ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການ​ໂຈມ​ຕີ​ ຂອງຣັດ​ເຊຍ ​​ບ່ອນ​ທຳ​ລາຍ ​​ຄວາມພະຍາຍາມ ເພື່ອແກ້ໄຂບັນຫາຊີເຣຍ ໂດຍບໍ່ໃຊ້ການທະຫານ


ເລຂາທິການໃຫຍ່ ເນໂຕ ທ່ານ Jens Stoltenberg, ກາງ, ຮວມກັບຜູ້ຕາງໜ້າສູງສຸດຢູໂຣບ ທ່ານນາງ Federica Mogherini, ຂວາ ແລະ ລັດຖະມົນຕີປ້ອງກັນປະເທດ Netherland ທ່ານ Jeanine Hennis-Plasschaert.
ເລຂາທິການໃຫຍ່ ເນໂຕ ທ່ານ Jens Stoltenberg, ກາງ, ຮວມກັບຜູ້ຕາງໜ້າສູງສຸດຢູໂຣບ ທ່ານນາງ Federica Mogherini, ຂວາ ແລະ ລັດຖະມົນຕີປ້ອງກັນປະເທດ Netherland ທ່ານ Jeanine Hennis-Plasschaert.

ຫົວໜ້າ​ອົງການ NATO ທ່ານ​ Jens Stoltenberg ກ່າວ​ວ່າ
ການ​ໂຈມ​ຕີ​ທາງ​ອາກາດ​ຂອງຣັດ​ເຊຍເປັນ​ການບ່ອນ​ທຳ​ລາຍ
ຕໍ່ການ​ດຳ​ເນີນ ຄວາມພະຍາຍາມ ເພື່ອຊອກ​ຫາຊ່ອງ​ທາງ​ແກ້​
ໄຂບັນຫາຂັດ​ແຍ້​ງ​ ​ໂດຍ​ບໍ່​ໃຊ້ການ​ທະຫານ.

ທ່່ານ Stoltenberg ​ໄດ້ໃຫ້​ຄວາມ​ເຫັນ​ດັ່ງກ່າວ​ໃນ​ວັນ​ສຸກ​ມື້​ນີ້
​ໃນ​ຂະນະ​ທີ່​ທ່ານ​ໄດ້​ເດີນທາງໄປເຖິງນະ​ຄອ​ນ Amsterdam
​ເພື່ອ​ພົບ​ປະ​ກັບ ບັນດາ​ລັດຖະມົນຕີປ້ອງ​ກັນ​ປະ​ເທດ​ຂອງ​ສະ
ຫະພາບຢູ​ໂຣບ.

ທ່ານ​ກ່າ​ວວ່າ ການ​ໂຈມ​ຕີ​ທາງ​ອາກາດ ຢ່າງ​ໜັກ ຂອງຣັດ​ເຊຍ
”ຊຶ່ງ ສ່ວນ​ໃຫຍ່​ແລ້ວ ​ແມ່​ນແນ​ເປົ້າໝາຍ​ໃສ່ບັນດາ​ກຸ່ມ​ຕໍ່ຕ້ານ​ລັດຖະບານ ​ແລະ​ກຳລັງ​ສ້າງ​ຄວາມ​ເຄັ່ງ​ຕືງ​ເພີ້ມຂື້ນ​ພ້ອມ​ທັງເປັນ​ການລະ​ເມີດຕໍ່​ເຂດນ່ານຟ້າຂອງ​ອົງການ NATO ​ແລະ
​ນ່ານຟ້າ​ເທິ​ກີນຳ​ດ້ວຍ.

ໃນອີກ​ດ້ານ​ນຶ່ງ​ນັ້ນ​ ກຳລັງລັດຖະບານ​ຊີ​ເຣຍທີ່​ສະໜັບສະ​ໜູນ​ໂດຍ​ເຮືອບິນ​ລົບຣັດ​ເຊຍ
​ໄດ້​ເຂົ້າ​ຍຶດ​ເອົາ​ເມືອງໆ​ນຶ່ງ ທີ່​ພວກ​ຕໍ່ຕ້ານ​ລັດຖະບານ​ຄວບ​ຄຸມຢູ່ ​ໃກ້​ກັບເມືອງ Deraa ​
ອີງ​ຕາມລາຍ​ງານ​ຂ່າວ​ໂທລະພາບ Herzbollah’s Al Manar ​ແລະ​ກຸ່ມ​ສັງ​ເກດ​ການ
​ໃນ​ຊີ​ເຣຍໃນ​ວັນ​ສຸກ​ມື້​ນີ້. ຂ່າວ​ດັ່ງກ່າວ​ໄດ້​ມີ​ຂື້ນ​ໜຶ່ງ​ມື້ ຫລັງ​ຈາກສະຫະ​ປະຊາ​ຊາດ ຈັດ
​ກອງ​ປະຊຸມ​ບໍລິຈາກທີ່​ມີ​ການ​ໃຫ້​ຄຳ​ໝັ້ນສັນຍາ​ເປັນ​ເງິນ 10 ພັນ​ລ້ານ​ໂດ​ລາ​ ​ເພື່ອຊ່ວຍ
ບັນ​ເທົາ​ທຸກ​ດ້ານມະນຸດສະທຳ ​ໃນຊີ​ເຣຍ.

ຊາວບ້ານພາກັນກວດເບິ່ງບ່ອນເພພັງ ຫລັງຈາກການໂຈມຕີ ທາງອາກາດຂອງ ຣັດເຊຍ
ຊາວບ້ານພາກັນກວດເບິ່ງບ່ອນເພພັງ ຫລັງຈາກການໂຈມຕີ ທາງອາກາດຂອງ ຣັດເຊຍ

​ກຸ່ມ​ສິ້ງຊອດ​ສິດທິ​ມະນຸດໃນ​ຊີ​ເຣຍທີ່​ມີ​ຫ້ອງການ​ຢູ່​ອັງກິດ ກ່າວວ່າ ກຳ ລັງ​ຊີ​ເຣຍ​ໄດ້​ເຂົ້າ
​ຍຶດ​ເອົາ​ເມືອງ Ataman ປະມານ 3 ກິ​ໂລ​ແມັດ ຢູ່ ທາງ​ເໜືອ​ຂອງ​ເມືອງ Deraa ທີ່​ຕັ້ງຢູ່​
ໃນ​ພາກ​ໃຕ້​ຂອງ​ປະ​ເທດ. ການ​ໂຈມ​ຕີ​ດັ່ງກ່າວໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ໃນ​ການໂຈມ​ຕີທາງ
​ອາກາດ ທີ່​ເຊື່ອ​ວ່າ​ ​ໂດຍ​ເຮືອບິນ​ລົບຣັດ​ເຊຍ.

​ໃນ​ບໍ່​ເທົ່າ​ໃດ​ມື້​ທີ່​ຜ່ານ​ມານີ້ ກອງທັບ​ຊີ​ເຣຍ ​ແລະບັນດາ​ພັນທະ​ມິດຍັງ​ໄດ້​ບຸກຄືບໜ້າທີ່​ສຳ
ຄັນ ຕໍ່ພວກ​ກະບົດ​ຢູ່​ແຂວງ Aleppo ໃນ​ພາກ​ເໜືອ​ຂອງ​ປະ​ເທດ.

$10 Billion Aid Pledge For Syria Overshadowed By Upsurge In Fighting
please wait

No media source currently available

0:00 0:02:41 0:00

XS
SM
MD
LG