ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສຫລ ຮຽກຮ້ອງ ມີຄວາມໂປ່ງໃສ ໃນການດຳເນີນຄະດີ ນັກຂ່າວວໍຊິງຕັນໂພສຕ໌ ຢູ່ອີຣ່ານ


ທ່ານ Jason Rezaian ນັກຂ່າວໜັງສືພິມ Washington Post ທີ່ເປັນຄົນອາເມຣິກັນເຊື້ອສາຍອີຣ່ານ.
ທ່ານ Jason Rezaian ນັກຂ່າວໜັງສືພິມ Washington Post ທີ່ເປັນຄົນອາເມຣິກັນເຊື້ອສາຍອີຣ່ານ.

ສະຫະລັດ ກຳລັງ​ກົດ​ດັນອີຣ່ານ ເພື່ອຢາກຮູ້ຈັກ​ລາຍລະອຽດ
​ເພີ້​ມ​ເຕີມ ກ່ຽວກັບ​ທ່ານ Jason Rezaian ນັກ​ຂ່າວໜັງສືພິມ
Washington Post ​ທີ່​ໄດ້​ຖືກ​ດຳ​ເນີນ​ຄະດີ​ໃນ​ວັນ​ອັງຄານ
​ວານ​ນີ້ ໃນຂໍ້​ກ່າວ​ຫາ​ທີ່ຮວມທັງຈາລະກຳ. ກະຊວງ​ຕ່າງ ປະ​
ເທດສະຫະລັດ ພວກຕໍ່ສູ້ເພື່ອ​ສິດທິ​ມະນຸດ ແລະ​ຄອບຄົວ​
ຂອງ​ທ່ານ Rezaian ​ໄດ້​ສະ​ແດງ​ຄວາມ​ເປັນຫ່ວງ​ກ່ຽວ​ກັບ
ການຂາດ​ໂປ່ງໃສ​ຂອງອີຣ່ານໃນ ຄະດີ​ດັ່ງກ່າວ.

ທ່ານ Ali Rezaian ກ່າວ​ວ່າ ນ້ອງຊາຍຂອງ​ທ່ານ Jason
​ທີ່​ໄດ້​ຖືກ​ຈັບແລະ​ຕິດ​ຄຸກໃນ​ເດືອນ​ກໍລະ​ກົດ​ທີ່​ຜ່ານ​ມານີ້
ພວມປະ​ເຊີນ​ໜ້າ​ກັບ​ຂໍ້ຫາຈາລະກຳ ​ໂຄ ສະນາ​ຊວນ​ເຊື່ອ​
ຕ້ານອີຣ່ານ ຮ່ວມມື​ກັບບັນ​ດາ​ປະ​ເທດມະຫາອຳນາດ​ທີ່ເປັນປໍລະປັກ ​ແລະ​ສອບຖາມ
ເລື້ອງ​ຕ່າງໆ ​ໃນ​ຂະນະ​ທີ່ “ປອມ​ຕົວ” ​ເປັນ​ນັກ​ຂ່າວ.

Ali Rezaian Discusses Brother's Trial in Iran
please wait

No media source currently available

0:00 0:00:39 0:00

ຄອບຄົວໄດ້​ມີ​ການ​ຕິດ​ຕໍ່ແຕ່​ພຽງ​ເລັກ​ນ້ອຍກັບ ທ່ານ Jason ນັບ​ແຕ່​ໄດ້​ຖືກ​ຈັບ. ​ແມ່​ຂອງ
​ທ່ານ ​ແລະ​ເອື້ອຍໄພ້ ກໍ​ໄດ້​ໄປມີໜ້າຢູ່​ສານ​ທີ່​ນະຄອນ​ຫລວງເຕຫະຣ່ານ ​ໃນ​ຂະນະ​ທີ່ມີ
ການຄະດີ​.

Washington Post: Imprisonment of US-Iranian Journalist 'Preposterous'
please wait

No media source currently available

0:00 0:02:39 0:00

ທ່ານ Ali Rezaian ກ່າວ​ວ່າ ​“ເຂົາ​ເຈົ້ານັ່ງ​ຢູ່​ຂ້າງ​ນອກຫວັງ​ວ່າ​ຈະໄດ້​ເຫັນທ່ານ Jason ​
ແຕ່​ວ່າ ບໍ່​ສາມາດ​ເຂົ້າ​ໄປ​ຂ້າງ​ໃນ​ໄດ້. ​ເຂົາ​ເຈົ້າ​ບໍ່​ສາມາດ​ເຫັນ​ພວກກ່ຽວ. ​ເຂົາ​ເຈົ້າ​ພາກັນ
​ຢູ່​ທີ່​ນັ້ນ​ເປັນ​ເວລາຫ້າ ຫາ​ຫົກ​ຊົ່ວ​ໂມງ.”

ສື່​ມວນຊົນຂອງທາງການ​ອີຣ່ານ ກ່າວ​ວ່າ ທ່ານ Rezaian ​ແລະ​ຜູ້​ຕ້ອງ​ສົງ​ໄສອີກ​ສອງ​ຄົນ
​ໄດ້​ຖືກ​ນຳໂຕໄປທີ່ສານເພື່ອດຳ​ເນີນ​ຄະດີ​ແບບ​ປິດລັບ.

State Department Spokesman Discusses Rezaian Trial
please wait

No media source currently available

0:00 0:01:35 0:00

XS
SM
MD
LG