ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ໂຄງ​ການ Spirit of Soccer ຂອງ​ ສຫລ ຈັດການເຝິກອົບຮົມ ລະຍະສັ້ນ ໃຫ້ແກ່ແມ່ຍິງລາວ


ພົນ​ເຮືອ​ຕີ Samuel Perez Jr. ຮອງ​ລັດ​ຖະ​ມົນ​ຕີ​ຊ່ອຍ​ວ່າ​ການກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ເປັນກຽດ​ເຂົ້າ​ຮ່ວມມອບລາງວັນ ໃຫ້ນັກກິລາເຕາະບານຍິງ ພ້ອມ​ກັນກັບ ພະ​ນັກງານ​​ສະ​ຖານ​ທູດ​ສະ​ຫະ​ລັດ​ ຈຳ​ນວນ​ນຶ່ງ.
ພົນ​ເຮືອ​ຕີ Samuel Perez Jr. ຮອງ​ລັດ​ຖະ​ມົນ​ຕີ​ຊ່ອຍ​ວ່າ​ການກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ເປັນກຽດ​ເຂົ້າ​ຮ່ວມມອບລາງວັນ ໃຫ້ນັກກິລາເຕາະບານຍິງ ພ້ອມ​ກັນກັບ ພະ​ນັກງານ​​ສະ​ຖານ​ທູດ​ສະ​ຫະ​ລັດ​ ຈຳ​ນວນ​ນຶ່ງ.

ແມ່ຍິງ​ລາວ​ໄດ້​ມີ​ບົດບາດ​ສຳຄັນ ​ໃນ​ການ​ເກັບ​ກູ້​ລະ​ເບີດ ​ທີ່​
ບໍ່​ທັນແຕກຢູ່​ໃນ​ປະ​ເທດ​ຂອງ​ເຂົາ​ເຈົ້າ. ​ເມື່ອ​ໄວໆ​ມາ​ນີ້ ພາຍ​ໃຕ້
​ໂຄງການ​ຊ່ວຍ​ເຫລືອ​ໃນ​ການເກັບ​ກູ້ລະ​ເບີດ​ບໍ່​ທັນ​ແຕກ ​ແກ່
ສປປ ລາວ ນັ້ນ ທາງ​ສະຖານທູດ​ສະຫະລັດໄດ້​ຈັດ​ການ​ເຝິກ
​ອົບ​ຮົມ​ເປັນ​ເວ​ລາ 5 ວັນ ໃຫ້​ແກ່​ແມ່​ຍິງ​ລາວ​ທ້ອງ​ຖິ່ນ​ 200 ຄົນ​
ໃນ​ແຂວງຊຽງ​ຂວາງ ທີ່​ໄດ້​ສິ້ນ​ສຸດ​ລົງ ດ້ວຍ​ການ​ຫລິ້ນ​ມ່ວນ
ເຕະບານ​ກັນ. ​ໂຄງການ​ດັ່ງກ່າວ ​ໃຫ້​ຊື່ວ່າ ຈິດ​ໃຈແຫ່ງ​ກິ​ລາ​ເຕະ​ບານ ​ຫຼື Spirit of Soccer ​ແລະ​ມີ ພົນ​ເຮືອ​ຕີ Samuel Perez Jr. ຮອງ​ລັດ​ຖະ​ມົນ​ຕີ​ຊ່ອຍ​ວ່າ​ການກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທີ່​ໄປ​ຢ້ຽມຢາມ​ລາວ ​ໃຫ້​ກຽດ​ເຂົ້າ​ຮ່ວມ ພ້ອມ​ກັບພະ​ນັກງານສະ​ຖານ​ທູດ​ສະ​ຫະ​ລັດ​ ຈຳ​ນວນ​ນຶ່ງ. ໂຄງ​ການ Spirit of Soccer ຂອງ​ກະຊວງ​ຕ່າງປະ​ເທດ​ສະຫະລັດ ມີ​ແຕ່​ສະ​ເພາະ​ຢູ່ ໃນ​ລາວ ກຳ​ປູ​ເຈຍ ຈໍ​ແດນ ແລະ​ອີ​ຣັກ ​ເທົ່າ​ນັ້ນ.

