ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີ 426 ຄົນ ແລ້ວ ທີ່ຖືກສົງໄສວ່າ ເປັນຊາວ ວີເກີ້ ທີ່ທາງການໄທ ໄດ້ຈັບໂຕໄວ້ (ວີດີໂອ ພາສາລາວ)


ຊາວ ວີເກີ້ ລວມທັງລູກເຕົ້າ ໄດ້ຖືກທາງການໄທ ກັກຂັງໄວ້ ໃນຖານະ ເຂົ້າເມືອງ ຢ່າງຜິດກົດໝາຍ.
ຊາວ ວີເກີ້ ລວມທັງລູກເຕົ້າ ໄດ້ຖືກທາງການໄທ ກັກຂັງໄວ້ ໃນຖານະ ເຂົ້າເມືອງ ຢ່າງຜິດກົດໝາຍ.
ໃນ​ໄລຍະ​ຫລາຍໆສັບປະດາທີ່​ຜ່າ​ນມາ​ນີ້ ​ທາງ​ການ​ໄທ​ໄດ້​
ຈັບ​ ກຸ່ມຄົນ ທີ່​ສົງໄສ​ວ່າ​ ເປັນ​ຊາວ ວີ​ເກີ້ ຈາກປະ​ເທດຈີນ
ຈຳນວນຫຼາຍກວ່າ 400 ຄົນ ລວມທັງເດັກນ້ອຍ ຊຶ່ງ​ເວລາ​ນີ້
ກຳລັງ​ລໍຖ້າ​ການ​ພິຈາ​ລະນາ​ ຊະຕາກຳຂອງ​ພວກ​ເຂົາ​ເຈົ້າ. ​
ເຈົ້າໜ້າ​ທີ່​ຂອງ​ຈີນ​ ໄດ້​ເລັ່ງລັດ​ ​ໃຫ້​ລັດຖະ ບານໄທສົ່ງ​ຕົວ​
ຄົນພວກນີ້ ກັບ​ຄືນໄປ​ຈີນ​ ແຕ່ເຂົາ​ເຈົ້າປະຕິ​ເສດ​ວ່າ​ ເຂົາເຈົ້າ
​ບໍ່ແມ່ນ​ຊົນ​ເຜົ່າ ວີເກີ້ ຈາກ​ປະ​ເທດ​ຈີນ ​ແລະ​ເວົ້າ​ວ່າ ​ພວກ
​ເຂົາເຈົ້າຕ້ອງການ​ທີ່​ຈະ​ເດີນທາງ​ໄປ ປະ​ເທດ​ເທີ​ກີ. ຜູ້ສື່​ຂ່າວ
ວີ​ໂອ​ເອ Steve Herman ລາຍ​ງານ​ມາຈາກບາງກອກ
ຊຶ່ງ​ໄຊ​ຈະ​ເຣີນສຸກ ຈະ​ນຳ​ມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

ຫຼາຍປະ​ເທດ ທີ່ລວມທັງ ​ຈີນ​ແລະ​ສະຫະລັດ​ ​ໄດ້ທຳ​ການປຶກສາ​ຫາລື​ທາງ​ການ​ທູດ​
ກັບເຈົ້າໜ້າທີ່ໄທ ກ່ຽວ​ກັບກຸ່ມ​ຄົນດັ່ງກ່າວ ​ທີ່​ມີ​ຈຳນວນ ທັງ​ໝົດ 426 ຄົນ ຊຶ່ງ​ກຸ່ມ​ນຶ່ງ​
ຖືກ​ກັກ​ໂຕ​ໄວ້ ຢູ່​ໃນ​ບາງກອກ ​ແລະ​ອີກ​ກຸ່ມ​ນຶ່ງ ຢູ່​ຈັງຫວັດ​ສົງ​ຂາ ທາງ​ພາກ​ໃຕ້​ຂອງ​ໄທ.

