ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ບັນດາ​ປະ​ເທດ​​ ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ຖື​ເບົາ​ຄວາມ​ສຳຄັນ ຂອງ​​ເນື້ອ​ທີ່ປ່າ​ໄມ້​ (ວີດີໂອ)


Southeast Asia Is Undervaluing Its Forests
please wait

No media source currently available

0:00 0:03:08 0:00
ລິງໂດຍກົງ

ເບິ່ງວີດີໂອ ເລື້ອງ ບັນດາ​ປະ​ເທດ​​ ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ຖື​ເບົາ​ຄວາມ​ສຳຄັນ ຂອງ​​ເນື້ອ​ທີ່ປ່າ​ໄມ້.

ລາຍ​ງານ​ສະບັບ​ໜຶ່ງຈາກ ກອງ​ທຶນ​ໂລກ​ເພື່ອທຳ​ມະ​ຊາດ ຫຼື
Worldwide Fund for Nature ກ່າວ​ວ່າ ລັດຖະບານ​ຂອງ​
ບັນດາ​ປະ​ເທດເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ຖື​ເບົາ​ຄວາມ​ສຳຄັນ
ຂອງເນື້ອ​ທີ່ປ່າ​ໄມ້​ ຂອງ​ປະ​ເທດ ​ແລະ​ ກຳລັງ​ສ່ຽງ​ຕໍ່​ການ​ສູນ​ເສຍ
ຕົ້ນ​ໄມ້​ຂອງ​ພວກ​ຕົນທີ່​ຍັງ​ເຫຼືອຢູ່ນັ້ນ​ໄປ ​ໃນຈຳນວນ 1 ສ່ວນ 3
ພາຍ​ໃນ​ປີ 2030. ຜູ້​ສື່​ຂ່າວ​ວີ​ໂອ​ເອ ພະ​ແນ​ກຮຽນພາສາ​ອັງກິດ
ຫຼື VOA Learning English Alex Villearreal ມີ​ລາຍ​ງານ​ກ່ຽວ​ກັບ​ເລື້ອງ​ນີ້ ຊຶ່ງ ​
ໄຊ​ຈະ​ເລີ​ນສຸກ ຈະ​ນຳ​ມາສະ​ເໜີ​ທ່ານ.

ບົດ​ລາຍ​ງານ​ສະບັບ​ນີ້ກ່າວ​ວ່າ ຂົງ​ເຂດຕອນ​ລຸ່ມຂອງ​ແມ່​ນ້ຳຂອງ ​ໃນ​ເອ​ເຊຍ​ຕາ​ເວັນ​ອອກ
ສຽງ​ໃຕ້ນັ້ນ ອາດສາມາດ​ສູນ​ເສຍ ປ່າ​ໄມ້​ທຳ​ມະ​ຊາດ​ຂອງ​ຕົນ​ໄປ ​ໃນ​ເນື້ອ​ທີ່​ ໜຶ່ງ​ສ່ວນ​ສາມ
​ພາຍ​ໃນ 20 ປີ​ຂ້າງ​ໜ້າ​ນີ້. ​ເຫດຜົນ​ສຳ​ຫລັບ​ເລື້ອງ​ນີ້ ນັກຊ່ຽວຊານດ້ານ​ປ່າ​ໄມ້ຫຼາຍຄົນ​
ກ່າວ​ວ່າ ​ແມ່ນ​ເປັນ​ຍ້ອນ ບັນດາລັດຖະບານ​ໃນ​ຂົງ​ເຂດ​ດັ່ງກ່າວ ​ຕີ​ລາຄາ​ຕ່ຳ ຫລື ຖື​ເບົາ​
ຄວາມ​ສຳຄັນ ຂອງປ່າ​ໄມ້​ຂອງ​ພວກຕົນ. ບົດ​ລາຍ​ງານ​ຈາກ ກອງ​ທຶນ​ໂລກ​ເພື່ອທຳ​ມະ​ຊາດ
ຫຼື Worldwide Fund for Nature ​ເອີ້ນ​ວ່າ “ລະບົບ​ນິ​ເວດໃນ​ເຂດແມ່​ນ້ຳຂອງທັງ​ໝົດ
ຫຼື Ecosystems in the Greater Mekong.”
ບົດ​ລາຍ​ງານ​ນີ້​ເວົ້າວ່າ ລະ​ຫວ່າງປີ
1973 ຫາ 2009 ບັນດາປະ​ເທດ​ຢູ່ໃນ​ເຂດ​ຕອນລຸ່ມຂອງແມ່​ນ້ຳຂອງ ​ໄດ້ຕັດ​ປ່າໄມ້​ ຂອງ
​ພວກເຂົາເຈົ້າລົງ ໃນ​ເນື້ອ​ທີ່ເກືອ​ບຮອດໜຶ່ງ​ສ່ວນ​ສາມ ເພື່ອ​ບຸກ​ເບີກພື້ນ​ທີ່ ​ສຳ​ຫລັບ​ການ​
ກະ​ເສດ ​ແລະ ຕັດ​ເອົາ​ໄມ້​ທ່ອນ.

