ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເກາະທຽມ ຂອງ ຈີນ ໃນທະເລ ຈີນໃຕ້ ແມ່ນສາມາດ ແນມເຫັນໄດ້ ຈາກເກາະ Pag-asa ຂອງ ຟີລິບປິນ


South China Sea Island
please wait

No media source currently available

0:00 0:02:27 0:00

ຊົມວິດີໂອ ກ່ຽວກັບ ລາຍງານນີ້

ບັນດາ​ປະ​ເທ​ດ ​ເອ​ເຊ​ຍ ຕາ​ເວັນ​ອອກສຽງ​ໃຕ້​ອ້າງ​ວ່າ ຈີນ ​ໄດ້​ຍຶດ​ເອົາ​ດິນ​ແດນ ໃນ​ເຂດ​ໝູ່​ເກາະ​ Spratly ​ຢ່າງ​ຜິດ​ກົດໝາຍ. ມັນ​ເປັນຄວາມ​ເປັນ​ຫ່ວງໂດຍ​ສະ​ເພາະ​ຢ່າງ​ຍິ່ງ ​ສຳລັບ​ເຈົ້າ​ຄອງ ກຳແພງ​ຂອງ ຟີ​ລິບ​ປິນ ຄົນ​ໜຶ່ງ ທີ່​ກ່າວ​ວ່າ ປັກ​ກິ່ງ​ ກຳລັງເຂົ້າ ຄອບຄອງ​ຫຼາຍ​ພາກສ່ວນ​ຂອງ ​ເທດສະບານ​ຂອງ​ລາວ. Jason Strother ມີ​ລາຍ​ງານ​ຈາກ ​ເມືອງ​ຫຼວງ​ Puerto Princesa ຂອງ​ແຂວງ Palawan. ​ເຊິ່ງ ພຸດທະ​ສອນ ​ຈະ​ນຳ​ລາຍ​ລະອຽດ​ມາ
ສະ​ເໜີ​ທ່ານ.

ກະສອບ​ບັນຈຸ​ດິນ ​ແລະ ​ປຸຍ​ໄດ້​ຖືກ​ຍົກ​ຂຶ້ນ ​ເທິງ​ພື້ນ​ຂອງເຮືອ Queen Segal. ​ໃນ​ສອງ ສາມອາທິດ​ຂ້າງໜ້າ ​ເຮືອ​ລຳ​ນີ້ຈະ​ອອກ​ເດີນທາງດົນ​ສອງ​ມື້​ໄປ​ຫາ​ເກາ​ະ Pag-asa, ​ເຊິ່ງ​ເປັນ​ສ່ວນ​ໜຶ່ງ​ຂອງ​ເທດສະ​ບານ​ເມືອງ Kalayaan, ​ເຂດແດ​ນທີ່ຢູ່​ພາກ​ຕາ​ເວັນ​ຕົກ​ສຸດ​ຂອງ ຟີ​ລິບ​ປິນ.

ທ່ານ Eugenio Bito-onon Jr. ​ແມ່ນ​ເຈົ້າ​ຄອງ​ກຳແພງ ເມືອງ Kalayaan.

ທ່ານ Bito-onon ກ່າ​ວວ່າ “ນີ້​ແມ່ນ​ເຮືອ​ທີ່​ເຮັດ​ຈາກ​ເປືອກ​ໄມ້​ແຂງ​ພຽງ​ລຳ​ດຽວ​ ທີ່​ພວກ​ເຮົາໃຊ້​ເພື່ອ​ຂົນ​ສົ່ງ​ຜູ້ໂດຍສານແລະສິນຄ້າ​ໄປຫາ​ເ​ກາະ Pag-asa.”

​ເຮືອ Queen Segal ​ເດີນທາງ​ສູ່​ເກາະ Pag-asa ພຽງ​ແຕ່​ສອງ ຫຼື ສາມ​ເທື່ອ​ຕໍ່​ປີ. ​ມັນ​ເປັນ​ການຂົນ​ສົ່ງທີ່​ມີ​ຄວາ​ມສຳຄັນ​ ສຳລັບ​ຜູ້​ທີ່ອາ​ໄສ​ຢູ່ເທິງ​ເກາະ 117 ຄົນ.

ທ້າວ Nonalon Belbontin ​ເປັນ​ກຳມະກອນ​ກໍ່ສ້າງ​ອາຍຸ 39 ປີແລະ ຄອບຄົວ​ຂອງ​ລາວ ​ແມ່ນ​ຜູ້​ທີ່​ອາ​ໄສ ​ຢູ່​ເທິງ​ເກາະ Pag-asa ​ແຕ່ຕ້ອງ ເດີນທາງ​ໄປ​ຍັງ​ເກາະ Puerto Princesa ສຳລັບ​ການ​ປິ່ນ​ປົວ​ສຸຂະ​ພາບ.

ລາວ​ກ່າວ​ວ່າ ​ພວກ​ເຂົາ​ເລືອກ​ ມາອາ​ໄສ​ຢູ່​ເທິງ​ເກາະນີ້.

ທ້າວ Nonalon ກ່າວ​ວ່າ “ຢູ່​ເກາະ​ນັ້ນ​ຂ້ອຍ​ມີ​ຊີວິດ​ການ​ເປັນ​ຢູ່​ທີ່​ທຳ​ມະ​ດາ. ​ຄອບຄົວ​ຂອງ​ຂ້ອຍ​ ແມ່ນ​ມີ​ຄວາມສຸກ​ ກັບ​ການ​ອາ​ໄສ​ຢູ່​ເທິງ​ເກາະ Pag-asa ​ແລະ ຂ້ອຍ​ກໍ​ມີ​ວຽກ​ເຮັດ​ງານ​ທຳ​ທີ່​ດີ.”

