ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ໄວຕາມິນເສີມ NR ອາດ ສາມາດປ້ອງກັນ ການເສຍຫູ ຍ້ອນສຽງດັງໆໄດ້


ໜູທົດລອງໂຕໜຶ່ງ.
ໜູທົດລອງໂຕໜຶ່ງ.

ການ​ເສຍ​ຫູ ຫລື​ສູນ​ເສຍຄວາມ​ສາມາດ​ໃນ​ການ​ໄດ້​ຍິນ ທີ່​ມີ​ສາ​
ເຫດ ມາ​ຈາກ​ການ​ຖືກ​ເຜີຍ​ແບ​ໃສ່​ສຽງ​ດັງໆ​ນັ້ນ ​ແມ່ນ​ເປັນ​ເລື້ອງ
ທຳ​ມະດາຫລາຍ. ມາ​ບັດ​ນີ້ ພວກ​ນັກ​ຄົ້ນ​ຄ້ວາ​ກ່າວ​ວ່າ ​ໄວ​ຕາ​ມິນ
​ເສີມ​ຊະນິດໜຶ່ງ ອາດ​ຈະ​ປ້ອງ​ກັນການ​ເສື່ອ​ມ​ເສຍ​ຂອງ​ເສ້ນ​ປະ
ສາດ ທີ່​ພາ​ໃຫ້​ເສຍ​ຫູ​ນັ້ນ ​ເຖິງ​ແມ່ນໄດ້​ຖືກ​ເຜີຍ​ແບ​ໃສ່ສຽງ​ດັງ
ຈົນ​ແສບ​ແກ້ວຫູ​ກໍ​ຕາມ. ຜູ້​ສື່​ຂ່າວ ວີ​ໂອ​ເອ Jessica Berman
ມີ​ລາຍ​ງານ ຊຶ່ງ​ດາຣາຈະ​ນຳ​ມາສະ​ເໜີ​ທ່ານ.

ໃນ​ແຕ່​ລະ​ມື້ ມີຜູ້​ຄົນ​ຫລາຍ​ລ້ານ​ຄົນໃນ​ທົ່ວ​ໂລກ ທີ່ຖືກ​ເຜີຍ​ແບໃສ່​ສຽງ​ດັງ​ແສບ​ແກ້ວ​ຫູ
ຈາກ​ສຽງ​ລະ​ເບີດ ​ໄປ​ຈົນ​ຮອດ​ສຽງ​ດັງ ​ທີ່ພົວພັນ​ກັບ​ການເຮັດ​ວຽກກໍ່ສ້າງ​ ​ແລະ​ວຽກ​ໃນ
ເຮືອບິນ. ​ແລະ​ຄົນ​ພວກ​ນີ້​ແມ່ນ​ສ່ຽງ ຕໍ່​ການ​ເສຍ​ຫູ ​ແລະການບໍ່​ໄດ້​ຍິນ.

ສຽງ​ດັງ​ໆນັ້ນ ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ເສ້ນ​ປະ​ສາດ ທີ່​ກະ​ຕຸ້ນ cochlea ກໍ​ຄື​ໂຄງ​ສ້າງ
ລັກສະນະ​ໂຕ​ຫອຍ​ນ້ອຍໆ ຢູ່​ທາງ​ໃນ​ຫູ ທີ່​ຖ່າຍ​ທອດ​ສັນຍານ​ສຽງ ​ໄປ​ຍັງ​ສະໝອງ​.

​ໄວ​ຕາ​ມິນ​ເສີມ​ຊະນິດ​ໜຶ່ງ ທີ່​ພົວພັນ​ກັບ​ໄວ​ຕາ​ມິນ B3 ​ໄດ້​ສະ​ແດງໃຫ້​ເຫັນ ​ໃນ​ການ​ທົດ
ລອງ​ກັບ​ໜູ​ວ່າ ສາມາດ​ປົກ​ປ້ອງ​ເສ້ນ​ປະສາດ​ສຳ​ພັດສຽງ​ຂອງ​ໂຕ​ໜູ ທີ່​ຖືກ​ເຜີຍ​ແບໃສ່
​ສຽງ​ດັງໆ. ​ໄວ​ຕາ​ມິນ​ເສີມ​ທີ່​ວ່າ​ນີ້ ​ມີ​ຊື່ວ່າ nicotinamide riboside ຫລື NR.