ການ​ເຝິກ​ອົບ​ຮົມ​ໄລ​ຍະ​ສັ້ນດັ່ງກ່າວ ​ໄດ້​ກວມ​ເອົາ​ເລື້ອງຄວາມ​ສ່ຽງ ການ​ປະ​ພຶດ​ ແລະ​ຂໍ້​
ມູນ​ປ​ະ​ຫວັດ​ສາດ ​ກ່ຽວ​ກັບ​ລະ​ເບີດຝັງ​ດິນ​ ແລະ​ລະ​ເບີດ​ບໍ່​ທັນ​ແຕກ ຫຼື UXO ​ແລະປະກອບ ​ດ້ວຍ​ການ​ຮຽນຮູ້ພາກ​ໂຕ​ຈິງໃນສະ​ໜາມ​ ແລະ​ການ​ໄປ​ທັດ​ສະ​ນະ​ສະ​ຖານ​ທີ່​ເກັບ​ກູ້ລະ​ເບີດ ແລະ​ໜ່ວຍ​ງານ​ພາກ​ລັດ​ທີ່​ຮັບ​ຜິດ​ຊອບ​ກ່ຽວ​ກັບ​ການ​ເກັບກູ້​ແລະ​ການ​ສຳ​ຫຼວດ. ເນື່ອງ​ຈາກ
​ກິ​ລາ​ເຕະ​ບານ ເປັນ​ທີ່​ນິ​ຍົມ​ຊົມ​ຊອບ​ໃນ​ຂົງ​ເຂດນີ້​ຫຼາຍ ການ​ເອົາ​ຊື່ Spirit of Soccer
ມາ​ເປັນ​ຊື່​ຂອງ​ໂຄງການ​ເຝິກອົບ​ຮັມ ​ຈຶ່ງ​ເປັນ​ວິ​ທີ​ການ​ນຶ່ງທີ່​ມີ​ພະ​ລັງ ໃນ​ການ​ດຶງ​ດູດ​ພວກ​
ເດັກ​ນ້ອຍ ແລະ ເປັ​ນ​ສື່ເຜີຍ​ແຜ່​ຂໍ້​ມູ​ນ​ທີ່​ສຳ​ຄັນ ກ່ຽວ​ກັບ​ຄວາມ​ປອດ​ໄພ.

ພົນ​ເຮືອ​ຕີ Perez ກ່າວ​ວ່າ ແມ່​ຍິງ​ແມ່ນ​ເຄິ່ງ​ນຶ່ງ​ຂອງ​ຄວາມ​ສາ​ມາດ​ພິ​ເສດ​ໃນ​ໂລກ ສະ​ນັ້ນ
​ມັນ​ຈຶ່ງບໍ່​ພຽງ​ແຕ່​ມີ​ຄວາມ​ສຳ​ຄັນ ແຕ່ຍັງ​ມີ​ຄວາມ​ເໝາະ​ສົມ ທີ່​ພວກເຮົາ​ສາ​ມາດ​ຊ່ວຍ​ໃຫ້​ແມ່​
ຍິງ ສາມາດ​ພັດ​ທະ​ນາວິ​ທີ​ການ​ທີ່​ສ້າງ​ສັນ ໃນ​ການ​ໃຫ້​ຄວາມ​ຮູ້​ແກ່​ເດັກ​ນ້ອຍ ກ່ຽວ​ກັບ​ໄພ​
ອັນ​ຕະ​ລາຍ ​ແລະ​ຄວາມ​ສ່ຽງ​ຂອງ​ລະ​ເບີດ​ຝັງ​ດິນ ກໍຄື​ລະ​ເບີດ​ທີ່​ບໍໍ່​ທັນ​ແຕກ ​ແລະ​ຍັງ​ໃຫ້​
ຄວາມ​ມ່ວນ​ຊື່ນ​ແກ່​ພວກ​ເຂົາ​ນຳ​ອີກ.

ນອກນັ້ນ ພົນ​ເຮືອ​ຕີ Perez ຍັງ​ໄດ້​ໄປ​ເບິ່ງ​ການ​ເກັບ​ກູ້​ລະ​ເບີດ​ທີ່​ບໍ່​ທັນແຕກ​ ຊຶ່ງ​ທ່ານເລົ່າ​ວ່າ:

