ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຍານອາວະກາດ SpaceX ​ນຳເອົາສຳພາລະ ໄປສົ່ງ ສະຖານີອາວະກາດສາກົນ

ຈະຫລວດ SpaceX Falcon 9 ທີ່ມີຍານອາວະກາດ Dragon ຕິດຢູ່ປາຍຫົວ ທີ່ນຳ​ເອົາສຳພາລະ​ ​ແລະ​ເຄື່ອງ​ທົດ​ລອງ​ຕ່າງໆ ​ໄປ​ສົ່ງ​ໃຫ້​ສະຖານີ​ອາ​ວະ​ກາດສາກົນນັ້ນ ​ໄດ້​ຖືກສົ່ງ​ຂຶ້ນ​ສູ່​ອາວະກາດ ຈາກຖານສົ່ງ​ທີ່ Cape Canaveral ຄ້າຍທະຫານອາກາດສະຫະລັດ ຢູ່ລັດຟໍຣິດາ ວັນທີ 21 ກັນຍາ 2014.

ຍານ​ອາ​ວະ​ກາດຂົນ​ສົ່ງພານິດ ​ SpaceX ​ໄດ້​ຖືກສົ່ງ​ຂຶ້ນ​ສູ່​ອາ​ວະ​
ກາດ ຢ່າງ​ສຳ​ເລັດຜົນ ຈາກຖານສົ່ງ​ທີ່ Cape Canaveral ລັດ
ຟລໍຣິດາ ​ທາງ​ພາກ​ຕາ​ເວັນ​ອອກສຽງ​ໃຕ້ ຂອງ​ສະຫະລັດ ​ເພື່ອ
​ນຳ​ເອົາສຳພາລະ​ ​ແລະ​ເຄື່ອງ​ທົດ​ລອງ​ຕ່າງໆ ​ໄປ​ສົ່ງ​ໃຫ້​ສະຖານີ​
ອາ​ວະ​ກາດນາໆ​ຊາດ ຫຼື ISS.

ຍານ​ອາ​ວະ​ກາດດັ່ງກ່າວ ທີ່ຕິດ​ຢູ່​ປາຍຈະ​ຫລວດ Falcon Nine
ໄດ້​ຖືກ​ສົ່ງ​ຂຶ້ນ​ໄປ ​ເມື່ອ​ເວລາ 1 ​ໂມງ 52 ນາທີ​ ​ເຊົ້າວັນ​ອາທິດ​ມື້​ນີ້
ຕາມ ເວລາ​ທ້ອງ​ຖິ່ນ ​ແລະ ຄາດວ່າ​ຈະ​ໄປເຖິງສະຖານີ ISS ​ໃນ​
ຕອນ​ເຊົ້າ ຂອງ​ວັນ​ອັງຄານ ​ຈະ​ມາ​ເຖິງ​ນີ້.

​ສະພາບ​ອາກາດໃນວັນ​ທິດ​ມື້​ນີ້ ​ແມ່ນດີ​ເລີດ​ສຳ​ຫລັບ​ການສດົ່ງ​ຍານ​ອາ​ວະ​ກາດ​ດັ່ງກ່າວ ບໍ່​ຄື​ກັບ​ວັນ​ເສົາ​ວານ​ນີ້ ​ທີ່​ມີ​ຝົນ​ຕົກ ຊຶ່ງ​ໄດ້​ກົດ​ດັນ​ໃຫ້ເລື່ອນ​ເວລາ ໃນ​ການ​ສົ່ງ​ຍານອອກ​ໄປ.

ສຳພາລະ​ຕ່າງໆ​ທີ່​ມີ​ນ້ຳໜັກ​ຈຳນວນ ຫຼາຍກວ່າ 2,200 ກິ​ໂລກຣາມ ​ແມ່ນລວມ​ທັງເຄື່ອງ
ພິມ 3 ມິດ​ຕິ​ ອັນ​ທຳ​ອິດທີ່​ຈະ​ນຳ​ໄປ​ໃຊ້​ຢູ່​ໃນ​ສະຖານີ​ອາ​ວະ​ກາດນາໆ​ຊາດນັ້ນ.

ອົງການ​ອາ​ວະ​ກາດຂອງ​ສະຫະລັດ ມີ​ຈິນຕະນາການ​ວ່າ ມື້ໜຶ່ງ ຈະ​ໄດ້​ເຫັນພວກ​ນັກ​ອາ​ວະ​ກາດ ​ໃຊ້​ເຄື່ອງພິມ​ດັ່ງກ່າວ ຜະລິດຊິ້ນສ່ວນ​ຕ່າງໆ​ທີ່ຕົນ​ຕ້ອງການ.

ພາລະ​ກິດນຳ​ເອົາ​ສຳພາລະ​ໄປ​ສົ່ງ​ໃຫ້​ສະຖານີ​ອາ​ວະ​ກາດຄັ້ງ​ນີ້ ແມ່ນເປັນ​ເທື່ອ​ທີ 5 ​ແລ້ວ
ສຳ​ຫລັບຍານ SpaceX.

XS
SM
MD
LG