ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ຮັບເໝົາ ກໍ່ສ້າງຕຶກອາຄານຫໍ​ພັກ ​ໃນ​ໄຕ້​ຫວັນ ຖືກ​ຈັບ ຫຼັງ​ຈາກ​ທີ່​ຕຶກ​ພັງ​ລົງ ຕອນ​ແຜ່ນດິນ​ໄຫວ​


Taiwan Search-and-rescue Crews Continue Work at Collapsed Building
please wait

No media source currently available

0:00 0:01:42 0:00

ສະພາບ​ການ​ຂອງ​ແຜ່ນດິນ​ໄຫວ​ໃນ​ໄຕ້​ຫວັນ

ຕຳຫຼວດໄຕ້ຫວັນ ໄດ້ຈັບກຸມຜູ້ຮັບເໝົາ ກໍ່ສ້າງຕຶກອາຄານຫໍ​ພັກ
17 ຊັ້ນໃນເມືອງ Tainan ທີ່ພັງທະລາຍລົງ ໃນຂະນະທີ່ໄດ້
ກີດແຜ່ນດິນໄຫວຂຶ້ນໃນວັນເສົາທີ່ຜ່ານມານີ້ ຊຶ່ງ​ເຮັດໃຫ້ມີຜູ້ເສຍ
ຊີວິດ 40 ຄົນນັ້ນ.

ທ່ານ Lin Ming-hui ໄດ້ຖືກຟ້ອງຄະດີໃນການສັງຫານຄົນ
ໂດຍບໍ່ເຈດຕະນາ ຍ້ອນ​ຄວາມ​ບໍ່​ເອົາ​ໃຈ​ໃສ່ ​ໂດຍ​ຈະ​ຖືກ​ສອບ​ຖາມກ່ຽວກັບການກໍ່ສ້າງແລະອຸບປະກອນທີ່ນຳມາ​ໃຊ້​ໃນ​ການ
ສ້າງຕຶກອາຄານ​ຫໍ​ພັກ Weigun Golden Dragon ຊຶ່ງໄດ້
​ກໍ່​ໃຫ້​ເກີດ​ມີ​ຄຳ​ຖາມ ຫລັງ​ຈາກ ຮູບພາບກ່ຽວ​ກັບກະປ໋ອງນ້ຳ
ໂສດາ ແລະໂຟມ ທີ່ນຳ​ມາ​ກໍ່ສ້າງເຂົ້າ​ໃສ່ໃນຝາຂອງ​ອາຄານ​
ຫໍ​ພັກ​ນັ້ນ. ໄດ້ມີໝາຍຈັບກຸມຊາຍອີກ 2 ຄົນ ນຳ.

ໄດ້ມີຫຼາຍກວ່າ 300 ຄົນ ໄດ້ຖືກຊ່ອຍກູ້ອອກມາຈາກຊາກຫັກພັງຂອງຕຶກອາຄານດັ່ງກ່າວນີ້ ແລະຍັງມີອີກຫຼາຍກວ່າ 100 ຄົນ ທີ່ຍັງສົງໄສວ່າ ຕົກຄ້າງຢູ່ກ້ອງຊາກຫັກ​ພັງນັ້ນ. ພວກຊ່ອຍ
ກູ້ໄພແມ່ນໄດ້ປະຕິບັດງານຢ່າງບໍ່ຢຸດຢັ້ງ ​ໂດຍໃຊ້ເຄື່ອງຈັກຍົກແລະເຄື່ອງດັກຟັງອີເລັກໂທຣ
ນິກຕ່າງໆ ພ້ອມທັງມືເປົ່າ ໃນຄວາມຫວັງທີ່ຈະພົບ​ເຫັນ ພວກທີ່ອາດລອດຊີວິດມາໄດ້​ໃນ
ຊາກຫັກພັງທັງຫຼາຍນີ້ ໃນຊ່ວງໄລຍະ 72 ຊົ່ວໂມງ ຂອງແຜ່ນດິນໄຫວທີ່ໄດ້ເກີດຂຶ້ນນັ້ນ ຊຶ່ງເປັນໄລຍະເວລາທີ່ຕ່ຳສຸດທີ່ນັກຊ່ຽວຊານໄດ້ໃຫ້ເວລາໄວ້ສຳຫຼັບພວກທີ່ຕົກຄ້າງຢູ່ຂ້າງໃນ
ຊາກຫັກພັງທີ່ສາມາລອດຊີວິດມາໄດ້ ໂດຍທີ່ປາດສະຈາກອາຫານ ຫຼືນ້ຳດື່ມນັ້ນ.

ໄດ້ມີການຊ່ອຍກູ້​ເອົາພວກທີ່ລອດຊີວິດມາໄດ້ອີກຕື່ມ 4 ຄົນ ໃນວັນຈັນວານນີ້ ໃນຈຳນວນ
ນັ້ນ ແມ່ນມີເດັກຍິງໄວ 8 ຂວບ ທີ່​ໄດ້​ຕົກຄ້າງຢູ່ໃນຊາກຫັກພັງນັ້ນນານກວ່າ 60 ຊົ່ວໂມງ.

XS
SM
MD
LG