ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນາຍົກເກົາຫຼີໃຕ້ ລາອອກ ຈາກຕຳແໜ່ງ ທ່າມກາງ ຂ່າວນອງນັນ ເລື້ອງຮັບສິນບົນ


ນາຍົກລັດຖະມົນຕີ ເກົາຫລີໃຕ້ ທ່ານ Lee Wan-koo ຢ່າງຢູ່ທີ່ບ້ານພັກຂອງທ່ານ.
ນາຍົກລັດຖະມົນຕີ ເກົາຫລີໃຕ້ ທ່ານ Lee Wan-koo ຢ່າງຢູ່ທີ່ບ້ານພັກຂອງທ່ານ.

ນາຍົກລັດຖະມົນຕີ​ເກົາຫລີໃຕ້ ທ່ານ Lee Wan-koo ​ໄດ້​ສະ​
ເໜີທີ່ຈະ​ລາ​ອອກຈາກ​ຕຳ​ແໜ່ງ ຫລັງ​ຈາກ​ຖືກຈັບໄດ້ວ່າ ຮັບ​
ເງິນ​ສິນ​ບົນ.

ນາຍົກລັດຖະມົນຕີ Lee ​ໄດ້​ປະ​ເຊີນ​ໜ້າ​ກັບ​ການ​ກ່າວ​ຫາວ່າ
ທ່ານ​ໄດ້​ຮັບ​ເອົາເງິນແບບຜິດ​ກົດໝາຍ ​ຈາກນັກທຸລະກິດ​ຄົນ​
ນຶ່ງ ທີ່ໄດ້ຂ້າ​ໂຕ​ຕາຍ​ໃນ​ຕົ້ນ​ເດືອນ​ນີ້.

ກ່ອນ​ການ​ເສຍຊີວິດນັ້ນ ນັກທຸລະ​ກິດ​ Sung Wan-jong ​ໄດ້​
ກ່າວ​ຕໍ່​ສຶ່ມວນ​ຊົນທ້ອງ​ຖິ່ນ​ວ່າ ທ່ານ​ໄດ້​ໃຫ້ເງິນສິນບົນ ແກ່ບັນ​
ດາ​ເຈົ້າ​ໜ້າ​ທີ່ຂັ້ນອະວຸໂສຂອງ​ລັດຖະບານຫລາຍ​ທ່ານຮວມທັງ​ ທ່ານ Lee​ ນຳດ້ວຍ.

ທ່ານ Sung ​ໄດ້ຖືກ​ພົບ​ເຫັນ​ແຂວນ​ຄໍ​ຕາຍ​ຢູ່​ກ້ອງ​ຕົ້ນ​ໄມ້ ​ໃນ​ນະຄອນ​ໂຊ​ລ. ຢູ່​ໃນ​ຖົງ​ໂສ້ງ​
ຂອງ​ທ່ານ ມີ​ລາຍ​ຊື່​ຂອງ​ບັນດາ​ເຈົ້າ​ໜ້າ​ທີ່​ແປດ​ຄົນທີ່​ຖືກກ່າວຫາວ່າ ໄດ້​ຮັບເງິນ​ສິນ​ບົນ
ແບບ​ຜິດ​ກົດໝາຍ.

ບັນດາ​ເຈົ້າ​ໜ້າ​ທີ່​ສ່ວນໃຫຍ່ ຮວມທັງ​ທ່ານ Lee ແມ່ນຄິດກັນ​ວ່າ​ເປັນ​ພັນທະ​ມິດໃກ້​ຊິດ​ກັບ
ປະທານາທິບໍດີ Park Geun-hye.

ນາຍົກລັດຖະມົນຕີ ​ທີ່ໄດ້ປະຕິ​ເສ​ດຊຳ້​ແລ້ວ​ຊຳ້ອີກ​ວ່າບໍ່​ໄດ້​ຮັບ​ເງິນ​ສີນ​ບົນມູນຄ່າ 27,000
​ໂດ​ລາ ​ເຖິງແມ່ນ​ໄດ້​ບອກ​ກັບ​ບັນດາ​ນັກ​ຂ່າວ​ວ່າ ຖ້າ​ຫາກ​ຄະດີ​ດັ່ງ​ກ່າວ​ເປັນຄວາມຈິງ ທ່ານ
​ຈະ “​ເອົາ​ຊີວິດ” ຂອງ​ທ່ານເອງ.

ປະທານາທິບໍດີ Park ​ທີ່​ກຳລັງ​ເດີນທາງໄປຢ້ຽມຢາມ ປະ​ເທດໃນອາເມຣິກາລາຕິນ ຍັງ​ບໍ່
​ທັນ​ໄດ້​ຕັດສິນໃຈ​ວ່າ ຈະຮັບ​ເອົາ​ການ​ລາ​ອອກ​ຂອງນາຍົກລັດຖະມົນ​ຕີ Lee ຫລື​ບໍ່.

Sokor Politics
please wait
Embed

No media source currently available

0:00 0:01:27 0:00

XS
SM
MD
LG