ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະພາບ ອາກາດ ​ຮ້ອນ​ຈັດ​ ປົກຄຸມ ສ່ວນໃຫຍ່ ຂອງຈີນ (ວີດີໂອ)


ພວກເດັກນ້ອຍຊາວຈີນ ຫິ້ຼນນໍ້າທະເລສາບ Houhai ໃນກຸງ Beijing, 28 ກໍລະກົດ 2013.
ພວກເດັກນ້ອຍຊາວຈີນ ຫິ້ຼນນໍ້າທະເລສາບ Houhai ໃນກຸງ Beijing, 28 ກໍລະກົດ 2013.
ອາກາດ​ຮ້ອນ​ເອົ້າ​ຢ່າງ​ເປັນ​ປະວັດ​ການໄດ້ປົກ​ຄຸມ​ໄປທົ່ວພາກສ່ວນ​
ໃຫຍ່ຂອງຈີນ ໂດຍ​ໄດ້ ເອົາຊີວິດຜູ້ຄົນໄປຫຼາຍຄົນແລ້ວ ແລະກໍໄດ້
ພາໃຫ້ເຈົ້າໜ້າທີ່ຈີນ ຕ້ອງ​ໄດ້ອອກມາປະກາດເຕືອນ​ໄພສຸກເສີນ
ຈາກຄື້ນລົມຮ້ອນນີ້.

ອົງການຂ່າວຊິນຫົວຂອງລັດ ກ່າວວ່າ ເຈົ້າໜ້າທີ່ເຂດທ້ອງຖິ່ນ
ໄດ້ລາຍງານວ່າ ໄດ້ມີຫຼາຍກ່ວາ 10 ຄົນແລ້ວເສຍຊີວິດ ຍ້ອນຄື້ນ
ລົມຮ້ອນນີ້ ໃນນະຄອນຊຽງໄຮ້ ທີ່ໄດ້ປະສົບກັບ​ອາກາດຮ້ອນ​ເອົາ​
ມາເປັນເວລາ 9 ມື້ລຽນຕິດ ທີ່ມີອຸນະພູມສູງ​ເຖີງ 38 ດີກຣີແຊລຊຽສ
ຊຶ່ງ​ທາງ​ການ​ກ່າວ​ວ່າ ນີ້​ແມ່ນ​ເປັນເດືອນ​ກໍລະກົດ ທີ່ຮ້ອນທີ່ສຸດ​ຂອງ
ນະຄອນຊຽງໄຮ້​ ໃນ​ຮອບ140 ປີ.

ຊຶ່ງນີ້​ກໍ​ເປັນ​ຄັ້ງ​ທໍາອິດ ​ທີ່​ທາງ​ເຈົ້າ​ໜ້າ​ທີ່​ກົມອຸຕຸນິຍົມ ​ໄດ້​ອອກ​ປະກາດ
​ລະດັບ​ການ​ມືກັບໄພ​ອາກາດ​ຮ້ອນສຸກ​ເສີນ​ນີ້​ ເປັນ​ລະດັບທີ 2 ​ແລະ​
ເຕືອນ​ໃຫ້​ປະຊາຊົນຕັດ​ກິດຈະ​ກໍາ​ນອກບ້ານ​ລົງ​ແລະ​ໃຫ້​ແນ່​ໃຈ​ວ່າ ​
ເຂົາ​ເຈົ້າ​ມີ​ເ​ເອ​ເຢັນ​ຢູ່​ໃນ​ບ້ານ​ເຮືອນ.

ຄໍາ​ເຕືອນ​ກ່ຽວ​ກັບຄື້ນລົມຮ້ອນຄັ້ງ​ນີ້​ ແມ່ນ​ກວມ​ເຖິງ 9 ​ແຂວງ ​
ໃນ​ທົ່ວພາກ​ໃຕ້​ແລະ​ພາກ​ກາງຂອງ​ຈີນ​ ຊຶ່ງ​ຮວມທັງ ນະຄອນຊຽງໄຮ້ ຈົງ​ຈິງ ​ແລະ​ຫູ​ນານ​ນໍາ.

ບໍ່​ເປັນ​ທີ່ຄາດໝາຍ​ວ່າ ​ສະພາບ​ການ​ດັ່ງກ່າວຈະ​ດີ​ຂຶ້ນ​ໃນໄວໆ​ນີ້ ​ໂດຍ​ທີ່​ມີ​ການ​ພະຍາກອນ
​ອາກາດເຕືອນ​ວ່າ ບາງ​ເຂດ​ທາງ​ທິດ​ໃຕ້​ຂອງ​ແມ່​ນໍ້າ ຢາງຊີ ນັ້ນ ອາດຈະ​ເຫັນ​ອຸ​ນນະພູມ
ໃນ​ລະດັບ 35​ ດີກຣີ ແຊລຊຽດສ ຕໍ່​ໄປອີກ​ຕື່ມ​ນຶ່ງ​ອາທິດ.

CHINA HEAT VO.mov
please wait
Embed

No media source currently available

0:00 0:00:51 0:00
XS
SM
MD
LG