ບົດ​ລາຍ​ງານ​ກ່າວ​ວ່າ ປະ​ເທດມຽນມາ ກຳປູ​ເຈຍ ​ແລະ ລາວ ​ໄດ້​ສູນ​ເສຍ​ເນື້ອ​ທີ່​ປ່າ​ໄມ້​ຂອງ
​ພວກ​ເຂົາ​ເຈົ້າ​ໄປ ຫຼາຍກວ່າ 20 ​ເປີ​ເຊັນ​. ສ່ວນ ປະ​ເທດ​ໄທ ​ແລະ ຫວຽດນາມ ​ໄດ້ຕັດ​ຕົ້ນ
​ໄມ້ຂອງ​ພວກ​ເຂົາ​ເຈົ້າລົງ ຫຼາຍກວ່າ 40 ​ເປີ​ເຊັນ. “ປ່າ​ໄມ້ຫຼັກ” ຫຼື “core forests” ​ ໄດ້
​ຫລຸດ​ລົງ​ຈາກ 70 ​ເປີ​ເຊັນ ​ມາ​ເຫຼືອພຽງ 20 ​ເປີ​ເຊັນ​ ຂອງ​ຈຳນວນ​ເນື້ອ​ທີ່​ປ່າ​ທັງ​ໝົດ.
ປ່າ​ໄມ້ຫຼັກ ​ແມ່ນ​ເຂດ​ປ່າ​ໄມ້ ທີ່​ມີ​ເນື້ອ​ທີ່ 3 ກິ​ໂລ​ແມັດ​ມົນທົນ​ຢ່າງ​ຕໍ່​ເນື່ອງ.

ກຸ່ມ​ຮັກສາ​ສະພາບ​ແວດ​ລ້ອມ Worldwide Fund for Nature ກ່າວ​ວ່າ ອັດຕາການ​ຕັດ​
ໄມ້​ທຳລາຍ​ປ່າ ​ແມ່ນ​ກຳລັງ​ເພີ້​ມຂຶ້ນ. ກຸ່ມ​ດັ່ງກ່າວ​ເວົ້າ​ວ່າ ປະ​ເທດເຫຼົ່ານັ້ນມີ​ຄວາມ​ສ່ຽງ​ທີ່​ຈະ
​ສູນ​ເສຍ ໜຶ່ງ​ສ່ວນ​ສາມ ຂອງຕົ້ນ​ໄມ້​ທີ່​ຍັງ​ເຫຼືອຢູ່ ຂອງ​ພວກເຂົາ​ເຈົ້າ​ໄປ ພາຍ​ໃນ​ປີ 2030.

ທ່ານ Geoffrey Blate ​ເປັນ​ທີ່​ປຶກສາ​ຝ່າຍນິ​ເວດ​ສາດ ປະຈຳ​ພາກ​ພື້ນ ຂອງ​ກອງ​ທຶນ​ໂລກ​ເພື່ອທຳ​ມະ​ຊາດ ຫຼື Worldwide Fund for Nature ຢູ່​ບາງກອກ. ທ່ານ​ໄດ້​ຊ່ອຍ​ຂຽນ​ບົດ​ລາຍ​ງານນີ້. ທ່ານ​ກ່າວ​ວ່າ ​ໂດຍ​ລວມ​ແລ້ວ ຈຳນວນ​ປ່າ​ໄມ້​ທີ່​ໄດ້ຖືກ​ຖາງ​ແລະ​ບຸກ​ເບີກ​ອອກ​ໄປຫຼາຍທີ່​ສຸດ ປະກົດ​ວ່າ​ ໄດ້​ເກີດ​ຂຶ້ນຢູ່​ໃນ​ປະ​ເທດ​ທີ່​ມີ​ຕົ້ນໄມ້ຫຼາຍກວ່າ​ໝູ່ ກໍ​ຄື​ ພະ​ມ້າ ທີ່​ເອີ້ນ​ເຊັ່ນກັນວ່າ ມຽນມາ.

