ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

Mullah Mansoor ຖືກແຕ່ງຕັ້ງ ເປັນຫົວໜ້າ ທາລິບານ ຄົນໃໝ່


Mullah Akhtar Mansoor ຜູ້ນຳຄົນໃໝ່ ທີຖືກແຕ່ງຕັ້ງ ເປັນຫົວໜ້າທາລິບານ.
Mullah Akhtar Mansoor ຜູ້ນຳຄົນໃໝ່ ທີຖືກແຕ່ງຕັ້ງ ເປັນຫົວໜ້າທາລິບານ.

ກຸ່ມທາ​ລິ​ບານ ໃນອັຟກາ​ນິສຖານ ​ໄດ້​ປະກາດ​ໃນ​ວັນ​ສຸກ​ມື້​ນີ້ວ່າ
ສະພາ​ສູງ​ສຸດ ​“shura” ໄດ້​ເລືອກເອົາ Mullah Akhtar Man-
soor ​ເປັນ​ຫົວໜ້າ​ກຸ່ມ​ກະບົດ​ຄົນ​ໃໝ່ຂອງ​ອັ​ຟກາ​ນິສຖານ ນຶ່ງ​ມື້​
ຫລັງ​ຈາກ​ມີ​ລາຍ​ງານ​ຢັ້ງຢືນ​ ເຖິງ​ການ​ຕາຍ​ຂອງ Mullah Omar ຜູ້ກໍ່ຕັ້ງກຸ່ມກະບົດດັ່ງກ່າວ.

ການ​ປະກາດເປັນ​ພາສາ Pashto ​ໃນ​ວັນ​ສຸກມື້ນີ້ ​ໄດ້ຖືກ​ສົ່ງໂດຍ
ອີ​ແມລ​ມາຫາ ວີ​ໂອ​ເອ ​ໂດຍໂຄສົກຂອງກຸ່ມທາ​ລິ​ບານ ທ້າວ
Zabihullah Mujahid. ຜູ້ນຳ​ຄົນ​ໃໝ່ Mullah Akhtar Man-
soor ​ເຄີຍຮັບໜ້າທີ່ ​ເປັນຮອງ Mullah Omar ມາກ່ອນ ​ແລະ
ເຄີຍເປັນ​ຫົວໜ້າ ກິດຈະການດ້ານການເມືອງ ແລະ​ທະ ຫານ​ຂອງກຸ່ມທາ​ລິ​ບານ.

ການ​ປ​ະກາດ​ກ່າວ​ວ່າ ທ້າວ Maulvi Haibatullah Akundzada ​ແລະ ທ້າວ Maulvi
Sirajuddin Haqqani ​ໄດ້​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ຮອງທ້າວ Mansoor.

ທ້າວ Sirajuddin Haqqani ໄດ້ເປັນ​ຜູ້ນຳພາມາ​ເປັນ​ເວລາ​ດົນ​ນານແລ້ວ ໃນ ອັນ​ທີ່​ຮ້ອງ
​ວ່າ ຕາໜ່າງ Haqqani ກຸ່ມ​ຫົວ​ຮຸນ​ແຮງ​ທີ່​ເປັນພັນທະມິດ ກັບ ທາ​ລິ​ບານ ​ແລະ​ມີຖານ
ປະຕິບັດງານຢູ່ໃນ Waziristan ເໜືອ ນຶ່ງໃນເຂດຊົນ​ເຜົ່າປາ ​ກິ​ສຖານທີ່ຢູ່​ຕາມ​ຊາຍ​ແດນ​
ຕິດກັບອັຟການິສຖານນັ້ນ. ຕາໜ່າງ Haqqani ​ໄດ້ ​ຖືກ​ຖິ້ມໂທດໃສ່ວ່າ ເປັນຜູ້​ໂຈມ​ຕີຮ້າຍ
​ແຮງຫລາຍ​ຄັ້ງຕໍ່ບັນດາ​ກຳລັງ​ປະສົມແລະ ລັດຖະບານ​ອັຟກາ​ນິສຖານ ​ໃນ​ລະຫວ່າງ​ສົງຄາມ.

​ແຫລ່ງຂ່າວທາ​ລິ​ບານ ​ລະບຸ​ ທ້າວ Maulvi Haibatullah Akhunzada ວ່າ​ເປັນ​ອະ​ດີດ
ຫົວໜ້າ​ສານ​ໃນ​ລະຫວ່າງການ​ປົກຄອງ​ຂອງ​ທາ​ລິ​ບານ ​ໃນອັ​ຟກາ​ນິສຖານ ກ່ອນ​ປີ 2001.

​ເຖິງ​ແມ່ນຊ່ອງ​ທາງການຕິດ​ຕໍ່ຂອງເຈົ້າ​ໜ້າ​ທີ່​ທາ​ລິ​ບານ​ໄດ້​ປະກາດວ່າ Mullah Mansoor
ເປັນ​ຜູ້ນຳ​ຄົນ​ໃໝ່ກໍຕາມ ແຕ່ແຫລ່ງຂ່າວທາ​ລິ​ບານ ກໍກ່າວ​ວ່າ ການ​ເປັນ​ຜູ້ນຳ​ຂອງ​ລາວ
ແມ່ນໄດ້ຮັບການ​ທ້າ​ທາຍ​ ຈາກພວກສາຂາ​ຈຳນວນ​ນຶ່ງ ທີ່ຢາກໃຫ້ Mullah Yaqoub ລູກ
​ຊາຍ​ກົກ​ຂອງ Mullah Omar ຂຶ້ນເປັນຜູ້ນຳ ຄົນໃໝ່ແທນ.

​ໃນ​ວັນພ​ະຫັດວານີ້ ລັດຖະບານປາ​ກິ​ສຖານ ​ໄດ້​ປະກາດວ່າ ​ການ​ເຈລະຈາ​ສັນ ຕິພາບ​ຂອງ
​ກຸ່ມດັ່ງກ່າວ ກັບ​ລັດຖະບານອັຟກາ​ນິສຖານ ໄດ້ເລື່ອນເວລາອອກ ໄປ ຫລັງ​ຈາກກຸ່ມທາ​ລິ
​ບານ ຢືນຢັນ​ວ່າ Mullah Omar ຜູ້ນຳ​ມາເປັນເວລາ ດົນນານຂອງຕົນ ​ໄດ້ເສຍຊີວິດ​
ຍ້ອນການ​ເຈັບ​ປ່ວຍ.

ກຸ່ມທາ​ລິ​ບານ ຍັງ​ບໍ່​ໄດ້ແຈ້ງໃຫ້ຊາບເທື່ອວ່າ ​ເວລາ​ໃດລາວ​ໄດ້ເສຍ​ຊີວິດ ​ແຕ່​ວ່າລັດຖະ
ບານອັຟກາ​ນິສຖານ ອ້າງ​ວ່າ ທ້າວ Omar ​ໄ​ດ້​ເສຍ​ຊີວິດ​ສອງ​ປີກ່ອນ ຢູ່​ໂຮງໝໍນະຄອນ Karachi.

Afghanistan Taliban Omar
please wait

No media source currently available

0:00 0:00:38 0:00

XS
SM
MD
LG