ກຸ່ມ​ທີ່​ມີ​ຈຳນວນຫຼາຍທີ່​ສຸດ ໄດ້ຖືກພົບ​ເຫັນ​ ​ໃນ​ລະຫວ່າງ​ການ​ເຂົ້າກວດ​ຄົ້ນທີ່​ພັກ​ ​
ຂອງ​ພວກ​ຄ້າ​ມະນຸດ ຢູ່​ໃນ​ສວນ​ຢາງພາລາ​ແຫ່ງ​ນຶ່ງ ​ເມື່ອ ວັນ​ທີ 12 ເດືອນ ມີນາ
ຜ່ານ​ມາ.

​ເຈົ້າໜ້າ​ທີ່ກ່າວ​ວ່າ ບໍ່​ເຄີຍ​ມີ​ມາ​ກ່ອນ ທີ່​ກຸ່ມຄົນ ​ທີ່​ສົງ​ໄສວ່າເປັນຊົນເຜົ່າວີ​ເກີ້ ຈຳນວນ
ຫຼວງຫຼາຍ​ເຊັ່ນ​ນີ້ ທີ່​ປະກົດ​ວ່າ​ເປັນ​ຄົນ​ມີ​ເງິນ​ແດ່ ​ແລະ​ມີລວມທັງເດັກນ້ອຍໆ ​ຫຼາຍ
ສິບ​ຄົນ ພ້ອມ​ກັບ​ແມ່​ທີ່​ແຕ່ງ​ກາຍ​ດ້ວຍ​ຊຸດ​ທີ່​ຄຸມ​ໂຕ​ໝົດ​ແລະ​ອັດ​ໜ້າ ຫຼື ​ເບີກ​ກ້າ ຂອງ​
ຊາວມຸສລິ​ມນັ້ນ ​ໄດ້​ຖືກ​ຈັບ​ແລະຄວບ​ຄຸມ​ຕົວໄວ້ ​ໃນ​ປະ​ເທດ​ໄທ.

​ເຈົ້າໜ້າ​ທີ່​ສືບສວນແນ່​ໃຈ​ວ່າ ພວກ​ຄົນ​ເຫລົ່າ​ນັ້ນ ສ່ວນ​ໃຫຍ່ເປັນ​ຊາວວີ​ເກີ້ ຊຶ່ງ​ເປັນ​ຊົນ​
ກຸ່ມ​ນ້ອຍ​ຢູ່​ໃນແຂວງ ຊິນ​ຈຽງ ຂອງ​ຈີນ ບ່ອນທີ່ພວກ​ເຂົາເຈົ້າ​ປະ​ເຊີນ​ກັບ ການຖືກຈຳ​
ແນ​ກ​ກີດ​ກັນ ແລະ​ການກົດ​ຂີ່​ທາງ​ສາສະໜາ.

ທາງ​ການ​ຈີນໄດ້​ປະກາດ ການ​ປາບ​ປາມ​ ຜູ້​ທີ່ຕ້ອງການ​ແບ່ງ​ແຍກ​ດິນ​ແດນ ໃນ​ເຂດ
ຊິນ​ຈຽງ ບ່ອນ​ທີ່​ໄດ້​ມີ​ການປະ​ທະ​ກັນ​ຢ່າງ​ຮຸນ​ແຮງເຖິງ​ຕາຍ​ມາ​ແລ້ວ ລະຫວ່າງ ຊາວ
ຈີນ ​ເຜົ່າວີ​ເກີ້​ ​ກັບ​ເຜົ່າ​ຮັ້ນ.