ຜົນການຄົ້ນ​ພົບ​ຕ່າງໆຂອງ​ບົດ​ລາຍ​ງານນີ້ ​ແມ່ນໄດ້​ອີງ​ໃສ່​ພາບ​ຖ່າຍ​ຕ່າງໆຈາກດາວ​ທຽມ. ການ​ຄົ້ນພົບເຫຼົ່ານັ້ນ ຂັດກັນ​ກັບ ການ​ຕີ​ລາຄາ​ຂອງ​ພວກ​ເຈົ້າ​ໜ້າ​ທີ່ ​ຈາກບັນດາ​ປະ​ເທດ​ທີ່​ໄດ້​ທຳ​ການ​ສຳ​ຫລວດ. ນັກ​ຊ່ຽວຊານ​ປ່າ​ໄມ້​ທັງຫຼາຍກ່າວ​ວ່າ ບັນດາ​ປະ​ເທດ​ໃນ​ຂົງ​ເຂດ ບໍ່​ໄດ້​ໃຫ້​ຄວາມ​ສຳຄັນ ຫຼືຄຸນຄ່າ ຢ່າງ​ພຽງພໍ ຕໍ່ປ່າ​ໄມ້​ຂອງ​ພວກ​ເຂົາ​ເຈົ້າ. ພວກ​ນັກ​ຊ່ຽວຊານກ່າວ​ອີກ​ວ່າ ລັດຖະບານ​ເຫຼົ່ານັ້ນ ພຽງແຕ່​ມອງ​ເບິ່ງລາຄາ​ ໃນ​ທ້ອງ​ຕະຫລາດ​ ຂອງ​ຊັບພະຍາ​ກອນ​ທຳ​ມະ​ຊາດຕ່າງໆ​ ທີ່​ໄດ້​ຂຸດ​ຄົ້ນ ຫຼື ​ເກັບ​ກ່ຽວ​ອອກ​ມານັ້ນ. ​ແລະນັ້ນບໍ່​ໄດ້​ລວມທັງ ຄວາມ​ສຳຄັນ​ດ້ານ​ຊີວະ​ສາດ ຂອງ​ປ່າ​ໄມ້​ທັງຫຼາຍ ​ແລະ ຄວາມ​ສາມາດຂອງ​ປ່າ​ໄມ້​ ທີ່​ຈະປັບປຸງ​ຄຸນ​ນະພາ​ບຂອງ​ນ້ຳ ຢູ່​ໃນ​ຫ້ວຍຮ່ອງ ແລະແມ່​ນ້ຳລຳ​ທານ ຕ່າງໆ.

This is Special English Agriculture Report.

A report says Southeast Asia's Lower Mekong region could lose a third of its natural forests in the next 20 years. The reason for this, forestry experts say, is that governments in the area undervalue their forests. The report from the Worldwide Fund for Nature is called "Ecosystems in the Greater Mekong." It says between 1973 and 2009, lower Mekong countries cut down almost a third of their forests to clear land for agriculture and timber.

The report says Burma, Cambodia and Laos lost more than 20 percent of their forest cover. Thailand and Vietnam cleared more than 40 percent of their trees. "Core forests" have dropped from 70 percent to 20 percent of total forest area. Core forests are three-square-kilometer areas of continuous forest.

The conservation group says the rate of deforestation is increasing. It says countries risk losing a third of their remaining trees by 2030.

Geoffrey Blate is a regional adviser on ecology for the Worldwide Fund for Nature in Bangkok. He helped write the report. Over all, he says the greatest amount of forest clearing appears to have happened in the country with the most trees, Burma, also known as Myanmar.

The report’s findings were based on satellite images. The findings conflict with some official estimates from the countries that were studied. Forestry experts say countries in the region fail to place enough value on their forests. They say governments look only at market prices for resources that are extracted or harvested. That does not include the biological value of forests and their ability to improve water quality in streams and rivers. For VOA Learning English,

XS
SM
MD
LG