“ທີ່​ຈິງ​ແລ້ວພວກ​ເຮົາ​ໄດ້​ໄປ​ເບິ່ງ​ທົ່ງ​ແຫ່ງ​ນຶ່ງ ທີ່ກວ້າງ​ປະ​ມານ 30 ຫາ 40 ເອ​ເຄີ້
ທີ່​ພວມ​ມີ​ການ​ເກັບກູ້​ລະ​ເບີດ ທົ່ງ​ແຫ່ງນີ້​ແມ່ນ​ໃຊ້​ເປັນ​ທົ່ງ​ນາ​ປູກ​ເຂົ້າ​ມາ​ໄດ້​ຫລາຍ​
ປີ​ແລ້ວ ແລະ​ເທື່ອ​ຫຼ້າສຸດ​ທີ່​ມີ​ຜູ້​ໄດ້​ຮັບ​ບາດ​ເຈັບ​ແມ່ນ​ໃນ​ປີ 1980 ໃນ​ແຕ່​ລະ​ມື້
ພວກ​ເຂົາ​ເຈົ້າ​ໄດ້​ເກັບກູ້ລະ​ເບີດ ທີ່​ບໍ່​ທັນ​ແຕກ​ປະ​ມານ 5 ຫາ 7 ລູ​ກ ຕົ້ນ​ຕໍ​ແລ້ວ​
ແມ່ນລູກບອມ​ບີ້ ທຸກໆ​ມື້ 5 ຫາ 7 ລູກ ພວກ​ເຂົາ​ເຈົ້າ​ໄດ້​ລົງ​ມື​ມາ​ຫຼາຍ​ອາ​ທິດ​ແລ້ວ
5 ຫາ 7 ລູກ​ທີ່​ເຂົາເຈົ້າ​ໄດ້​ເກັບ​ກູ້​ໃນ​ແຕ່​ລະ​ມື້ ດັ່ງ​ນັ້ນ ພວກ​ເຮົາ​ຈຶ່ງ​ບໍ່​ສາ​ມາດບອກ​
ໄດ້ ມັນ​ຍັງ​ຮ້າຍແຮງ​ເຖິງ​ຕາຍ ມັນ​ຍັງ​ເປັນ​ອັນ​ຕະ​ລາຍ ເປົ້າ​ໝາຍ​ຂອງ​ພວກ​ເຮົາ ​
ກໍ​ແມ່ນ​ຊ່ອຍ​ລັດຖະ​ບານ​ລາວ ເຮັດ​ໃຫ້​ປະ​ເທດ​ຂອງ​ເຂົາ​ເຈົ້າ​ປອດ​ຈາກ​ຜົນ
​ກະ​ທົບນີ້.”

ພົນ​ເຮືອ​ຕີ Perez ໄປ​ຢ້ຽມ​ຢາມ​ລາວ ຫລັງ​ຈາກ​ໄປ​ຢ້ຽມ​ຢາມ​ປະ​ເທດ​ກຳ​ປູ​ເຈຍ ທີ່​ມີ​ຂຶ້ນ​
ໃນລະຫວ່າງ​ທ້າຍ​ເດືອນ​ມັງ​ກອນ​ ຫາ​ຕົ້ນ​ເດືອນ​ກຸມ​ພາຜ່ານມານີ້.

ນັບແຕ່ປີ 1993 ເປັນຕົ້ນມາ ສະຫະລັດໄດ້ປະກອບສ່ວນເປັນເງິນຈຳນວນ 71 ລ້ານໂດລາ ເຂົ້າໃນວຽກເກັບກູ້ແລະທຳລາຍລະເບີດທີ່ບໍ່ທັນແຕກຫຼື UXO ການ ສຶກສາຄວາມສ່ຽງ ແລະ ການຊ່ອຍເຫຼືອ ຜູ້ເຄາະຮ້າຍຢູ່ ສປປ ລາວ. ສະຫະລັດ ເປັນຜູ້ໃຫ້ທຶນຫຼາຍທີ່ສຸດ ໃນຂະແໜງ ດັ່ງກ່າວ ຢູ່ ສປປ ລາວ. ໃນປີ 2014 ທີ່ ຜ່ານມານີ້ສະຫະລັດ ກໍໄດ້ປະກາດເພີ້ມທຶນໃນ
ການເກັບກູ້ ແລະທຳລາຍລະເບີດ ທີ່ບໍ່ທັນແຕກ ຈາກ 9 ລ້ານໂດລາ ໃນປີ 2012 ແລະ
2013 ຂຶ້ນເປັນ 12 ລ້ານ ໂດລາ ໃນປີ 2014.

Rear Admiral Perez Act for Short Report.mov
please wait

No media source currently available

0:00 0:00:49 0:00

XS
SM
MD
LG