ທ່ານ Phil Robertson ຮອງ​ຜູ້ອຳນວຍການ​ປະຈຳ​ເອ​ເຊຍ​ ຂອງ​ອົງການ ສິ້ງ​ຊອມສິດ
ທິ​ມະນຸດ​ ຫຼື Human Rights Watch ​ໄດ້​ຮຽກຮ້ອງ​ໄປ​ຍັງທາງ​ການ​ໄທ ບໍ່​ໃຫ້​ສົ່ງພວກ
ຄົນ​ກຸ່ມ​ນີ້ ​ກັບ​ຄືນ​ໄປ​ຈີນຍ້ອນວ່າ ​ເຂົາ​ເຈົ້າຈະ​ສ່ຽງ​ຕໍ່​ການຖື​ກປະຫັດ​ປະຫານ. ທ່ານກ່າວ
​ວ່າ ​ມີ​ຮ່ອງ​ຮອຍ​ທີ່​ສະ​ແດງ​ວ່າ ເຈົ້າໜ້າ​ທີ່​ຈີນໄດ້​ພະຍາ​ຍາມ​ບອກລັກສະນະ​ຂອງພວກ
ຄົນ​ກຸ່ມ​ນີ້ ​ໃນ​ທາງ​ທີ່​ບໍ່​ຖືກຕ້ອງ​ກັບ​ລັກສະນະ​ຂອງ​ຊາວ​ອົບ​ພະຍົບ ​ເພື່ອ​ໃຫ້​ທາງ​ການ​ໄທ
ສົ່ງ​ພວກ​ເຂົາ​ເຈົ້າ ກັບຄືນ​ໄປຈີນ.
ພວກຜູ້ຍິງ ຊາວວີເກີ້ ລໍຖ້າ ການພິຈາລະນາ ຈາກທາງການໄທ.
ພວກຜູ້ຍິງ ຊາວວີເກີ້ ລໍຖ້າ ການພິຈາລະນາ ຈາກທາງການໄທ.

ທ່ານ Phil Robertson ເວົ້າວ່າ:
“ພວກ​ເຮົາ​ ​ໄດ້​ເຫັນ​ລາຍ​ງານ​ຂ່າວຕ່າງໆ ທີ່​ອອກ​ມາ​ຈາກ​
ເຈົ້າໜ້າ​ທີ່​ໄທ​ ທີ່​ບໍ່​ເປີດ​ເຜີຍ​ຊື່ ຊຶ່ງ​ທີ່​ຈິງ​ແລ້ວ ​ເປັນຄວາມ​
ເຫັນ​ຂອ​ງ​ທາງ​ການ​ຈີນ​ ທີ່​ວ່າ ຄົນ​ພວກ​ນີ້​ເປັນ​ຜູ້​ກໍ່​ການ​ຮ້າຍ
​ແລະ​ມີ​ເຈດ​ຕະນາ​ຮ້າຍ​ຕໍ່​ປະ​ເທດ​ໄທ ທັງໆ ທີ່​ສ່ວນ​ໃຫຍ່​ຂອງ​
ຄົນ​ກຸ່ມ​ນີ້​ ແມ່ນມີ​ແຕ່​ຜູ້​ຍິງ ແລະ​ເດັກນ້ອຍ. ຄວາມ​ເປັນ​ຫ່ວງ​
ກໍແມ່ນວ່າ ຈີນ​ກຳລັງ​ພະຍາຍາມ​ຈະ​ເຮັດ​ໃຫ້ ຄົນພວກ​ນັ້ນ​
ເປັນ​ກຸ່ມຄົນ​ບໍ່​ດີ​ ເພື່ອ​ກົດ​ດັນ​ໃຫ້​ທາງ​ການ​ໄທ​ ສົ່ງ​ພວກ​ເຂົາ​ກັບ​ຄືນໄປຈີນ.”


​ໃນ​ຂະນະ​ດຽວ​ກັນ ​ເຈົ້າໜ້າ​ທີ່​ ຈາກສະຖານທູດເທີ​ກີ ​ໃນ​ບາງກອກ ກໍ​ໄດ້​ໄປ​ໂອ້​ລົມກັບ
ຜູ້​ແທນ​ຂອງ​ຄົນພວກ​ນີ້ ​ແລະ​ລາຍ​ງານ​ຂ່າວ​ກ່າ​ວວ່າ ພວກນັກ​ການ​ທູດ​ເທີ​ກີ ສົງໄສ​ວ່າ
ພວກ​ເຂົາ​ເຈົ້າບໍ່​ໄດ້​ມາ​ຈາກ​ເທີ​ກີ ຍ້ອນວ່າ ພວກເຂົາເວົ້າພາສາເທີກີ ບໍ່ໄດ້ ດີພໍ.

ເຖິງຢ່າງໃດກໍຕາມ ກຳລັງມີການເຈລະຈາກັນ ເພື່ອໃຫ້ຄົນກຸ່ມນີ້ ບາງສ່ວນ ຫຼືທັງໝົດ
ເດີນທາງຕໍ່ໄປ ປະເທດເທີກີ ຊຶ່ງປະຊາຊົນສ່ວນຫຼາຍ ເປັນ​ຊາວມຸສລິມ ແລະກໍມີຊາວ
ວີເກີ້ ອາ​ໄສຢູ່ຢ່າງ ຫຼວງຫຼາຍ.