​ແຕ່​ວ່າບໍ່​ແມ່ນ​ທຸ​ກສິ່ງ​ທຸກ​ຢ່າງ​ຢູ່​ໃນເຂດນ່ານ​ນ້ຳ​ ອ້ອມ​ຮອບ​ບ້ານ​ຂອງ​ລາວ​ຈະ​ສະຫງົບ​ສຸກ​.

​ເກາະ Pag-asa ​ແມ່ນ​ສ່ວນ​ໜຶ່ງ ​ຂອງ​ສິ່ງທີ່​ສາກົນຮັບຮູ້ວ່າ ເປັນໝູ່ເກາະ Spratly ເຊິ່ງ ປະກອບດ້ວຍເກາະ​ນ້ອຍໆ​ຫຼາຍ​ຮ້ອຍເກາະ, ກ້ອນ​ຫີ​ນ ແລະ ຫີນ​ປະ​ກາ​ລັງ ​ໃນ​ທະ​ເລ​ ຈີນ​ໃຕ້.​

​ເຈົ້າ​ຄອງກຳແພງ Bito-onon ກ່າວ​ວ່າ ດົນ​ຫຼາຍ​ທົ​ດສະ​ວັດ​ມາ​ແລ້ວ, ​ຟີ​ລິບ​ປິິນ​ ໄດ້​ສູນ​ເສຍ​ດິນແດນບາງສ່ວນຢູ່ນີ້ໃຫ້​ກັບ​ ຫວຽດນາມ ​ແລະ ມາ​ເລ​ເຊຍ. ​ແລະ​ຫຼ້າ​ສຸດນີ້ ຈີນ​ ກໍ​ໄດ້​ສ້າງ​ຄ້າຍ​ທະຫານ ​ແລະ ​ແມ່ນ​ທັ້ງ​ເສັ້ນທາງ​ແລ່ນຂຶ້ນ​ລົງ​ຂອງ​ເຮືອບິນໃສ່​ຢູ່​ເທິງເກາ​ະທຽມ.

ທ່ານ Bito-onon ອ້າງ​ວ່າ ຈີນ ​ແມ່ນ​ກຳລັງ​ເຄື່ອນໄຫວຫຍັບ​ເຂົ້າ​ໃກ້ເກາະ Palawan ​ແລະ ການ​ຂະ​ຫຍາ​ຍ​ເຂດ​ແດນ​ທາງ​ທະ​ເລ​ຂອງ​ພວກ​ເຂົາ​ແມ່ນ​ສາມາດແນ​ມ​ເຫັນ​ໄດ້​ຈາກ​ເກາະ Pag-asa ​ແລ້ວ.

ທ່ານ Bito-onon ກ່າວ​ວ່າ ​“​ມັນ​ເປັນ​ການ​ຖົມດິນຂະໜາດໃຫຍ່​. ​ໂດຍ​ສະ​ເພາະ​ໃນ​ຕອນ​ແລງ ​ເຈົ້າ​ສາມາ​ດ​ເຫັນ​ໄດ້, ມັນ​ເປັນ​ຄື​ກັບ​ຕົວ​ເມືອ​ງ​ເລີຍ.”

ທ່ານ ​ເຈົ້າ​ຄອງ​ກຳແພງກ່າວ​ວ່າ ລັດຖະບານ ​ຟີ​ລິບ​ປິນ ໄດ້ສົ່ງ​ທະຫານ​ໄປ​ປະຈຳ ​ແລະ ຫາ ວຽກ​ໃຫ້​ປະຊາຊົນຄື​ທ້າວ Nonalon Belbontin ຢູ່​ເກາະ Pag-asa ​ເຊິ່ງ​ເປັນ​ສ່ວນ​ໜຶ່ງ​ ເພື່ອ​ເສີມ​ສ້າງ​ ການ​ອ້າງ​ກຳມະສິດເອົາ​ດິນ​ແດນ​ຂອງ​ປະ​ເທດ​ຂ​ອງລາວ.

ທ້າວ Nonalon Belbontin ກ່າວ​ວ່າ “ຂ້ອຍ​ບໍ່​ໄດ້​ຢ້ານ​ ຈີນ, ພວກ​ເຮົາ​ມີ​ທະຫານ​ປົກ​ປ້ອງ​ພວກ​ເຮົາ​ຢູ່. ການ​ຂັດ​ແຍ້​ງກັນບໍ່​ໄດ້​ສົ່ງ​ຜົນ​ສະ ທ້ອນ​ຕໍ່​ຊີວິດ ຫຼື ວຽກ​ງານ​ຂອງ​ຂ້ອຍ. ການ​ກໍ່ກວນ​ຂອງ​ ຈີນ ບໍ່​ໄດ້​ລົບ​ກວນ​ຂ້ອຍ​ເລີຍ.”

ທ້າວ Belbontin ກ່າວ​ວ່າ ລາວ​ຈະ​ກັບໄປສູ່​ເກາະ Pag-asa ​ໃນໄວໆ​ນີ້ ​ເວລາໃດ​ທີ່​ເຮືອ Queen Segal ​ແມ່ນພ້ອມ​ແລ້ວ​ທີ່​ຈະ​ອອກ​ເດີນທາງ.

XS
SM
MD
LG