ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ການເຈລະຈາ ສັນຕິພາບ ໃນຊູດານໃຕ້ ຕົກຢູ່ໃນ ສະພາບບໍ່ໄປບໍ່ມາ


ແມ່ຜູ້ນຶ່ງ ທີ່ເອົາລູກຂອງລາວໃສ່ກະຕ່າ ແລ້ວແບກໃສ່ຫົວ ກຳລັງຖືກກວດເບິ່ງການຂາດອາຫານ ທີ່ Nyanapol ໃນເຂດ Jonglei ເໜືອ.
ແມ່ຜູ້ນຶ່ງ ທີ່ເອົາລູກຂອງລາວໃສ່ກະຕ່າ ແລ້ວແບກໃສ່ຫົວ ກຳລັງຖືກກວດເບິ່ງການຂາດອາຫານ ທີ່ Nyanapol ໃນເຂດ Jonglei ເໜືອ.

ການ​ເຈລະຈາ​ສັນຕິພາບຮອບຫລ້າສຸດ ລະຫວ່າງ​ສອງ​ພັກ​
ຝ່າຍທີ່ເປັນປໍລະປັກ ຢູ່​ໃນ​ຊູ​ດານໃຕ້ ​ໄດ້​ຕົກຢູ່ໃນສະພາບ
ບໍ່ໄປບໍ່ມາໃນ​ຂະນະ​ທີ່ປະທານາທິບໍດີ Salva Kiir ​ແລະ​ຄູ່​
ແຂ່ງ ຄື ອະດີດ​ຮອງ​ປະທານາທິບໍດີ Reik Machar ​ບໍ່ສາ
ມາດຕົກລົງກັນໄດ້ ​ກ່ຽວ​ກັບ​ບັນຫາ​ຄ້າງ​ຄາທີ່​ສຳຄັນ​ຕ່າງໆ.

ກຸ່ມປະ​ເທດ​ຂົງ​ເຂດ​ອາ​ຟຣິກາ​ຕາ​ເວັນ​ອອກ ຫລື IGAD ທີ່​
ເປັນ​ຜູ້​ໄກ່​ເກ່ຍການ​ເຈລະຈາ ​ໃນ​ນະຄອນຫລວງ Addis
Ababa ປະ​ເທດ​ເອທິ​ໂອ​ເປຍ ​ໄດ້​ກຳນົດ ເອົາ​ວັນ​ພະຫັດ​
ວານ​ນີ້ ​ເປັນ​ເສັ້ນ​ຕາຍ​ສຳຫລັບທັງສອງ​ຝ່າຍ ​ເພື່ອ​ໃຫ້​ເຂົາ​
ເຈົ້າ​ສະ​ສາງ​ຄວາມ​ແຕກ​ຕ່າງ ​ທີ່ຍັງຄ້າງຄ້າຢູ່. ກຸ່ມ​ດັ່ງກ່າວ ເວົ້າ​ວ່າ ການ​ເຈລະຈາ​ຈະ​ດຳ
​ເນີນ​ຕໍ່ໄປ ໃນວັນ​ສຸກ​ມື້​ນີ້ ກ່ຽວ​ກັບ​ການ​ຄອງອຳນາດຮ່ວມກັນ.

ອົງການ AGAD ຫວັງ​ວ່າ ການ​ເຈລະຈາຈະ​ສຳ​ເລັດ​ລົງ​ ໃນ​ວັນ​ທີ 5 ​ເດືອນ​ມີນາ ໂດຍມີ
​ເປົ້າໝາຍໃນການສ້າງຕັ້ງລັດຖະບານໄລຍະຂ້າມ​ຜ່ານ​ ​ໃນ​ເດືອນ​ເມສາ.

ສະຫະປະຊາຊາດໄດ້ຂົ່ມຂູ່ ທີ່ຈະລົງໂທດຕໍ່ທັງທ່ານ Kiir ​ແລະ ທ່ານ Machar ​ໃນ​ຂະນະ​ທີ່ສະພາ​ຄວາມ​ໝັ້ນຄົງສະຫະ​ປະຊາ​ຊາດ ໃນ​ອາທິດ​ນີ້​ໄດ້​ໃຫ້ການອະນຸມັດ​ດ້ວຍຄະແນນ
ສຽງຢ່າງ​ຖ້ວມ​ລົ້ນ ເພື່ອສ້າງຕັ້ງລະບົບການ​ລົງ​ໂທດຕໍ່​ພວກ​ທີ່​ຂັດຂວາງສັນຕິພາບ ​ຢູ່​ໃນ​ປະ​ເທດ​ດັ່ງກ່າວ.

ການ​ສູ້​ລົບ​ໄດ້​ເລີ້ມຂຶ້ນໃນ​ຊູ​ດ້ານ​ໃຕ້ໃນ​ເດືອ​ນທັນ​ວາປີ 2013 ​ເວລາທ່ານ Kiir ໄດ້ກ່າວ
ຫາຜູ້ຮອງຂອງທ່ານ ທີ່ຖືກປົດອອກຈາກໜ້າທີ່ວ່າ ພະຍາຍາມທຳການ ເຮັດລັດຖະປະ
ຫານ.

ການສູ້ລົບໃນຊູດານໃຕ້ ໄດ້ເຮັດໃຫ້ມີຜູ້ເສຍຊີວິດຫລາຍພັນຄົນ ບໍ່ມີທີ່ຢູ່ອາໄສເກືອບ 2
ລ້ານຄົນ ແລະອີກ 4 ລ້ານຄົນຕ້ອງໄດ້ກາງຕໍ່ອາໄສການຊ່ວຍເຫລືອດ້ານອາຫານ.

XS
SM
MD
LG