​ແລະ​ອັງກາຣາຍັງ​ດຳ​ເນີນ​ຢູ່ຕໍ່​ໄປ. ທ່ານ
​ Putin ກ່າວ​ວ່າ ກາ​ນຍິງ​ເຮືອບິນ​ຂອງ​ຕົນ​ຕົກ​ໂດຍ​ເທີ​ກີແມ່ນ​ເປັນ​ການ​ທໍລະ​ຍົດ​ໂດຍ​ປະ
​ເທດ​ທີ່ຣັດ​ເຊຍ​ຄິດ​ວ່າ​ເປັນ​ມິດ​ຂອງ​ຕົນ. ຖ້າ​ພວກ​ເຮົາ​ຫາກ​ຄິດ​ກ່ຽວ​ກັບ​ເລື້ອງນີ້​ໄວ້​ ພວກ​
ເຮົາ​ກໍ​ຄວ​ນຈັດຕັ້ງລະບົບ​ປ້ອງ​ກັນ​ເຮືອບິນ​ຂອງ​ພວກເຮົາ​ແລ້ວ.

ຣັດ​ເຊຍ​ໄດ້​ປະກາດ​ໃນ​ມື້ວັນ​ພຸດ​ຜ່ານ​ມານີ້ວ່າ ຕົນ​ຈະ​ສົ່ງ​ລະບົບ​ລູກ​ສອນ​ໄຟ S-400 ​ໄປ​
ຍັງ​ແຂວງ​ລາ​ຕາ​ເກ​ຍຂອງ​ຊີ​ເຣຍ ທີ່​ມີ​ເຂດ​ແດນ​ຕິດ​ກັບປະ​ເທດ​ເທີ​ກີ​ນັ້ນ.

ທ່ານ Putin ກ່າວ​ວ່າ ມັນ​ບໍ່​ແມ່ນ​ເປັນ​ໄປ​ບໍ່​ໄດ້ ​ທີ່​ເທີ​ກີບໍ່​ຮູ້ຈັກ​ວ່າ​ນັ້ນ​ແມ່ນ​ເຮືອບິນຣັດ​ເຊຍ​
ຕາມ​ທີ່​ປະທານາທິບໍດີ​ເທີ​ກີທ່ານ Recep Tayyip Erdogan ​ໄດ້​ສະ​ເໜີ​ແນະ​ໃຫ້​ຮູ້​ຕໍ່​ໂທ
ລະພາບ​ຂອງຝຣັ່ງນັ້ນ.

XS
SM
MD
LG