​ໃນ​ລາຍ​ງານ​ການ​ສຶກສາ ທີ່​ລົງ​ພິມ​ໃນ​ວາລະສານ​ການແພດ Cell Metabolism, ພວກ​
ນັກ​ຄົ້ນ​ຄ້ວາ​ທີ່ມະຫາວິທະຍາ​ໄລ​ການ​ແພດ Weill Cornell ​ໃນ​ນະຄອນນິວຢອກ ແລະ​
ສະ​ຖາ​ບັນ Gladstone​ ໃນລັດ​ແຄ​ລິ​ຟໍ​ເນຍ ​ໄດ້​ບັນ​ລະ​ຍາຍ​ໃຫ້​ຟັງ​ວ່າ ​ເຂົາ​ເຈົ້າ​ໄດ້ເອົາ​
ໄວ​ຕາ​ມິນ​ເສີມ NR ​ໃຫ້​ໜູ​ຈຳນວນ​ໜຶ່ງ​ກິນ ຊຶ່ງ​ໜູພວກ​ນັ້ນ​ໄດ້​ຖືກ​ເຜີຍ​ແບ​ໃສ່​ສຽງດັງ.
ພວກ​ນັກ​ຄົ້ນ​ຄ້ວາ​ໄດ້​ເອົາ​ໄວ​ຕາ​ມິນ​ເສີມ NR ​ໃຫ້ ໜູ​ກິນ ທັງ​ກ່ອນແລະ​ຫລັງ​ຖືກ​ເຜີຍ​ແບ​
ໃສ່​ສຽງ​ດັງໆ. ​ແລະ​ມີ​ແຕ່​ພວກ​ໂຕ​ໜູ​ທີ່​ບໍ່​ໄດ້ຮັບ​ໄວ​ຕາ​ມິນ​ເສີມ ຫລື​ໄດ້​ກິນ​ໄວ​ຕາ​ມິນ​ປອມ
ເທົ່າ​ນັ້ນ ທີ່​ເສຍ​ຫູຍ້ອນ​ສຽງ​ດັງໆ​ນັ້ນ.

ທ່ານ Samie Jaffrey ເປັນ​ອາຈານ​ສອນວິຊາ​ເພ​ຊັດ​ວິທະຍາ ທີ່​ມະຫາວິທະຍາ​ໄລ
Weill Cornell.

ທ່ານ Jaffrey ​ເວົ້າ​ວ່າ “​ເວລາ​ພວກ​ເຮົາ​ເອົາສານ NR ນີ້​ໃຫ້​ໜູ​ພວກ​ນັ້ນ​ກິນ
ມັນ​ໜ້າ​ອັດສະຈັນ​ສົມຄວນ. ການ​ໄດ້​ຍິນ​ສຽງ​ ກໍ​ຄື​ຫູຂອງ​ພວກ​ມັນ ​ແມ່ນ​ຄື​ກັນ​
ກັບ​ວ່າ ​ບໍ່​ໄດ້​ຖື​ເຜີຍ​ແບ​ໃສ່​ສຽງໃດໆ​ເລີຍ. ​ແລະ​ພວກ​ເຮົາ​ກໍ​ໄດ້​ເອົາ​ສານ​ໄວ​
ຕາ​ມິນ​ນັ້ນ ​ໃຫ້​ພວກ​ໜູ​ເຫລົ່າ​ນັ້ນ​ກິນ ບໍ່​ດົນຫລັງ​ຈາກ​ທີ່​ພວກມັນຖືກ​ເຜີຍ​ແບ​
ໃສ່​ສຽງ​ດັງຄື​ກັນ ​ແລະ​ນັ້ນ​ກໍ​ແມ່ນ​ສຳຄັນເຊັ່ນ​ກັນ ​ເພາະວ່າ​ພວກ​ເຮົາຢາກ​
ໄດ້​ວິທີ​ການ​ບຳບັດ ທີ່​ສາມາດ​ເຮັດ​ໄດ້​ກັບ ຄົນ​ແທ້ໆ.”