ທ່ານ Robertson ກ່າວວ່າ ຖ້າຫາກວ່າ ການເຈລະຈາປະສົບຄວາມລົ້ມເເຫຼວ ອົງກອນ
ທີ່ກ່ຽວຂ້ອງ ຂອງສະຫະປະຊາຊາດ ກໍຄວນເຂົ້າແຊກແຊງ.

ທ່ານ Phil Robertson ເວົ້າວ່າ:
“​ໃນ​ອີກ​ດ້ານ​ນຶ່ງ ຖ້າຫາກປະເທດເທີກີ ຕັດສິນໃຈວ່າ ກຸ່ມຄົນພວກນັ້ນ ບໍ່ແມ່ນ
ຄົນສັນຊາດເທີກີ​ແລ້ວ ມັນກໍ​ຈະກາຍ​ມາເປັນເລື້ອງທີ່ ທາງປະເທດໄທຈະຕ້ອງ
ອະນຸຍາດໃຫ້ຂ້າຫຼວງໃຫຍ່ຝ່າຍອົບພະຍົບ ຂອງ ສະຫະປະຊາຊາດ ຫຼື UNHCR
ໄດ້ພົບກັບຄົນກຸ່ມນີ້ ເພື່ອກຳນົດ ສະຖານະພາບ ​ເປັນອົບ​ພະຍົບ ຖ້າຫາກວ່າ
ພວກເຂົາເປັນຊາວວີເກີ້ ຢ່າງແທ້ຈິງ.”


ນັກເຄື່ອນໄຫວຈຳນວນນຶ່ງເຊື່ອວ່າ ໄດ້ມີຜູ້ນຳ​ທາງ ລັກລອບ​ເອົາຄົນ ກຸ່ມນີ້ເຂົ້າມາໃນ
ປະເທດໄທພ້ອມ​ກັນ ໂດຍທາງບົກ ຈາກແຂວງຢຸນໜານ ທາງພາກຕາເວັນຕົກສຽງໃຕ້
ຂອງຈີນ ຜ່ານຫວຽດນາມ ແລະ ກຳປູເຈຍ ​ໂດຍມີມາເລເຊຍ ເປັນຈຸດໝາຍປາຍທາງ
ບ່ອນຕໍ່ໄປ.

ລາຍງານຂ່າວໜັງສືພິມຫຼາຍໆ​ສະບັບ ໄດ້ລະບຸວ່າ ນະຄອນຫຼວງ ກົວລາລຳເປີ ຂອງ
ມາເລເຊຍ ເປັນຈຸດ​ເລີ້ມ​ຕົ້ນ ອອກ​ເດີນທາງ​ໄປ​ຍັງຢູໂຣບ ທີ່ນິຍົມກັນ ສຳຫຼັບພວກທີ່
ຖືໜັງສືເດີນທາງປອມ ຫຼືລັກຂະ​ໂມ​ຍມາ. ຊາວ​ອິຣ່ານສອງ​ຄົນ ທີ່​ເດີນທາງ​ໄປ​ກັບ​
ຖ້ຽວ​ບິນ 370 ຂອງ​ສາຍ​ການ ບິນ​ມາ​ເລ​ເຊຍ ທີ່​ຫາຍ​ສາບ​ສູນ​ນັ້ນ ກໍ​ພະຍາຍາມ​ຈະ
ເດີນທາງ​ໄປ​ຢູ​ໂຣບ ​ໂດຍ​ໃຊ້​ໜັງສືເດີນທາງ ຫຼືພາສປອດ ທີ່​ລັກຂະ​ໂມ​ຍມາ.

ວີດີໂອ ພາສາລາວ ກ່ຽວກັບຊາວວີເກີ້ ທີ່ຖືກທາງການໄທ ຄວບຄຸມໂຕໄວ້
ຢູ່ພາກໃຕ້ຂອງໄທ:

XS
SM
MD
LG