ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

3 ຄົນ ເສຍຊີວິດ ໃນການໂຈມຕີ ສະລະຊີບ ໃສ່ລົດບັສ ກອງທັບ ທີ່ນະຄອນຫຼວງ ຄາບູລ


ກຳລັງຮັກສາຄວາມປອດໄພ ອັຟການິສຖານ ກວດກາເບິ່ງບ່ອນ ທີ່ການໂຈມຕີສະລະຊີບເກີດຂຶ້ນ ໃນຄາບູລ ວັນທີ 2 ຕຸລາ 2014.
ກຳລັງຮັກສາຄວາມປອດໄພ ອັຟການິສຖານ ກວດກາເບິ່ງບ່ອນ ທີ່ການໂຈມຕີສະລະຊີບເກີດຂຶ້ນ ໃນຄາບູລ ວັນທີ 2 ຕຸລາ 2014.

ຜູ້​ໂຈມ​ຕີ​ສະລະ​ຊີບ​ຕາ​ລີ​ບັນ​ຄົນ​ນຶ່ງ ​ໄດ້​ແນ​ເປົ້າ​ໃສ່​ລົດ​ບັສ
ກອງທັບ​ຄັນ​ນຶ່ງ ​ໃນ​ນະຄອນຫລວງ​ຄາ​ບູລ ​ໃນ​ວັນ​ພະຫັດ​
ມື້​ນີ້ ​ໂດຍໄດ້​ສັງຫານ​ປະຊາຊົນ​ໄປ 3 ຄົນ.

ການ​ໂຈມ​ຕີ​ດັ່ງກ່າວ ​ເປັນ​ການ​ໂຈມ​ຕີ​ທີ່​ເຮັດ​ໃຫ້​ມີ​ຜູ້​ຄົນ​
ເສຍ​ຊີວິດ​ຄັ້ງຫລ້າ​ສຸດ​ ຕໍ່​ຍານພາຫະນະ​ຕ່າງໆ ທີ່​ບັນທຸກ
​ພະນັກງານ​ຂອງ​ລັດຖະບານ​ໄປ​ເຮັດ​ວຽກ ​ໃນ​ນະຄອນ
ຫລວງ​ອັຟກາ​ນິສຖານ​ນັ້ນ.

ຢ່າງ​ໜ້ອຍ​ມີ​ຜູ້​ບາດ​ເຈັບ 8 ຄົນ ​ຈາກ​ການ​ລະ​ເບີ​ດ​ໃນ​ຄັ້ງ​ນີ້.

ກ່ອນ​ໜ້າ​ນີ້​ມື້​ນຶ່ງ ປະຊາຊົນ​ຢ່າງ​ໜ້ອຍ 7 ຄົນ​ເສຍ​ຊີວິດ ​ໃນ​ເຫດລະເບີດ​ສອງ​ຄັ້ງ​ຕ່າງ​ກັນ ທີ່​ແນ​ເປົ້າ​ໃສ່​ລົດ​ບັສທີ່​ບັນທຸກ​ທະຫານ​ເຕັມ​ຄັນໃນ​ນະຄອນຫລວງ​ເຊັ່ນ​ກັນ.

ກຸ່ມ​ຕາ​ລີ​ບັນ ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການ​ໂຈມ​ຕີ​ທັງ 3 ຄັ້ງ.

ນາຍ Zabihullah Mujahid ​ໂຄສົກ​ປະຈຳ​ກຸ່ມ​ຕາ​ລີ​ບັນກ່າວ​ຕໍ່​ອົງການ​ ຂ່າວ​ຝຣັ່ງ​ໃນ​ວັນ​
ພຸດ​ວານ​ນີ້​ວ່າ ພວກ​ຫົວ​ຮຸນ​ແຮງໄດ້​ສົ່ງຄຳເຕືອນທີ່​ຈະແຈ້ງ ຕໍ່​ລັດຖະບານ​ອັຟກາ​ນິສຖານ ສຳລັບ​ການ​ລົງ​ນາມ​ຂອງຕົນ​ໃນ​ຂໍ້ຕົກລົງ​ວ່າ​ດ້ວຍ​ຄວາມ​ປອດ​ໄພ ​ທີ່​ໄດ້​ຊັກ​ຊ້າ​ມາດົນນານ ກັບສະຫະລັດ ​ແລະ​ເວົ້າ​ຕື່ມ​ວ່າ ພວກ​ເຂົາ​ຈະ​ເພີ້​ມການ​ໂຈມ​ຕີ​ຂອງ​ພວກ​ເຂົາ​ຂຶ້ນ​ອີກ.

​ໃນ​ວັນ​ອັງຄານ​ມື້ກ່ອນ​ນີ້ ບັນດາ​ເຈົ້າ​ໜ້າ​ທີ່​ຈາກ​ອັຟກາ​ນິສຖານ ​ແລະ​ສະຫະລັດ ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ວ່າ​ດ້ວຍ​ຄວາມ​ປອດ​ໄພ​ລະຫວ່າງ​ສອງ​ຝ່າຍ ທີ່​ຈະ​ອະນຸມັດ​ໃຫ້​ທະຫານ​ ແລະ​ພົນລະ​ເຮືອນ​ອາ​ເມຣິກັນ ເກືອບ 10 ພັນ​ຄົນ ​ແລະ​ພວກ​ທະຫານ​ກຸ່ມ​ເນ​ໂຕ້​ຕື່ມ​ອີກ 2 ພັນ​ຄົນຢູ່​ໃນ​ອັຟກາ​ນິສຖານ​ ຫລັງຈາກ​ວັນ​ທີ 31 ​ເດືອນ​ທັນ​ວາ ຊຶ່ງ​ເປັນ​ວັນ​ເສັ້ນ​ຕາຍ ສຳລັບ​ໃຫ້​ທະຫານ​ຕ່າງ​ຊາດ ​ຖອນ​ອອກ​ຈາກ​ອັຟກາ​ນິສຖານ​ໄປ​ນັ້ນ.

afghanistanblast2october14
please wait

No media source currently available

0:00 0:00:28 0:00

XS
SM
MD
LG