ການ​ເສຍ​ຫູທີ່​ມາ​ຈາກການ​ຖືກ​ເຜີຍ​ແບ​ໃສ່ສຽງ​ດັງ​ຫລາຍ​ເກີນ​ໄປນັ້ນ ແມ່ນ​ເກີດ​ຂຶ້ນ
​ເທື່ອລະ​ເລັກ​ລະ​ນ້ອຍໆ. ທ່ານ Jaffrey ກ່າວ​ວ່າ ປາກົດ​ວ່າ​ມີ​ການຊັກ​ຊ້າປະມານ
2-3 ມື້ ຫາ​ຫລາຍ​ອາທິດ ຈາກ​ເວລາ​ທີ່​ຖືກ​ເຜີຍ​ແບ​ໃສ່​ສຽງ​ດັງ​ເປັນ​ພິດ ​ໄປ​ຮອດ​ມື້​ທີ່
ປະສາດ​ສຳ​ພັດ​ສຽງ​ໃນ​ຫູ ເລີ້ມເສື່ອ​ມ​ເສຍ.

ທ່ານ Jaffrey ​ເວົ້າ​ວ່າ “ການ​ສູນ​ເສຍ​ປະສາດ​ສຳ​ພັດ​ສຽງ​ນັ້ນ ​ໃຊ້​ເວລາ. ​ແລະ​
ພວກ​ເຮົາ​ກໍ​ສາມາດ​ເຂົ້າ​ແຊກ​ແຊງ​ໄດ້ ​ໂດ​ຍການ​ໃຊ້​ສານ ​ໄວ​ຕາ​ມິນ​ເສີມ​ນີ້.
ຖ້າ​ເຮົາ​ເອົາ​ສານ​ນີ້​ໃຫ້​ກິນ​ແຕ່​ຫົວທີ​ພໍ ພວກ​ເຮົາ​ກໍ​ຈະ ສາມາດ​ແຊກ​ແຊງ ​ແລະ​
ປ້ອງ​ກັນ​ການ​ເສື່ອ​ມ​ເສຍ​ລົງ​ຂອງ​ປະສາດ​ສຽງ. ດັ່ງນັ້ນ ຂ້າພະ​ເຈົ້າ​ຈຶ່ງ​ຄິດ​ວ່າ
ມັນ​ສຳຄັນ ​ເພາະວ່າມັນ​ເຮັດ​ໃຫ້​ມີ​ຄວາມ ​ເປັນ​ໄປ​ໄດ້ຫລາຍ​ຂຶ້ນ ວ່າມັນຈະ​
ເປັນປະ​ໂຫຍດສຳ​ຫລັບ​ຄົນ​ເຮົາ.”


ທ່ານ Jaffrey ກ່າວ​ວ່າ ບັນຫາ​ໃນ​ການ​ໄດ້​ຍິນ​ສຽງ ຫລື​ອາການ​ຫູ​ເສຍ ທີ່​ພົວພັນ​ກັບ
ປະສາດສຳ​ພັດສຽງ​ໃນ​ຫູ​ນັ້ນ ສາມາດ​ມີ​ສາ​ເຫດ​ມາ​ຈາກ​ການ​ກິນ​ ຫລື​ໃຊ້​ຢາ​ບາງ​ຢ່າງ ​
ແລະພະຍາດ​ທີ່​ພົວພັນ​ກັບ​ອາຍຸ​ໄດ້ ​ຮວມທັງ​ໂຣກ​ເບົາຫວານ ​ແລະຄວາມ​ດັນ​ເລືອດ
​ສູງ​ໃນປອດ. ທ່ານ​ກ່າວ​ມ້ວນ​ທ້າຍ​ວ່າ ບັນດາ​ນັກ​ຄົ້ນ​ຄ້ວາ​ມີ​ຄວາມ​ກະຕືລື​ລົ້ນ ຢາກ​ຈະ​
ຮູ້​ວ່າສານ​ໄວ​ຕາ​ມິນ​ເສີມ NR ຈະ​ສາມາດ​ປິ່ນປົວ​ຫລື​ປ້ອງ​ກັນອາການ​ເສຍ​ຫູ ກໍ​ຄືການ​
ສູນ​ເສຍ​ຄວາມ​ສາມາດ​ໄດ້​ຍິນ​ສຽງ ​ໃນ​ກໍລະນີ​ເຫລົ່າ​ນັ້ນ ​ໄດ້​ຫລື​ບໍ່?

XS
SM
MD
LG